ຊາວບ້ານ ຍັງບໍ່ໄດ້ຮັບຜົນປະໂຫຍດ ເທົ່າທີ່ຄວນຈາກໂຄງການ ບໍ່ຄໍາເຊໂປນ
2024.09.19
ຊາວບ້ານ ຢູ່ເມືອງ ວີລະບູລີ ແຂວງສະຫວັນນະເຂດ ຍັງບໍ່ໄດ້ຮັບຜົນປະໂຫຍດ ເທົ່າທີ່ຄວນຈາກໂຄງການບໍ່ຄໍາເຊໂປນ ໃນຂະນະທີ່ ບໍລິສັດ ຜູ້ທົງທຶນ ຍັງມີແຜນ ຂະຫຍາຍເນື້ອທີ່ການຂຸດຄົ້ນ.
ການຂຸດຄົ້ນໄດ້ຄົ້ນບໍ່ແຮ່ ລວມທັງບໍ່ຄໍາ ຢູ່ເຂດເມືອງວີລະບູລີ ແຂວງສະຫວັນນະເຂດ ຍັງຄົງດໍາເນີນໄປ, ແຕ່ຖະນົນຫົນທາງ ກໍຍັງບໍ່ໄດ້ຮັບການປັບປຸງ.
ຊາວເມືອງວີລະບູລີ ນາງນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ:
“ເອີ ມັນບໍ່ສົມຄວນ ເປັນເມືອງບໍ່ຄໍາ ຫັ້ນນ່າ ມັນຈັກໜ່ວຍພູແລ້ວ ເພິ່ນເອົາລົງນີ້ນ່າ ພູແທ່ງຄໍານີ້ກະໝົດແລ້ວເດ້ ເຈົ້າຊິວ່າແນວໃດ ມີແຕ່ຄໍາ ມີແຕ່ທອງ ເສັ້ນທາງລະຍັງຄືເກົ່າ.”
ຊາວເມືອງວີລະບູລີ ທ່ານນີ້ ກ່າວຕື່ມວ່າ ຕາມການສັງເກດ ກະບໍ່ເຫັນຊາວບ້ານຄົນໃດ ທີ່ຈະມີຄວາມລໍ້າລວຍ ມີເງິນ ມີຄໍາ ຫຼຸດພົ້ນອອກຈາກຄວາມທຸກຍາກ ໄດ້ ເຖິງວ່າ ຈະມີລູກ ຫຼານ ເຂົາເຈົ້າ ຊາວໜຸ່ມ ເຂົ້າໄປເຮັດວຽກ ເປັນຄົນງານ ນໍາໂຄງການ ແຕ່ເງິນເດືອນ ທີ່ໄດ້ຮັບ ກະບໍ່ໄດ້ຫຼາຍ ພຽງແຕ່ກຸ້ມຢູ່ກຸ້ມກິນເທົ່ານັ້ນ.
ບໍລິສັດ ຈີ້ເຝິງ ໂກລດ໌ Chifeng Gold ຂອງນັກລົງທຶນຈີນ ຜູ້ໄດ້ຮັບສໍາປະທານ ໂຄງການຂຸດຄົ້ນບໍ່ຄໍາເຊໂປນ ໃນປັດຈຸບັນ ຈະຂະຫຍາຍ ເນື້ອທີ່ຂຸດຄົ້ນຄໍາ ຢູ່ທາງພາກຕາເວັນຕົກຂອງບໍ່ຄໍາ-ທອງ ເຊໂປນ ແຂວງສະຫວັນນະເຂດ ເພື່ອຜະລິດຄໍາ ໃຫ້ໄດ້ຫຼາຍຂຶ້ນ ໃນຂະນະທີ່ ຢູ່ເມືອງວີລະບູລີ ຍັງມີແຮ່ຄໍາຫຼາຍ ແລະ ສາມາດຂຸດຄົ້ນໄດ້ອີກ 10-15 ປີ.
ແຕ່ລະປີ ບໍລິສັດ ຈະສາມາດຜະລິດຄໍາແທ່ງໄດ້ 250,000 ອອນ ອີງຕາມຂໍ້ມູນຈາກທາງການ, ແຕ່ຊາວເມືອງວີລະບູລີ ກໍຍັງເຫັນວ່າ ເຂົ້າເຈົ້າບໍ່ໄດ້ຮັບຜົນປະໂຫຍດຈາກໂຄງການບໍ່ຄໍາເຊໂປນ ໄດ້ເທົ່າທີ່ຄວນ ເປັນຕົ້ນ ໂຄງລ່າງພື້ນຖານ ຖະໜົນຫົນທາງ ຍັງບໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນ.
ນັບແຕ່ມີການຂຸດຄົ້ນບໍ່ຄໍາ ກໍມີການກໍ່ປັບປຸງເສັ້ນທາງບາງເສັ້ນ ແຕ່ ບໍ່ແມ່ນເສັ້ນທາງທີ່ໄດ້ມາດຕະຖານ - ທາງການມີການສ້ອມແປງໄດ້ໄລະຍະນຶ່ງ ແລ້ວ ເສັ້ນທາງ ກໍກັບມາເປ່ເພຄືເກົ່າ ໂດຍສະເພາະ ເສັ້ນທາງຢູ່ໃນເທດສະບານເມືອງ ວີລະບູລີ.
ຊາວບ້ານອີກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ:
“ພັດທະນາກູຄືເວົ້າແລ້ວ ມັນກະສ້ອມແປງໄປຊື່ໆ ນ່າ ແຕ່ໃນຕົວເມືອງກະບໍ່ປານໃດດອກ ຖະໜົນຫົນທາງນີ້ແລ້ວໄຟ ມັນກະຍັງບໍ່ຢາກປານໃດ ບາງບ່ອນກະຍາກ.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ເມືອງວີລະບູລີ ກໍເຫັນວ່າ ການຂະຫຍາຍເນື້ອທີ່ ສໍາປະທານຂອງໂຄງການຂຸດຄົນບໍ່ຄໍາ-ທອງ ເຊໂປນ ດໍາເນີນໄປຕາມລະບຽບກົດໝາຍ ຢ່າງຖືກຕ້ອງ ແລະ ການຂະຫຍາຍເນື້ອທີ່ ກໍບໍ່ມີຜົນກະທົບຕໍ່ຊາວບ້ານ ໃນເຂດດັ່ງກ່າວ ເພາະວ່າ ໂຄງການໄດ້ລົງໄປໂອ້ລົມ ກັບຊາວບ້ານ ແລະ ບໍ່ມີບັນຫາທີ່ຮຸນແຮງ.
ເຈົ້າໜ້າທີ່ຫ້ອງການປົກຄອງເມືອງວີລະບູລີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ:
“ກະບໍ່ມີບັນຫາດອກລາວ ເພາະວ່າ ເຮົາເຮັດ ກໍຖືກຄາມຂັ້ນຕອນ ຕາມລະບຽບຫັ້ນນ່າ ເຮົາກະຕ້ອງໄປຟັງຂອບເຂດຂອງປະຊາຊົນເພາະວ່າ ສະເໜີແນວໃດ ສ່ວນຫຼາຍບໍ່ມີຫຍັງດອກ ຢູ່ລາວນັ້ນເນາະ.”
ບໍລິສັດ ຈີ້ເຝິງ ໂກລ໌ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບໂຄງການຂະຫຍາຍເນື້ອທີ່ວ່າ ຈະກວມເອົາເນື້ອທີ່ດິນຈັກເຮັກຕ້າ, ການປະເມີນເລື່ອງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ລວມທັງປະລິມານຄໍາທີ່ມີການປະເມີນເອົາໄວ້.
ເຈົ້າໜ້າທີ່ຫ້ອງການປົກຄອງເມືອງວີລະບູລີ ໄດ້ກ່າວວ່າ:
“ສະເພາະ ບໍ່ຄໍາເຊໂປນນີ້ເນາະ ມັນກະພວກເຮົາກະຍັງເປີດເຜີຍບໍ່ໄດ້ ດຽວນີ້ ພວກເຮົາກະຜະລິດແຕ່ທອງເນາະ ທອງແດງ ສິນແຮ່ອີ່ຫຍັງ ມັນກະເຫຼືອໜ້ອຍ ແລ້ວບາດນີ້ບໍ່ຄໍາເປໂປນເຮົາກະແບບວ່າ ເຮົາຢາກຫັນປ່ຽນ ຈາກການຜະລິດທອງມາຜະລິດຄໍາ ເພີ່ມຕື່ມຫັ້ນນ່າ.”
ບໍລິສັດ ຈີ້ເຝິງ ໂກລດ໌ ຂອງນັກລົງທຶນຈີນ ໄດ້ຮັບສໍາປະທານ ໂຄງການບໍ່ຄໍາ-ທອງ ເຊໂປນ ແຕ່ປີ 2019 ຫຼັງຈາກຊື້ກິດຈະການທັງໝົດຈາກ ບໍລິສັດ GMM ມູນຄ່າ 270 ລ້ານ ໂດລ້າ ແລະ ໃຫ້ລັດຖະບານລາວ ຖືຮຸ້ນໃນໂຄງການ ໃນອັດຕາສ່ວນ 10 ເປີເຊັນ.
ອີງຕາມລາຍງານຂອງໂຄງການບໍ່ຄໍາ-ທອງ ເຊໂປນ, ໄລຍະທີ່ຜ່ານມາ ສ້າງລະບົບນໍ້າສະອາດໃຫ້ແກ່ຊຸມຊົນ ມູນຄ່າ 7,000 ໂດລ້າ, ກໍ່ສ້າງວິດຖ່າຍ ມູນຄ່າ 60,000 ໂດລ້າ ແລະ ຊົດເຊີຍເນື້ອທີ່ດິນໃຫ້ແກ່ຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການ ປະມານ 13,000 ເຮັກຕ້າ ແລະ ຊ່ວຍເຫຼືອດ້ານອື່ນໆ ລວມມູນຄ່າປະມານ 13 ລ້ານໂດລ້າ.
ນັບແຕ່ເລີ່ມການຂຸດຄົ້ນ ຜະລິດຄໍາ, ທອງ ໃນປີ 2002 ເປັນຕົ້ນມາ, ໂຄງການສາມາດຜະລິດແທ່ງໄດ້ຫຼາຍວ່າ 1.2 ລ້ານອອນ, ຜະລິດທອງໄດ້ຫຼາຍກວ່າ 1 ລ້ານຕັນ ແລະ ລັດຖະບານລາວໄດ້ຮັບເງິນປັນຜົນປະມານ 1.5 ຕື້ໂດລ້າ.