ປະຊາຊົນ 26 ບ້ານ ຈະໄດ້ຮັບຜົນກະທົບຈາກເຂື່ອນປາກແບງ

ປະຊາຊນ 4,000​ ຄົນ ຈະຖືກຍົກຍ້າຍຈາກໂຄງການເຂື່ອນປາກແບງ

ໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບຕໍ່ປະຊາຊົນ 26 ບ້ານ ກວມເອາ 3 ແຂວງ ຄື ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະແຂວງບໍ່ແກ້ວ.

ໃນນັ້ນປະຊາຊົນ 7 ບ້ານ ປະມານ 4,000 ຄົນ ຈະຖືກຍົກຍ້າຍອອກຈາກພື້ນທີ່, ສ່ວນ ບ້ານອື່ນໆ ຈະໄດ້ຮັບຜົນກະທົບບາງສ່ວນ ເຊັ່ນ ສູນເສຍເຮືອນ ຫຼື ສູນເສຍທີ່ ດິນທຳ ການກະເສດ.

ເຂື່ອນປາກແພງ ສ້າງໃສ່ແມ່ນໍ້າຂອງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກຳລັງການຜະລິດ 912 ເມກາວັດ.

ຂໍ້ມູນຈາກພາບຖ່າຍດາວທຽມ ສະແດງໃຫ້ເຫັນວ່າ ໂຄງການ ເລີ່ມມີການກໍ່ສ້າງໂຄງ ລ່າງພື້ນຖານ ແລະ ຄັນຄູກັ້ນນໍ້າໄປແລ້ວ ໂດຍມີບໍລິສັດ Sinohydro ປະເທດຈີນ ເປັນຜູ້ຮັບເໝາກໍ່ສ້າງ.

ໂຄງການໄດ້ດໍາເນີນການກໍ່ສ້າງແຕ່ທ້າຍປີ 2025 ແລະ ມີກໍານົດການໃຫ້ສໍາເລັດ ໃນທ້າຍປີ 2032 ແລະ ເລີ່ມສົ່ງໄຟຟ້າຂາຍ ໃຫ້ປະເທດໄທ ໃນຕົ້ນປີ 2033.

ປະຊາຊົນໃນພື້ນທີ່ ກໍບໍ່ຢາກໃຫ້ສ້າງເຂື່ອນປາກແບງໃສ່ແມ່ນ້ຳຂອງ ເພາະແມ່ນ້ຳຂອງ ເປັນແຫຼ່ງສະບຽງອາຫານ ແລະແຫຼ່ງລາຍໄດ້ຂອງປະຊາຊົນ ໂດຍສະເພາະການຫາປາ: “ຜົນກະທົບຫຼາຍໄດ໋ ປະຊາຊົນນີ້ກະ ອາໄສການຫາປານີ້ແລ້ວ ເປັນສ່ວນໃດສ່ວນໜຶ່ງ ເພື່ອລ້ຽງຄອບຄົວເນາະ ກະຖືວ່າ ຫາປາກະໄດ້ຢູ່ ຄັນສ້າງເຂື່ອນແລ້ວ ກະຊິບໍ່ໄດ້ຫາຫັ້ນແລ້ວ ຜົນກະທົບກະບໍ່ແມ່ນໜ້ອຍໆແລ້ວ ຄັນໄດ້ສ້າງຂຶ້ນກະດາຍ"

ບໍ່ພຽງປະຊາຊົນລາວເທົ່ານັ້ນ ໂຄງການນີ້ ຍັງເກິດກະແສວິພາກວິຈານ ແລະ ການຄັດຄ້ານຈາກກຸ່ມອະນຸລັກທຳມະຊາດ ແລະປະຊາຊົນໃນເຂດລຸ່ມແມ່ນ້ຳຂອງ ຍ້ອນຄວາມກັງວົນເລື່ອງຜົນກະທົບຂ້າມພົມແດນ, ລະດັບນໍ້າຖ້ວມ, ແລະ ຜົນກະທົບຕໍ່ລະບົບນິເວດພັນປາໃນແມ່ນໍ້າຂອງ.