ທ່ອງທ່ຽວລາວ ຍັງແກ້ໄຂທົວສູນຫຼຽນຂອງຈີນ ບໍ່ໄດ້

ການກວດກາບໍ່ເຂັ້ມງວດ ເປັນການທໍາລາຍການທ່ອງທ່ຽວປະເທດລາວ

ຍັງມີຄົນນໍາທ່ຽວຈີນ ດໍາເນີນການ ຢູ່ສະຖານທີ່ທ່ອງທ່ຽວລາວ ທັງທີ່ລາວ ກໍ່ມີກົດ ຫມາຍ ຫ້າມຄົນຕ່າງປະເທດເປັນໃກ້ນຳທ່ຽວ ຍ້ອນການກວດກາບໍ່ເຂັ້ມງວດ ເຊິ່ງເປັນການທໍາລາຍການທ່ອງທ່ຽວປະເທດລາວ.

ທ່ອງທ່ຽວລາວ ຍັງແກ້ໄຂທົວສູນຫຼຽນຂອງຈີນ ບໍ່ໄດ້ ຍັງມີຄົນນໍາທ່ຽວຈີນ ດໍາເນີນການ ຢູ່ສະຖານທີ່ທ່ອງທ່ຽວລາວ ທັງທີ່ລາວ ກໍ່ມີກົດ ຫມາຍ ຫ້າມຄົນຕ່າງປະເທດເປັນໃກ້ນຳທ່ຽວ

ພະນັກງານບໍລິສັດທ່ອງທ່ຽວໃນລາວ ທ່ານໜຶ່ງ ໃຫ້ສຳພາດ ຕໍ່ເອເຊຍເສລີວ່າ ຍັງມີຄົນຈີນຈຳນວນໜຶ່ງ ເຂົ້າມາເຮັດໜ້າທີ່ນຳທ່ຽວເອງ ຕັ້ງແຕ່ການຂາຍທົວຢູ່ຈີນ ໄປຈົນເຖິງການນຳພານັກທ່ອງທ່ຽວ ເຂົ້າມາທຽວຢູ່ລາວເອງ ບໍ່ວ່າຈະເປັນ ເເຂວງຫຼວງພະບາງ, ແຂວງ ວຽງຈັນ, ແລະ ນະຄອນຫຼວງວຽງຈັນ.

ພະນັກງານຄົນດັ່ງກ່າວ ຍັງລະບຸວ່າ ບັນຫານີ້ ໄດ້ສົ່ງຜົນກະທົບຕໍ່ໃກ້ຄົນລາວ ເຮັດໃຫ້ໂອກາດຈ້າງງານໜ້ອຍລົງ ເພາະຄົນຈີນເຊົ່າມາເຮັດເອງຫມົດ ເຊິ່ງການການປາບປາມຜ່ານມາຍັງບໍ່ເຂັ້ມງວດ ເພາະມີການຈ່າຍເງິນໃຫ້ເຈົ້າໜ້າທີ່ ຈຶ່ງມີການປ່ອຍປະລະເລີຍ.

“ເຂົາຂາຍແພັກເກັດທີ່ວ່າຢູ່ທາງຈີນເນາະ ໃກ້ຫັ້ນກໍເປັນໃກ້ຈີນ ບໍ່ມີໃກ້ລາວເລີຍ ໂຮງແຮມກໍໂຮງແຮມຈີນ ກະເປັນລົດຈີນ ອາຫານກໍຮ້ານອາຫານຈີນ ແລ້ວເພິ່ນກໍໃສ່ຊຸດປະເທດລາວໄປຮັບແຂກເລີຍ ເຂັ້ມງວດກໍບໍ່ໄດ້ເຂັ້ມງວດຄັກ ແຕ່ລະສະ ຖານທີ່ ສົມມຸດວ່າມັນຈະມີຕຳຫຼວດເນາະ ຕຳຫຼວດຢູ່ສະຖານທີ່ທ່ອງທ່ຽວ ກໍຈ່າຍປະມານສັກ 500 ບາດ ປະມານນີ້ແຫຼະ ເພິ່ນກໍປ່ອຍໄປ ໂຕນີ້ກໍເປັນມາໄດ້ຫຼາຍປີແລ້ວເດ້ ແຕ່ວ່າຊ່ວງນີ້ໄດ້ຍິນເພິ່ນວ່າ ຈະປາບປາມບໍ່ເພິ່ນຈະປາບປາມໄດ້ບໍ່ກໍບໍ່ແນ່ໃຈ.”

ຂະນະທີ່ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຢືນຢັນຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ວ່າ ກົດໝາຍລາວຫ້າມ ຄົນຕ່າງປະເທດເຮັດໜ້າທີ່ນຳທ່ຽວຢູ່ລາວ.

ສ່ວນຄົນຕ່າງປະເທດສາມາດເຮັດໜ້າທີ່ເປັນຜູ້ນຳພາຄະນະນັກທ່ອງທ່ຽວ ເພື່ອປະສານງານ ຫຼື ແປພາສາເທົ່ານັ້ນ.

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຍອມຮັບວ່າ ການກວດກາຜ່ານມາຍັງບໍ່ເຂັ້ມງວດພຽງພໍ ແລະ ຈະເພີ່ມການຮ່ວມມືກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ ໄຂບັນຫາການລັກລອບນຳທ່ຽວຂອງຄົນຕ່າງປະເທດ.ຍ່າງໃດກໍ່ຕາມ ອາຊີບນຳທ່ຽວໃນລາວ ເປັນອາຊີບທີ່ກົດໝາຍສະຫງວນໄວ້ໃຫ້ພົນລະເມືອງລາວ ເເຕ່ບັນ ຫານີ້ມີມາດົນເເລ້ວ ຍັງບໍ່ທັນເເກ້ໄຂ.