ບຸນຊ່ວງເຮືອ ທ່າວັດຈັນ ກໍາລັງຈະເຫຼືອແຕ່ຊື່ ຍ້ອນວ່າ ນໍ້າຂອງປົກແຫ້ງຜິດປົກກະຕິ ອັນເກີດມາຈາກ ການປ່ຽນແປງສະພາບອາກາດ ແລະ ການສ້າງເຂື່ອນໃສ່ແມ່ນໍ້າຂອງ ຕອນເທິງ.
ແຕ່ກ່ອນພາບບຸນຊ່ວງເຮືອທ່າວັດຈັນ ມີຝູງຊົນຈໍານວນຫຼາຍ ພາກັນມາເບິ່ງມາຊົມ ການແຂ່ງເຮືອຍາວປະເພນີ ປະເພດ 50 ສີພາຍ ຢ່າງຄຶກຄື້ນມ່ວນຊື່ນດ້ວຍສຽງ ຄົນເຊຍ, ແລະ ສຽງເຊິ້ງ ສຽງຂັບ ສຽງຄໍາ ຢູ່ແຄມຂອງທ່າວັດຈັນ ນະຄອນຫລວງ ວຽງຈັນ ໃນມື້ອອກພັນສາ.
ແຕ່ປະມານ 10 ປີ ມານີ້, ສະພາບນໍ້າຂອງປົກແຫ້ງຜິດປົກກະຕິເຮັດໃຫ້ສາຍນໍ້າ ປ່ຽນແປງ ເຂດທ່າວັດຈັນຈາກທີ່ເຄີຍມີນໍ້າຂອງໄຫຼຜ່ານໃນອາດີດ ແຕ່ປັດຈຸບັນ ກໍກາຍເປັນຫາດຊາຍ ຈົບບໍ່ສາມາດແຂ່ງເຮືອໄດ້ ຍ້ອນການປ່ຽນແປງຂອງສະພາບ ອາກາດ ແລະ ການບໍລິການຈັດການນ້ຳ ຂອງໂຄງການເຂື່ອນໄຟຟ້າໃນແມ່ນໍ້າຂອງ.
ໃນປີ 2026 ນີ້ ບັນຫານ້ຳຂອງແຫ້ງ ແລະ ລະດັບນ້ຳທີ່ຜັນຜວນ ໄດ້ສົ່ງຜົນກະທົບ ແລະ ເຮັດໃຫ້ເກີດການປ່ຽນແປງ ໃນການຈັດງານບຸນຊ່ວງເຮືອທ່າວັດຈັນ ໃນວັນທີ່ 27 ຕຸລາ 2026 ນີ້ ເຮັດໃຫ້ຄະນະກຳມະການຈັດການແຂ່ງຂັນ ຕ້ອງໄດ້ຂຸດຮ່ອງນ້ຳ ເພື່ອໃຫ້ນ້ຳຈາກແມ່ນ້ຳຂອງ ໄຫຼລົງມາໃສ່ຈຸດທີ່ມີການແຂ່ງຂັນຊ່ວງເຮືອ.
ຄະນະກຳມະການຈັດການແຂ່ງຂັນ ຍັງປັບປ່ຽນການແຂ່ງຂັນ ໃຫ້ນຳເອົາເຮືອຊ່ວງ ປະເພດ 30 ສີພາຍເຂົ້າຮ່ວມຊ່ວງ ຈຳນວນ 10 ລຳ ທົດແທນການແຂ່ງຂັນເຮືອຊ່ວງ ປະເພດ 55 ສີພາຍ ຍ້ອນ ນ້ຳໃນຄອງແຫ້ງແລະນ້ອຍກວ່າທຸກປີ.
ຜູ້ປະກອບການ ເມືອງຈັນທະບຸລີ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ແມ່ນໆ ນ້ຳມັນແຫ້ງ ໝົດແລ້ວ ຂະໜາດເຮືອເຂົາເຈົ້າຊ່ວງ ເຂົາເຈົ້າຍັງໄປຊ່ວງຢູ່ພຸ້ນ ບັກໄກໆພຸ້ນນ່າ ເພາະມັນແຫ້ງໝົດ ໄປທາງອັນນ່າແຖວດອນຈັນພຸ້ນ ແຕ່ລະເທື່ອເຂົາເຈົ້າຈະຊ່ວງເຮືອຢູ່ ຢູ່ໜ້າເຮືອເຮົານີ້ແຫຼະ ແຕ່ວ່າປີນີ້ມັນບໍ່ມີນ້ຳ ແຫ້ງແລ້ງຫຼາຍປີນີ້.
ກ່ຽວກັບເລື່ອງນີ້ ຄະນະກຳມະການຈັດງານ ເມືອງຈັນທະບຸລີ ລະບຸວ່າ ຍ້ອນ ສະພາບ ຮ່ອງນ້ຳທີ່ຕື້ນເຂີນໃນບາງຈຸດຂອງແມ່ນ້ຳຂອງ, ຄະນະກຳມະການຈັດງານ ໄດ້ເພີ່ມ ຄວາມລະມັດລະວັງ ເຊັ່ນ ໃນງານບຸນທ່າວັດຈັນໃນປີນີ້ ໄດ້ມີການກຳນົດຂອບເຂດການ ໄຫຼເຮືອໄຟ ແລະ ລອຍກະໂທງ ໂດຍບໍ່ອະນຸຍາດໃຫ້ປະຊາຊົນ ອອກໄປໄຫຼຢູ່ກາງ ແມ່ນ້ຳຂອງ ເພື່ອຄວາມປອດໄພ.
ໄພຄຸກຄາມ ຈາກການປ່ຽນແປງຂອງສະພາບອາກາດ ແລະການບໍລິການຈັດການນ້ຳ ຂອງໂຄງການເຂື່ອນໄຟຟ້າ ທັງໃນແມ່ນ້ຳຂອງສາຍຫຼັກ ແລະແມ່ນ້ຳສາຂາ ຈາກປະ ເທດຈີນ, ລາວ ແລະໄທ ກຳລັງສ້າງການປ່ຽນແປງ ຕໍ່ວິຖີຊີວິດ-ວັດທະ ນະທຳ ຂອງປະຊາຊົນໄປເທື່ອລະໜ້ອຍ.
