ນໍ້າຊອງວັງວຽງ ກັບມາຂຸ່ນອີກຄັ້ງ ເປັນຍ້ອນຫຍັງ

ຊາວບ້ານຮຽກຮ້ອງລັດຖານກວດການໍ້າຊອງຂຸ່ນ

ນ້ຳຊອງກັບມາຂຸ່ນອີກຄັ້ງ ຊາວບ້ານຍາກໃຫ້ທາງການເລັ່ງກວດສອບ ເພາະມີການຂຸດຄ້ນເເຮ່ທາດຍູ່ເທິງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ກັບມາມີສີຂຸ່ນອີກຄັ້ງ ຕັ້ງເເຕ່ວັນທີ 15 ຕຸລາ 2026.

ນໍ້າຊອງວັງວຽງ ກັບມາຂຸ່ນອີກຄັ້ງ ເປັນຍ້ອນຫຍັງ ນ້ຳຊອງກັບມາຂຸ່ນອີກຄັ້ງ ຊາວບ້ານຍາກໃຫ້ທາງການເລັ່ງກວດສອບ ເພາະມີການຂຸດຄ້ນເເຮ່ທາດຍູ່ເທິງສາຍນ້ຳຊອງ

ຊາວບ້ານຜູ້ທີ່ອາໄສຢູ່ລຽບຕາມແຄມນ້ຳ ຮຽກຮ້ອງໃຫ້ທາງການເລັ່ງກວດສອບຫາສາເຫດ ແລະ ປະເມີນຄຸນນະພາບນ້ຳ.

ຊາວບ້ານບາງຄົນໃຫ້ຂໍ້ມູນຕໍ່ເອເຊຍເສຣີວ່າ ສາເຫດທີ່ນ້ຳຂຸ່ນກ່ຽວຂ້ອງກັບການຂຸດຄົ້ນແຮ່ທາດຢູ່ຕອນເທິງຂອງສາຍນ້ຳ ເຮັດໃຫ້ນ້ຳບໍ່ສະອາດ ເຫດການນີ້ສ້າງຄວາມກັງວົນຕໍ່ປະຊາຊົນ ຍ້ອນ ນ້ຳຊອງເປັນສາຍນ້ຳສຳຄັນຂອງວັງວຽງ ຕໍ່ວິຖີຊີວິດ, ລະບົບນິເວດ ແລະ ການທ່ອງທ່ຽວ.

ຊາວບ້ານກ່າວວ່າ: “ເຂົາເຈົ້າກໍຢາກໃຫ້ກວດຫັ້ນແຫຼະ ອືມ ມັນຈະມີຄົນກວນຢູ່ເທິງນ່າ ແບບເຂົາເຈົ້າເອົາຂຸດແຮ່ ເຈາະເອົາດິນ ເອົາຊາຍບໍ່ຊິ ນ້ຳກໍຂຸ່ນພໍແລ້ວມັນກໍໃສ ມັນເຮັດໃຫ້ນ້ຳບໍ່ສະອາດຊິນ່າມັນຫຼາຍຄົນເຮັດເດ່”

ກ່ອນໜ້ານີ້ ໃນເດືອນມິຖຸນາ ທາງການວັງວຽງເຄີຍອອກຄຳແນະນຳຄວບຄຸມກິດຈະກຳທີ່ເຮັດໃຫ້ນ້ຳຂຸ່ນ ລວມທັງການຂຸດດິນ ຂຸດຫີນ ແລະ ຂຸດຄົ້ນແຮ່ທາດ.

ຕໍ່ມາ ມີລາຍງານກ່ຽວກັບບໍລິສັດດາວຈະເລີນ ມິເນີຣອລ ໂປຣເຊສຊິ້ງ ໂຊລ ຈຳກັດ (Daochalearn Mineral Processing Sole Co., Ltd. ) ທີ່ຖືກກ່າວຫາວ່າດຳເນີນກິດຈະກຳຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກໂດຍບໍ່ມີໃບອະນຸຍາດ ແລະ ມີບັນຫາດ້ານສິ່ງແວດລ້ອມ.

ຈາກນັ້ນ ມີລາຍງານວ່າທາງການໄດ້ສັ່ງໃຫ້ຢຸດກິດຈະກຳດັ່ງກ່າວ, ແຕ່ການທີ່ນ້ຳຊອງກັບມາຂຸ່ນອີກຄັ້ງ ກໍເຮັດໃຫ້ເກີດຄຳຖາມວ່າ ມາດຕະການທີ່ຜ່ານມາມີຜົນແທ້ຈິງຫຼາຍປານໃດ ແລະ ມີການກວດກາຕິດຕາມຢ່າງຕໍ່ເນື່ອງຫຼືບໍ່.

ຄຳຖາມຄື ເປັນຫຍັງນ້ຳຊອງຈຶ່ງກັບມາຂຸ່ນອີກ ແລະ ທາງການຈະມີມາດຕະການແນວໃດ ເພື່ອແກ້ໄຂບັນຫາໃຫ້ກົງຈຸດ ແລະ ປ້ອງກັນບໍ່ໃຫ້ເກີດຊ້ຳອີກ.