ຊ້ວງລະດູຝົນຜ່ານມານີ້ ເຂື່ອນນໍ້າໂມ້ 2 ກໍ່ໃຫ້ເກີດນໍ້າຖ້ວມໄຮ່ນາ ຮົ້ວສວນ ແລະ ສິ່ງປຸກສ້າງຂອງປະຊາຊົນ ທີ່ອາໄສຢູ່ແຄມນໍ້າໂມ້ ແຕ່ ບໍ່ມີໜ່ວຍງານໃດສະແດງຄວາມຮັບຜິດຊອບ.
ຕົ້ນປີ 2026 ຜ່ານມາ ໂຄງການເຂື່ອນໄຟຟ້ານ້ຳໂມ້ 2 ໄດ້ທຳການກັກເກັບນ້ຳເຂົ້າອ່າງຢ່າງເປັນທາງການ ເພື່ອທົດສອບລະບົບເຕັກນິກ ແລະ ກຽມພ້ອມການຜະລິດກະແສໄຟຟ້າ ໃນ ປີ 2027.
ນີ້ເຮັດໃຫ້ເຮັດໃຫ້ປະລິມານນໍ້າຢູ່ຕອນເທິງຂອງເຂື່ອນ ແລະ ຕອນລຸ່ມຂອງເຂື່ອນເພີ່ມຂຶ້ນໃນເວລາຝົນຕົກ ແລ້ວໄຫຼເຂົ້າຖ້ວມ.
ປະຊາຊົນໃນພື້ນທີ່ໃກ້ກັບເຂື່ອນໄຟຟ້ານ້ຳໂມ້ 2 ເຫັນວ່າ ກ່ອນສ້າງເຂື່ອນ ນໍ້າບໍ່ເຄີຍຖ້ວມສູງຂະໜາດນີ້.
ປະຊາຊົນ ເມືອງໝອກ ແຂວງຊຽງຂວາງ ໄດ້ກ່າວວ່າ: ກະມີບັນຫາ ເພາະວ່າ ບໍລິສັດມາເຮັດເຂື່ອນໄຟຟ້າຫັ້ນແຫຼະ (ພື້ນທີ່ກະສິກຳ) ກະຈົ່ງໄວ້ຈຳນວນໜຶ່ງ ມັນກະບໍ່ພຽງພໍຫັ້ນແຫຼະເນາະ ຜ່ານມາບໍລິສັດເຂົາເຈົ້າກະຊ່ວຍເລັກໆ ໜ້ອຍໆ ເຮັດແນວໃດ ຊິຊ່ວຍປະຊາຊົນ ແລ້ວກະບໍ່ໃຫ້ມີຜົນກະທົບ.
ຊາວບ້ານ ຍັງເປັນກັງວົນອີກວ່າ ໂຄງການນີ້ ຈະສົ່ງຜົນກະທົບຕໍ່ການຂະຫຍາຍພັນຂອງປາ ແລະ ສັດນ້ຳຊະນິດຕ່າງໆ ທີ່ປະຊາຊົນ ເຄີຍຊອກຢູ່ຫາກິນ ສ້າງລາຍຮັບ.
ທ່ານ ພູວົງ ອຸ່ນຄຳແສນ ສະມາຊິກສະພາແຫ່ງຂາດ ແຂວງຊຽງຂວາງ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 10 ວ່າ ລັດຖະບານ ຕ້ອງເອົາໃຈໃສ່ ຕໍ່ຄຳຮ້ອງຂໍຄວາມເປັນທຳ ແລະ ບັນຫາຄວາມທຸກຍາກຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໂຄງການເຂື່ອນໄຟຟ້ານ້ຳໂມ້ 2 ເພາະເປັນໂຄງການຂອງລັດຖະບານ.
ທ່ານ ພູວົງ ອຸ່ນຄຳແສນ ສສຊ ແຂວງຊຽງຂວາງ ກ່າວວ່າ: ໂຄງການເຂື່ອນໄຟຟ້ານ້ຳໂມ້ ນ້ຳຖ້ວມ 20 ປາຍພັນກວ່າເຮັກຕ້າ ປະຊາຊົນບໍ່ມີທຳການຜະລິດ ຜົນສຸດທ້າຍເຂົາກະເຂົ້າປ່າ ລັກໄມ້ຫິງຫອມ ລັກຂາຍ ລັກຊື້ກັນ ນຳໄປກວດແຕ່ລະມື້ ນຳໄປແກ້ແຕ່ລະມື້ມັນຫຼາຍປານໃດ ອັນນີ້ຂ້າພະເຈົ້າວ່າ ມັນບໍ່ສະເພາະແຕ່ເຮົາ ຊົດເຊຍເອົາເງິນໄປໃຫ້ເຂົາແລ້ວ ຂ້າພະເຈົ້າຄິດວ່າ ມັນບໍ່ຍືນຍົງ.
ເຂື່ອນໄຟຟ້ານ້ຳໂມ້ 2 ມີກຳລັງການຕິດຕັ້ງ 120 ເມກາວັດ ມູນຄ່າລົງທຶນ 217 ລ້ານໂດລາສະຫະລັດ ຕັ້ງຢູ່ ບ້ານຫ້ວຍຊອຍ, ເມືອງໝອກ, ແຂວງຊຽງຂວາງ ເລິ່ມກໍ່ສ້າງໃນປີ 2024 ຄາດວ່າຈະມີການເປີດການຜະລິດກະແສໄຟຟ້າ ໃນ ປີ 2027.
