ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ

ພອນ ພູມມີທອນ
2024.12.18
ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ ຮູບພາບປະກອບ: ເສັ້ນທາງສາຍໜຶ່ງ ຢູ່ແຂວງຫຼວງນ້ຳທາ
RFA/TS

ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດໃນລາວ ບໍ່ຄຸ້ມຄ່າ ເພາະລົດບັນທຸກແຮ່ທາດຕ່າງໆ ທີ່ນ້ຳໜັກເກີນມາດຕະຖານ ເຮັດໃຫ້ເສັ້ນທາງເປ່ເພຫຼາຍແຫ່ງ ໃນຂະນະທີ່ລັດຖະບານລາວ ຍັງແກ້ໄຂບໍ່ໄດ້ເທື່ອ ຍ້ອນວ່າ ເຈົ້າໜ້າທີ່ລັດ ບໍ່ໄດ້ເອົາຈິງເອົາຈັງກັບລົດບັນທຸກ ທີ່ນ້ຳໜັກເກີນມາດຕະຖານ ແລະ ເຈົ້າໜ້າທີ່ບາງຄົນ ກໍຮັບສິນບົນຈາກລົດບັນທຸກແຮ່ທາດ ຈຶ່ງບໍ່ມີການກວດກາ ແລະຊັ່ງນ້ຳໜັກ, ດັ່ງ ຊາວລາວ ທີ່ຂັບລົດບັນທຸກຂົນສົ່ງສິນຄ້າ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວາ ນີ້ວ່າ:

"ຫຼັກໆແມ່ນວ່າ ບັນທຸກນ້ຳໜັກເກີນເນາະ ສະຫຼຸບງ່າຍໆເລີຍ ບໍ່ວ່າຈະເປັນທາງເໜືອ ທາງໃຕ້ ຖາມວ່າຄຸ້ມບໍ່ ມັນກະບໍ່ຄຸ້ມຫັ້ນແຫຼະເນາະ ເພາະວ່າ ທາງເໜືອມັນກໍເພໜັກກວ່າທາງໃຕ້ຫຼາຍ ຂ້ອຍຄິດແນວນີ້ໃຫ້ພາກລັດ ກໍາກັບເລື່ອງນ້ຳໜັກ ຢ່າງເຄັ່ງຄັດ ທັງໃໝ ທັງຈັບ ເອົ້າ ດ້ວຍນ້ຳໜັກເກີນ ນີ້ລັດຖະບານເຮົາ ຍັງມີການເຄຍກັນໄດ້ ໃນດ່ານ ໃນຫຍັງ."

ຂະນະທີ່ ຄົນຂັບລົດບັນທຸກສົ່ງສິນຄ້າ ອີກທ່ານໜຶ່ງ ກ່າວວ່າ ສໍາລັບເສັ້ນທາງທີ່ເປ່ເພໜັກ ສ່ວນໃຫຍ່ ແມ່ນເສັ້ນທາງທາງພາກເໜືອ ເພາະຫຼາຍບໍລິສັດ ມັກແກ່ແຮ່ທາດອອກໄປທາງດ່ານສາກົນບໍ່ເຕັນ ແຂວງຫຼວງນ້ຳທາ ແລະເມື່ອເຮັດໃຫ້ເສັ້ນທາງເປ່ເພແລ້ວ ກໍບໍ່ມີການສ້ອມແປງຄືນ:

"ເຮົາວ່າມັນບໍ່ຄຸ້ມສາເຮົາຄິດນ່າ ສ່ວນຫຼາຍລົດແກ່ແຮ່ທາດຫັ້ນແຫຼະ ແກ່ຫຼາຍຕິເບາະ ເກີນຕິເບາະ ເຂົາເຈົ້າເຄຍເອົາຕິເບາະ ໂອ້ຍທາງໃຕ້ສະດວກຢູ່ ມີແຕ່ທາງເໜືອແຫຼະຍາກຍາກໜ້ອຍໜຶ່ງນ່າ."

ຂະນະດຽວກັນ ຊາວລາວ ອີກທ່ານໜຶ່ງ ທີ່ເຄີຍເດີນທາງຜ່ານເສັ້ນທາງພູເກົ້າຫຼັກ ເຂດເມືອງກາສີ  ເມືອງນານ ກ່າວວ່າ ໄລຍະລະດູໜາວ ຍັງມີບາງຈຸດຢູ່ເສັ້ນທາງແຫ່ງນີ້ ທີ່ຍັງເປ່ເພໜັກ ແລະເດີນທາງຫຍຸ້ງຍາກຢູ່ ເຖິງແມ່ນວ່າ ກໍາລັງຢູ່ໃນໄລຍະປັບປຸງທາງກໍຕາມ ແຕ່ກໍຕ້ອງໃຊ້ເວລາ ໄປຮອດເດືອນກັນຍາ ປີ 2025 ຈຶ່ງຈະສໍາເລັດ:

"ທາງຂຶ້ນພູເກົ້າຫຼັກ ມັນຈະດີແຕ່ບາງບ່ອນ ຊິບໍ່ດີກໍບາງບ່ອນ ເຂົາເຈົ້າກໍປົວແປງ ໄປຫຼາຍແລ້ວ ເລັກໆ ໜ້ອຍໆ ແຫຼະ."

ເຖິງຢ່າງໃດກໍຕາມ ທ່ານນາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ກ່າວຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 19 ພະຈິກ 2024 ທີ່ຜ່ານມາ ວ່າ ສະເໜີໃຫ້ລັດຖະບານລາວ ແກ້ໄຂຕົ້ນເຫດ ທີ່ເຮັດໃຫ້ຖະໜົນໜົນທາງເປ່ເພ, ເຖິງແມ່ນວ່າ ລັດຖະບານໄດ້ທຸ້ມງົບປະມານ ມະຫາສານຈໍານວນຫຼາຍພັນຕື້ ເຂົ້າໂຄງການກໍ່ສ້າງ ສ້ອມແປງເສັ້ນທາງ ໃນທົ່ວປະເທດ ແຕ່ເປັນການແກ້ໄຂບັນຫາທີ່ປາຍເຫດ ເພາະ ຕົ້ນເຫດທີ່ຖະໜົນໜົນທາງເປ່ເພ ແມ່ນມາຈາກ ລົດບັນທຸກແກ່ນ້ຳໜັກເກີນ ທີ່ແລ່ນຕາມເສັ້ນທາງ ແລະຢາກໃຫ້ລັດຖະບານ ແກ້ໄຂຈຸດນີ້ ໂດຍສະເພາະ ການຄຸ້ມຄອງບັນດາຜູ້ລະເມີດນ້ຳໜັກ ເກີນມາດຕະຖານ.

ກ່ຽວກັບເລື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ພະແນກໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ມີຈຸດການກວດການ້ຳໜັກລົດ ຢູ່ຫຼາຍແຫ່ງ ໂດຍສະເພາະ ໃນເຂດເມືອງກາສີ ແລະທ່ານກໍຍອມຮັບວ່າ ຈາກການກວດກາ ພົບວ່າ ຍັງມີລົດບັນທຸກຂົນແຮ່ທາດແກ່ນ້ຳໜັກເກີນມາດຕະຖານຫຼາຍຢູ່ ສ່ວນມາດຕະການຄຸ້ມຄອງຂອງເຈົ້າໜ້າທີ່ ມີແຕ່ການປັບໃໝ ແລະໃຫ້ຂົນຍ້າຍ ນ້ຳໜັກທີ່ເກີນອອກໄປໃສ່ລົດຄັນອື່ນ:

"ສ່ວນຫຼາຍກໍເລື່ອງລົດບັນທຸກແຮ່ນີ້ແຫຼະ ມັນສ່ວນຫຼາຍນ້ຳໜັກມັນຈະເກີນຫັ້ນນ່າ ມັນມີ 2 ຂອດ ໜຶ່ງມາເຮົາກໍປັບໃໝຕາມລະບຽບ ແລ້ວກະອັນທີ່ສອງ ກໍເອົານ້ຳໜັກສ່ວນທີ່ເກີນລົງ ແລ້ວກະບັນທຸກໄປຕາມນ້ຳໜັກທີ່ກໍານົດໄວ້ຫັ້ນ ທີ່ເຫຼືອກໍໃຫ້ຜູ້ປະກອບການຫຍັງຕ່າງໆ ຫາພາຫະ ຫາຫຍັງມາໃສ່ເອົາຄືນ."

ທ່ານກ່າວຕື່ມວ່າ ຖ້າໃຫ້ຄວາມເຫັນກ່ຽວກັບເລື່ອງການທີ່ຄົນຈີນ ເຂົ້າມາຂຸດຄົ້ນແຮ່ທາດ ແລະແກ່ນ້ຳໜັກເກີນ ບໍ່ປະຕິບັດຕາມລະບຽບຂອງລາວ ກໍຖືວ່າ ບໍ່ໄດ້ຄຸ້ມຄ່າ ເພາະທີ່ຜ່ານມາ ກໍເສຍເງິນສ້ອມແປງທາງໄປຫຼາຍ ກໍບໍ່ໄດ້ດີຂຶ້ນ ແລະ ກໍເປ່ເພຄືເກົ່າ ຈະສ້ອມແປງອີກ ງົບປະມານທີ່ລັດຖະບານທີ່ໃຫ້ມາ ກໍຈໍາກັດ ບໍ່ໄດ້ພຽງພໍ:

"ຊິ້ໃຫ້ມັນຄຸ້ມມັນກໍບໍ່ຄຸ້ມຫັ້ນແຫຼະ ບາດນີ້ເຮົາກໍໄດ້ສ້ອມແປງເປັນປະຈໍາຊິ້ນ່າ ຂ້ອຍກໍບິແບ່ງ ດ້ານງົບປະມານ ໄປໃສ່ຫຼາຍພາກສ່ວນ ຫຼາຍຂະແໜງການ ຫຼາຍອັນຫັ້ນນ່າ ຫຼາຍກິດຈະກໍາຊິ້ນ່າ ສ່ວນຫຼາຍກໍບໍ່ຢາກພໍຫັ້ນລະ."

ປັດຈຸບັນ ເສັ້ນທາງທີ່ເປ່ເພໜັກແມ່ນ ເສັ້ນທາງພາກເໜືອ ເປັນຕົ້ນ ເສັ້ນທາງພູເກົ້າຫຼັກ ນອກຈາກນີ້ ກໍຍັງມີເສັ້ນທາງ ໄປທາງເມືອງກາສີ ແຂວງວຽງຈັນ ແລະ ເສັ້ນທາງເມືອງພູຄູນ ແຂວງຫຼວງພະບາງ ເຖິງແມ່ນວ່າຈະມີການສ້ອມແປງ ຢູ່ເລື້ອຍໆກໍຕາມ ແຕ່ກໍບໍ່ໄດ້ດີຂຶ້ນ ເພາະ ເສັ້ນທາງບໍ່ໄດ້ມາດຕະຖານ ແລະຍັງມີລົດບັນທຸກແກ່ນ້ຳໜັກ ເກີນຕະຫຼອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.