ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ບ້ານຊຽງດາ ກັບ ບໍລິສັດນໍ້າທາ ສືບຕໍ່

ອຸ່ນແກ້ວ
2025.01.10
ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ບ້ານຊຽງດາ ກັບ ບໍລິສັດນໍ້າທາ ສືບຕໍ່ ລົດຈົກ, ລົດຂົນດິນ ທີ່ມາຂົນດິນ ທີ່ຖືກຈົກ ໃກ້ເຂດເຮືອນຊາວບ້ານ ບ້ານຊຽງດາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ວັນທີ 6 ມັງກອນ 2025
Credit photos: facebook fan page: Joseph Akaravong

ປັດຈຸບັນ, ຍັງມີບັນຫາ ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ປະຊາຊົນ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກັບບໍລິສັດ ນໍ້າທາກໍ່ສ້າງຂົວທາງ ຈໍາກັດ ທີ່ຄ້າງຄາກັນ ມາຫຼາຍປີແລ້ວ. ຫຼ້າສຸດ, ໃນວັນທີ 8 ມັງກອນ ທີ່ຜ່ານມາ ກໍມີພະນັກງານ ບໍລິສັດນໍ້າທາ ພ້ອມດ້ວຍ ເຈົ້າໜ້າທີ່ຕໍາຫຼວດ ໄດ້ນໍາລົດມາ ຈົກດິນຊາວບ້ານ ໃສ່ລົດບັນທຸກ 2 ຄັນ ເພື່ອເປັນການ ກົດດັນຊາວບ້ານ ໃຫ້ຍ້າຍອອກຈາກ ບໍລິເວນດັ່ງກ່າວ. ບໍລິສັດ ອ້າງວ່າ ເຂດດັ່ງກ່າວ ເປັນເຂດທີ່ລັດຖະບານ ໃຫ້ສໍາປະທານ ແກ່ບໍລິສັດແລ້ວ, ແຕ່ ຊາວບ້ານ ບໍ່ຍອມຍ້າຍອອກ ຍ້ອນຕ້ອງການ ຄ່າຊົດເຊີຍ ທີ່ເໝາະສົມ. ຊາວບ້ານ ບ້ານຊຽງດາ ທ່ານໜຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ມັງກອນ ວ່າ:

“ດິນໂຕນີ້ ມັນມີບັນຫາ ມາແຕ່ດົນແລ້ວ ຈາກຫັ້ນ ຈົກແຕ່ດົນແລ້ວ. ເຂົາກໍາລັງຈົກ ປັບໜ້າດິນໄປພ້ອມນ່າ ເຂົາແບບບໍ່ທັນເອົາ ຄ່າຊົດເຊີຍ ນໍາເຂົາເຈົ້າ ແລ້ວເຂົາກໍຈົກເລີຍ, ຫັ້ນນ່າ. ຜູ້ໃດທີ່ຊົດເຊີຍແລ້ວ ເຂົາກໍໜີ  ຜູ້ທີ່ບໍ່ທັນຊົດເຊີຍ ເຂົາກໍຈົ່ງໄວ້, ຊີ້ນ່າ. ຈົກອອກໄວ້ ຍັງແຕ່ເຮືອນ, ພວກເສົາໄຟ, ຈົກແຕ່ເສົາໄຟ ບໍ່ໃຫ້ມັນລົ້ມ ພໍ, ຊີ້ນ່າ.”

ຊາວບ້ານ ອ້າງວ່າ ເຂົ້າເຈົ້າມາຢູ່ທີ່ດິນ ເຂດດັ່ງກ່າວ ມາແຕ່ລຸ້ນພໍ່-ລຸ້ນແມ່, ແຕ່ລັດຖະບານ ບໍ່ອອກໃບຕາດິນ ຖາວອນໃຫ້. ສ່ວນວ່າຊາວບ້ານ ກໍຍັງເສຍພາສີທີ່ດິນ ແຕ່ລະປີ. ຊາວບ້ານ ບ້ານຊຽງດາ ອີກຄົນໜຶ່ງ ໄດ້ກ່າວວ່າ:

“ເຂົາມາ ຕັ້ງມາຈົກເອົາ ຂອງປະຊາຊົນ ນີ້ແຫຼະ. ອັນນີ້, ແມ່ນເຂົາອ້າງ ດິນທີ່ວ່າ ບໍ່ມີໃບຂອບທອງ, ຫັ້ນນ່າ ເຂົາມາເອົາ ໝາຍຄວາມວ່າ ເຂົາເຈົ້າຖືວ່າ ລັດຖະບານ ມອບໝາຍໃຫ້ເຂົາເຈົ້າ, ຫັ້ນນ່າ. ບໍ່, ເຂົານໍາໃຊ້ ຂອງສ່ວນຕົວ ຂອງບໍລິສັດເຂົາຫັ້ນແຫຼະ.”

ຊາວບ້ານ ມີບັນຫາທີ່ດິນ ກັບບໍລິສັດດັ່ງກ່າວ ມາດົນແລ້ວ, ແຕ່ລັດຖະບານ ບໍ່ໄດ້ອອກໃບຕາດິນໃຫ້ ແລະ ຊາວບ້ານ ກັບບໍລິສັດ ກໍຍັງຕົກລົງກັນບໍ່ໄດ້. ນາຍໜ້າຊື້-ຂາຍທີ່ດິນ ຢູ່ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

“ແມ່ນ, ມີມາດົນແລ້ວ ທາງເຂດນັ້ນ, ຫັ້ນນ່າ ບໍລິສັດ ນໍ້າທາ, ຫັ້ນນ່າ. ເຮົາກໍບໍ່ຮູ້ ຍັງຄາແຕ່ດົນແລ້ວເດ້  ແຕ່ວ່າ ປະຊາຊົນເຮົາ ຍັງອອກບໍ່ໄດ້ ກໍຄືວ່າ ເຂົາເຈົ້າຍັງລົມກັນບໍ່ໄດ້. ແມ່ນໆ, ອັນນັ້ນ ມັນຈະເປັນ ໃບນໍ້າໃຊ້.”

ຊາວບ້ານ ທີ່ຂາຍດິນ ຢູ່ບ້ານຊຽງດາ ເວົ້າວ່າ:

“ບໍ່ແນ່ໃຈ ກໍແຖວບໍລິເວນໃກ້ໆ ແຖວນັ້ນ ກໍຊິມີຢູ່ ກໍເຫັນລົດ ເຂົາເຈົ້າແກ່ດິນ ແກ່ຫຍັງຢູ່. ແມ່ນແລ້ວ, ຢູ່ຮ່ອມບ້ານນ້ອຍຊຽງດາ, ທາງດົງຄໍາຊ້າງ, ທາງໂນນຫວາຍ ແຖວນີ້ ມັນຢູ່ອ້ອມແອ້ມກັນເດ້.”

ເອເຊັຽເສຣີ ພະຍາຍາມ ຕິດຕໍ່ໄປຫາ ບໍລິສັດ ນໍ້າທາກໍ່ສ້າງ ຂົວທາງ ຈໍາກັດ ແລະ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊເສດຖາ ແລະ ຫ້ອງການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ແຕ່ບໍ່ສາມາດ ຕິດຕໍ່ໄດ້.

ຂໍ້ຂັດແຍ່ງທີ່ດິນ ບ້ານຊຽງດາ ເກີດຂຶ້ນ ນັບແຕ່ປີ 2012 ເປັນຕົ້ນມາ ຫລັງຈາກທີ່ ເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ເກົ່າ ໄດ້ເຊັນອະນຸມັດ ໃຫ້ບໍລິສັດ ນ້ຳທາກໍ່ສ້າງ ຂົວທາງ ຈຳກັດຜູ້ດຽວ ພັດທະນາທີ່ດິນ ໃນເຂດບ້ານດັ່ງກ່າວ. ໃນປີ 2014, ໄດ້ເກີດຂໍ້ຂັດແຍ່ງທີ່ດິນຂຶ້ນ ຍ້ອນບໍລິສັດ ຕ້ອງບຸກເບີກເນື້ອທີ່ດິນ ແລ້ວເປີດໃຫ້ ໂຄງການອື່ນໆ ມາປະມູນຊື້.

ໃນປີ 2018, ພະນັກງານ ຂອງບໍລິສັດ ນໍ້າທາ ຈໍານວນ 10 ຄົນ ພ້ອມດ້ວຍ ເຈົ້າໜ້າທີ່ ຕໍາຣວດຊຸດດໍາ 4 ຄົນໄດ້ໄປຂົ່ມຂູ່ ຍຶດເອົາທີ່ດິນ ຊາວບ້ານ ບ້ານນາຄວາຍໃຕ້, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມທັງນໍາລົດຈົກ ໄປບຸກເບີກ ເນື້ອດິນທີ່ເຮືອນ ຂອງປະຊາຊົນ ເພື່ອສ້າງຖະໜົນ ຜ່ານເຂດນັ້ນ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງດິນ ແລະ ໃນປີ 2019 ກໍເກີດຂໍ້ຂັດແຍ່ງ ທີ່ດິນຂຶ້ນ ຍ້ອນບໍລິສັດ ບຸກເບີກດິນ ເຮັດໂຄງການ ບ້ານຈັດສັນ.

ໃນ 2021, ບໍລິສັດດັ່ງກ່າວ ໄດ້ພາຄົນງານ ແລະ ເອົາລົດຈົກ ມາດຸດດິນ ແລະ ຍຶດໄຮ່, ດິນສວນ ແລະ ດິນເຮືອນ ຫຼາຍສິບເຮັກຕ້າ ຂອງປະຊາຊົນ ບ້ານຊຽງດາ, ແຕ່ຊາວບ້ານ ບໍ່ຍອມ. ສະນັ້ນ, ບໍລິສັດ ກໍພາກັນຢຸດເຊົາ ແລະ ຖອຍກັບໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.