ຊາວບ້ານ ຢ້ານດິນຖືກຍຶດ ຫາກບໍ່ມີໃບຕາດິນ

ສຸພັດຕາ
2024.12.09
ຊາວບ້ານ ຢ້ານດິນຖືກຍຶດ ຫາກບໍ່ມີໃບຕາດິນ ດິນຊາວບ້ານ ໃນເຂດຊົນນະບົດ ທີ່ພວກເຂົາເຈົ້າ ລ້ອມຮົ້ວໄວ້ ທີ່ແຂວງສະຫວັນນະເຂດ. (TS) ເດືອນພຶດສະພາ 2024
RFA

ຊາວບ້ານ ຈໍານວນຫຼາຍ ທີ່ຍັງບໍ່ມີ ໃບຕາດິນຂອບທອງ ພາກັນກັງວົນວ່າ ຈະຖືກໂຄງການພັດທະນາຕ່າງໆ ຍາດແຍ່ງທີ່ດິນ ໂດຍໄດ້ຮັບຄ່າຊົດເຊີຍ ທີ່ບໍ່ເໝາະສົມ, ໂດຍສະເພາະ ເມື່ອນັກລົງທຶນ ເຂົ້າມາເຮັດໂຄງການສໍາປະທານ ເປັນຕົ້ນ ປູກພືດ, ສ້າງໂຮງຈັກ-ໂຮງງານ ຫຼື ໂຄງການພັດທະນາ ຂອງລັດ ທີ່ອາດຍຶດທີ່ດິນ ທໍາມາຫາກິນ ຂອງປະຊາຊົນ ໂດຍບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ.

ທີ່ຜ່ານມາ ຢູ່ບ້ານມ່ວງ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ມີກໍລະນີ ຂັດແຍ່ງເລື່ອງທີ່ດິນ ກັບບໍລິສັດ ຮົງກົງ ທຽນຊີ ຈໍາກັດ ຂອງນັກລົງທຶນຈີນ ທີ່ຈະສໍາປະທານ ໂຄງການປູກໝາກຖົ່ວລຽນ ໃນພື້ນທີ່ປູກມັນຕົ້ນ ຂອງຊາວບ້ານ, ໂດຍດິນຈໍານວນໜຶ່ງ ຂອງຊາວບ້ານ ເປັນດິນ ທີ່ບໍ່ມີໃບຕາດິນ ແລະ ມີແຕ່ສິດນໍາໃຊ້ເທົ່ານັ້ນ ເຮັດໃຫ້ການຮຽກຮ້ອງ ຄ່າຊົດເຊີຍ ຍັງປະສົບຂໍ້ຫຍຸ້ງຍາກ ຍ້ອນພາກສ່ວນທີ່ກ່ຽວຂ້ອງ  ໄດ້ກໍານົດ ໃຫ້ດິນສ່ວນນັ້ນ ຕ້ອງມີກາເຟ ຫຼື ໝາກແໜ່ງ ເຖິງຈະໄດ້ເງິນຊົດເຊີຍ, ແຕ່ທີ່ຜ່ານມາ  ຊາວບ້ານຫຼາຍຄົນ ກໍ່ໄດ້ມ້າງສວນກາເຟ ແລະ ໝາກແໜ່ງ ເພື່ອປູກມັນຕົ້ນ ເກືອບໝົດແລ້ວ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານມ່ວງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວາ 2024 ນີ້ວ່າ:

“ບໍ່ມີເອກກະສານດອກ ເພາະວ່າ ເຂດເຂົາທໍາການຜະລິດ ມາແຕ່ພໍ່ແມ່ເດ້. ບາງຄົນຫັ້ນນ່າ ເຂົາກໍຢູ່ຫັ້ນເລີຍ ຈົນໃຫຍ່ມາຫັ້ນ ໃບຕາດິນຫັ້ນ ບໍ່ມີດອກ ຢູ່ແນວນີ້, ມີແຕ່ໃບສິດນໍາໃຊ້, ຫັ້ນນ່າ. ສິດນໍາໃຊ້ ຄືຈັ່ງຊັ້ນ ລະແມ່ນບໍ່ໄດ້ ຕາມເພິ່ນແຈ້ງຫັ້ນນ່າ. ທີ່ໄດ້ ຕ້ອງມີຫຼັກຖານເດ້ ໃຫ້ມັນຍັງ ເປັນສວນກາເຟ, ໝາກແໜ່ງ ເຖິງຈະໄດ້. ເພິ່ນບໍ່ອອກໃຫ້ ເຮົາສະເໜີ ກໍບໍ່ອອກໃຫ້, ແຕ່ກ່ອນຫັ້ນນ່າ.”

ນອກນີ້, ຍັງມີຂໍ້ຂັດແຍ່ງທີ່ດິນ ຂອງຊາວບ້ານ ຢູ່ເຂດບ້ານໄຊດອນໂຂງ ແລະ ບ້ານໜອງຫິນ ກັບບໍລິສັດ ສີຊີນ ພັດທະນາກະສິກຳ ຈໍາກັດຜູ້ດຽວ ຂອງນັກລົງທຶນຈີນ, ເຊິ່ງຢູ່ໃນຄຸ້ມດຽວກັນ ກັບບ້ານໜອງມ່ວງ  ແລະ ບ້ານມັດກາ ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ສັ່ງໂຈະ ການອອກໃບຕາດິນ ໃນເຂດດັ່ງກ່າວນີ້ ທັງໝົດ.

ສ່ວນຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ຊາວບ້ານ ໄດ້ຮັບຜົນກະທົບ ຈາກໂຄງການ ໂລຈິສຕິກ ພາຣກ໌ ຂອງບໍລິສັດ ວຽງຈັນ ໂລຈິສຕິກ ພາຣ໌ກ ຈຳກັດ ທີ່ເປັນສ່ວນໜຶ່ງ ຂອງໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ນະຄອນຫຼວງວຽງຈັນ ກໍຍັງມີຊາວບ້ານ ອີກຫຼາຍຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການ ຍ້ອນສ່ວນໜຶ່ງ ຊາວບ້ານບໍ່ມີໃບຕາດິນ, ມີພຽງສິດນໍາໃຊ້ຊື່ໆ. ດັ່ງຊາວບ້ານ ຢູ່ຊຽງດາ ທ່ານໜຶ່ງ ກ່າວວ່າ:

“ໄດ້ (ສິດ) ນໍາໃຊ້ ເຂົາຈັດສັນຂາຍແລ້ວ, ເຮົາກໍມາ ກໍຄິດວ່າ ຖືກຕ້ອງຕາມນັ້ນ ແລ້ວກໍຄື ບໍ່ຖືກອີ່ຫຍັງແລ້ວຊີ້ນ່າ. ຈ່າຍດິນຄົບແລ້ວ ຊິເຮັດໃບຂອບທອງໃຫ້, ແລ້ວບາດນີ້ ມັນຖືກໂຄງການມາ ແລ້ວພວກຈັດສັນດິນ ກໍບໍ່ເຫັນມາເລີຍ.”

ຄັນຖ້າຊາວບ້ານ ທີ່ມີໃບນໍາໃຊ້ທີ່ດິນ ຢາກຍື່ນຂໍໃບຕາດິນຂອບທອງ ຈາກລັດ ກໍຕ້ອງມີການສໍາຫຼວດກ່ອນວ່າ ດິນບໍລິເວນນັ້ນ ກວມຢູ່ໃນໂຄງການ ຂອງລັດ ຫຼື ໂຄງການສໍາປະທານອື່ນໆບໍ່. ຫາກເປັນໂຄງການໃຫຍ່ ກໍອາດບໍ່ມີ ການອອກໃບຕາດິນຂອບທອງ ໃຫ້.

ການທີ່ໄດ້ໃບຕາດິນຂອບທອງ ເປັນໂຕຢັ້ງຢືນວ່າ ຫາກມີໂຄງການ ມາຖືກດິນປະຊາຊົນ  ປະຊາຊົນ ຈະໄດ້ຮັບຄ່າຊົດເຊີຍ ຢ່າງເປັນທໍາ ແລະ ເໝາະສົມ. ໃນຂະນະທີ່ ໃບນໍາໃຊ້ທີ່ດິນນັ້ນ, ອາດໄດ້ພຽງຄ່າໂຍກຍ້າຍ ແລະ ຄ່າສິ່ງປຸກສ້າງເທົ່ານັ້ນ. ດັ່ງນາຍໜ້າ ຮັບແລ່ນໃບຕາດິນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ບໍລິເວນນັ້ນ ມັນນອນຢູ່ໃນໂຄງການ ຂອງລັດບໍ, ໂຄງການໃຫຍ່ບໍ່? ຄັນແມ່ນໂຄງການໃຫຍ່, ມັນຍັງບໍ່ມີສິດເຮັດກໍ່ສ້າງ ເຂົາບໍ່ອອກໃຫ້ເຮົາເດັດຂາດ. ເຂົາມີແຕ່ໃຫ້ເຮົາ ຢູ່ໄປຕະຫຼອດ ເຮົາມີດິນໃບຂອບທອງຢູ່ແລ້ວ ໂຄງການລັດ ເຂົ້າມາກວມເອົາຕິດເຮົາ ຂະເຈົ້າກໍຈ່າຍເຕັມໃຫ້ເຮົາ ທັງຄ່າປຸກສ້າງ, ຄ່ານັ້ນຄ່ານີ້  ເຂົາກໍໄລ່ໃຫ້ເບິດຫັ້ນແຫຼະ, ຄ່າຕົ້ນໝອກ ຕົ້ນໄມ້, ຄ່າເຮືອນຄ່າຫຍັງ.”

ນັບແຕ່ປີ 2021 ຮອດເດືອນກັນຍາ 2024 ສາມາດຂຶ້ນທະບຽນ ອອກໃບຕາດິນ ໄດ້ປະມານ 540,000 ກວ່າຕອນ, ອີງຕາມຄໍາເວົ້າ ຂອງທ່ານນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ທີ່ກ່າວຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 26 ພະຈິກ 2024 ວ່າ:

“ນັບແຕ່ ປີ 2021 ຮອດເດືອນທັນວາ 2024 ສາມາດຂຶ້ນທະບຽນ ອອກໃບຕາດິນ ໄດ້ທັງໝົດ ປະມານ 540,000 ຕອນ ແລະ ຄາດຄະເນ ໝົດປີ 2024 ນີ້, ຈະສາມາດຂຶ້ນທະບຽນ ອອກໃບຕາດິນ ໄດ້ຢູ່ ປະມານ 220,000 ຕອນ ຍ້ອນວ່າ ໃນປີ 2024 ຕອນດິນ ໄດ້ມີການສໍາຫຼວດ ແລ້ວຈໍານວນໜຶ່ງ  90,000 ກວ່າຕອນ, ແຕ່ຍັງບໍ່ໄດ້ເຊັນ ໃບຕາດິນເທື່ອ.”

ທ່ານນາງ ບຸນຄໍາ ວໍລະຈິດ ຍັງກ່າວຕື່ມວ່າ ສໍາລັບຄາດໝາຍ ອອກໃບຕາດິນ ໃນປີ 2025 ຈໍານວນ 500,000 ຕອນ, ແມ່ນຄາດໝາຍເບື້ອງຕົ້ນ ທີ່ຈະໃຫ້ບັນລຸ ການອອກໃບຕາດິນ ທັງໝົດ ໃນທົ່ວປະເທດ ໃນຈໍານວນ 1,600,000 ຕອນ ໃນປີ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.