ຊາວບ້ານ ຂໍໃຫ້ທາງການ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກມີຂໍ້ຂັດແຍ່ງທີ່ດິນ
2025.02.03

ຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ຂໍຮຽກຮ້ອງໃຫ້ທາງການລາວ ລົງມາກວດກາ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຜູ້ດຽວ ເນື່ອງຈາກວ່າ ກ່ອນທີ່ບໍລິສັດດັ່ງກ່າວ ຈະເຂົ້າມາຂຸດຄົ້ນນີ້ ປະຊາຊົນ ກໍບໍ່ໄດ້ເຫັນດີ ຕັ້ງແຕ່ຕົ້ນແລ້ວ ເພາະພື້ນທີ່ການຂຸດຄົ້ນນັ້ນ ເປັນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າກິນ ຂອງປະຊາຊົນ ແລະ ເຂດທີ 2 ເປັນພື້ນທີ່ທໍາການຜະລິດ ຂອງປະຊາຊົນ ເປັນຕົ້ນແມ່ນ ນາ, ໄຮ່ ແລະ ສວນ, ເຊິ່ງທັງສອງຈຸດນີ້ ປະຊາຊົນ ແມ່ນບໍ່ມີຄວາມເຫັນດີ ເພາະວ່າ ຈະສ້າງຄວາມເສຍຫາຍ ໃຫ້ກັບທີ່ຢູ່ອາໄສ, ແຫຼ່ງນໍ້າກິນ ແລະ ບ່ອນທໍາການຜະລິດ ຂອງເຂົາເຈົ້າ ຮວມທັງ ເຈົ້າຂອງທີ່ດິນນາ ທີ່ຖືກຜົນກະທົບ ກໍຍັງບໍ່ຮູ້ວ່າ ຄ່າຊົດເຊີຍນັ້ນ ຈະມີຈິງແທ້ ຫຼືບໍ່ ແລະຈະໄດ້ຮັບໃນມື້ໃດ ກໍບໍ່ມີໃຜຮູ້.
ທີ່ຜ່ານມາ, ປະຊາຊົນ ໄດ້ພາກັນເມືອຫ້າມບໍລິສັດ ໃຫ້ຢຸດເຊົາການຂຸດຄົ້ນ 3 ຄັ້ງແລ້ວ, ແຕ່ກໍບໍ່ເຊົາ ທາງປະຊາຊົນ ຈຶ່ງໄດ້ຮ້ອງຮຽນ ໄປຍັງສະພາປະຊາຊົນ ແຂວງຫົວພັນ ຕັ້ງແຕ່ວັນທີ 13 ເດືອນພະຈິກ ປີ 2024 ໃຫ້ລົງມາແກ້ໄຂ ແຕ່ມາເຖິງປັດຈຸບັນ ກໍບໍ່ມີການແກ້ໄຂແນວໃດເທື່ອ ບໍລິສັດດັ່ງກ່າວ ກໍຍັງດໍາເນີນການຂຸດຄົ້ນຢູ່, ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ທີ່ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມັງກອນ 2025 ວ່າ:
“ມື້ວັນທີ 28 ເນາະ (ມັງກອນ 2025) ມີບໍ່ແຮ່ແຂວງ, ບໍ່ແຮ່ເມືອງ ລົງມາກະຄືເກົ່າຫັ້ນແຫຼະ ລູກເອີ່ຍ ຄືແຕ່ລະຄາບ ແຕ່ລະຊຸດຂະເຈົ້າລົງມາຫັ້ນແຫຼະ ຄືເກົ່າ ບໍ່ມີຫຍັງດອກ ວ່າຊິຊ່ວຍປະຊາຊົນ ໄດ້ຫັ້ນນ່າ ມີແຕ່ຊຸກຍູ້ໃຫ້ປະຊາຊົນ ໃຫ້ພວກບໍລິສັດ ເຂົາເຈົ້າເຮັດຕໍ່ໄປຫັ້ນແຫຼະ.”
ຊາວບ້ານຜູ້ນີ້ ຍັງເວົ້າເຖິງສາເຫດ ທີ່ບໍລິສັດຍັງສືບຕໍ່ຂຸດຄົ້ນ ນັ້ນຢູ່ ໃຫ້ຟັງວ່າ:
“ຕອນນີ້ນັ້ນນ່າ ທາງແຂວງທາງເມືອງ ກໍບໍ່ຢຸດໄດ້ ມີແຕ່ໃຫ້ເຂົາເຈົ້າດໍາເນີນຕໍ່ເນາະ ບໍ່ຢຸດໄດ້ ຍ້ອນເຫດຜົນໂຕໃດ ເຂົາເຈົ້າວ່າ ລັດຖະບານ ເຂົາເຈົ້າເຊັນລົງມາ ເຂົາເຈົ້າວ່າຫັ້ນນ່າ ດຽວນີ້ ຂະເຈົ້າວ່່າຫັ້ນເນາະ ທາງແຂວງກະບໍ່ຮັບຮູ້, ທາງບ້ານກະບໍ່ຮັບຮູ້, ເມືອງກະບໍ່ຮັບຮູ້ ອັນບໍ່ໂຕນີ້ຫັ້ນນ່າ ມີແຕ່ວ່າ ລັດຖະບານເຊັນມາໂດຍກົງ ໃຫ້ເຂົາເຈົ້າເຮັດ ເຂົາເຈົ້າເວົ້າແນວນີ້ນ່າ.”
ຂະນະທີ່ ຊາວບ້ານ ອີກຄົນໜຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ໃນມື້ວັນທີ 28 ເດືອນມັງກອນ ທີ່ຜ່ານມານີ້ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ມື້ດັ່ງກ່າວ ທາງປະຊາຊົນ ກໍສະເໜີໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ສ້າງບົດບັນທຶກໄວ້ ຫາກວ່າ ໃນອະນາຄົດຕໍ່ໜ້າ ມີຜົນກະທົບໃດໆເກີດຂຶ້ນມາ ແລ້ວຊາວບ້ານ ຈະທວງຖາມຄ່າຊົດເຊີຍ ຈາກພາກສ່ວນໃດ, ໜ່ວຍງານໃດ ແຕ່ທາງພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ຍອມເຮັດ.”
ເຖິງຢ່າງໃດກໍ່ຕາມ ຊາວບ້ານທີ່ໄດ້ຮັບຄວາມເດືອດຮ້ອນ ອີກຄົນໜຶ່ງ ກໍເວົ້າວ່າ ຢາກຂໍຝາກເຖິງ ທາງສູນກາງ ໃຫ້ລົງມາກວດກາເບິ່ງໂຕຈິງ ເພາະຢ້ານວ່າ ທາງເມືອງ ທາງແຂວງ ອາດຈະລາຍງານ ຕ່າງຈາກຄວາມເປັນຈິງ ທີ່ເກີດຂຶ້ນກັບປະຊາຊົນ:
“ດຽວນີ້ມີແຕ່ຖ້າຝົນຕົກ ມັນຈະລົງມາເລີຍດິນນ່າ ກະຢາກໃຫ້ຮຽກຮ້ອງ ໃຫ້ລັດຖະບານພຸ້ນແຫຼະ ລົງມາເຫັນໂຕຈິງເນາະ ແກ້ໄຂແນວໃດ ເພາະວ່າ ມັນໄດ້ຮັບຜົນກະທົບຫຼາຍເນາະ ດຽວນີ້ນ່າ.”
ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ແຈ້ງ ເລື່ອງຄວາມເດືອດຮ້ອນ ຂອງປະຊາຊົນ ຢູ່ບ້ານເມືອງປູນ ທີ່ມີຕໍ່ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດດັ່ງກ່າວນັ້ນ ໃຫ້ທາງກະຊວງພະລັງງານ ແລະບໍ່ແຮ່ ຮັບຊາບແລ້ວ ເຊິ່ງເຈົ້າໜ້າທີ່ທ່ານໜຶ່ງ ກໍໄດ້ແນະນໍາ ດັ່ງນີ້:
“ເອົາຈັ່ງຊີ້ສະ ໃຫ້ຂຽນເອກກະສານ ໜັງສື ເຂົ້າມາກະຊວງຊະ ຂຽນຫາກະຊວງເລີຍເດີ້ ເພື່ອຊິໄດ້ ມີຄວາມກະຈ່າງແຈ້ງນ່າ.”
ຢູ່ໃນກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ເມື່ອເດືອນພະຈິກ 2024 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ກ່າວ ວ່າ ມີມາດຕະການຫຼາຍຢ່າງ ທີ່ຈະແກ້ໄຂບັນຫາ ທີ່ເກີດຈາກການຂຸດຄົ້ນແຮ່ທາດ ໃນລາວ:
“ເພື່ອແກ້ໄຂບັນຫາດັ່ງກ່າວ ຂ້າພະເຈົ້າ ຂໍຢໍ້າຄືນ ມາດຕະການ ທີ່ລັດຖະບານ ກໍາລັງສຸມໃສ່ປະຕິບັດ ໃນປັດຈຸບັນ ແລະຈະສືບຕໍ່ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໜຶ່ງແມ່ນຢຸດຕິເນາະ ສືບຕໍ່ຢຸດຕິ ການອະນຸມັດ ໂຄງການແຮ່ທາດ ແບບທົດລອງ, ອັນທີ່ສອງ ແມ່ນສໍາລັບໂຄງການ ທີ່ອະນຸມັດໃໜ່ ທີ່ມີເນື້ອທີ່ 3 ປະເພດປ່າ ເປັນຕົ້ນແມ່ນ ປ່າສະຫງວນ ແລະປ່າປ້ອງກັນ ທີ່ຍັງມີປ່າໄມ້ ອຸດົມສົມບູນ ແມ່ນຈະໄດ້ຕັດເນື້ອທີ່ ເຂດດັ່ງກ່າວນັ້ນອອກ ຈາກເຂດສໍາປະທານເນາະ ແລະບໍ່ໃຫ້ດໍາເນີນກິດຈະການ ທີ່ຈະສົ່ງຜົນກະທົບ ຕໍ່ປ່າໄມ້ດັ່ງກ່າວ ຢ່າງເດັດຂາດ.”
ບໍລິສັດ ວີໄອເອັມໄອຣອນ ມາຍນີ້ງ ຈໍາກັດ ຜູ້ດຽວ ຈະສໍາຫຼວດພື້ນທີ່ ໃນການຂຸດຄົ້ນແຮ່ທາດ ຢູ່ບ້ານເມືອງປູນ ເມືອງວຽງໄຊ ແຂວງຫົວພັນ ໃນເນື້ອທີ່ 40 ເຮັກຕ້າ ມີຢູ່ 2 ຈຸດ ຄື ຈຸດທີ່ 1 ຢູ່ເຂດປ່າສະຫງວນ ປ່າປ້ອງກັນແຫຼ່ງນໍ້າກິນ ເທິງບ້ານ ສ່ວນຈຸດທີ່ 2 ແມ່ນ ຈຸດເທິງນາ ຂອງຊາວບ້ານ ມີໄລຍະຫ່າງ ພຽງ 300 ແມັດ ໂຄງການດັ່ງກ່າວ ມີໄລຍະການສໍາປະທານ ປະມານ 8 ປີ.