ງົປມານຂາດ ຂົວ ບໍ່ແລ້ວ

0:00 / 0:00

ການກໍ່ສ້າງ ຂົວ ຂ້າມນ້ຳຂອງ ຣະຫວ່າງ ເມືອງປາກລາຍ ແຂວງ ໄຊຍະບຸຣີ ແລະ ບ້ານໂຄກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ດຳເນີນ ໄປ ແບບຊັກຊ້າ ຍ້ອນ ຣັຖບາລ ສປປລາວ ຂາດ ງົບປະມານ ແລະ ຈ່າຍເງິນໃຫ້ ບໍຣິສັດ ຮັບເໝົາ ກໍ່ສ້າງ ບໍ່ເປັນ ໄປຕາມ ກຳນົດ ເວລາ ເຮັດໃຫ້ ບໍຣິສັດ ກໍ່ສ້າງ ຂາດທຶນ ໝຸນວຽນ ເຖິງວ່າ ຂົວ ນັ້ນ ຈະກໍ່ສ້າງ ມາໄດ້ 3-4 ປີ ແລ້ວ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ໂຍທາ ແຂວງ ໄຊຍະບູຣີ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 20 ພຶສພາ 2016:

"ແຫ່ງທີ 3 ປາກລາຍ-ວຽງຈັນ ສ້າງບໍ່ແລ້ວເນາະ ເອີ ສາມສີ່ປີ ແລ້ວ ແຕ່ວ່າບໍ່ແລ້ວ ມີແຕ່ວ່າມັນ ກໍມີແຕ່ ບໍ່ພຽງພໍ ເວົ້າເຣຶ່ອງ ການຈັດຕັ້ງ ປະຕິບັດ ມັນຊັກຊ້າ".

ທ່ານ ເວົ້າຕື່ມວ່າ ຂົວແຫ່ງນີ້ ແມ່ນ ບໍຣິສັດ ວຽດນາມ ເປັນຜູ້ ຮັບເໝົາກໍ່ສ້າງ ແລະ ກໍ່ສ້າງໄປແລ້ວ ໄດ້ເກືອບ 80 ສ່ວນຮ້ອຍ ແຕ່ຍັງ ບໍ່ຮູ່ວ່າ ເມື່ອໃດ ຈະສ້າງ ສຳເຣັດ ແລະຈະເປີດໃຊ້.

ແຫຼ່ງຂ່າວ ທີ່ເຊື່ອຖືໄດ້ ເວົ້າວ່າ ຄວາມຫລ້າຊ້າ ໃນການ ສ້າງ ຂົວແຫ່ງນີ້ ມີມາໄດ້ 1 ປີ ແລ້ວ ຍ້ອນ ບໍຣິສັດ ຮັບເໝົາ ກໍ່ສ້າງ ບໍ່ມີທຶນ ໝູນວຽນ ພຽງພໍ ເພາະ ຣັຖບາລລາວ ບໍ່ມີ ງົບປະມານ ທີ່ ຈະຈ່າຍໃຫ້ ບໍຣິສັດ ໄດ້ ຕາມກຳນົດ, ເຮັດໃຫ້ ທາງ ບໍຣິສັດ ບໍ່ ສາມາດ ຈ້າງ ກັມກອນ ໄດ້ຕາມ ຈຳນວນ ທີ່ ຕ້ອງການ ແລະ ທີ່ຜ່ານມາ ນັກວິຊາການ ພາກ ສະໜາມ ຫຼາຍຄົນບໍ່ ໄດ້ຮັບເງິນ ຄ່າແຮງງານ ເຖິງ 6 ເດືອນ, ອັນເປັນເຫດ ໃຫ້ ການກໍ່ສ້າງ ຂົວ ນັ້ນ ດຳເນີນ ໄປບໍ່ເປັນ ປົກກະຕິ.

ຂົວ ປາກລາຍ-ໂຄກເຂົ້າດໍ ແຫ່ງນີ້ ມີມູນຄ່າ ການກໍ່ສ້າງ 189 ຕື້ກີບ, ຣັຖບາລ ສປປລາວ ໄດ້ຮັບທຶນ ຊ່ວຍເຫລືອ ຈາກ ຣັຖບາລ ປະເທສ ຮອນແລນ ປະມານ 28 ຕື້ ກີບ.