ສໍ້ເລັກໂກງນ້ອຍ ຮອດ ສໍ້ຣາສບັງຫຼວງ ແກ້ບໍ່ຕົກ

ອຸ່ນເກ້ວ ສຸກສະຫວັນ
2020.12.11
ສໍ້ເລັກໂກງນ້ອຍ ຮອດ ສໍ້ຣາສບັງຫຼວງ ແກ້ບໍ່ຕົກ ການປະຕິບັດງານກວດເອກສານ ປະຈໍາຍວດຍານພາຫະນະ ໃຫ້ຖືກຕ້ອງຕາມກົດຣະບຽບ ຂອງເຈົ້າໜ້າທີ່ ຕໍາຣວດຈະຣາຈອນ
ພາບປະກອບ: ນັກຂ່າວພົລເມືອງ

ໃນໂອກາດວັນຕ້ານ ການສໍ້ຣາດບັງຫຼວງ ສາກົນ, ວັນທີ 9 ທັນວາ, ຄົນລາວຫຼາຍຄົນເຫັນວ່າ ຍັງມີເຈົ້າໜ້າທີ່ບາງກຸ່ມສວຍໂອກາດ ສໍ້ຣາດບັງຫຼວງ ດ້ວຍຫຼາຍຮູບແບບ ແລະ ຍັງເປັນ ບັນຫາທີ່ແກ້ໄຂບໍ່ຕົກ. ຊາວລາວທ່ານນຶ່ງ ທີ່ເຄີຍເສັຍເງິນໃຫ້ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ເວົ້າຕໍ່ ເອເຊັຽ ເສຣີ ໃນວັນທີ 11 ທັນວາ ນີ້ວ່າ:

"ຄັນສົມມຸດຕຳຣວດ ເຮົາກະບໍ່ຢາກໃຫ້ຂະເຈົ້າຖາມຫຼາຍ ກະເອົາ [ເງິນ] ໃບ 20 ພັນ ໃຫ້, ເອົາຊຸກຍູ້ອ້າຍນ້ອງເດີ້; ລະກະແລ້ວ ກະຊິວ່າ ສໍ້ໂກງກະວ່າແມ່ນ ບໍ່ສໍ້ກະວ່າແມ່ນ, ພວກເຮົາ ກະເພື່ອຄວາມສະດວກສະບາຍ ຫັ້ນນ່າ, ຄັນຂະເຈົ້າກວດແລ້ວ, ຂະເຈົ້າ ຖາມຫຼາຍຢ່າງ ຖາມໃບອະນຸຍາດແລ່ນຣົດ, ຖາມໂອ້! ຫຼາຍຢ່າງ."

ທ່ານກ່າວຕື່ມວ່າ, ທີ່ຜ່ານມາ ເຄີຍຖືກເຈົ້າໜ້າທີ່ຕຳຣວດຈະຣາຈອນ ກັກລົດ ແລະ ມີການປັບໃໝ ແບບບໍ່ອອກໃບບິນຮັບເງິນໃຫ້, ທັ້ງໆທີ່ຕົນເອງ ກໍຍັງສົງໄສວ່າ ເຮັດຫຍັງຜິດ ເມືອເປັນດັ່ງນັ້ນ, ໃນເທື່ອຕໍ່ໆໄປ ເວລາຂັບຣົດຜ່ານດ່ານຈະຣາຈອນ ຕົນກໍຈະເປັນ ຝ່າຍຍື່ນເງິນໃຫ້ກ່ອນຕລອດ ເພື່ອປ້ອງການການຖືກເຈົ້າໜ້າທີ່ ສວຍໂດກາດຮີດໄຖຈຳນວນຫຼາຍ.

ນອກຈາກນີ້ ການຈ້າງເຂົ້າເຮັດວຽກ ຍັງປະກົດມີຢູ່; ການສອບເສັງຂອງຄຣູອາສາ ເພື່ອບັນຈຸເຂົ້າເປັນຣັຖກອນ ກໍຍັງມີການຮັບ ເງິນກ້ອງໂຕະ ຊຶ່ງຜູ້ສອບທີ່ພໍມີເງິນແດ່ ກໍຕ້ອງໄດ້ ຈ່າຍເງິນໃຫ້ເຈົ້າໜ້າທີ່ ຜູ້ທີ່ຄັດເລືອກເອົາຄູອາສາ ເປັນຣັຖກອນ. ຊາວລາວ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເອີ! ປີກກາຍນີ້ໄດ້ຍິນເຂົາວ່າຢູ່ວ່າ, ເສັຍ 15 ລ້ານ ວ່າຊີ້, ຜູ້ທີ່ໄດ້ຫັ້ນ ຄັນບໍ່ເສັຍແບບນີ້ ແລ້ວບໍ່ໄດ້ຈັກເທື່ອແຫຼະ ໝັ້ນໃນບ່ອນໃດ ໝັ້ນໃຈບ່ອນວ່າ ຜູ້ເສັງນຳກັນ ລາວກະຍັງ ວ່າລາວ ບໍ່ໄດ້ ເອກສານກະມີ ຖິ້ມຢູ່ໃສໝົດ ສຸດທ້າຍແລ້ວ ມາວ່າໄດ້ຊີ້ນະ, ລາວຮູ້ຈັກ ຄົນຂັ້ນເທິງເດ້."

ນອກຈາກນີ້ ພວກຊາວຄ້າຂາຍ ທີ່ຈະຍ້າຍເຂົ້າໄປຂາຍເຄື່ອງຢູ່ຕລາດແຫ່ງໃໝ່ ຕ້ອງໄດ້ເສັຍເງິນໃຫ້ພາກສ່ວນ ທີ່ຮັບຜິດຊອບ, ເພື່ອໃຫ້ໄດ້ຮ້ານທີ່ ຕັ້ງຢູ່ບ່ອນທີ່ເໝາະສົມ ແລະ ບາງກໍຣະນີ ພວກແມ່ຄ້າຢູ່ພາຍນອກ ກໍມາຈອງກ່ອນ ເພາະເຂົາຈ່າຍເງິນໃຫ້ ເຈົ້າໜ້າທີ່ກ່ອນ. ແມ່ຄ້າຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ລ້ານເປີເຊັນເລີຍ; ທຸກຄົນຮູ້ດີ, ຄໍຣັບຊັ້ນນີ້ແຫຼະມັນຈຶ່ງເກີດຂຶ້ນນະ, ຂນາດໄປອັນນັ້ນຮ້ານຊື່ ທີ່ເຂົາເອົາໃຫ້ຊັ້ນ 3 ນະ, ກໍຍັງມີການ ຄໍຣັບຊັ້ນ ກັນແບບວ່າ ຄືສົມມຸດຄົນນອກເນາະ ເຂົາຍັດເງິນໃຫ້ ເປັນຫຍັງຮ້ານຂອງຄົນ ທີ່ຕຶກເຮົານີ້ນະ ເປັນຫຍັງບໍ່ໄດ້ ກໍຍ້ອນວ່າ ຄົນນອກຫັ້ນ ນະເຂົາເອົາເງິນຊື້ກັນ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາ ອົງການກວດກາ ພັກ-ຮັຖ ແລະ ກົມກວດກາຕ້ານການສໍ້ຣາດບັງຫຼວງ ເພື່ອຖາມກ່ຽວກັບ ບົດສລຸບການ ແກ້ໄຂບັນຫາສໍ້ຣາດບັງຫຼວງ ໃນລາວ ປະຈຳປີ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສຳພາດ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການລາວທ່ານນຶ່ງ, ຜູ້ບໍ່ປະສົງອອກຊື່ ໄດ້ກ່າວວ່າ, ປີນີ້ທາງການລາວ ມີການແກ້ໄຂບັນຫາ ການສໍ້ຣາດບັງຫຼວງໄດ້ດີຢູ່, ແຕ່ບໍ່ໄດ້ຣາຍງານ ຈຳນວນພະນັກງານ ທີ່ຖືກລົງໂທດ:

"ກ່ຽວແກ່ ກັບບັນຫາ ຄໍຣັບຊັ້ນ ນີ້ເນາະ, ກະມີຢູ່ແຕ່ຫາກບໍ່ຫຼາຍດອກເນາະ, ເພາະວ່າ ລາວເຮົາມັນກະປະເທດນ້ອຍ, ມັນກະ ບໍ່ມີຫຼາຍ, ຄັນວ່າຜົນເສັຍ ມັນກະເສັຍຫຼາຍຫັ້ນແຫຼະເນາະ ແນວສໍ້ຣາດບັງຫຼວງ ກະເສັຍຊັບຊອງຣັຖ ຫັ້ນແຫຼະ."

ອົງການກວດກາ ພັກ-ຣັຖ ໄດ້ເປີດເຜີຍວ່າ ໃນປີ 2019 ມີເຈົ້າໜ້າທີ່ຣັຖ ປະມານ 700 ຄົນ ຖືກລົງວິໄນ ໃນຄວາມຜິດສໍ້ຣາດ ບັງຫຼວງ ໃນນັ້ນຖືກໄລ່ອອກ 400 ຄົນ.

ຄວາມເສັຍຫາຍຈາກການສ້ຳຣາດບັງຫຼວງ ຄິດເປັນມູນຄ່າ ຫຼາຍກວ່າ 1 ພັນຕື້ກີບ, 10 ລ້ານໂດລາ, 24 ລ້ານບາດ, ແຕ່ຣັຖບານ ສາມາດເກັບຄືນມາໄດ້ພຽງແຕ່ 35 ຕື້ກີບ, 2 ແສນ ໂດລາ ແລະ 10 ລ້ານບາດ.

ໃນປີ 2019 ອົງການຄວາມໂປ່ງໄສ ສາກົນ ຫຼື Transparency ໄດ້ຈັດໃຫ້ ສປປ ລາວ ຢູ່ອັນດັບທີ 130 ຂອງປະເທດ ທີ່ມີການ ສໍ້ຣາດບັງຫຼວງ ຫຼາຍທີ່ສຸດໃນໂລກ ຈາກທັງໝົດ 198 ປະເທດ ສ່ວນວ່າປີ 2018 ປະເທດລາວ ຢູ່ໃນອັນດັບ 132. ປະເທດໃດ ທີ່ຖືກຈັດອັນທີຫຼາຍເທົ່າໃດ ຖືວ່າ ການສໍ້ຣາສ-ບັງຫຼວງ ໃນປະເທດກໍຫຼາຍເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.