ຜູ້ນຳພັກປະຊາຊົນປະຕິວັດລາວ ຕັ້ງເປົ້າໝາຍເອົາໄວ້ ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກເມື່ອເດືອນມິນາ 2006 ນັ້ນວ່າ ໜ້າທີ່ຕົ້ນຕໍ ຂອງແຜນພັທນາເສຖກິດ-ສັງຄົມ ສໍາລັບຣະຍະ 2006-2010 ແມ່ນແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ ໂດຍພື້ນຖານໃນປີ 2010 ແລະສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພາປະເທສຊາດຫລຸດພົ້ນ ອອກຈາກຄວາມດ້ອຍພັທນາ ໃຫ້ໄດ້ໃນປີ 2020.
ແລະໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ໃນເດືອນມົກກະຣາ 2016 ທີ່ຫາກໍຜ່ານມານີ້ກໍໄດ້ກໍານົດໄວ້ວ່າ ເມື່ອຮອດປີ 2020 ຈະສາມາດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ປະເທສລາວຈະຫລຸດພົ້ນອອກຈາກ ຄວາມດ້ອຍພັທນາໂດຍມີ ລວມຍອດມູນຄ່າຜລິຕພັນ ພາຍໃນ ສເລັ່ຍຕໍ່ຫົວຄົນ ໃຫ້ບັນລຸປະມານ 3,190 ໂດລາ ສະຫະຣັຖ.
ພ້ອມກັນນັ້ນກໍຍັງເວົ້າວ່າຮອດປີ 2015 ຊຶ່ງມີພົລເມືອງ 6,490,000 ຄົນ, ອັດຕຣາສ່ວນຄອບຄົວທຸກຍາກ ຍັງເຫລືອບໍ່ເກີນ 10% ຂອງ ຈໍານວນຄອບຄົວໃນທົ່ວປະເທສ. ແລະຫລັງໆມານີ້ກໍວ່າຍັງເຫລືອພຽງ 6.59%. ແຕ່ເພື່ອບັນລຸເປົ້າໝາຍຍຸທສາດ ທີ່ວ່ານັ້ນ, ທາງການລາວ ໄດ້ເອົາໃຈໃສ່ໃຫ້ຈັດຕັ້ງ ປະຕິບັດວຽກງານສາມສ້າງຢູ່ 52 ເມືອງ ແລະ 109 ບ້ານເປົ້າໝາຍທົດລອງພຽງແຕ່ ເມື່ອສາມປີປາຍ ທີ່ຜ່ານມານີ້ ແລະການວາງມາດຕະຖານ ຄວາມທຸກຍາກ ແລະມາດຕະຖານການພັທນາ ກໍຫາມີຂຶ້ນ ໃນປີ 2013 ຄືດໍາຣັຖເລກທີ 309 ທີ່ຖືກປ່ຽນແທນ ໂດຍດໍາຣັຖວ່າດ້ວຍ ມາດຕະຖານພົ້ນທຸກ ແລະມາດຕະຖານ ການພັທນາເລກທີ 348 ປີ 2017 ທີ່ຫາກໍຜ່ານມານີ້.
ຈຸດປະສົງຂອງການອອກດໍາຣັຖທີ່ວ່ານັ້ນ ກໍເພື່ອເປັນພື້ນຖານໃຫ້ແກ່ ການກໍານົດເປົ້າໝາຍ ແກ້ໄຂຄວາມທຸກຍາກ, ຕາມມະຕິກອງປະຊຸມ ໃຫຍ່ຂອງພັກ ດັ່ງທີ່ກໍານົດໄວ້ຢູ່ໃນມາດຕຣາ 1 ແລະມາດຕຣາ 2 ບົ່ງເຖິງການກໍານົດເງື່ອນໄຂພື້ນຖານທາງດ້ານ ເສຖກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ, ເມືອງ, ທີ່ທຸກຍາກ ແລະເງື່ອນໄຂທີ່ມີລັກສນະຮອບດ້ານ ເພື່ອວັດແທກຜົລສໍາເຣັດ ຂອງການສ້າງຄອບຄົວ, ບ້ານພັທນາ, ບ້ານໃຫຍ່ເປັນຕົວເມືອງ ໃນຊົນນະບົດ ແລະເມືອງເຂັ້ມແຂງຮອບດ້ານ ຊຶ່ງຫຼາຍຄົນ ເວົ້າວ່າເປັນການກໍານົດແບບຄຸມເຄືອ ຄິດໄລ່ເອົາຕາມໃຈ ບໍ່ວ່າຈະແມ່ນມາດຕະຖານ ຄອບຄົວພົ້ນທຸກ ທີ່ທາງການ ສປປລາວ ກໍານົດເງື່ອນໄຂເອົາໄວ້ ໃນມາດຕຣາ 4 ວ່າມີ 6 ຂໍ້ຄື:
ຄອບຄົວມີທີ່ຢູ່ອາສັຍແໜ້ນໜາ ມີຊັພສິນ ແລະເຄື່ອງໃຊ້ຕ່າງໆ ມີແຮງງານແລະມີອາຊີບ ຫລືແຫລ່ງຣາຍຮັບໝັ້ນຄົງ ສະມາຊິກໃນຄອບຄົວ ໃນເກນອາຍຸ ໄດ້ຮັບການສຶກສາ ໃນຣະດັບມັທຍົມຕົ້ນ, ມີນໍ້າສະອາດ ແລະພລັງງານໝັ້ນຄົງ ແລະເຂົ້າເຖິງ ການບໍຣິການ ສາທາຣະນະ ຂັ້ນພື້ນຖານ ຫລືຈະແມ່ນການກໍານົດ ມາດຕະຖານ ຄອບຄົວພັທນາ ຊຶ່ງມາດຕຣາ 7 ບົ່ງເງື່ອນໄຂໄວ້ 5 ຂໍ້ຄື:
ມີຄວາມສາມັກຄີ ແລະມີຄວາມຕື່ນຕົວ, ເປັນເຈົ້າການໃນການສ້າງສາພັທນາ, ຕື່ນຕົວເປັນເຈົ້າການເຂົ້າຮ່ວມ ແລະປະກອບສ່ວນວຽກງານ ປ້ອງກັນຊາດ ປ້ອງກັນຄວາມສງົບ, ບັນລຸເງື່ອນໄຂດ້ານວັທນະທັມ-ສັງຄົມ, ເປັນເຈົ້າການຄຸ້ມຄອງປົກປັກຮັກສາ ແລະນໍາໃຊ້ຊັພຍາກອນ ທັມຊາດແລະສິ່ງແວດລ້ອມ ຢ່າງມີປະສິດທິຜົລແລະຍືນຍົງ, ພົ້ນທຸກ ແລະມີແຫລ່ງຣາຍຮັບໝັ້ນຄົງ.
ກ່ຽວກັບຄວາມເປັນໄປໄດ້ ຕາມແຜນທີ່ທາງການລາວວາງໄວ ຄືຫລຸດພົ້ນອອກ ຈາກຄວາມທຸກຍາກ ແລະຈາກການເປັນປະເທສດ້ອຍພັທນາ ໃນປີ 2020 ນັ້ນ ຕາມຄໍາເວົ້າຂອງຊາວລາວ ຢູ່ພາຍໃນປະເທສ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ມົກກະຣາ ນີ້ວ່າ ອາດຈະບັນລຸໄດ້ ພຽງເຄິ່ງດຽວເທົ່ານັ້ນ:
"ຄວາມເປັນໄປໄດ້ກະແມ່ນວ່າເປັນໄປໄດ້ຕາມແຜນຂອງພັກ-ຣັຖບາລເພິ່ນ ແຕ່ວ່າຄວາມເປັນຈິງແລ້ວຫັ້ນນະ ເຮົາຈະເຍືອງໃສ່ ສະພາບ ຄວາມເປັນຈິງຢູ່ປະເທສລາວ ຢູ່ບ້ານເຮົານີ້ ນໍຄືເວົ້າງ່າຍໆວ່າເຂດຊົນບົດນີ້ ກວມເອົາສອງສ່ວນສາມຂອງທົ່ວ ປະເທສ ແລະປະຊາກອນກໍ 70% ກະຍັງເປັນຊາວໄຮ່ຊາວນາ ເປັນຜູ້ທີ່ທຸກຍາກ ໃນເຂດຊົນນະບົດ ສິເວົ້າແຫລະ ຕາມແຜນຄາດຄະເນ ຂອງເພີ່ນຫັ້ນ ປີ 2020 ນໍກໍຄືອີກສອງປີ ຕໍ່ໜ້ານີ້ແຫລະ ແລະຈະບັນລຸຈາກຄວາມທຸກຍາກ ແລະກະສິໃຫ້ຫລຸດພົ້ນ ຈາກກຸ່ມປະເທສດ້ອຍພັທນາ ຫັ້ນນະ ບັນຫາ ທີ່ວ່າຫລຸດຜ່ອນ ຈາກຄວາມທຸກນີ້ ໂຕນີ້ເປັນໄປໄດ້ ຍາກຫຼາຍ ແຕ່ຖາມວ່າສິໄດ້ຊໍ່າໃດຫັ້ນ ກະເຄິ່ງນຶ່ງຂອງແຜນ ຕາມທີ່ເຮົາເບິ່ງຈາກ ສະພາບແວດລ້ອມຕົວຈິງ ຂ້າງນອກນີ້ຍັງໄດ້ຢູ່ ແຕ່ວ່າສິໃຫ້ບັນລຸໄດ້ 100% ນີ້ແມ່ນຍາກທີ່ສຸດ."
ທ່ານກ່າວຕື່ມອີກວ່າ ອັນທີ່ຈະເຮັດໃຫ້ບໍ່ໄດ້ຕາມເປົ້າໝາຍ ຂອງທາງການລາວນັ້ນ ທ່ານເວົ້າວ່າ ມັນມີປັດໃຈຫລາຍຢ່າງ ໃນການຕັດສິນວ່າ ປະຊາຊົນຢູ່ດີກິນດີ:
"ຄືເວົ້າໃຫ້ຟັງແຫລະ ປັດໃຈຫລາຍໆຢ່າງ ທີ່ເຮົາຈະຕັດສິນຄວາມຢູ່ດີກິນດີ ຂອງປະຊາຊົນ ອັນທີນຶ່ງເວົ້າເຣຶ່ອງການຄົມມະນາຄົມ ຄັນເວົ້າ ເຣຶ່ອງ ການຄົມມະນາຄົມ ເສັ້ນທາງທີ່ເພິ່ນປູຢາງແທ້ໆ ນັ້ນມີບໍ່ຮອດ 45% ລະແມ່ນທົ່ວປະເທສ ສະແດງວ່າ ທີ່ເຫລືອນັ້ນປະມານ 60 ກວ່າເປີເຊັນ ກະຍັງເປັນເສັ້ນທາງແດງຢູ່ ໂຕນີ້ເວົ້າເຣຶ່ອງການຄົມມະນາຄົມ ນີ້ຍັງຍາກລໍາບາກຫລາຍ ຄືຫລາຍທ່ານອາຈເຫັນ ຍາມຝົນ ກະສິເຫັນຄລິບ ວີດິໂອຕ່າງໆຂອງແຕ່ລະໂຂງເຂດ ຫັ້ນນໍ ແລະອັນທີສອງມາ ເຮົາເວົ້າເຣຶ່ອງ ສາທາຣະນະສຸຂ ນໍ ອັນນີ້ກະເປັນສ່ວນນຶ່ງ ການເຂົ້າເຖິງທາງດ້ານ ສາທາຣະນະສຸຂນໍ ຫລືວ່າ ເດັກນ້ອຍເກີດຕາຍ ອັດຕຣາ ການຕາຍຂອງເດັກນ້ອຍກໍຍັງສູງ ຕາມອົງການອະນາມັຍ ໂລກ ຣາຍງານຫັ້ນກະດາຍ ແຫລະກະຂາດແຄນອາຫານ ຫລືວ່າການ ກິນອາຫານບໍ່ພຽງພໍ ກະຍັງມີຫລາຍ ໂຕນີ້ກະເປັນສ່ວນນຶ່ງ ທີ່ເຮັດ ໃຫ້ຄວາມທຸກຍາກ ກະຍັງບໍ່ບັນລຸຫັ້ນນະ ສິເວົ້າແລ້ວກະມັນມີຫຼາຍພາກສ່ວນນໍ ການສຶກສາກະເປັນສ່ວນນຶ່ງ ຢູ່ຊົນນະບົດຫ່າງໄກສອກຫຼີກ ຫລຸດລົງຫລາຍຄົນເຂົ້າທະບຽນຫລາຍ ແຕ່ຄົນເສັງເປິດປີ ກະບໍບັນລຸເປົ້າໝາຍ ກະມີຫຼາຍໂຕນີ້ນໍ ນໍ້າສະອາດນີ້ກະຄັນເວົ້າແລ້ວມັນກະຫຍຸ້ງ ບໍ່ທັນໄດ້ພຽງພໍນໍ ຢູ່ຫລາຍບ້ານ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ຫັ້ນນະ ນໍ້າສະອາດຫລືວ່າສຸຂອະນາມັຍ ໂຕນີ້ເປັນສ່ວນນຶ່ງ ທີ່ໄປນໍາ ກັນນໍ ເຄີຍອ່ານ ເອກກະສານຂອງສາທາຣະນະສຸຂ ເຂົາເຈົ້າຢູ່ ການເຂົ້າເຖິງສຸຂອະນາມັຍ ຫລືມີວິດຖ່າຍນີ້ ກະຍັງບໍ່ທັນໄດ້ ຮອດເທົ່າໃດ ຂໍອະພັຍ ອັນນີ້ຕົວເລກບໍ່ຈື່ ຄັນສິເວົ້າລວມໆແລ້ວຫັ້ນນະ ມັນບໍ່ບັນລຸ ເຮົາເບິ່ງຕາມຄວາມເປັນຈິງ ຫັ້ນມັນບໍ່ບັນລຸ ແຕ່ຖ້າຫາກວ່າ ຣັຖບາລ ສິປັບຕົວເລກ ໃຫ້ມັນບັນລຸ ມັນກະເປັນໄປໄດ້ນໍ ຄັນເວົ້າ ເຣຶ່ອງຕົວເລກແຫລະຍາກຫັ້ນນະ ແຕ່ຄວາມເປັນຈິງ ກະຄືຮູ້ຄືເຫັນຫັ້ນແຫລະ ບ້ານເຮົາມັນຍັງມີຫລາຍຢ່າງ ມີຫລາຍປັດໃຈ ທີ່ຈະເຮັດໃຫ້ຄວາມທຸກຍາກ ນີ້ມັນເຮັດງ່າຍ."
ໃນປີ 2018 ນີ້ ການລົງທຶນໃສ່ວຽກງານພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກແມ່ນມີພຽງ 1,264 ຕື້ກີບ. ໃນນັ້ນທຶນຈາກງົບປະມານ ພາຍໃນ ໄດ້ຈັດສັນເບື້ອງຕົ້ນພຽງ 160 ຕື້ກີບ. ຕາມແຜນການປີ 2018 ຂອງຣັຖບາລ ສປປລາວ ທີ່ນໍາເຂົ້າສເນີ ຕໍ່ກອງປະຊຸມເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ໃນການພັທນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໂດຍຈະລຶບລ້າງ ຄອບຄົວທຸກຍາກໃຫ້ໄດ້ 4,800 ປາຍຄອບຄົວ ໃຫ້ຍັງເຫຼືອ 66,000 ປາຍຄອບຄົວ ຫຼືເທົ່າກັບ ເກືອບ 5,7% ຂອງຈຳນວນຄອບຄົວ ທັງໝົດ ໃນທົ່ວປະເທດ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານ ໃຫ້ຍັງເຫຼືອປະມານ 1,300 ບ້ານ, ລຶບລ້າງເມືອງທຸກຍາກໃຫ້ໄດ້ 2 ເມືອງ ໃຫ້ຍັງເຫຼືອ 21 ເມືອງ.
ແຕ່ເຖິງຢ່າງໃດກໍຕາມ ຜູ້ນໍາພັກປະຊາຊົນປະຕິວັດລາວ ກໍກໍານົດໃຫ້ສຸມໃສ່ຄາດໝາຍໃຫຍ່ ໃຫ້ໄດ້ໃນການແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນ ແລະນຳພາປະເທສ ໃຫ້ຫລຸດພົ້ນຈາກຄວາມດ້ອຍພັທນາ ໃນປີ 2020 ໃຫ້ໄດ້ ຂະນະທີ່ຫລາຍຄົນ ເວົ້າວ່າ ຖ້າຄິດໄລ່ຕາມ ມາດຕະຖານພົ້ນທຸກ ແລະມາດຕະຖານພັທນາ ທີ່ເວົ້າແບບຄຸມເຄືອຂອງ ສປປລາວ ຊຶ່ງກໍານົດເອົາຕາມໃຈ ເປົ້າໝາຍທີ່ວ່ານັ້ນ ກໍເປັນໄປໄດ້, ແຕ່ຖ້າຄິດໄລ່ ຕາມຄວາມເປັນຈິງແທ້ໆນັ້ນ ແມ່ນບໍ່ມີທາງທີ່ຈະເປັນໄປໄດ້ ເຊັ່ນຕົວຢ່າງ ທາງການ ສປປລາວ ເວົ້າວ່າ ຢູ່ປະເທສລາວ ຍັງມີຄອບຄົວທຸກຍາກ 6.59% ຂອງຈໍານວນຄອບຄົວທັງໝົດ ໃນທົ່ວປະເທສ ໃນຂະນະທີ່ອົງການ ຈັດຕັ້ງສາກົນເວົ້າວ່າ ຍັງມີເຖິງ 20 ປາຍສ່ວນຮ້ອຍ ທີ່ຍັງທຸກຍາກ.