ທ່ານ ວິຣະພົນ ວີຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ຈະເລີ້ມຕົ້ນ ໃນເດືອນ ທັນວາ ປີ 2014. ທ່ານກ່າວວ່າ:
"ເລີ້ມສ້າງຂົວ ສ້າງທາງ ACCESS ROAD ມາແລ້ວ ທ້າຍປີ ເຮົາຈະປິດ COFFER DAM ແລ້ວ ຈະທຳການ ກໍ່ສ້າງ ຢູ່ໃນ ຮູສະໂຮງ ສັນຍາ ຊື້ຂາຍ ໄຟຟ້ານີ້ ເຈຣະຈາ ກັນແລ້ວ ແລ້ວ ກຳລັງຂໍ ອະນຸມັດ ຈາກ ຣັຖບານ ສັນຍາ ສຳປະທານ ເຈຣະຈາກັນ ແລ້ວແລ້ວ ໃຫ້ນັກ ກົດຫມາຍ ເຂົາເບີ່ງ ແລ້ວສັນຍາ ກູ້ເງິນຄົງ ຈະແລ້ວ ໃນເດືອນ 5".
ທ່ານກ່າວ ຕື່ມວ່າ ເຂື່ອນ ດອນສະໂຮງ ຈະດືງດູດ ເອົາການ ພັທນາ ຕ່າງໆ ເຂົ້າມາ ໃນຂົງເຂດ ທ້ອງຖີ່ນ ຫລາຍຂື້ນ ແລະ ຫມັ້ນໃຈວ່າ ຈະສົ່ງຜົລ ກະທົບ ຫນ້ອຍ ທີ່ສຸດ ກັບພື້ນທີ່ ໃນເຂດ ທ້ອງຖີ່ນ ຍ້ອນວ່າ ເຂື່ອນ ແຫ່ງນີ້ ເປັນເຂື່ອນ ນ້ຳໄຫລ ບໍ່ແມ່ນ ເຂື່ອນ ເກັບນ້ຳໃວ້.
ເຂື່ອນ ດອນສະໂຮງ ເປັນເຂື່ອນ ສ້າງຕັດ ຮູສະໂຮງ ບໍ່ແມ່ນຕັດ ລຳນ້ຳ ຂອງ ຈະມີ ກຳລັງ ຜລິດ ໄຟຟ້າ 260 ເມກາວັດ ມູນຄ່າການ ກໍ່ສ້າງ ປະມານ 700 ລ້ານໂດລາ ລົງທືນ ສ້າງໂດຍ ບໍຣິສັດ ເມກາເຟີສ ຂອງ ມາເລເຊັຽ ທ່ານ ວີຣະພົນ ເວົ້າວ່າ ໂຄງການ ເຂື່ອນ ດອນສະໂຮງ ເປັນໂຄງການ ສ້າງອາຊີບ ແລະ ນຳການ ພັທນາ ມາສູ່ ປະຊາຊົນ ທ້ອງຖີ່ນ ຈະເຮັດໃຫ້ ປະຊາຊົນ ທ້ອງຖີ່ນ ມີຊີວີດ ດີຂື້ນ ກວ່າເກົ່າ.