ຄໍາສັນຍາເຣື້ອງສ້າງເຂື່ອນຂອງ ລາວ

ຈໍາປາທອງ
2014-04-22
ອີແມວລ໌
ຄໍາເຫັນ
Share
ພິມ
ໝູ່ບ້ານໃນເຂດ ດອນສະໂຮງ ທີ່ຕ້ອງໄດ້ ໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ
ໝູ່ບ້ານໃນເຂດ ດອນສະໂຮງ ທີ່ຕ້ອງໄດ້ ໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ
RFA

 

ຕາມຄຳເວົ້າ ຂອງ ນັກປົກປ້ອງ ສິ່ງ ແວດລ້ອມ ວຽດນາມ ວ່າ ທາງການ ລາວ ສັນຍາວ່າ ຈະປຶກສາ ກັບນັກ ຊ່ຽວຊານ ກ່ອນ ຈະສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ.

ສປປລາວ ໃຫ້ຄໍາໝັ້ນ ສັນຍາ ວ່າຈະ ປຶກສາ ຫາລື ກັບ ບັນດາ ນັກຊ່ຽວຊານ ແລະ ຈະ ພິຈາຣະນາ ເຣື້ອງ ການສ້າງ ເຂື່ອນ ໄຟຟ້າ ໃສ່ ແມ່ນໍ້າຂອງ ໃນເຂດແດນ ຂອງຕົນ ໃນ ຂະນະທີ່ ຕັ້ງໃຈ ເອົາໄວ້ວ່າ ຈະສ້າງ ໃຫ້ໄດ້ ເຖິງ 11 ເຂື່ອນ ນັ້ນ.

ຄໍາໝັ້ນ ສັນຍາ ຂອງລາວ ທີ່ວ່ານີ້ ແມ່ນຄໍາເວົ້າ ຂອງ ທ່ານ Nguyen Viet Dung ຮອງຜູ້ ອໍານວຍການ ອົງການ ບໍ່ມີ ຜົລກໍາໄຣ ໃນການ ປົກປ້ອງ ແລະ ຮັກສາ ຣະບົບ ນິເວດ ແລະ ປັບປຸງ ສວັດດີພາບ ຂອງ ມະນຸດ PanNature. ກ່ຽວກັບ ເຣື້ອງນີ້ ທ່ານວ່າ ວຽດນາມ ຈໍາເປັນຕ້ອງ ໄດ້ ດໍາເນີນການ ຢ່າງຮີບດ່ວນ ເມື່ອມີ ໂອກາດ ຄືແນວນີ້. ຕາມຣາຍງານ ຂ່າວ VietnamNet Bridge.

ທ່ານ Nguyen Viet Dung ເຊື່ອວ່າ ສິ່ງຈໍາເປັນ ທີ່ຕ້ອງເຮັດ ໃນທັນທີ ທັນໃດ ນັ້ນ ຄືການ ສນອງ ຣາຍງານ ກ່ຽວກັບ ຜົລກະທົບ ທີ່ ອາຈເກີດຂຶ້ນ ຈາກ ເຂື່ອນ ໄຟຟ້າ ທີ່ສ້າງ ໃສ່ ແມ່ນໍ້າຂອງ ຕອນລຸ່ມ ຊຶ່ງເປັນ ຣາຍງານ ທີ່ ໜ້າເຊື່ອຖື ແລະ ມີຂໍ້ມູລ ອ້າງອີງນັ້ນ ໃຫ້ຝ່າຍລາວ ໄວເທົ່າທີ່ ຈະໄວໄດ້ ເພື່ອຊ່ວຍ ໃຫ້ ທາງການ ລາວ ສາມາດ ພິຈາຣະນາ ວ່າ ຈະສນັບ ສນູນ ຫລື ຄັດຄ້ານ ໂຄງການ ສ້າງເຂື່ອນ ໄຟຟ້າ ນັ້ນໄດ້ ຢ່າງ ເຕັມສ່ວນ.

ວຽດນາມ ໄດ້ສເນີ ທີ່ຈະ ຈັດຕັ້ງ ທິມງານ ຫລື ຄະນະ ຄົ້ນຄວ້າ ໂດຍມີ ຜູ້ຕາງໜ້າ ຈາກລາວ ແລະ ກັມພູຊາ ເຂົ້າຮ່ວມນໍາ ເພື່ອວິໄຈ ເບິ່ງ ຜົລກະທົບ ຈາກການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ສເນີໃຫ້ ລາວ ລໍຖ້າ ຜົລສລຸບ ການ ຄົ້ນຄວ້າ ນັ້ນກ່ອນ ຊຶ່ງຄາດວ່າ ຈະສໍາເຣັດ ໃນທ້າຍ ປີ 2015 ກ່ອນ ຈະຕັດສິນໃຈ ດໍາເນີນ ໂຄງການ ສ້າງເຂື່ອນ ຂອງ ຕົນຕໍ່ໄປ.

ຄໍາສເນີ ຂອງ ວຽດນາມ ທີ່ວ່ານີ້ ຫລາຍຝ່າຍ ຍັງສົງໄສ ຢູ່ວ່າ ຈະ ເປັນໄປໄດ້ ແນວໃດ ໃນເມື່ອ ທາງການລາວ ມີແຜນທີ່ ຈະສ້າງ ເຂື່ອນ ໄຟຟ້າ ໃສ່ແມ່ນໍ້າ ຫລາຍ ເຂື່ອນ ຢູ່ແລ້ວ ແລະ ຢູ່ໃນ ກອງປະຊຸມ ສຸດຍອດ ຂອງ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົລ ຄັ້ງທີ 2 ຊຶ່ງ ໄດ້ຈັດຂຶ້ນ ທີ່ ນະຄອນ ໂຮຈິມິນ ປະເທສ ວຽດນາມ ເມື່ອ ຕົ້ນເດືອນ ເມສາ 2014 ນີ້ 4 ປະເທສ ສະມາຊິກ ກໍມີແຕ່ ປຶກສາ ຫາລື ແລະ ຕົກລົງກັນ ແຕ່ ບັນຫາ ໃຫຍ່ໆ ບັນຫາ ຍຸທສາດ ໃນເຊີງ ນະໂຍບາຍ ບໍ່ໄດ້ເວົ້າ ສະເພາະ ເຈາະຈົງ ຫລື ລົງເລິກ ບັນຫາໃດ ແມ່ນແຕ່ ຢູ່ໃນ ກອງປະຊຸມ ວົງແຄບ ທີ່ ຫົວໜ້າ ແລະ ຕົວແທນ ຣັຖບາລ ຂອງ 4 ປະເທສ ລາວ, ວຽດນາມ, ກໍາພູຊາ ແລະ ໄທ ກໍຍັງມີ ແຕ່ປຶກສາ ຫາລື ກັນ ແບບລວມໆ ກ່ຽວກັບ ບົດບາດ ໜ້າທີ່ ຂອງ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົລ ໃນ ຍຸກໃໝ່ ທີ່ ກວມເອົາ ການສົ່ງເສີມ ການເຕີບໂຕ ສີຂຽວ ແລະ ການຄຸ້ມຄອງ ຊັພຍາກອນ ນໍ້າ ຂ້າມ ຊາຍແດນ, ເວົ້າເຖິງ ກາລະ ໂອກາດ ແລະ ສິ່ງທ້າທາຍ ຕໍ່ອ່າງ ແມ່ນໍ້າຂອງ ໃນການ ຮ່ວມມື ຢູ່ພາກພື້ນ ເພື່ອຊຸກຍູ້ ສົ່ງເສີມ ການນຳໃຊ້ ແລະ ພັທນາ ອ່າງ ແມ່ນ້ຳຂອງ ໃຫ້ມີ ຄວາມ ຍືນຍົງ ໃນສະພາບ ຂອງຄວາມ ຕ້ອງການ ການນຳໃຊ້ ຊັພຍາກອນ ທຳມະຊາດ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ, ການພັທນາ ແລະ ສະພາບ ປ່ຽນແປງ ຂອງ ດິນຟ້າ ອາກາດ.

ກອງປະຊຸມ ວົງແຄບ ຕີຣາຄາ ຄືນ ການຈັດຕັ້ງ ປະຕິບັດ ຖະແຫຼງການ ຫົວຫີນ ແລະ ຢັ້ງຢືນ ຄຳໝັ້ນ ສັນຍາ ຂອງ ບັນດາ ຫົວໜ້າ ຣັຖບານ 4 ປະເທດ ສະມາຊິກ ແມ່ນ້ຳຂອງ ສາກົນ ເພື່ອເພີ້ມ ທະວີ ການຮ່ວມມື ໃນການ ພັທນາ ອ່າງ ແມ່ນ້ຳຂອງ ໃຫ້ມີຄວາມ ຍືນຍົງ ແລະ ປຶກສາ ຫາລື ແຜນຍຸທສາດ ໃນຊຸມປີ ຕໍ່ໄປ ໂດຍສະເພາະ ຂົງເຂດ ບູຣິມະສິດ ທາງເລືອກ ທີ່ ດີທີ່ສຸດ ເພື່ອຊຸກຍູ້ ໃຫ້ ບັນດາ ປະເທດ ສະມາຊິກ ເປັນ ເຈົ້າ ກັມມະສິດ ຕົນເອງ ຢ່າງມີ ປະສິດທິພາບ ແລະ ມີ ປະສິດທິຜົນ ສູງ ແລະ ສ້າງການ ຮ່ວມມື ຣະດັບ ພາກພື້ນ ໃຫ້ມີ ຄວາມ ເຂັ້ມແຂງ ໃນການ ພັທນາ ອ່າງ ແມ່ນ້ຳຂອງ ແບບຍືນຍົງ ເປັນຕົ້ນ. ໂຄງການ ກໍ່ສ້າງ ເຂື່ອນ ໄຟຟ້າ, ການນຳໃຊ້ ນ້ຳ ເພື່ອເຮັດ ຊົລປະທານ, ການເດີນເຮືອ ແລະ ການຮັກສາ ສິ່ງທີ່ມີ ຊີວິດ ໃນນ້ຳ ແລະ ອື່ນໆ.

ໃນຖແລງການ ນະຄອນ ໂຮຈິມິນ ຂອງ ກອງປະຊຸມ ສຸດຍອດ 4 ປະເທດ ສະມາຊິກ ແມ່ນ້ຳຂອງ ສາກົນ ວ່າດ້ວຍ ນໍ້າ, ພະລັງງານ ແລະ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ຈາກການ ປ່ຽນແປງ ຂອງ ດິນຟ້າ ອາກາດ ໃນເຂດ ອ່າງ ແມ່ນໍ້າຂອງ ກໍມີແຕ່ໄດ້ ສລຸບ ຕີຣາຄາ ການຈັດຕັ້ງ ປະຕິບັດ ຖແລງການ ຫົວຫີນ ກໍຄື ຍຸທສາດ ການພັທນາ ອ່າງ ແມ່ນໍ້າຂອງ ໂດຍອີງໃສ່ ຫລັກການ .....

ແຕ່ ໃນຄວາມ ເປັນຈິງ ບັນດາ ຜູ້ປົກປ້ອງ ສິ່ງແວດລ້ອມ ໃນເຂດ ລຸ່ມ ແມ່ນໍ້າຂອງ ໃຫ້ຍົກເລີກ ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ເພາະມັນ ຈະມີຜົລ ກະທົບ ຢ່າງ ໃຫຍ່ຫລວງ ຕໍ່ ສິ່ງແວດລ້ອມ ແລະ ຜູ້ຄົນ ຫລາຍສິບ ລ້ານ ຄົນ ໃນເຂດ ແມ່ນໍ້າຂອງ ພ້ອມກັນ ນັ້ນ ກໍພາກັນ ຮຽກຮ້ອງ ໃຫ້ຜູ້ນໍາ ໃນ ຂົງເຂດ ນີ້ ຊຸກຍູ້ ໃຫ້ມີ ການສ້າງຕັ້ງ ສະພາ ປະຊາຊົນ ລຸ່ມ ແມ່ນໍ້າຂອງ ຂຶ້ນ ເພື່ອປົກປ້ອງ ແລະ ຮັກສາ ແມ່ນໍ້າຂອງ ຊຶ່ງ ເປັນ ແມ່ນໍ້າ ສາກົນ ເອົາໄວ້ ໃຫ້ ຍືນຍົງ.

ພວກເຂົາເຈົ້າ ຕ້ອງການ ໃຫ້ ສະພານີ້ ເປັນ ອົງການ ທີ່ຫ້າວຫັນ ໂດຍ ປະຊາຊົນ ເປັນຜູ້ ເຄື່ອນໄຫວ ແລະ ເປັນອົງການ ທີ່ຂັດຂວາງ ອົງການ ອື່ນໆ ເຊັ່ນ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົນ ໃນສິ່ງທີ່ ເຫັນວ່າ ບໍ່ ເໝາະສົມ ຊຶ່ງຈະເປັນ ພັຍຕໍ່ ຜູ້ຄົນ ຫລາຍສິບ ລ້ານຄົນ ແລະ ມີຜົລ ກະທົບ ຢ່າງ ມະຫາສານ ຕໍ່ ສິ່ງ ແວດລ້ອມ. ຂໍ້ສເນີ ທີ່ວ່ານີ້ ມີຂຶ້ນຢູ່ ໃນ ກອງປະຊຸມ ທີ່ບາງກອກ ປະເທສໄທ ກ່ອນໜ້າ ກອງປະຊຸມ ສຸດຍອດ ຄັ້ງທີ 2 ຂອງ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົນ.

ທ່ານ ນິວັດ ຣ້ອຽແກ້ວ ຜູ້ຕາງໜ້າ ອົງການ ປົກປັກ ຮັກສາ ສິ່ງ ແວດລ້ອມ ຊຽງຂອງ ຂອງໄທ ກ່າວວ່າ ຜູ້ນໍາ ຈາກຂົງເຂດ ລຸ່ມ ແມ່ນໍ້າຂອງ ຕ້ອງ ສນັບສນູນ ປະຊາຊົນ ທ້ອງຖິ່ນ ທີ່ ຢູ່ຕາມແຄມ ແມ່ນໍ້າຂອງ ໃນການ ປ້ອງກັນ ແລະ ຮັກສາ ແມ່ນໍ້າຂອງ ໃຫ້ຍືນຍົງ. ທ່ານເວົ້າຕື່ມ ອີກວ່າ ຣັຖບາລ ທຸກ ປະເທສ ຕ້ອງຮັບຟັງ ຫາງສຽງ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກການ ກໍ່ສ້າງ ເຂື່ອນ ໄຟຟ້າ ຂອງຈີນ ໃສ່ ແມ່ນໍ້າຂອງ ຮວມທັງ ເຂື່ອນ ໄຊຍະບູຣີ ທີ່ກໍາລັງ ກໍ່ສ້າງ ແລະ ເຂື່ອນ ດອນສະໂຮງ ທີ່ວ່າ ຈະກໍ່ສ້າງ ໃນທ້າຍ ປີ 2014 ນໍາດ້ວຍ.

ຄວາມຂັດແຍ່ງ ດ້ານຄວາມ ຕ້ອງການ ນໍ້າ ຈາກ ແມ່ນໍ້າຂອງ ຊຶ່ງ ເປັນແມ່ນໍ້າ ສາກົນ ຈະກາຍເປັນ ບັນຫາ ໃຫຍ່ ໃນ ອະນາຄົດ ອັນໃກ້ໆ ນີ້. ດັ່ງນັ້ນ ຄວນອອກແຮງ ປົກປ້ອງ ສິດທິ ຂອງ ຜູ້ຄົນ ແລະ ຊັພຍາກອນ ທັມຊາດ ເອົາໄວ້ ຮວມ ທັງພາຍໃຕ້ ຄັນຮົ່ມ ຂອງ ປະຊາຄົມ ອາຊຽນ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ກໍເປີດເຜີຍ ວ່າ ໃນ ສົກປີ 2013-2014 ນີ້ ທາງການ ລາວ ມີແຜນ ທີ່ຈະເພີ້ມ ກໍາລັງ ການຜລິດ ກະແສ ໄຟຟ້າ ໃຫ້ຫຼາຽ ກວ່າເກົ່າ ປະມານ 10% ເພື່ອ ສນອງ ຄວາມ ຕ້ອງການ ທັງຢູ່ ພາຽໃນ ແລະ ຂາຍໃຫ້ ຕ່າງ ປະເທສ ໂດຍໄດ້ ລົງມື ສ້າງໄປ ແລ້ວ 10 ກວ່າ ເຂື່ອນ:

"10 ປາຍ ເຂື່ອນນີ້ ໄດ້ລົງມື ປະຕິບັດ ຈັດຕັ້ງ ກໍ່ສ້າງ ແລ້ວ ຖືວ່າ ດຽວນີ້ ຣັຖບາລ ມີ ນະໂຍບາຽ ເລັ່ງໃສ່ ຢາກໃຫ້ ເພີ້ມ ໜໍ້ຍົກ ບໍຣິສັດ ເອກຊົນ ທີ່ ຜລິດ ແລະ ດ້ານການ ຂຍາຍຕາຂ່າຍ ຈັ່ງຊີ້ ແຫລະຄື ຍົກ ຕົວຢ່າງ ດຽວນີ້ ມັນກໍມີ ການລົງທຶນ ມີແຕ່ພວກ ຕ້ອງການ ໄຟສູງໆ".

ທ່ານເວົ້າວ່າ ທາງ ກະຊວງ ເພີ່ນ ວາງແຜນ ຜລິດໄຟຟ້າ ໃຫ້ໄດ້ ຫລາຍກວ່າ 14,800 ລ້ານ ກິໂລວັດ ໂມງ ຄືຜລິດ ເພີ້ມຂຶ້ນ ຈາກ ສົກປີ 2012 2013 ທີ່ຜລິດ ໄດ້ປະມານ 13,500 ລ້ານ ກິໂລວັດ ໂມງ ຄືໃຫ້ ເພີ້ມຂຶ້ນ ປະມານ 10%. ທາງການ ລາວ ສຸມໃສ່ ຂຍາຍ ຕາໜ່າງ ສາຍສົ່ງ ໄຟຟ້າ ໄປສູ່ ຊົນນະບົດ ຊຶ່ງ ໃນສົກປີ ນີ້ມີ ແຜນຕິດຕັ້ງ ສາຍສົ່ງແຮງ ຕໍ່າ 67 ໂຄງການ.

ທ່ານວ່າ ຫາກ ປະຕິບັດ ໄດ້ ຕາມແຜນ ໃນ ສົກປີນີ້ ລາວ ກໍຈະມີ ຣາຍໄດ້ ຈາກ ການຂາຍ ໄຟຟ້າ ໃຫ້ຕ່າງ ປະເທສ 550 ກວ່າ ລ້ານ ໂດດາ ແລະ ຂາຍຢູ່ ພາຍໃນ 260 ກວ່າລ້ານ ໂດລາ. ແຕ່ ການພັທນາ ເສຖກິດ ຂອງ ປະເທສ ບໍ່ວ່າ ປະເທສໃດ ກໍບໍ່ຄວນ ຄິດເຫັນ ແຕ່ເງິນ ຈໍານວນ ຫລວງຫລາຍ ທີ່ ເປັນຣາຍຮັບ ເຂົ້າ ງົບປະມານ ເທົ່ານັ້ນ ແຕ່ກໍ ຄວນຄໍານຶງ ເຖິງຜົລ ກະທົບ ຕໍ່ ສິດ ແລະ ຜົລປະໂຫຍດ ອັນ ຊອບທັມ ຂອງ ປະຊາຊົນ ຫລາຍສິບ ລ້ານ ຄົນ ແລະ ຜົລເສັຍຫາຍ ຈາກການ ທໍາລາຍ ທັມຊາດ ແລະ ສິ່ງ ແວດລ້ອມ ຢ່າງ ມະຫາສານ ຮວມທັງ ປູປາ ຊນິດ ທີ່ຫາຍາກ ແລະ ໃກ້ຈະສູນພັນ ນໍາດ້ວຍ.

ເຕັມຫນ້າ