ສະມາຊິກສະພາ ຜູ້ຄຶດດີ ເວົ້າດີ ບໍ່ມີຊື່ ເລືອກຕັ້ງ

ອຸ່ນແກ້ວ ສຸກສະຫວັນ
2021.02.19
ສະມາຊິກສະພາ ຜູ້ຄຶດດີ ເວົ້າດີ ບໍ່ມີຊື່ ເລືອກຕັ້ງ ຍານາງ ບົວຄຳ ທິບພະວົງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ທີ່ບໍ່ໄດ້ລົງຮັບສມັກ ເລືອກຕັ້ງໃນຊຸດທີ 9 ທີ່ຈະເລີ່ມຂຶ້ນໃນວັນທີ 21 ກຸມພາ 2021
ຂ່າວປະເທດລາວ

ໃນກອງປະຊຸມສະພາ ທີ່ຜ່ານມາ, ທ່ານ ສາຍທອງ ແກ້ວດວງດີ ແລະ ຍານາງ ບົວຄຳ ທິບພະວົງ ສະມາຊິກ ສະພາແຫ່ງຊາດ ທີ່ ໄດ້ເຮັດໜ້າທີ່ ອະພິປາຍ ກວດສອບ ການເຮັດວຽກ ຂອງເຈົ້າໜ້າທີ່ ຝ່າຍບໍຣິຫານ ຢ່າງຕັ້ງໜ້າ ໂດຍສະເພາະບັນຫາການສໍ້ຣາສ ບັງຫຼວງ.

ຍານາງ ບົວຄຳ ເຈົ້າຂອງຄຳເວົ້າ ທີ່ວ່າ: “ເຮືອນຮົ່ວ ມັນບໍ່ຮົ່ວຢູ່ພື້ນ ແຕ່ມັນຮົ່ວຢູ່ເທິງຫຼັງຄາລົງມາ” ໝາຍເຖິງຜູ້ນຳລາວບາງທ່ານ ມີພຶດຕິກັມ ສໍ້ຣາສບັງຫຼວງ.

ທ່ານ ສາຍທອງ ແກ້ວດວງດີ ຜູ້ທີ່ເຄີຍຮຽກຮ້ອງໃຫ້ຣັຖບານ ກວດສອບຊັບສິນ ຜູ້ທີ່ຈະເປັນຫົວໜ້າຣັຖວິສາຫະກິດໄຟຟ້າລາວ ວ່າ; ເຂົ້າມາມີຊັບສິນເທົ່າໃດ ອອກໄປມີຊັບສິນເທົ່າໃດ ຖ້າພົບວ່າກະທຳຜິດ ຕ້ອງນຳໄປຍຶດຊັບບຸກຄົນເຫຼົ່ານັ້ນ ໃນກອງປະຊຸມສະພາ ປີ 2020.

ນອກຈາກນີ້, ນອກຈາກທັງສອງທ່ານ ຍັງມີການອະພິປາຍ ເລື່ອງທີ່ພະນັກງານຜູ້ນຳລະດັບສູງ ໄປລັກຍຶດເອົາດິນຂອງປະຊາຊົນ ແລະຄອບຄອງທີ່ດິນໄວ້ຫຼາຍຕອນ.

ຍານາງ ບົວຄຳ ທິບພະວົງ ໄດ້ກ່າວໃນກອງປະຊຸມສະພາ ປີ 2019 ຕອນນຶ່ງວ່າ:

"ມີຫຼາຍທ່ານຢູ່ນີ້ກະມີ ຫຼືວ່າ ທີ່ຜ່ານມານີ້ ກະເຫັນຫຼາຍທ່ານ ໄປຈັບຈອງໄວ້ ມີແລ້ວກົດໝາຍເລື່ອງ ໄປຈັບຈອງທີ່ດິນເປັນ 100, 200, 300 ເຮັກຕາ ກະມີຮຽກຮ້ອງໃຫ້ບັນດາທ່ານ ໃຫ້ຜູ້ທີ່ມີອຳນາດ ຜູ້ທີ່ມີຖານະການເງິນ ປະສານກັບສອງອ້າຍນ້ອງນີ້ຮ່ວມກັນ ເຮັດຮ່ວມກັນຈັບຈອງ ຮ່ວມກັນສ້າງພາບພົບ ທີ່ບໍ່ດີອັນນັ້ນ ໃຫ້ຄົນທຸກອັປໂຍດນ່າ."

ສາຍທອງ.jpg
ທ່ານ ສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ທີ່ບໍ່ໄດ້ລົງຮັບສມັກ ເລືອກຕັ້ງໃນຊຸດທີ 9 ທີ່ຈະເລີ່ມຂຶ້ນ ໃນວັນທີ 21 ກຸມພາ 2021

ໃນກອງປະຊຸມສະພາ ປີ 2019, ທ່ານ ສາຍທອງ ກ່າວວ່າ ປະເທດຊາດຊິຫຼົ້ມຈົມ ຍ້ອນພະນັກງານ ຮ່ວມຫົວກັນເອົາເງິນເຂົ້າຖົງ ໂຕເອງ:

"ອັນນີ້ລະ ອັນປະເທດຊາດຊິຫຼົ້ມຈົມ ຍ້ອນວ່າ ພະນັກງານຢູ່ຂັ້ນກາງນີ້ ຮ່ວມຫົວຫັນເຮັດບັນຫາດັ່ງກ່າວນີ້ ເຮັດໃຫ້ເງິນບໍ່ສົ່ງ ເຂົ້າຣັຖ ແລະເຮົາຊິວ່າ ໂອ້ເສຖກິດລາວຖົດຖອຍ ຂ້າພະເຈົ້າ ວ່າຜູ້ໃດເຂົ້າໃຈຈັ່ງຊີ້ ຜິດ."

ແຕ່ໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ໃນວັນທີ 21 ກຸມພາ ນີ້ ຍານາງ ບົວຄຳ ທິບພະວອນ ແລະ ທ່ານ ສາຍທອງ ແກ້ວດວງດີ ບໍ່ມີຊື່ລົງສມັກເລືອກຕັ້ງ ໃນຄັ້ງນີ້ຊຶ່ງຫຼາຍ ຄົນກໍໃຫ້ເຫດຜົນວ່າ ຍ້ອນວ່າ ການອະພິປາຍ ຂອງທັງສອງທ່ານ ໄປແຕະ ຕ້ອງຜົນປໂຍດຂອງຜູ້ນຳຂັ້ນສູງບາງທ່ານ.

ເຈົ້າໜ້າທີ່ຜູ້ທີ່ໃກ້ຊິດ ພະນັກງານຂັ້ນສູງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຂົາບໍ່ໃຫ້ລົງເດ້ ສະຫຼຸບງ່າຍໆໂລດ ເຂົ້າບໍ່ໃຫ້ລົງ ເຂົາເຈົ້າກະເລີຍລົງບໍ່ໄດ້ ຕຳກັບເຂົາ ລຸງລາວໄປແຮງໂພດ ລົດໂຕຄັນນ້ອຍ ໄປຕຳຄັນໃຫຍ່ໂຕເອງ ກະເດັນ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

"ສອງທ່ານນີ້ ຕ້ອງການຢາກປະຕິຮູບລະບຽບກົດໝາຍ ຂະບວນການຍຸຕິທັມ ແຕ່ຄຳເວົ້າໄປຂັດກັບຜູ້ທີ່ມີຕຳແໜ່ງສູງກວ່າ."

ໃນຂນະທີ່ ປະຊາຊົນ ຜູ້ທີ່ຕິດຕາມກອງປະຊຸມສະພາ ກໍເວົ້າວ່າທັງສອງທ່ານ ຄວນຈະໄດ້ລົງເລືອກຕັ້ງອີກ:

"ທັດສນະສ່ວນໂຕ ກະຄືຊິເປັນແນວນັ້ນ ເພາະວ່າ ສາຍທອງ ແກ້ວດວງດີ ເຕັມທີ່ຢູ່ຊຸດທີ່ແລ້ວນີ້ນະ ເອີ້ນວ່າ ກອງປະຊຸມສະພາ ຊຸດສຸດທ້າຍ 2020 ເຂົາເອີ້ນວ່າສະພາຊຸດທີ່ 8 ນີ້ ສາຍທອງ ລະກະ ບົວຄຳ ຕາມທຳມະດາກະໜ້າຈະລົງອີກ, ແຕ່ວ່າສອງຄົນນີ້ ກະຊິເວົ້າແຮງ ເກີນໄປ."

ປະຊາຊົນທ່ານນີ້ ກ່າວອີກວ່າ:

"ຄວາມຈິງກະເວົ້າວ່າ ປະຊາທິປະໄຕ ເນາະ ແຕ່ທັສນະສ່ວນໂຕນີ້ກະ ບໍ່ເຂົ້າໃຈວ່າປະຊາທິປະໄຕ ນີ້ກະແບບໃດ ຕາມທຳມະດາ ຜູ້ແທນເນາະ ຫຼືວ່າ ໂຕແທນມະຫາຊົນ ກະຕ້ອງໄປ ເປັນກະບອກສຽງ ໃຫ້ແກ່ປະຊາຊົນ ແລະຕ້ອງເປັນຜູ້ທີ່ໄປຮອດ ມາເຖິງ ປະຊາຊົນ."

ນອກຈາກນີ້ ຊ່ຽວຊານດ້ານກົດໝາຍ ຜູ້ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄືສອງທ່ານນີ້ ຖ້າວ່າເຮົາຊິເວົ້າແບບບ້ານໃກ້ເຮືອນຄຽງ ເຂົາເອີ້ນວ່າມັນເປັນສີສັນ ຂອງສະພາ ມັນເຮັດໃຫ້ຄົນໃນສັງຄົມມີ ຄວາມສົນໃຈ ແລະ ຕັ້ງຄຳຖາມອີກເທື່ອນຶ່ງ ເຮົາກະເຫັນ ການປ່ຽນແປງ ຂອງສະມາຊິກສະພາ ແຕ່ຖ້າຫາກວ່າຕັດອອກໄປ ເຮົາກໍບໍ່ເຄີຍເຫັນຜູ້ອື່ນ ມັນກໍຕ້ອງຮູ້ສຶກວ່າມັນ ຂາດຕົວແທນ ຜູ້ທີ່ຈະເວົ້າ ຜູ້ທີ່ຈະວ່າ ຜູ້ທີ່ຈະນຳສເນີ ຜູ້ທີ່ຈະສ່ອງແສງ."

ຊ່ຽວຊານດ້ານກົດໝາຍທ່ານນີ້ ກ່າວຕື່ມອີກວ່າ:

"ເຖິງຈະເປັນສອງສຽງ ແຕ່ວ່າມັນຈຸດປະກາຍເນາະ ຄືຈຸດປະກາຍ ມັນເປັນຈຸດລິເລີ່ມທີ່ເຮັດໃຫ້ ຜູ້ແທນຜູ້ອື່ນໆ ຕ້ອງໄດ້ຖາມ ໂຕເອງແລ້ວວ່າ ການທີ່ຖືກເລືອກເຂົ້າໄປນັ່ງ ຢູ່ໃນສະພາ ນັ້ນມັນບໍ່ແມ່ນພຽງແຕ່ ຈະໄດ້ຮັບຟັງຢ່າງດຽວ ໝາຍຄວາມວ່າ ໄປຮ່ວມກອງປະຊຸມ ໃຫ້ຄົບຕາມລະບຽບວາລະ ຄືຜ່ານມາ ສະມາຊິກບາງທ່ານ ຈົນຄົບວາລະ ບໍ່ເຄີຍເວົ້າຫຍັງເລີຍ."

ສ່ວນວ່າເຈົ້າໜ້າທີ່ ທາງການລາວ ກໍໃຫ້ເຫດຜົນວ່າ ໃນການທີ່ ຍານາງ ບົວຄຳ ທິບພະວົງ ແລະ ທ່ານ ສາຍທອງ ແກ້ວດວງດີ ບໍ່ໄດ້ລົງສມັກ ອີງຕາມເງື່ອນໄຂ ດ້ານອາຍຸກະສຽນ.

ທ່ານ ສົມພູ ດວງສະຫວັນ ໂຄສົກຄະນະກຳມະການ ເລືອກຕັ້ງແຫ່ງຊາດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ກຸມພາ ວ່າ:

"ບໍ່ມີບັນຫາຫຍັງ ເນື່ອງຈາກວ່າ ອີງໃສ່ອົງປະກອບ ຂອງຈຳນວນຜູ້ສມັກ ອັນທີສອງ ເພື່ອສືບຕໍ່ໃນການ ກະອີງໃສ່ສະພາບ ເງື່ອນໄຂໂຕຈິງ ດ້ານອາຍຸກະສຽນຕ່າງໆ ກະອີງໃສ່ ຄົ້ນຄວ້ານີ້ ແມ່ນກະໄດ້ ແມ່ນບໍ່ມີບັນຫາຫຍັງ ຄືກັບຫຼາຍໆທ່ານຫັ້ນແຫຼະ ພວກເຮົາຊຸດນີ້ ກະແມ່ນຢາກພຍາຍາມທີ່ວ່າ ຫັນທິດຕໍ່ໄປ ໃຫ້ແກ່ການເຮັດວຽກສະພາ ຂອງພວກເຮົາ."

ມີສະມາຊິກສະພາຊຸດທີ 8 ທັງໝົດ 140 ປາຍ ທ່ານ ແຕ່ລົງສມັກຄັ້ງນີ້ ພຽງແຕ່ 10 ປາຍ ທ່ານ, ທ່ານ ສົມພູ ກ່າວຕື່ມອີກວ່າ:

"ລະຜູ້ອາຍຸສູງນີ້ ກະແມ່ນໃຫ້ມັນໜ້ອຍລົງ ຄັນເຮົາບໍ່ຕັດສິນໃຈເຮັດແຕ່ດຽວນີ້ ມັນກະບໍ່ສາມາດສືບທອດ ທິດທາງກັນໄດ້ ເວົ້າລວມ ກະແມ່ນສິ່ງທີ່ທ່ານສເນີມາ ບັນຫາ ອັນນັ້ນ ອັນນີ້ ບໍ່ມີບັນຫາຫຍັງ ມີແຕ່ອີງໃສ່ອົງປະກອບ ສະພາບເງື່ອນໄຂ ສິດຂອງພວກເຮົາ ແຕ່ທ່ານ ສາຍທອງ ຍານາງ ບົວຄຳ ທ່ານອື່ນໆ ກໍຄືກັນດອກ ມັນກະມີ 140 ທ່ານ ແຕ່ກະສມັກແຕ່ 10 ປາຍ ທ່ານ, ສະມາຊິກ ສະພາແຫ່ງຊາດ ຜູ້ທີ່ບໍ່ມີຊື່ລົງເລືອກຕັ້ງ ສ່ວນນຶ່ງກໍອອກບຳນານ ແລະ ສ່ວນນຶ່ງກໍໄປຮັບໜ້າທີ່ອື່ນ."

ເມື່ອຖາມວ່າການເລືອກຕັ້ງຄັ້ງນີ້ ຈະເອົາຕາມຄະແນນ ຂອງປະຊາຊົນທີ່ເລືອກໄປ ຫຼືວ່າມີຜູ້ໃຫຍ່ເລືອກໄວ້ແລ້ວ, ທ່ານສົມພູ ຕອບວ່າ:

"ອັນນີ້ ມັນບໍ່ມີ ບໍ່ມີທິດຊີ້ນຳແນວນັ້ນ ກົດໝາຍກະບໍ່ໄດ້ກຳນົດ ທິດຊີ້ນຳ ການແນະນຳ ເຮົາກະບໍ່ໄດ້ເວົ້າແນວນັ້ນ ເຮົາກະແມ່ນ ລະດົມຜູ້ທີ່ມີສິດບ່ອນບັດເລືອກຕັ້ງ ໃນຂອບເຂດທົ່ວ ປະເທດຫັ້ນນ່າ 4 ລ້ານກວ່າຄົນນີ້ ແມ່ນຈະຕ້ອງນຳໃຊ້ສິດທິ ຂອງເຂົາເຈົ້າຫັ້ນ ສິດທິຂອງເຂົາເຈົ້າ ທີ່ກຳນົດໄວ້ໃນຣັຖທຳມະນູນຫັ້ນ."

ເຖິງຢ່າງໃດກໍຕາມ ໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຊາຊາຊົນສ່ວນຫຼາຍບໍ່ໄດ້ ໃຫ້ຄວາມສົນໃຈເທົ່າທີ່ຄວນ ຍ້ອນເຂົາເຈົ້າເຫັນວ່າ ການເລືອກຕັ້ງ ມີການເລືອກເອົາ ຜູ້ແທນໄວ້ຮຽບຮ້ອຍແລ້ວ ບໍ່ວ່າປະຊາຊົນຈະເລືອກ ຫຼື ບໍ່ເລືອກ.

ປະຊາຊົນລາວ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ການເລືອກນີ້ ມັນກະຄືເກົ່າ ທີ່ຜ່ານມາຫັ້ນແຫຼະ ເພາະວ່າ ບົ່ງໂຕໃຫ້ມາສມັກ ເລືອກຕັ້ງນີ້ ມັນກະຢູ່ໃນແຜນເພິ່ນໝົດແລ້ວ. ເອີ, ເຮົາບໍ່ປ່ອນກະຊິໄດ້ຫັ້ນແຫຼະ ເພາະຢູ່ໃນແຜນ ຂອງເພິ່ນລະເດ້."

ສະມາຊິກສະພາແຫ່ງຊາດ ຫຼື ສສຊ ຊຸດທີ 8 ມີທັງໝົດ 140 ປາຍ ທ່ານ, ແຕ່ໃນຊຸດທີ່ 8 ທີ່ຈະມາເຖິງຈະເລືອກເອົາ 164 ທ່ານ ຈາກຜູ້ສມັກເລືອກຕັ້ງ ທັງໝົດ 224 ທ່ານ.

ແລະ ອີກບັນຫານຶ່ງກໍຄື ທ່ານ ສາຍທອງ ແກ້ວດວງດີ ເຄີຍເວົ້າກ່ຽວກັບພະນັກງານ ທີ່ເອົາເງິນເຂົ້າຖົງຕົນເອງ:

"ໂກງກິນບ່ອນໃດ ໜ່ວຍງານຂອງຣັຖຈຳນວນນຶ່ງ ເອົາເງິນໄປຝາກທະນາຄານລັບຂອງຕົນເອງ ເຫຼືອນັ້ນເອົາໄປປັນກັນເຂົ້າຖົງ ຕົນເອງ ເຫຼືອໜ້ອຍນຶ່ງສົ່ງເຂົ້າຣັຖ ຄັນເປັນແນວນີ້ ເສຖກິດຂອງປະເທດ ຂຍາຍຕົວຂຶ້ນ ຂຍາຍຕົວຂຶ້ນ ປະຊາຊົນຜູ້ປະກອບການ ເສັຽອາກອນພາສີໃຫ້ຣັຖ ຢ່າງເອົາໃຈໃສ່ ລາຍຮັບ ເຂົ້າງົບປະມານຣັຖບານ ສູນກາງໜ້ອຍນຶ່ງ ກະສະແດງວ່າ ຣັຖບານເຮົານີ້ ເລີ່ມທຸກລົງ ທຸກລົງ ພະນັກງານ ຢູ່ໃນກົງຈັກຂອງຣັຖເຄິ່ງກາງ ຮັ່ງຂຶ້ນຮັ່ງຂຶ້ນ."

ແລະ ຍານາງ ບົວຄຳ ທິບພະວົງ ກໍເຄີຍເວົ້າ ກ່ຽວກັບການປະຕິບັດກົດໝາຍ ວ່າ:

"ຂໍໃຫ້ສົ່ງຄືນກ່ອນ ລະປະຊາຊົນ ຊິເຮັດນໍາເຮົາ ຄັນເຮົາເວົ້າລ້າໆ ນີ້ນະ ເຮົາຊິປົກຄອງກົດໝາຍ ເຮົາຊິສ້າງກົດໝາຍ ເຮົາບໍ່ ປະຕິບັດ ບໍ່ເປັນແບບຢ່າງກ່ອນນີ້ ປະຊາຊົນຊິຫົວຂັວນ ປະຊາຊົນ ບໍ່ເຊື່ອຖື ເສັຽສັດທາ ຄວາມເຊື່ອໝັ້ນຕໍ່ລະບົບພວກເຮົາ ເປັນພິດເປັນພັຍ."

ກ່ອນໜ້ານີ້ ຫຼາຍປີ ຢູ່ໃນກອງປະຊຸມສະພາແຫ່ງຊາດ, ດຣ. ຄຳເຜີຍ ປານມະໄລທອງ ສະມິຊິກ ສະພາແຫ່ງຊາດ ກໍເຄີຍ ອະພິປາຍ ໂດຍເວົ້າວ່າ ທິສດີມາກ-ເລນິນ ທີ່ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ຢຶດຖື-ຍົກສູງ-ນຳໃຊ້ ເຂົ້າໃນການປົກຄອງ ປະເທດ ນັບແຕ່ປີ 1975 ເປັນຕົ້ນມາ ແມ່ນບໍ່ສອດຄ່ອງ ຍ້ອນມັນເປັນຕ່າງຍຸກ ຕ່າງສມັຍກັນ, ແຕ່ຫຼັງຈາກນັ້ນ ດຣ ຄຳເຜີຍ ກໍຖືກຜູ້ນຳສູງຂອງລາວ ປົດຕຳແໜ່ງ.

ອັບເດດ ຈຳນວນສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ມີທັງໝົດ 148 ທ່ານ, ແຕ່ມີພຽງ 23 ທ່ານ ເທົ່ານັ້ນ ທີ່ລົງສມັກເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 9, ອີງຕາມຂໍ້ມູນ ຈາກເວັບໄຊ ສະພາແຫ່ງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.