ລັດວິສາຫະກິດ ໄຟຟ້າລາວ ຕິດໜີ້ 4.3 ຕື້ໂດລ້າ ສະຫະລັດ

ຈຳປາທອງ
2024.12.03
ລັດວິສາຫະກິດ ໄຟຟ້າລາວ ຕິດໜີ້ 4.3 ຕື້ໂດລ້າ ສະຫະລັດ ນີ້ເປັນພຽງຮູບໂຕຢ່າງປະກອບ ເຊິ່ງແມ່ນພະນັກງານ ລັດວິສາຫະກິດ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ.
ຮູບພາບຈາກພົນລະເມືອງ

ລັດວິສາຫະກິດໄຟຟ້າລາວ ມີໜີ້ສິນມະຫາສານ ຍ້ອນຫຼາຍສາເຫດ ທັງໃນໂຕ ແລະນອກໂຕ, ອີງຕາມຄໍາເວົ້າຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນ ຕີກະຊວງພະລັງງານ ແລະບໍ່ແຮ່ ຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 26 ພະຈິກ 2024.

ສະພາບໃນປັດຈຸບັນນີ້ ໜີ້ສິນສະສົມແມ່ນມະຫາສານ ທີ່ເກີດຈາກຫຼາຍສາເຫດ ທັງໃນໂຕ ແລະນອກໂຕ ເຊັ່ນວ່າ ວຽກງານທາງດ້ານນະໂຍບາຍ ທິດທາງຫຼັກການດໍາເນີນການທຸລະກິດ ໂຄງສ້າງລາຄາບໍ່ສົມຄູ່ກັບການສະໜອງທຶນ ບັນຫາທີ່ຕິດພັນກັບເງື່ອນໄຂຂອງສັນຍາໄຟຟ້າ. ການດຸນດ່ຽງພະລັງງານ ລວມທັງຜົນກະທົບ ໃນການແລກປ່ຽນ ທັງມະຫາພາກ.

ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຕິດໜີ້ເຖິງ 30% ຂອງໜີ້ສາທາລະນະ ທີ່ລັດຖະບານ ສປປ ລາວ ຕິດ ຄືລັດວິສາຫະກິດໄຟຟ້າລາວ ຕິດປະມານ 4.3 ຕື້ໂດລ້າສະຫະລັດ.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງໄຊຍະບູລີຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ພະຈິກ 2024 ນີ້ວ່າ ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ຂາດທຶນມາຕະຫຼອດ ຍ້ອນບໍລິສັດ ທີ່ເຂົ້າມາລົງທຶນສ້າງເຂື່ອນ ແລະໂຮງງານໄຟຟ້າ ຂາຍໄຟຟ້າໃຫ້ລັດຖະບານລາວ ເປັນເງິນໂດລ້າສະຫະລັດ ແຕ່ລັດວິສາຫະກິດໄຟຟ້າລາວ ເກັບເງິນຄ່າໄຟຟ້າ ເປັນເງິນກີບ ໃນຂະນະທີ່ອັດຕາແລກປ່ຽນເງິນຕາຜັນຜວນ ແຕ່ລະປີ ເງິນກີບເຟີຂຶ້ນ ແລະວ່າ ໃນຕໍ່ໜ້າ ຄ່າໄຟຟ້າລາວ ອາດຈະມີແນວໂນ້ມສູງຂຶ້ນຕື່ມ ຍ້ອນລັດຖະບານ ຍັງຕິດຢູ່ໃນເງື່ອນໄຂສັນຍາ ທີ່ໄດ້ໃຫ້ໄວ້ກັບບໍລິສັດຜູ້ຜະລິດໄຟຟ້າ ເຮັດໃຫ້ຂາດທຶນທຸກປີ ດັ່ງທີ່ທ່ານກ່າວວ່າ:

ໄຟຟ້າມາສະຫຼຸບແຕ່ລະປີວ່າ ຂາດທຶນ. ຂາດທຶນຍ້ອນວ່າ ລັດຖະບານບໍ່ໄດ້ລົງທຶນ 100%. ບໍລິສັດມາລົງທຶນ ລົງທຶນແລ້ວ ເຂົາເກັບເງິນໄປປະເທດເຂົາໝົດ, ແລ້ວເຮົາໄດ້ແຕ່ອາກອນໜ້ອຍດຽວ ມື້ນີ້ເອົາໄຟມາໃຊ້ ແຕ່ຄິດເປັນເງິນກີບ ແຕ່ເຂົາໃຊ້ເປັນໂດລ້າ ແຕ່ລະປີກໍຂຶ້ນໄປ ຂຶ້ນໄປຫັ້ນແຫຼະ. ບໍ່ມີຫຼຸດແຫຼະໄຟຟ້າລາວຫັ້ນນ່າ.

ຄຽງຄູ່ໄປກັບ ການຕິດໜີ້ຕ່າງປະເທດຢ່າງມະຫາສານ ຂອງລັດວິສາຫະກິດໄຟຟ້າລາວນັ້ນ ບັນດາຫ້ອງການຕ່າງໆ ຮວມໄປເຖິງຫົວໜ່ວຍທຸລະກິດ ແລະປະຊາຊົນ ກໍຕິດໜີ້ລັດວິສາຫະກິດໄຟຟ້າລາວ ຫຼາຍຢູ່ ເຊັ່ນຢູ່ແຂວງຄໍາມ່ວນ ຫ້ອງການບໍລິຫານຂອງລັດ ແລະພາກທຸລະກິດ ເປັນຕົ້ນທຸລະກິດຂຸດຄົ້ນບໍ່ແຮ່ ຂອງນັກລົງທຶນຕ່າງປະເທດ ທີ່ໃຊ້ກະແສໄຟຟ້າ ເມື່ອໄດ້ປະກິດຈະການໄປແລ້ວ ກໍບໍ່ຈ່າຍຄ່າໄຟຟ້າໃຫ້ ດັ່ງເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າລາວ ຢູ່ແຂວງຄໍາມ່ວນທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

ປະຊາຊົນກໍມີໜີ້ນໍ ກໍມີໜີ້ຫຼາຍຢູ່ ແລ້ວກໍພັກ-ລັດນໍ ພັກ-ລັດກໍມີໜີ້ຄຸມເຄືອມາຫຼາຍແລ້ວ ແລ້ວກໍພາກທະລະກິດກໍມີໜີ້ນໍ ລູກຄ້າທີ່ວ່າຊໍາລະຍາກນີ້ແຫຼະ ແລ້ວກໍບໍລິສັດທີ່ວ່າບໍ່ຢາກຈ່າຍ ແລ້ວກໍໜີໄປກໍມີ ທຸລະກິດນີ້ຈະເປັນທຸລະກິດຂຸດຄົ້ນ ມັນຕາມບໍ່ໄດ້ ສ່ວນຫຼາຍຫວຽດ ຫຼືຈີນມາລົງທຶນ ຂະເຈົ້າກໍຈະໄປເລີຍນໍ.

ທ່ານກ່າວຕື່ມວ່າ ສໍາລັບປະຊາຊົນ ຫາກບໍ່ຈ່າຍຄ່າກະແສໄຟຟ້າຕາມກໍານົດ ຄືຫຼັງມື້ວັນທີ 25 ຂອງແຕ່ລະເດືອນ ຈະຖືກຕັດໄຟ, ສ່ວນເປັນຫ້ອງການບໍລິຫານຂອງລັດ ທາງລັດວິສາຫະກິດໄຟຟ້າລາວ ບໍ່ສາມາດຕັດໄຟນັ້ນໄດ້.

ຢູ່ແຂວງວຽງຈັນ ອົງການບໍລິຫານຂອງລັດ ຮວມທັງໜ່ວຍງານຊົນລະປະທານ, ພາກທຸລະກິດ ແລະປະຊາຊົນ ຍັງຕິດໜີ້ລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ຫຼາຍກວ່າ 16 ຕື້ກີບ. ສະເພາະຢູ່ເມືອງໂພນໂຮງ ມີໜີ້ທີ່ຍັງຄ້າງລັດວິສາຫະກິດໄຟຟ້າລາວ 1.3 ຕື້ກີບ ດັ່ງເຈົ້າໜ້າທີ່ລັດວິສາຫະກິດໄຟຟ້າ

ລາວ ຢູ່ເມືອງໂພນໂຮງທ່ານໜຶ່ງກ່າວວ່າ:

ປັດຈຸບັນນີ້ ກໍມີໜີ້ຢູ່ ຕື້ ສາມ ທົ່ວເມືອງໂພນໂຮງ ຕົວນີ້ມັນເວົ້າຂອງນັກທຸລະກິດກັບປະຊາຊົນນີ້ແຫຼະ. ກໍພວກຊົນລະປະທານ ລັດບໍລິຫານຕ່າງໆຫັ້ນແຫຼະ ໃນຕື້ສາມ ຫັ້ນແຫຼະ. ທົ່ວແຂວງວຽງຈັນລະ 16 ຕື້ ແຕ່ວ່າເພີ່ນກໍຈ່າຍອີກແລ້ວເມື່ອວານນີ້ຊື່ໆ ໜີ້ລົດລົງມາແລ້ວ.  

ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍ, ແກ້ໄຂບັນຫາໜີ້ສິນ ແລະສ້າງຄວາມໝັ້ນຄົງ ໃຫ້ກັບໄຟຟ້າລາວ ທາງການລາວ ມີແຜນ ທີ່ຈະປັບໂຄງສ້າງ ຄ່າໄຟຟ້າໃໝ່ ໂດຍທີ່ຈະຂຶ້ນຄ່າໄຟຟ້າ ລະຫວ່າງປີ 2024 ແລະປີ 2028 ໂດຍໄດ້ສະເໜີ ປັບໂຄງສ້າງ ລາຄາໄຟຟ້າ 2 ທາງເລືອກ ຄື ທາງເລືອກທີ 1 ເປັນລາຄາ ທີ່ມີຂັ້ນດຽວ ແລະໃຊ້ເປັນລາຄາດຽວ (Non-Telescope) ເອກກະພາບສໍາລັບທຸກຄົວເຮືອນ ໂດຍຈະຄິດໄລ່ເປັນເງິນໂດລ້າສະຫະລັດ ແຕ່ຈ່າຍເປັນເງິນກີບ ແລະທາງເລືອກທີ 2 ແມ່ນແບບລາຄາ 6 ຂັ້ນ (Telescope) ຊຶ່ງລາຄາເລີ້ມຕົ້ນ ຈະມີຄວາມແຕກຕ່າງກັນ ໄປຕາມປະລິມານການໃຊ້ໄຟໂຕຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.