ໂຈນລັກສາຍໄຟ ທາງດ່ວນ ວຽງຈັນ-ວັງວຽງ

ໄຊຍາ
2020.12.10
ໂຈນລັກສາຍໄຟ ທາງດ່ວນ ວຽງຈັນ-ວັງວຽງ ທາງດ່ວນ ວຽງຈັນ-ວັງວຽງ ທີ່ທົດລອງ ສັນຈອນໄປມາໄດ້. ຮູບຖ່າຍເມື່ອ: ເດືອນຕຸລາ 2020. ໂດຍ: TS
RFA

ຜູ້ຂັບຂີ່ເປັນກັງວົນເຖິງຄວາມປອດພັຍ ພາຍຫຼັງ ທີ່ໄດ້ມີຂ່າວວ່າ ໂຈນຫຼັກຕັດສາຍໄຟຟ້າເຍືອງທາງ ຢູ່ທາງດ່ວນວຽງຈັນ-ວັງວຽງ ທີ່ ກຳລັງຈະເປີດໃຊ້ໃນໄວໆນີ້. ໂດຍກ່ອນໜ້ານັ້ນ ວ່າຈະເປີດໃຊ້ເພື່ອ ສລອງວັນຊາດຄົບຮອບ 45 ປີ ແຕ່ກໍ່ຕ້ອງເລື່ອນ. ດັ່ງຊາວ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 9 ທັນວາ 2020 ວ່າ:

"ໜ້າເປັນຫ່ວງຢູ່ ເຂົາເຈົ້າບໍ່ມີຄົນຍາມບໍ່; ຈັ່ງວ່າໃຫ້ເຂົາເຈົ້າໄປລັກຢາກໃຫ້ເຂົາເຈົ້າຕິດຕັ້ງກ້ອງວົງຈອນປິດພ້ອມ. ຢ້ານມັນເກີດ ອຸບັດຕິດເຫດມັນຈະບໍ່ມີກ້ອງວົງຈອນປິດມັນກໍຈະ ລຳບາກຫັ້ນແຫຼະ ເພາະວ່າ ເຮົາໄດ້ເສັຽເງິນເດ້, ແຕ່ວ່າມີກ້ອງວົງຈອນປີດ, ມີໄຟແຍງທາງມັນກໍຈະງ່າຍ."

ທາງດ່ວນ ວຽງຈັນ-ວັງວຽງ ສ້າງໃກ້ຈະສຳເຣັດແລ້ວ ແຕ່ວ່າມີໂຈນມາຫຼັກຕັດສາຍໄຟຟ້າເຍືອງທາງ ກໍ່ຈະເຮັດໃຫ້ ການກໍ່ສ້າງຊ້າ ອອກໄປ. ເພື່ອຄວາມປອດພັຍຕ້ອງໄດ້ມີເຈົ້າໜ້າທີ່ ຮັກສາຄວາມປອດພັຍ ໃຫ້ແກ່ຜູ້ສັນຈອນ. ດັ່ງຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງໄດ້ກ່າວວ່າ:

"ແຕ່ວ່າທາງດ່ວນ ເພິ່ນກາສ້າງມາເປັນປີແລ້ວໃກ້ຈະສຳເຣັດແລ້ວ, ຄົນຮ້າຍຜູ້ບໍ່ຫວັງດີລັກສາຍໄຟ ມັນກາມີຜົລໃນການພັທນາແຫຼະ. ຄວາມເປັນຈິງແລ້ວກາມັນ ຕ້ອງມີເຈົ້າໜ້າທີ່ ຮັກສາຄວາມປອດພັຍ ໃຫ້ແກ່ຜູ້ສັນຈອນໄປມາ."

ເຫດການລັກຕັດສາຍໄຟຟ້າເຍືອງທາງ ຍ້ອນວ່າທາງກັມມະກອນ ຜູ້ກໍ່ສ້າງໄດ້ເດີນສາຍໄຟຟ້າ ແລ້ວປະໄວ້ກັບຄືນແຄັມເຮັດໃຫ້ໂຈນ ເຂົ້າມາລັກຕັດສາຍໄຟຟ້າໄດ້. ດັ່ງຜູ້ເຫດເຫັນ ການໄດ້ກ່າວວ່າ:

"ເຂົາຈະບໍ່ເປີດທັນຕາມກຳນົດຫັ້ນແລ້ວ, ເຂົາກາຄິດວ່າມັນຈະບໍ່ເປັນຫຍັງດອກ, ເຂົາກາກັບແຄັມກັບຈຸດທີ່ ເຂົາເຮັດວຽກຫັ້ນແລ້ວ. ເດີນສາຍໄຟປະມ້ຽນ ມັນຍັງບໍ່ທັນແລ້ວນ່າ, ຢ້ານເຂົາໄປລັກເອົາສ່ວນຫັ້ນ ມັນກາມືດແລ້ວມັນບໍ່ມີໄຟເຍືອງທາງ ມັນບໍ່ທັນແລ້ວເດ້ ໃຜກໍເຂົ້າໄປຫັ້ນແຫຼະເນາະ."

ເຫດການໂຈນລັກຕັດສາຍໄຟຟ້າ ທາງດ່ວນວຽງຈັນ-ວັງວຽງ ແມ່ນເກີດຂຶ້ນຢູ່ຈຸດເມືອງນາຊາຍທອງ. ປັຈຈຸບັນເຈົ້າໜ້າທີ່ກຳລັງ ສືບຫາຜູ້ລັກຕັດສາຍໄຟ ມາດຳເນີນຂະດີຕາມ ກົດໝາຍ, ເຊິ່ງເຈົ້າໜ້າທີ່ຄາດວ່າ ອາຈເປັນພວກຕ້ອງການເງິນ ໄປຊື້ຢາເສບຕິດ. ດັ່ງເຈົ້າໜ້າທີ່ ປ້ອງກັນຄວາມສງົບນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ໂຕນີ້ມີແຕ່ລັກເຫຼັກບໍ່; ພວກເຮົາໄດ້ເຮັດວຽກຂັ້ນເມືອງພີ້ເນາະ ແລະ ມັນມີກອງຮ້ອຍປະຈຳການຍາມເນາະ. ເສັ້ນທາງໂຕນີ້ເວລາ ເຂົາຈັບໄດ້ເຂົາກາຈະເອົາມາມອບໃຫ້ ເຮົາດຳເນີນ ຄະດີເນາະ."

ຕໍ່ເຫດການດັ່ງກ່າວ ເຈົ້າໜ້າກຳລັງເລັ່ງສືບຫາ ໂຈນລັກຕັດສາຍໄຟຟ້າເຍືອງທາງເພື່ອມາດຳເນີນຄະດີ. ເພາະມັນສົ່ງຜົລກະທົບ ຕໍ່ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃຫ້ຫຼ້າຊ້າ ອອກໄປ. ຕາມບໍຣິສັດຮ່ວມພັທນາທາງດ່ວນ ລາວ-ຈີນ ຈຳກັດ ແຈ້ງວ່າໄດ້ ເລື່ອນການເປີດ ທາງດ່ວນ ວຽງຈັນ-ວັງວຽງ ໄປໃສ່ວັນທີ 20-30 ເດືອນທັນວາ 2020. ເນື່ອງຈາກ ການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ ບໍ່ທັນສຳເຣັດຕາມແຜນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.