ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມ ຫຼື EPI ປີ 2024 ສະບັບຫຼ້າສຸດ ໄດ້ລາຍງານເລື່ອງ ດ້ານຄວາມຍືນຍົງ, ສຸຂະພາບສິ່ງແວດລ້ອມ, ແລະ ຄວາມສົມບູນຂອງລະບົບນິເວດທົ່ວໂລກ.
ປະເທດລາວ ຖືກຈັດອັນດັບ ໃຫ້ຢູ່ໃນອັນດັບທີ່ 178 ຈາກທັງໝົດ 180 ປະເທດທົ່ວໂລກ ດ້ວຍຄະແນນ 26.3 ຈາກ 100 ຄະແນນ ເກືອບອັບດັບສຸດທ້າຍ ຮອງຈາກປະເທດປາກີສະຖານ ແລະ ຫວຽດນາມ.
ການປະເມີນຜົນ ພົບວ່າ ປະເທດລາວ ມີການນຳໃຊ້ຊັບພະຍາກອນທຳມະຊາດຢ່າງໜັກໜ່ວງ ແລະ ຂາດປະສິດທິພາບໃນການຄວບຄຸມ ເປັນຕົ້ນ ເລື່ອງຄຸນ ນະພາບອາກາດ, ການບໍລິຫານ-ຈັດການນໍ້າ, ການຈັດການຂີ້ເຫຍື້ອ, ການປົກປັກຮັກສາປ່າໄມ້ ແລະ ການປ່ອຍອາຍພິດເຮືອນແກ້ວ.
ເຈົ້າໜ້າທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ສຽງເຈົ້າໜ້າທີ່ ກະຊວງກະສິກຳແລະສິ່ງແວດລ້ອມສຳປະທານໄດ້ເງິນມາບໍລິຫານຢູ່ ແຕ່ວ່າ ບໍ່ສົມຄ່ານ່າ ສຳພັດວ່າ ປ່າໄມ້ຖືກຫຼຸດລົງ ບໍ່ໄດ້ຕາມແຜນຍຸດທະສາດຂອງປ່າໄມ້ ຄັນບໍ່ຄຸມແທ້ ມັນກະໂອ້ ປ່າໄມ້ຫຼຸດນ້ອຍຖອຍລົງແລ້ວ ຊາວບ້ານບໍ່ມີດິນທຳການຜະ ລິດ.
ຕະຫຼອດຫຼາຍປີມານີ້ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດຕ່າງປະເທດ ໂດຍສະເພາະ ຈີນ ແລະຫວຽດນາມ ທີ່ເປັນຜູ້ເຂົ້າມາລົງທຶນສູງສຸດໃນລາວ ເຂົ້າມາເຊົ່າ-ສຳປະທານ ທີ່ດິນແລະປ່າໄມ້ ເປັນຈຳນວນຫຼາຍ ໂດຍບໍ່ມີການຄວບຄຸມປະລິມານ ແລະຄຸນນະພາບ.
ຫຼາຍໂຄງການ ບໍ່ປະຕິບັດຕາມສັນຍາດ້ານສິ່ງແວດລ້ອມ ເຮັດໃຫ້ເກິດຜົນກະທົບຕໍ່ສິ່ງ ແວດລ້ອມ ແລະສັງຄົມຢ່າງໜັກ ຍົກໂຕຢ່າງ ມີການປ່ອຍສານເຄມີລົງສູ່ແຫຼ່ງນ້ຳ ທຳມະຊາດ ກະທົບຕໍ່ລະບົບນິເວດ ແລະວິຖີຊີວິດຂອງຊາວບ້ານ, ມີການຕັດໄມ້ ທຳລາຍ ປ່າ ເພື່ອຂຸດຄົ້ນແຮ່ທາດ ເພື່ອປູກພືດເສດຖະກິດ ແລະ ການສ້າງເຂື່ອນເປັນ ຈຳນວນ ຫຼາຍ ເມື່ອເກິດຜົນກະທົບຂຶ້ນແລ້ວ ພັດບໍ່ສາມາດແກ້ໄຂຜົນກະທົບເຫຼົ່ານັ້ນໄດ້ຢ່າງ ມີປະສິດທິພາບ.
