ບໍຣິສັດນໍ້າທາ ແຈ້ງຄວາມ ເອົາເຣື່ອງຊາວບ້ານ

ໄຊຍາ
2021.02.23
ບໍຣິສັດນໍ້າທາ ແຈ້ງຄວາມ ເອົາເຣື່ອງຊາວບ້ານ ວັນທີ 1 ກຸມພາ 2021 ບໍຣິສັດນໍ້າທາກໍ່ສ້າງ ຂົວ-ທາງ, ເອົາຣົດຈົກ, ພະນັກງານ ແລະ ຄົນງານ ໄປບຸກເບີກທີ່ິດິນຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ພາບປະກອບ: ນັກຂ່າວພົລເມືອງ

ບໍຣິສັດນໍ້າທາ ກໍ່ສ້າງຂົວທາງ ຈຳກັດ ໄດ້ເຂົ້າແຈ້ງຄວາມ ກັບ ເຈົ້າໜ້າທີ່ຕຳຣວດ ເມືອງໄຊເສດຖາ ຄູ່ກໍຣະນີຂັດແຍ່ງທີ່ດິນຢູ່ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ ໄດ້ຖ່າຍຄລິບ ໃນມື້ທີ່ ບໍຣິສັດນ້ຳທາກໍ່ສ້າງ ໄດ້ນຳເອົາພະນັກງານ ໄປບຸກລຸກດິນ ຂອງປະຊາຊົນ ທີ່ອ້າງວ່າມີກັມມະສິດ ໃນດິນຕອນດັ່ງກ່າວ ເມື່ອຕົ້ນເດືອນກຸມພາ ຜ່ານມາ.

ຕໍ່ການແຈ້ງຄວາມ ຕຳຣວດ ກໍໄດ້ສົ່ງໝາຍເຊີນ ມາຍັງຄູ່ກໍຣະນີ ເມື່ອວັນທີ 01 ກຸມພາ ຜ່ານມາ. ແຕ່ຄູ່ກໍຣະນີ ໄດ້ສົ່ງທະນາຍ ເຂົ້າໄປຄອບ ຂໍເລື່ອນໄປກ່ອນ. ດັ່ງຄູ່ກໍຣະນີ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 23 ກຸມພາ ວ່າ:

"ຂະເຈົ້າແຮງກຳລັງຟ້ອງເອື້ອຍ ຢາກຈະໃຫ້ເອື້ອຍໄປສອບເຣື່ອງເອື້ອຍ ລົງຄລິບ ອີ່ຫຍັງຫັ້ນລະ ເຮົາກາລົງຕາມຄວາມເປັນຈິງ. ຖືກເຊີນໄປຫັ້ນລະ ແຕ່ເອື້ອຍຍັງບໍ່ໄດ້ໄປ ເພາະວ່າ ເອື້ອຍຍັງຄາວຽກ ໃຫ້ທາງທະນາຍໄປຄອບເລື່ອນ."

ຍານາງໄດ້ກ່າວຕື່ມວ່າ ຄັນເວົ້າຕາມຄວາມຈີງແລ້ວ ຕົນກໍໄດ້ຖ່າຍຄລີບວີດີໂອ ທີ່ເກີດຂຶ້ນຕາມ ສະພາບຄວາມເປັນຈິງບໍ່ໄດ້ ບິດເບືອນຂໍ້ມູນ ແລະ ບໍ່ໄດ້ໃສ່ຮ້າຍປ້າຍສີຜູ້ໃດ ແລະ ກໍພ້ອມທີ່ຈະໄປໃຫ້ຂໍ້ມູນ ແກ່ເຈົ້າໜ້າທີ່ ເມື່ອເຖີງເວລາທີ່ເໝາະສົມ.

ຜ່ານມາທາງຄະນະກວດກາສູນກາງພັກ ກໍໄດ້ແຕ່ງຕັ້ງຄະນະສະເພາະກິຈ ລົງມາກວດສອບ ບັນຫາດັ່ງກ່າວແລ້ວຫຼັງຈາກຊາວບ້ານ ຫຼາຍຄົນໄດ້ຮ້ອງທຸກໄປຍັງ ຄະນະກວດກາ ສູນກາງພັກ ໄດ້ມອບໃຫ້ນະຄອນຫຼວງວຽງຈັນ ເປັນຜູ້ໄກ່ເກັ່ຽ ແກ້ໄຂບັນຫານີ້. ໂດຍ ພາກສ່ວນກ່ຽວຂ້ອງ ກໍໄດ້ ແນະນຳໃຫ້ຊາວບ້ານ ທີ່ຖືກບຸກລຸກທີ່ດິນ ຢູ່ແບບສງົບຈົນກວ່າ ຈະມີການແກ້ໄຂຫາລືກັນ ສຳເຣັດ.

ສ່ວນຊາວບ້ານອີກຄົນນຶ່ງ ທີ່ຖືກບໍຣິສັດນໍ້າທາ ກໍ່ສ້າງຂົວທາງຈຳກັດ ບຸກລຸກທີ່ດິນນັ້ນປັຈຈຸບັນ ຊາວບ້ານຫຼາຍຄົນຍັງມາເຝົ້າທີ່ດິນ ຂອງຕົນເອງ ທຸກມື້ເພື່ອປ້ອງກັນບໍ່ໃຫ້ ບໍຣິສັດ ມາບຸກລຸກ ທີ່ດິນຕື່ມອີກ. ເຊິ່ງໄລຍະຜ່ານມານີ້ ກໍບໍ່ໄດ້ບຸກລຸກອີກເລີຍ ຫຼັງຈາກ ຄະນະກວດກາສູນກາງພັກ ໄດ້ລົງພື້ນທີ່ມາກວດສອບ. ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກການ ບຸກລຸກດິນໄດ້ກ່າວວ່າ:

"ໂອ; ກະທຽວໄປເບິ່ງຄູ່ມື້ດຽວນີ້ ອົງການກວດກາ ເພິ່ນກຳລັງລົງມາຫັ້ນ ສຳຣວດລະກະມາແກ້ໄຂບັນຫາຫັ້ນນະ ຖືວ່າຍັງບໍ່ທັນມີ ຫຍັງແບບວ່າຜົລກະທົບເທື່ອ. ນອກຈາກຊຸດແລ້ວ ຫັ້ນນະແຕ່ວ່າ ໂຊນອື່ນຍິນເຂົາຂ່າວຢູ່ ແຕ່ວ່າຄວາມເປັນຈິງເປັນແນວໃດກະບໍ່ຮູ້."

ຕໍ່ກໍຣະນີດັ່ງກ່າວ ທາງ RFA ກໍໄດ້ຕິດຕໍ່ໄປຍັງ ບໍຣິສັດ ນໍ້າທາ ກໍ່ສ້າງຂົວທາງຈຳກັດ ເພື່ອ ສອບຖາມລາຍຣະອຽດ ເພີ່ມຕື່ມ ແຕ່ຍັງບໍ່ທັນໄດ້ຮັບຄຳຕອບ. ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການປ້ອງກັນຄວາມສງົບ ເມືອງໄຊເສດຖາ ຍັງໃຫ້ຄຳຕອບເຣື່ອງນີ້ ບໍ່ທັນໄດ້.

ຄະນະກວດກາສູນກາງພັກ ກໍໄດ້ຊີ້ແຈງວ່າ ປັຈຈຸບັນກຳລັງມີ ການແກ້ໄຂບັນຫາຕາມຂັ້ນຕອນ ເຊິ່ງຍັງບໍ່ສາມາດເປີດເຜີຍໄດ້ ເທື່ອ. ດັ່ງເຈົ້າໜ້າທີ່ ຄະນະກວດກາສູນກາງພັກ ໄດ້ກ່າວວ່າ:

"ເພິ່ນຈະມີຄຳເຫັນແກ້ໄຂດອກ ຫົວໜ້າຫ້ອງການ ອົງການກວດກາຣັຖບານ ມັນແມ່ນອົງການດຽວກັນ ແຕ່ຢາກໃຫ້ມາ ຜ່ານກ່ອນ."

ນັກກົດໝາຍທີ່ດິນ ໄດ້ກ່າວເຖີງສາເຫດທີ່ ບໍຣິສັດ ນໍ້າທາກໍ່ສ້າງຂົວທາງຈຳກັດ ໄດ້ບຸກລຸກ ດິນຊາວບ້ານ ທີ່ມີໃບນໍາໃຊ້ຍ້ອນວ່າ ບໍຣິສັດ ດັ່ງກ່າວພຍາຍາມເອົາດິນ ທີ່ນອກເໜືອຈາກ ຣັຖອະນຸມັດ ເພື່ອໃຫ້ຄົບຕາມຈຳນວນ. ດັ່ງທ່ານໄດ້ກ່າວວ່າ:

"ເຂົາວ່າບ່ອນໃດ ທີ່ມີໃບຕາດິນຂອບທອງ ທີ່ຖືກຕ້ອງຕາມກົດໝາຍ ແລ້ວແມ່ນໃຫ້ໂຈະ, ບໍ່ໃຫ້ໄປເອົາຂອງປະຊາຊົນ ແຕ່ເຂດໃດ ມີພຽງໃບນໍາໃຊ້ຂອງປະຊາຊົນ ແຕ່ ເຂດໃດມີພຽງ ໃບນໍາໃຊ້ຫັ້ນນ່າ, ສາມາດເອົາເກີນກະໄດ້ ໃຫ້ມັນຄົບຕາມຈຳນວນ ທີ່ ຣັຖບານ ມອບໃຫ້ຫັ້ນ ກະເລີຍມີການໂຕ້ຖຽງກັນ."

ສາເຫດທີ່ບໍຣິສັດ ນໍ້າທາກໍ່ສ້າງຂົວທາງຈຳກັດ ຟ້ອງຄູ່ກໍຣະນີ ນັ້ນເກີດມາຈາກເມື່ອວັນທີ 01 ກຸມພາ ຜ່ານມາ ບໍຣິສັດນໍ້າທາໄດ້ ນຳເອົາຣົດຈົກ ພ້ອມກັບພະນັກງານ ຈຳນວນນຶ່ງໄປ ບຸກລຸກ ທີ່ດິນຂອງຊາວບ້ານເພີ່ມ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ແຕ່ຜູ້ທີ່ ອ້າງວ່າເປັນເຈົ້າຂອງດິນ ບໍ່ຍອມ ແລະເກີດມີການຜິດຖຽງກັນ ຣະຫວ່າງ ເຈົ້າຂອງດິນ ກັບພະນັກງານ ບໍຣິສັດ.

ຈາກເຫດການດັ່ງກ່າວ ແກ່ຍາວມາເຖິງປັຈຈຸບັນ ເຣື່ອງດັ່ງກ່າວ ຍັງຢູ່ໃນຂັ້ນຕອນ ທີ່ກຳລັງແກ້ໄຂ ຈາກຄະນະກວດກາ ສູນກາງພັກ. ແຕ່ຄູ່ກໍຣະນີ ທີ່ເປັນຊາວບ້ານ ກໍຖືກບໍຣິສັດ ນໍ້າທາຟ້ອງ ຂໍ້ຫາ ປະຈານລົງ ສື່ສັງຄົມອອນລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.