ຜູ້ເຄາະຮ້າຍຍ້ອນໄຟໄໝ້ ຍັງ ລໍາບາກ

0:00 / 0:00

ປັດຈຸບັນ ຊາວບ້ານດອນຄຳ ເມືອງຮຸນ ແຂວງອຸດົມໄຊ ຈຳນວນ 26 ຄອບຄົວ ມີ 135 ຄົນ ທີ່ໄດ້ຮັບເຄາະ ຈາກເຫດໄຟໄໝ້ ຍ້ອນໄຟຟ້າ ລັດວົງຈອນ ນັ້ນ ຍັງອາສັຍ ຢູ່ຕາມໂຮງຮຽນ ແລະ ບ້ານ ຍາດພີ່ນ້ອງ ໃນຂນະທີ່ ກຳລັງ ມີການສ້າງເຮືອນ ຫລັງໃໝ່ ແຕ່ກໍຍັງ ຂາດເຂີນ ເຄື່ອງນຸ່ງຫົ່ມ, ເຄື່ອງຄົວກິນ ແລະ ສິ່ງທີ່ຈຳເປັນ ປະຈຳວັນຢູ່. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງອຸດົມໄຊ ຕໍ່ RFA ໃນວັນທີ 10 ມິນາ ນີ້ວ່າ:

"ເປັນເສື້ອຜ້າ ອາຫານ ຫລືວ່າສິ່ງໃຊ້ ໃນຄອບຄົວ ມິຫຍັງ ທີ່ຈຳເປັນ ຫັ້ນນະ ເປັນເງິນບໍ ຫລືວັດຖຸປັດໃຈ ທີ່ຂະເຈົ້າ ເສັຽຫາຍໄປຫັ້ນ ຍັງບໍ່ແລ້ວ ເທື່ອນ່າ".

ແຕ່ເຖິງຢ່າງໃດ ເຈົ້າແຂວງອຸດົມໄຊ ກໍໄດ້ໄປສຳຣວດ ຄວາມເສັຽຫາຍ ພົບພໍ້ປະຊາຊົນ ທີ່ໄດ້ຮັບ ເຄາະຮ້າຍ ເມື່ອວັນທີ 2 ມີນາ ແລະ ໄດ້ມອບຊີເມັນ, ດິນບ໊ອກ ເພື່ອໃຫ້ ປຸກເຮືອນໃໝ່. ດັ່ງທີ່ນາງ ກ່າວ ຕື່ມອີກວ່າ:

"ເພິ່ນເບິ່ງຕອນທີ່ວ່າ ມັນເສັຽຫາຍ ຫຼາຍຊ່ຳໃດຫັ້ນນະ ເພິ່ນກໍໄດ້ ມາກວດກາ ເບິ່ງນຳ ຊ່ວຍເຫລືອ ແບບຈະເປັນ ຊີເມັນ ເປັນອຸປກອນ ທີ່ວ່າກໍ່ສ້າງ ເຮືອນ ມີຫຍັງທຳນອງ ນີ້ຫັ້ນນະ ໃກ້ຊິແລ້ວໆ ສ້າງ ບ້ານໃຫ້ ນັ້ນນະ ພາກສ່ວນອື່ນ ກໍມາຊ່ວຍເຫລືອ ຢູ່ນໍໃນເມືອງ ຫລືວ່າ ພາຍໃນແຂວງ ພາຍໃນ ປະເທສນໍ"

ນາງເວົ້າວ່າ ປັດຈຸບັນ ຊາວບ້ານດອນຄຳ 26 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກອັກຄີໄພ ທີ່ວ່ານັ້ນ ໄດ້ຮັບການ ຊ່ວຍເຫຼືອຈາກຫຼາຍ ພາກສ່ວນ ທັງພາກຣັຖ ແລະພາກ ປະຊາຊົນ ໃນການສ້າງ ເຮືອນໃໝ່, ອາຫານການກິນ ເປັນຕົ້ນ ອາຫານແຫ້ງ ແລະ ເຄື່ອງໃຊ້ ຂອງສອຍ ທີ່ຈຳເປັນ ຈຳນວນນຶ່ງ.