ຣັຖບານ ຫລຸດອາກອນ ນ້ຳມັນ ແຕ່ລາຄາ ຍັງແພງຢູ່

0:00 / 0:00

ເມື່ອບໍ່ດົນມານີ້ ທາງການລາວຫລຸດອາກອນ ຊົມໃຊ້ນໍ້າມັນເຊື້ອເພີງ 2 ຄັ້ງ ເພື່ອເຮັດໃຫ້ລາຄານໍ້າມັນຖືກລົງແດ່ ແລະນໍ້າມັນບໍ່ຂາດຕລາດ ແຕ່ນັກວິຊາການເວົ້າວ່າ ເປັນການແກ້ໄຂບັນຫາ ໄດ້ໃນລະດັບນຶ່ງ ຂະນະທີ່ປະຊາຊົນເວົ້າວ່າ ເຖິງປານນັ້ນ ລາຄານໍ້າມັນກໍຍັງແພງກວ່າແຕ່ກ່ອນ.

ຍານາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າ ພາຍໃນ ໄດ້ກ່າວຕໍ່ກອງປະຊຸມ ປຶກສາຫາລື ກ່ຽວກັບການຄຸ້ມຄອງ ລາຄານໍ້າມັນເຊື້ອເພີງ ແລະການຄິດໄລ່ ໂຄງສ້າງລາຄານໍ້າມັນຢູ່ລາວ ທີ່ກະຊວງອຸດສາຫະກໍາ ແລະການຄ້າໃນມື້ວັນທີ 1 ກໍຣະກະດານີ້ວ່າ ມາເຖິງປັດຈຸບັນ ໄດ້ຫລຸດອາກອນຊົມໃຊ້ ນໍ້າມັນເຊື້ອໄຟລົງ 2 ຄັ້ງ ເຊັ່ນຄັ້ງທໍາອິດ ນໍ້າມັນແອັດຊັງທັມມະດາ ຫລຸດຈາກ 31% ລົງມາເປັນ 16% ແລະຄັ້ງທີ 2 ຈາກ 16% ລົງມາເປັນ 5% ແລະນໍ້າມັນກາຊວນ ຄັ້ງທໍາອິດ ຫລຸດຈາກ 21% ລົງມາເປັນ 11% ແລະຄັ້ງທີ 2 ຈາກ 11% ລົງມາເປັນ 0% ຄືບໍ່ເກັບນໍາ.

ຍານາງເວົ້າຕື່ມຕອນນຶ່ງວ່າ ຣັຖບານໄດ້ອະນຸມັດຕື່ມອີກ 200 ລ້ານໂດລ້າຣ໌ ເພື່ອ​ນຳ​ນ້ຳ​ມັນ​ເຊື້ອ​ເພີງເຂົ້າມາສໍາລັບເດືອນກໍ​ຣະກະດາ ກັບເດືອນ​ສິງ​ຫານີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າເວົ້າວ່າ ໄດ້ຫລຸດອາກອນຊົມ ໃຊ້ນໍ້າມັນເຊື້ອເພີງນີ້ມາແລ້ວ 2 ຄັ້ງ ເພື່ອເຮັດໃຫ້ລາຄານໍ້າມັນຖືກລົງ ແລະບໍ່ໃຫ້ນໍ້າມັນຂາດຕລາດ ແລະຊ່ອຍປະຊາຊົນ ທີ່ໄດ້ຊື້ນໍ້າມັນແພງ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ກໍຣະກະດານີ້ວ່າ:

" ຈັດຕັ້ງແລ້ວ ໄດ້ 2 ຄັ້ງແລ້ວເດ໋ ເພາະວ່າປົກກະຕິ ສົມມຸດວ່າ ນໍ້າມັນລິດນຶ່ງ 10 ພັນກີບ ຖ້າເກັບອາກອນຊົມໃຊ້ຕື່ມອີກ ມັນກໍສິເປັນປະມານ 13-14 ພັນກີບພຸ້ນແຫລະ. ແຕ່ວ່າຣັຖບານເພິ່ນຊ່ວຍຫລຸດອາກອນຫັ້ນ ເຫລືອ 0% ເຮົາກໍຈະໄດ້ຊື້ໃນລາຄາຖືກລົງ ປັດຈຸບັນພວກເຮົາກໍາລັງລະດົມ ບໍຣິສັດຫັ້ນວ່າ ໃຫ້ເສັຽສະລະຊ່ວຍກັນ ຫລຸບທຶນ ກໍຊ່ວງນີ້ ເປັນບາງຊ່ວງເນາະ ເພາະວ່າຜ່ານມາແຕ່ກີ້ ເຂົາເຈົ້າກໍໄດ້ກໍາໄລມາ ບໍ່ແມ່ໜ້ອຍແລ້ວນ່າ ແຕ່ວ່າເວລາຫລຸບທຶນແລ້ວ ກໍຕ້ອງໄດ້ຊ່ວຍນໍາປະຊາຊົນ ເບື້ອງຣັຖເຮົານີ້. "

ແລະອາຈານຄະນະເສຖສາຕ ແລະບໍຣິຫານທຸຣະກິຈ ມະຫາວິທຍາລັຍແຫ່ງຊາຕລາວ ກໍໃຫ້ຄໍາເຫັນໃນມື້ດຽວກັນນີ້ວ່າ ການຫລຸດອາກອນຊົມໃຊ້ 2 ຄັ້ງທີ່ວ່ານັ້ນ ເປັນການແກ້ໄຂບັນຫາຫຍຸ້ງຍາກ ໄດ້ໃນລະດັບນຶ່ງ, ເຮັດໃຫ້ປະຊາຊົນ ໄດ້ຊື້ນໍ້າມັນຖືກລົງ ແລະເປັນລາຄາທີ່ຣັຖບານກໍານົດ ຍ້ອນວ່າລາຄານໍ້າມັນຢູ່ລາວບໍ່ສາມາດຄອບຄຸມໄດ້ ເພາະມັນຂຶ້ນຢູ່ກັບລາຄານໍ້າມັນ ໃນຕລາດໂລກ.

" ມັນກໍແກ້ໄຂເນາະ ບັນຫາທຸກໃນຣະດັບນຶ່ງ ອັນນີ້ ອັນເຮົາ ມັນບໍ່ສາມາດຄວບຄຸມໄດ້ ເພາະວ່າເຣື່ອງຂອງລາຄານໍ້າມັນນີ້ ມັນເປັນເຣື່ອງຂອງລາຄາຕລາດໂລກເດ໋ ພວກເຮົາບໍ່ສາມາດກັນເໜັງໄດ້ ພວກເຮົາບໍ່ສາມາດຜລິດເອງໄດ້ ຄືດັ່ງອາຈານໄດ້ເວົ້າຫັ້ນແຫລະ ເຮົາເປັນປະເທດນໍາເຂົ້າ ມີແຕ່ເຮັດແນວໃດເນາະ ຖ້າຫາກວ່າມັນມີຜົລກະທົບ ຂອງລາຄາຕລາດໂລກ ມັນກະທົບໄປໝົດຫັ້ນແຫລະເນາະ ບໍ່ສະເພາະແຕ່ສປປລາວເຮົາດອກ. "

ລາຄານໍ້າມັນແພງ ກະທົບໃສ່ຄ່າຄອງຊີບຂອງປະຊາຊົນຫລາຍ ຍ້ອນລາຄາອາຫານ-ການກິນ ແລະເຄື່ອງໃຊ້-ຂອງສອຍແພງຂຶ້ນ ທັງຊີ້ນ, ປາ, ຜັກ ແລະໝາກໄມ້.

ໃນປີ 2022 ນີ້ ທາງການລາວປັບຂຶ້ນລາຄານໍ້າມັນ 15 ຄັ້ງແລ້ວ ຊຶ່ງໃນຂະນະນີ້ ລາຄານໍ້າມັນເຊື້ອເພີງທຸກຊນິດ ຄືແອັດຊັງທັມມະດາ 21,410 ກີບຕໍ່ລິດ, ແອັດຊັງພິເສດ 30,250 ກີບຕໍ່ລິດ ແລະກາຊວນ 22,180 ກີບຕໍ່ລິດ.

ແຕ່ໃນສະພາບຕົວຈິງ ຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ກວດກາ ການຄ້າ, ກວດພົບປໍ້າຂາຍນໍ້າມັນ ໃນເຂດເທສບານ 2 ແຫ່ງໃນມື້ວັນທີ 3 ກໍຣະກະດານີ້ ທີ່ຂາຍນໍ້າມັນເກີນລາຄາ ທີ່ທາງການກໍານົດ ຄືຂາຍແອັດຊັງທັມມະດາໃນລາຄາ 25,000 ກີບຕໍ່ລິດ, ກາຊວນ 25,000 ກີບຕໍ່ລິດ ແລະຂາຍເປັນເງິນບາດ. ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ແລະບໍ່ໃຫ້ຂາຍໄປຈົນກວ່າວ່າ ປໍ້ານໍ້າມັນນັ້ນຈະຂາຍໃນລາຄາ ທີ່ທາງການກໍານົດໃຫ້.

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວ ເວົ້າເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ກໍຣະກາດານີ້ວ່າ ຮ້ານຂາຍນໍ້າມັນລາຍຍ່ອຍ ຄືຈະບໍ່ມີຂາຍ, ບໍ່ມີນໍ້າມັນສນອງໃຫ້.

" ລາຍຍ່ອຍຄືບໍ່ມີດອກ ຕາມເບິ່ງ ບໍຣິສັດກໍບໍ່ມີນໍ້າມັນໄປສົ່ງໃຫ້ ກໍສິປິດໄປຫລາຍປໍ້າຢູ່ຕາມເບິ່ງ ຖ້າມີນໍ້າມັນສນອງໃຫ້ເຂົາເຈົ້າ ກໍຂາຍໄດ້ ຢ້ານແຕ່ບໍ່ມີນໍ້າມັນສນອງໃຫ້ ບໍຣິສັດນໍາເຂົ້າບໍ່ໄດ້ເດ໋ ໄດ້ໂຄຕ້າ ມີແຕ່ບໍຣິສັດນໍ້າມັນເຊື້ອໄຟລາວ ກັບ ປຕທ ຫັ້ນເນາະ. "

ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກ່າວຕໍ່ກອງປຸຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕໃນມື້ວັນທີ 15 ມິຖຸນາວ່າ ນັບຕັ້ງ ແຕ່ວັນຈັນ ທີ 20 ມິຖຸນາເປັນຕົ້ນໄປ ການຈໍາໜ່າຍນໍ້າມັນເຊື້ອເພີງ ໃນຂອບເຂດທົ່ວປະເທດ ຈະເຂົ້າສູ່ສະວະປົກກະຕິ ເນື່ອງຈາກຣັຖບານໄດ້ອະນຸມັດຕື່ມອີກ 200 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ນໍານໍ້າມັນເຂົ້າມາຈໍານວນ 200 ລ້ານລິດ ເພື່ອຈໍາໜ່າຍໃນເດືອນມິຖຸນາ ຫາເດືອນສິງຫາ 2022 ນີ້.

ເຣື່ອງການຫລຸດ ອາກອນຊົມໃຊ້ນໍ້າມັນລົງ 2 ຄັ້ງນີ້ ພະນັກງານຂົນສົ່ງດ່ານ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເວົ້າວ່າ ລາຄານໍ້າມັນແພງຂຶ້ນ, ແຕ່ກ່ອນເຄີຍຕື່ມນໍ້າມັນແອັດຊັງທັມມະດາ 13-14 ພັນກີບຕໍ່ລິດ, ມາດຽວນີ້ແມ່ນ 21 ພັນປາຍກີບຕໍ່ລິດ, ແຕ່ດຽວນີ້ນໍ້າມັນບໍ່ຂາດແລ້ວ, ມີແຕ່ວ່າຢາກໃຫ້ເພິ່ນ ມີນະໂຍບາຍຫລຸດຜ່ອນ ລາຄານໍ້າລົງກວ່ານີ້.

" ສໍາລັບເຮົາ ມັນກໍເປັນສິ່ງຈໍາເປັນເນາະ ນໍ້າມັນເນາະ ເຮົາໄດ້ໃສ່ຕລອດເດ໊ ເຮົາໄດ້ທຽວໃສ່ໄປທຽວວຽກເຮົາຫັ້ນນ່າ ກໍຢາກໃຫ້ເພິ່ນຫລຸດຜ່ອນ ລົງໜ້ອຍນຶ່ງຫັ້ນແຫລະ ພໍຫລຸດບັນເທົາລົງໜ້ອຍນຶ່ງ ນໍາມັນກໍເຊົາຂາດແລ້ວ ແຕ່ມັນກໍຍັງລາຄາແພງຄືເກົ່າຫັ້ນແຫລະ. "

ແລະປະຊາຊົນ ໃນນະຄອນຫລວງວຽງຈັນ ກໍເວົ້າໃນມື້ວັນທີ 4 ກໍຣະກະດານີ້ວ່າ ເຖິງແມ່ນທາງການຫລຸດອາກອນຊົມໃຊ້ນໍ້າມັນລົງ ແຕ່ລາຄານໍ້າມັນໜ້າປໍ້າ ກໍຍັງແພງຄືເກົ່າ, ແຕ່ກ່ອນ ກາຊວນເຄີຍໃສ່ຣົຖລິດນຶ່ງ 10​ ພັນປາຍກີບ, ແຕ່ດຽວນີ້ ລິດນຶ່ງ 22 ພັນປາຍກີບ ແລະລາຄາເຄື່ອງຂອງ ບໍ່ໄດ້ຫລຸດລົງ ເຊັ່ນ ໄຂ່ໄກ່ ແຕ່ກ່ອນແຕະນຶ່ງ 20 ພັນປາຍກີບ ກໍຂຶ້ນເປັນ 40-50 ພັນກີບ, ໝີ່ໄວໄວ ຫໍ່ນຶ່ງຂຶ້ນຈາກ 35 ພັນກີບເປັນ 70 ພັນກີບ, ໝາກພິກ ຂຶ້ນຈາກກິໂລລະ 20 ພັນກີບເປັນ 60 ພັນກີບ, ຢາກໃຫ້ຂັ້ນເທິງເລັ່ງແກ້ໄຂບັນຫານີ້.

ດັ່ງທີ່ທ່ານກ່າວວ່າ:

" ໃຫ້ຂັ້ນເທິງເບິ່ງແດ່ເດີ ເພາະວ່າປະຊາຊົນມັນ ກໍຫາເງິນບໍ່ໄດ້ເນາະ ເງິນໜ້ອຍ ໄດ້ໜ້ອຍ ແຕ່ວ່າຄ່າຄອງຊີບຄ່າອັນນັ້ນກໍບັກຫລາຍໆ ແພງໆ ຄ່າເຄື່ອງປະເພດອາຫານກໍຂຶ້ນ ແຕ່ກີ້ເງິນລ້ານນຶ່ງ ໄປຕລາດໄດ້ບັກຫລາຍໆ ດຽວນີ້ເງິນລ້ານນຶ່ງຊື້ໄດ້ແຕ່ຜັກ. "

ເຣື່ອງການຄຸ້ມຄອງລາຄານໍ້າມັນ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຢູ່ໃນກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງລາຄານໍ້າມັນ ເຊື້ອເພີງ ແລະການຄິດໄລ່ໂຄງສ້າງລາຄານໍ້າມັນນັ້ນວ່າ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຮ່ວມກັບຂແນງການທີ່ກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸງແຕ່ງ ຫລືໂຮງງານປະສົມນໍ້າມັນເຊື້ອເພີງ ພາຍໃນປະເທດ ເຊັ່ນໂຮງງານກັ່ນນໍ້າມັນເປັກ, ໂຮງງານປະສົມນໍ້າມັນເຊື້ອເພີງຍອດງື່ມ ພາວເວີ ແລະໂຮງງານນໍ້າມັນ ກາຊວນຊີວະພາບ ອາໂກຣເທັກ ເພື່ອເພິ່ມການ ສນອງນໍ້າມັນພາຍໃນປະເທດ ໃຫ້ພຽງພໍ ສໍາລັບການຜລິດ ແລະການດໍາລົງຊີວິຕ ຂອງປະຊາຊົນ.