ດິນທີ່ລາວ ມອບໃຫ້ນັກລົງທຶນ ສຳປະທານ ນັ້ນ ໄດ້ຮັບການພັດທະນາ ບໍ່ຮອດເຖິງເຄິ່ງໜຶ່ງ
2025.02.07
ຫຼາຍພາກສ່ວນໃນລາວ ສະໜີໃຫ້ລັດຖະບານລາວ ແກ້ໄຂ ບັນຫາ ແລະ ຂໍ້ຂັດແຍ້ງ ເລື່ອງທີ່ດິນ ຢ່າງເຂັ້ມງວດ ໂດຍສະເພາະ ກໍລະນີ ທີ່ທາງການລາວ ນັບແຕ່ສູນກາງ ລົງມາຮອດຂັ້ນແຂວງ ທີ່ມີການອະນຸຍາດ ໃຫ້ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ມາເຊົ່າ-ສໍາປະທານ ທີ່ດິນ ແຕ່ບໍ່ມີການພັດທະນາ ເຮັດໃຫ້ລັດ ບໍ່ສາມາດ ຈັດເກັບພາສີອາກອນທີ່ດິນ ໄດ້, ບາງຂົງເຂດ ກໍເກີດຂໍ້ຂັດແຍ້ງກັບຊາວບ້ານ ໃນພື້ນທີ່.
ຂະນະທີ່ຊາວລາວທ່ານໜຶ່ງ ໃນແຂວງຈຳປາສັກ ເຫັນວ່າ ໃນເມື່ອທາງການລາວ ອະນຸຍາດໃຫ້ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ມາເຊົ່າ-ສໍາປະທານທີ່ດິນແລ້ວ ແຕ່ ບໍ່ສາມາດຄຸ້ມຄອງ ແລະ ຈັດເກັບພາສີອາກອນທີ່ດິນ ໄດ້ ກໍບໍ່ຄວນອະນຸຍາດ ເຊົ່າ-ສໍາປະທານທີ່ດິນຕື່ມອີກ, ດັ່ງ ທ່ານກ່າວວ່າ:
“ຄັນເຮົດຄືຜ່ານມານີ້ ບໍລິສັດມາອີ່ສັງ ກະຂາຍໃຫ້ຂາຍໃຫ້ບໍລິສັດ ມັນຊິຖືກບໍ່ແນວນັ້ນ ຄັນເຈົ້າເຮັດບໍ່ຖືກຕ້ອງ ຄັນເຈົ້າເຮັດບໍ່ສອດຄ່ອງນີ້.”
ຊາວລາວທ່ານໜຶ່ງ ໃນແຂວງຜົ້ງສາລີ ທີ່ເຮັດວຽກດ້ານການອະນຸລັກປ່າໄມ້ ກ່າວວ່າ ເມື່ອອະນຸຍາດໃຫ້ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ມາເຊົ່າ-ສໍາປະທານ ທີ່ດິນແລ້ວ ທາງການລາວ ກໍຄວນຈະຕິດຕາມ-ກວດກາ ບັນດາໂຄງການເຫຼົ່ານັ້ນ ຢ່າງເຂັ້ມງວດ ຫາກເຊົ່າ-ສໍາປະທານ ທີ່ດິນໄປແລ້ວ ແຕ່ບໍ່ມີການພັດທະນາ ກໍເຮັດໃຫ້ປະເທດ ເສຍຜົນປະໂຫຍດ ໄປລ້າໆ, ດັ່ງ ທ່ານກ່າວວ່າ:
“ປະຊາຊົນ ຫຼື ນັກທຸລະກິດ ຫຼືວ່າ ພາກລັດເຮົານີ້ ຕ້ອງໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ຄັນວ່າ ພາກລັດເຮົາບໍ່ອຳນວຍຄວາມສະດວກນີ້ ບໍ່ສາມາດຈະເຮັດໄດ້ເນາະ ອະນຸຍາດໄປ ເຂົາກະສວຍໂອກາດ.”
ປັດຈຸບັນ ທົ່ວປະເທດລາວ ມີຈຳນວນໂຄງການ ເຊົ່າ-ສຳປະທານ ທີ່ດິນ ທັງໝົດ 2,045 ໂຄງການ ກວມເອົາເນື້ອທີ່ ປະມານ 1 ລ້ານປາຍເຮັກຕາ ແຕ່ເນື້ອທີ່ນຳໃຊ້ຕົວຈິງ ມີພຽງແຕ່ 5 ແສນ 80 ພັນປາຍເຮັກຕາ ນັ້ນໝາຍເຖິງ ມີເນື້ອທີ່ອີກຫຼາຍແສນເຮັກຕາ ຖືກເຊົ່າ-ສຳປະທານ ໄປແລ້ວ ບໍ່ມີການພັດທະນາໃດໆ.
ຂະນະທີ່ ການກວດກາ ແລະ ປະເມີນຄືນ ບັນດາໂຄງການ ໃຫ້ເຊົ່າ-ສໍາປະທານ ທີ່ດິນ ໃນທັ່ວປະເທດ ແມ່ນຖືືວ່າ ມີຄວາມຫຍຸ້ງຍາກຫຼາຍ ຍ້ອນ ເຈົ້າໜ້າທີ່ລັດ ຫຼື ພາກສ່ວນທີ່ກ່ຽວຂ້ອງ ບໍ່ເຂັ້ມງວດ ຂາດການເອົາໃຈໃສ່ ຕໍ່ວຽກງານ, ດັ່ງ ເຈົ້າໜ້າທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ທ່ານໜຶ່ງ ກ່າວວ່າ:
“ໃຫ້ເຊົ່າ ມັນຖືກຕ້ອງຕາມລະບຽບ ກະຍັງເວົ້າກັນຍາວໆ ຢູ່ນີ້ແຫຼະ ຫຍຸ້ງຍາກແດ່ຫັ້ນແຫຼະ ໄປກວດມາ ອັນໃດຫຍຸ້ງຍາກ ກະລາຍງານການນຳ ການນຳກະຊີ້ມາ ເຮົາກະປະຕິບັດຕາມ ຊິ ຫຼົບໄປຫຼົບມາຢູ່ຫັ້ນແຫຼະ.”
ກ່ຽວກັບເລື່ອງນີ້ ເມື່ອທ້າຍປີ 2024 ທີ່ຜ່ານມາ ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ ແຂວງຄຳມ່ວນ ກໍເຄີຍປະກອບຄໍາເຫັນ ກ່ຽວກັບບັນຫາທີ່ດິນ ຕໍ່ກອງປະຊຸມສະພາແຫ່ງຊາດ ວ່າ ສະໜີໃຫ້ລັດຖະບານລາວ ໂຈະແບບຖາວອນ ໃນການໃຫ້ເຊົ່າ-ສໍາປະທານ ທີ່ດິນ ໃນທັ່ວປະເທດ ເພາະເຊົ່າ-ສໍາປະທານ ໄປແລ້ວ ກໍບໍ່ໄດ້ຮັບຜົນປະໂຫຍດຫຍັງ, ດັ່ງ ທ່ານກ່າວວ່າ:
“ການສຳປະທານ ການເຊົ່າອີ່ຫຍັງຕ່າງໆ ເລື່ອງເນື້ອທີ່ດິນ ການແກ້ໄຂນີ້ ຍັງຊັກຊ້າຫຼາຍເນາະ ຖືວ່າ ປັດຈຸບັນນີ້ ກະຍັງຫຼາຍເນາະ ບັນດາໂຄງການທີ່ຈອງໄວ້ຊື່ືໆ ບໍ່ເຮັດຫຍັງ, ສອງມາ ການໃຫ້ສຳປະທານນີ້ ຂ້າພະເຈົ້າຄິດວ່າ ມັນຍາກຫຼາຍໂພດເນາະ ຜູ້ໜຶ່ງ ສອງ ສາມ ຮ້ອຍເຮັກຕາ ພັນເຮັກຕາກະມີ ແຕ່ເຮັດຕົວຈິງຫັ້ນ ບາງເທື່ອບໍ່ຮ້ອຍເຮັກຕາ.”
ສຳລັບ ວຽກງານໃນ ການແກ້ໄຂບັນຫາ ແລະ ຂໍ້ຂັດແຍ້ງ ເລື່ອງທີ່ດິນນີ້ ແມ່ນເປັນບັນຫາຊຳເຮື້ອ ມາໄດ້ຫຼາຍປີແລ້ວ ນັບແຕ່ທ່ານ ບົວສອນ ບຸບຜາວັນ ຂຶ້ນເປັນນາຍົກລັດຖະມົນຕີ ເມື່ອປີ 2006 ຈົນມາຮອດສະໄໝຂອງທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນປັດຈຸບັນ ກໍຍັງແກ້ໄຂບັນຫາທີ່ດິນ ບໍ່ບັນລຸຜົນສຳເລັດເທື່ອ.
ບັນຫາສ່ວນໜຶ່ງ ກໍຍ້ອນວ່າ ເຈົ້າໜ້າທີ່ລັດ ບາງຄົນ ພາກັນສວຍໃຊ້ ຕຳແໜ່ງ ແລະ ໜ້າທີ່ຂອງຕົວເອງ ຈັບຈອບ, ຍຶດຄອງ ເອົາທີ່ດິນຂອງລັດ ໄປເປັນກຳມະສິດຂອງຕົວເອງ ແລ້ວນຳໄປປ່ອຍເຊົ່າ-ສຳປະທານ ແບບບໍ່ມີກຳໜົດກົດເກນ ແລະ ຍັງຮັບເອົາສິນບົນ ເພື່ອໃຫ້ນັກລົງທຶນ ມາເຊົ່າ-ສຳປະທານທີ່ດິນ ແບບບໍ່ຕ້ອງຈ່າຍພາສີ-ອາກອນ ໃຫ້ກັບລັດ.