ການຄ້າໄມ້ເຖື່ອນໃນລາວ ຍັງມີຢູ່ ບໍ່ຂາດ


2013.09.17
F-logging ໄມ້ທີ່ຕັດ ຈາກ ແຜ່ນດິນລາວ
Citizen journalist

 

ເຈົ້າຫນ້າທີ່ ກະຊວງປ້ອງກັນ ຄວາມສງົບລາວ ເປີດເຜີຍວ່າ ອິງຕາມ ການລາຍງານ ຈາກທຸກແຂວງ ໃນທົ່ວປະເທດ ພົບວ່າ ຍັງມີການ ລັກລອບ ຄ້າໄມ້ ເຖື່ອນ ຢູ່ບໍ່ຂາດ ຈົນຫນ້າເປັນຫວ່ງ. ເລີ້ມແຕ່ຕົ້ນປີ 2013 ມາຮອດ ປັດຈຸບັນ ທາງການ ສາມາດຈັບກຸມ ຜູ້ຕ້ອງສົງສັຍ ໄດ້ 43 ລາຍແລ້ວ. ດັ່ງທ່ານກ່າວວ່າ:

"ຕົວໄມ້ຂະຍູງເດີ ໄມ້ຄຳພີ ໄມ້ຫີ່ງໄມ້ດູ່ ນີ້ແຫລະ ແມ່ນເຄື່ອນຍ້າຍພາຍໃນນີ້ ມັນກໍໃຊ້ເຮືອນ້ອຍ ເຮືອຫຍັງມາ ຂ້າມແມ່ນ້ຳຂອງ ເຮົາຮູ້ ຈາກແຫລ່ງຂ່າວແດ່ ສາຍລາຍວັນມາ ກໍໄດ້ໄປຈັບກຸມ".

ທ່ານກ່າວຕໍ່ໄປວ່າ ຕົວເລກດັ່ງກ່າວ ແມ່ນສະເພາະຄະດີ ທີ່ເຈົ້າຫນ້າທີ່ ຕຳຫຣວດ ຈັບພໍ່ຄ້າລັກລອບຂາຍໄມ້ເຖື່ອນບໍ່ໄດ້ ໂຮມກັບຈຳນວນ ຜູ້ລັກລອບຕັດໄມ້ ໃນເຂດປ່າສງວນ ແລະໄມ້ທ່ອນທີ່ສາມາດຢຶດໄດ້ນັ້ນສ່ວນໃຫຍ່ແມ່ນ ໄມ້ຂະຍູງ ໄມ້ຄຳພີ ໄມ້ຫີ່ງ ແລະໄມ້ດູ່ ເພາະເປັນ ໄມ້ຣາຄາແພງ ແລະ ມີຄວາມຕ້ອງການຫລາຍ ໃນປະເທດເພື່ອນບ້ານຄື:ໄທແລະຈີນ. ບ່ອນທີ່ມີການຈັບກຸມຫລາຍກວ່າຫມູ່ ແມ່ນໃນເຂດ ພາກໃຕ້ ຂອງລາວ ເຊັ່ນ ແຂວງຈຳປາສັກ ສວັນນະເຂດ ແລະຄຳມ່ວນ.

ຂໍ້ມູນຈາກກົມຕຳຫຣວດເສຖກິດ ເປີດເຜີຍວ່າ ຄະດີຕ່າງໆ ທີ່ທາງການຕຳຫຣວດ ເສຖກິດຈັບກຸມໄດ້ ໃນປີນີ້ ຫລາຍກວ່າຫມູ່ແມ່ນ ຄະດີ ການລັກຕັດໄມ້ ປະມານ 29% ຂອງຄະດີເສຖກິດ ທັງຫມົດ ລອງລົງມາແມ່ນ ຄະດີສໍ່້ໂກງ ຊັພສິນພົລເມືອງ 32 ຄະດີ.

ເຈົ້່າຫນ້າທີ່ບອກເພີ້ມວ່າສຳລັບໄມ້ຫວງຫ້າມທາງການສາມາດຍຶດໄດ້ກວ່າ 16 ພັນແມັດກ້ອນແລະຣົຖບັນທຸກໄມ້ 12 ຄັນຈາກຜູ້ຕ້ອງຫາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.