ອັດຕາເງິນເຟີ້ ໃນລາວເລີ່ມ ຄົງທີ່

ໄຊຍາ
2024.04.15
ອັດຕາເງິນເຟີ້ ໃນລາວເລີ່ມ ຄົງທີ່ ການຊື້-ຂາຍສິນຄ້າ ທີ່ຕະຫລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ (TS) ວັນທີ 18 ເດືອນສິງຫາ ປີ 2023.
Photo: RFA

ທະນາຄານໂລກ ປະຈຳ ສປປ ລາວ ເປີດເຜີຍລາຍງານ ແຜນການຕິດຕາມສະຫວັດດີການ ແລະ ເສດຖະກິດ ຂອງຄົວເຮືອນ 2,000 ຄອບຄົວ ໃນທົ່ວປະເທດ. ການສຳຫຼວດນີ້ເປັນການສຳຫຼວດ ຄັ້ງທີ 8 ນັບຕັ້ງແຕ່ວັນທີ 21 ມັງກອນ ຫາ 20 ກຸມພາ 2024. ຜົນສຳຫຼວດພົບວ່າ ເສດຖະກິດ ລະບົບມະຫາພາກ ຍັງບໍ່ໝັ້ນຄົງ ແລະ ເຖິງແມ່ນວ່າອັດຕາເງິນເຟີ້ຈະຄົງທີ່ແຕ່ກໍຍັງຖືວ່າສູງຫຼາຍໂດຍໃນເດືອນກຸມພາທີ່ຜ່ານມາມີອັດຕາເງິນເຟີ້ຢູ່ທີ່ 25% ອັດຕາເງິນເຟີ້ທີ່ສືບເນື່ອງເຮັດໃຫ້ຕະຫຼາດແຮງງານ ປ່ຽນແປງສົ່ງຜົນກະທົບຕໍ່ມາດຕະການໃຊ້ຊີວິດ ຂອງຄົວເຮືອນ ແລະທໍາລາຍການພັດທະນາມະນຸດ.

ສ່ວນຜູ້ປະກອບການ ທຸລະກິດນັ້ນກໍຕ້ອງຜະເຊີນ ກັບຂໍ້ທ້າທາຍຫຼາຍຢ່າງ ໃນການດໍາເນີນທຸລະກິດ ຍ້ອນບັນຫາເງິນເຟີ້ ທີ່ເຮັດໃຫ້ສີນຄ້າອຸປະໂພກ ບໍລິໂພກແພງຂຶ້ນ ສອດຄ່ອງກັບຜົນສຳຫຼວດ ຂອງທະນາຄານໂລກທີ່ລະບຸວ່າ 40% ຂອງຜູ້ປະກອບການທຸລະກິດນັ້ນ ບອກວ່າເຮັດທຸລະກິດແລ້ວບໍ່ໄດ້ກຳໄລ ຍ້ອນລາຍຮັບແທ້ຈິງນັ້ນຫຼຸດລົງ.

ດັ່ງຜູ້ປະກອບການຂາຍເຄື່ອງຍ່ອຍ ຢູ່ແຂວງສະຫວັນນະເຂດກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ເມສາ 2024 ນີ້ວ່າ:

“ມັນຢູ່ເຣດຊໍ່ານີ້ດົນເຕີບ ແລ້ວເດ້ກໍຖືວ່າຍັງສູງຢູ່ຍັງຢູ່ເຣດສູງ ຢູ່ຄືເກົ່າມັນບໍ່ມີທ່າທີວ່າຊິລົງ ແມ່ນຊ່ວງນີ້ເຮົາກໍຫຼຸດລົງ, ຊື້ໜ້ອຍລົງ, ຊື້ຫຼາຍບໍ່ໄດ້ເພາະວ່າເຄື່ອງມັນແພງ. ຈ່າຍເງິນສູງຄືວ່າຫັ້ນແຫຼະ ມີແຕ່ສຽງລູກຄ້າມັນຄືແພງໆ ແຕ່ແພງກໍຈຳເປັນຕ້ອງຊື້ມັນບໍ່ມີເດ້.”

ຜູ້ປະກອບການໄດ້ຍົກຕົວຢ່າງ ສິນຄ້າອຸປະໂພກ, ບໍລິໂພກ ທີ່ຈໍາເປັນໃນການປະກອບອາຫານ ຢ່າງແປ້ງນົວ ລາຄາຍັງສູງຢູ່ໂດຍລາຄາໄດ້ປັບຂຶ້ນ ເກືອບເທົ່າຕົວມາດົນແລ້ວກ່ອນໜ້ານີ້ ລາຄາຢູ່ທີ່ 18,000​-​20,000 ກີບ.

ສໍາລັບເຄື່ອງອຸປະໂພກ ບໍລິໂພກທີ່ລາຄາສູງນັ້ນເຮັດໃຫ້ຫຼາຍຄອບຄົວ ເລືອກທີ່ຈະໃຊ້ຈ່າຍຄ່າອາຫານຫຼຸດລົງ ຫັນໄປຊື້ອາຫານທີ່ມີລາຄາຖືກ ແລະ ເຮັດສວນຄົວ-ລ້ຽງສັດນໍາດ້ວຍ. ສຳລັບຄອບຄົວ ທີ່ມີລາຍໄດ້ ຕໍ່າ ອາດຫຼຸດການບໍລິໂພກ ອາຫານລົງ ມີພຽງ10% ຂອງຄົວເຮືອນເທົ່ານັ້ນ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ໃນການຫຼຸດຜ່ອນບັນຫາລາຄາສະບຽງອາຫານ.

ດັ່ງເຈົ້າຂອງຮ້ານອາຫານຢູ່ ເມືອງລະມາມ ແຂວງເຊກອງ ນາງກ່າວວ່າ:

“ຊື້ເຄື່ອງຊໍ່າເກົ່າ ແຕ່ເງິນເພີ່ມຂຶ້ນເນາະຊີ້ນໝູ ກໍແພງກໍຄືຂາຍກໍບໍ່ຄືເກົ່າ ຍາມໄດ້ກໍໄດ້ຫັ້ນແຫຼະ. ແມ່ນເຂົາກໍຊິແມ່ນເຮັດກິນເອງ ຢູ່ເຮືອນຫຼາຍກ່ວາຊ່ວງນີ້ ສ່ວນຫຼາຍມັນຕົກເຊກອງມັນ 4 ຕົວເມືອງມັນນ້ອຍໆ ຕ້ອງໄດ້ສູ້ໄດ້ອົດຕ້ອງໄດ້ທົນ.”

ໃນປີ 2023 ລັດຖະບານລາວ ໄດ້ປະກາດຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 1.3 ລ້ານກີບເປັນ 1.6 ລ້ານກີບຕໍ່ເດືອນ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01 ເດືອນຕຸລາ 2023 ຜ່ານມາແຕ່ຄ່າແຮງງານດັ່ງກ່າວ ກໍ່ຍັງບໍ່ສອດຄ່ອງກັບສະພາບເສດຖະກິດ ໃນປັດຈຸບັນເຊິ່ງໄດ້ຮັບຜົນກະທົບ ຈາກເງິນກີບອ່ອນຄ່າ ແລະ ອັດຕາເງິນເຟີ້.

ຊາວບ້ານ ທີ່ກໍາລັງຊອກວຽກເຮັດ ຢູ່ໃນນະຄອນຫຼວງວຽງຈັນ ກ່າວວ່າ ສໍາລັບຄ່າແຮງຂັ້ນຕໍ່າ ທີ່ຕ້ອງການນັ້ນ ຖ້າໄດ້ຮັບເງິນເປັນເງິນບາດ ຢູ່ປະມານ 8,000 ຫາ 9,000 ບາດ ຫຼື ຖ້າເປັນເງິນກີບປະມານ 5 ລ້ານ ຫາ 6 ລ້ານກີບ ແຕ່ຖ້າຫາກຕໍ່າກ່ວານີ້ ຈະບໍ່ກຸ້ມກິນ.

ດັ່ງຊາວບ້ານທ່ານໄດ້ກ່່່າວ ໃນມື້ດຽວກັນວ່າ:

“ກໍຢາກໄດ້ວຽກຢູ່ຫ້ອງການຫັ້ນແຫຼະ ແມ່ນແນວອອຟຟິສຖ້າວ່າໄດ້ເງິນບາດ ກໍ 8,000-9,000 ຫັ້ນແຫຼະເງິນເດືອນ 5-6 ລ້ານກໍພໍຢູ່ໄດ້ຢູ່ຄັນວ່າ 3-4 ລ້ານຢູ່ບໍ່ໄດ້ດອກຊ່ວງນີ້ບໍ່ກຸ້ມແດ່ ຄືເຣດເງິນບາດ ເສດຖະກິດ ແບບນີ້ບໍ່ກຸ້ມຫັ້ນແຫຼະ.”

ບັນຫາເງິນເຟີ້ ການອ່ອນຄ່າຂອງເງິນກີບ ຍັງຄົງເປັນເລື່ອງທີ່ປະຊາຊົນລາວ ເຫັນວ່າເປັນບັນຫາຮີບດ່ວນທີ່ສຸດ ທີ່ລັດຖະບານຕ້ອງແກ້ໄຂ ແລະທີ່ຜ່ານມາກໍຍັງບໍ່ເຫັນມີການແກ້ໄຂ ເປັນຮູບປະທຳ.

ດັ່ງຊາວບ້ານແຂວງໄຊຍະບູລີ ນາງກ່າວວ່າ:

“ຕັ້ງແຕ່ກ່ອນ ທ່ານ ພັນຄໍາ ເປັນນາຍົກເນາະປະຊາຊົນລົມກັນຫຼີ້ນວ່າຈັງຊັ້ນສາ ເພິ່ນກໍຍັງວ່າເງິນບາດກໍຍັງຂຶ້ນ ກໍຍັງຮອດແຕ່ 5 ແສນປາຍ 6 ແສນກໍຍັງລົງມາຊິນ່າ. ທ່ານ ສອນໄຊ ຂຶ້ນມາມີແຕ່ຂຶ້ນຢ່າງດຽວບໍ່ມີລົງຈັກບາດ.”

ໃນເດືອນມີນາ ຜ່ານມາ ອັດຕາເງິນເຟີ້ຈະຫຼຸດລົງເລັກໜ້ອຍ ຢູ່ທີ່ 24.98% ແຕ່ປະຊາຊົນ

ກໍຍັງຮູ້ສຶກວ່າ ຄ່າຄອງຊີບຍັງສູງຄືເກົ່າ. ສາເຫດຂອງບັນຫາເງິນເຟີ້ເກີດຈາກຫຼາຍປັດໄຈ ເປັນຕົ້ນອັດຕາແລກປ່ຽນເງິນຕ່າຕ່າງປະເທດ ກັບເງິນກີບ, ເງິນຄັງສຳຮອງ ທີ່ເປັນເງິນຕາຕ່າງປະເທດ ມີໜ້ອຍ ແລະບັນຫາໜີ້ ສາທາລະນະ ທີ່ສະສົມມາຫຼາຍປີ. ກ່ອນໜ້ານີ້ໃນເດືອນທັນວາ 2023 ທະນາຄານໂລກ ໄດ້ອອກລາຍງານແນະນໍາໃຫ້ລາວ ຫຼຸດຜ່ອນໜີ້ ແລະເພີ່ມລາຍຮັບໃຫ້ໄດ້ໃນໜຶ່ງ ມາດຕະການທີ່ທະນາຄານໂລກ ແນະນຳຄືການການປັບປ່ຽນ ອາກອນມູນຄ່າເພີ່ມ ສູ່ອັດຕາເດີມ 10%, ປັບໂຄງສ້າງອາກອນຢາສູບ ແລະເຫຼົ້າ ແລະເພີ່ມລາຍຮັບລວມເພື່ອປ້ອງກັນລາຍຈ່າຍ ໃນຂະແໜງສາທາລະນະສຸກ ແລະການສຶກສາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.