ປະຊາຊົນລາວ ທີ່ຫາເຊົ້າກິນຄໍ່າ ທວງຖາມວ່າ ເມື່ອໃດຣັຖບານ ຈະແກ້ໄຂບັນຫາ ຄົນຕ່າງຊາດ ມາຍາດແຍ່ງອາຊີບ ຄົນລາວ. ທີ່ເຫັນໄດ້ຢ່າງແຈ່ມແຈ້ງ ຄືການຄ້າຂາຍ ແລະ ທຸຣະກິຈ ການບໍຣິການ ເປັນຕົ້ນ ນັບແຕ່ເໜືອຮອດໃຕ້ ເຕັມແຕ່ ຄົນວຽດ ແລະ ຄົນຈີນ ເຮັດທຸຣະກິຈ, ຄົນລາວ ຈະໄປຫາກິນແນວໃດ ກໍສູ້ເຂົາບໍ່ໄດ້ ກໍຫວັງເພິ່ງທາງການ ແກ້ໄຂຊ່ອຍ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ສັປດານີ້ມາເວົ້າເຖິງ ການທຳມາຫາກິນ ລ້ຽງຄອບຄົວ ໃນຍຸກປັດຈຸບັນ ຂອງຄົນລາວຫຍຸ້ງຍາກ ຫຼາຍກັບຫົວຂໍ້ທີ່ວ່າ ຄົນລາວ ຍັງຖືກຍາດແຍ່ງອາຊີບ ທີ່ຣັຖບານລາວ ລະບຸວ່າ ສງວນໃຫ້ຄົນລາວ. ໃນຄວາມເປັນຈິງແລ້ວແຈ້ງການ ທີ່ອອກມາ ຕັ້ງແຕ່ປີ 2015 ທີ່ໄດ້ລະບຸ ອາຊີບສງວນ ໃຫ້ຄົນລາວ ແຕ່ໂຕຈິງແລ້ວ ອາຊີບ ທີ່ສງວນໄວ້ ທີ່ຖືກລະບຸນັ້ນ ຊໍ້າພັດ ມີແຕ່ຄົນຈີນຄົນວຽດຍາດ ໄປເຮັດໝົດ ນັບແຕ່ເໜືອຮອດໃຕ້. ສ່ວນຄົນລາວ ຈະເອົາຫຍັງໄປແຂ່ງ ກັບເຂົາ ເອົາສະເພາະ ຜົລກະທົບ ທີ່ເກີດຂຶ້ນ ທັງໂຄວິດ-19, ທັງທຶນຮອນ, ກຳລັງໃນການຊອກຫາ ຕລາດຊື້-ຂາຍ, ເງິນເຟີ້, ນໍ້າມັນແພງ ກໍເອົາໂຕບໍ່ລອດແລ້ວ ຍັງຖືກກຸ່ມຄົນຈີນ ຄົນວຽດນາມ ເຂົ້າມາຍາດແຍ່ງອາຊີບອີກ ກໍຍິ່ງຊ້ຳເຕີມ ໃຫ້ຫຍຸ້ງຍາກ ຂຶ້ນຕື່ມ.
ກ່ຽວກັບ ຫົວຂໍ້ໃນມື້ນີ້, ໄມຊູລີ ແລະ ໄຊຍາ ຈະນຳສເນີ ໃຫ້ທ່ານໄດ້ຮັບຟັງກັນ ໂດຍຫົວຂໍ້ນີ້ແມ່ນ ປະຊາຊົນ ຜູ້ຫາເຊົ້າກິນຄ່ຳ ເພິ່ນສົ່ງ ມາໃຫ້ ແລະ ໃຫ້ຂໍ້ມູນ ບາງຢ່າງແກ່ພວກເຮົາ ເພື່ອຄວາມປອດພັຍຂອງຜູ້ກ່ຽວ ຈຶ່ງຂໍສງວນຊື່ໄວ້ ໂດຍພວກເຮົາ ເອົາແຕ່ເນື້ອໃນ ທີ່ຜູ້ກ່ຽວ ເວົ້າມານັ້ນ ມາຣາຍງານ ໃຫ້ທ່ານໄດ້ຮັບຟັງກັນ.
ທ່ານຜູ້ຟັງທ່ານໃດ ທີ່ຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ໃນຮູບແບບສັມພາດ ກະຣຸນາຕິດຕໍ່ ຫາພວກເຮົາໄດ້ ໂດຍຂຽນ ເບີໂທຣະສັບ ລົງໃນຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທຫາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຍິນດີ ແລະຂໍຕ້ອນຮັບ ເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ບັນຫາ ທີ່ພວກເຮົາ ນຳສເນີນີ້ ບໍ່ແມ່ນເຣື່ອງໃໝ່ ແຕ່ມັນເປັນບັນຫາຊໍ້າເຮື້ອ ມາຫຼາຍປີແລ້ວ ແຕ່ຍັງບໍ່ມີການແກ້ໄຂ ເຮັດໃຫ້ປະຊາຊົນລາວ ຫາກິນລຳບາກ. ນອກນີ້ ທາງການລາວ ຍັງໄດ້ອອກແຈ້ງການມາເພື່ອປົກປ້ອງ ອາຊີບໃຫ້ຄົນລາວ ທຳມາຫາກິນ ແຕ່ຍັງບໍ່ເຫັນວ່າ ມີການປະຕິບັດ ຕາມແຈ້ງການ ທີ່ອອກມາຕັ້ງແຕ່ ປີ 2015. ຊຶ່ງສະພາບ ໂດຍທົ່ວໄປ ກໍຍັງເຫັນຄົນຈີນ ແລະ ຄົນວຽດນາມ ທຳມາຫາກິນໃນລາວເຕັມບ້ານເຕັມເມືອງ ແລະ ກໍຂຍາຍກິຈການ ໄປເລື້ອຍໆ ຈົນຄົນລາວ ຈະບໍ່ມີ ບ່ອນທຳມາຫາກິນແລ້ວ. ເນື້ອໃນ ສຳລັບມື້ນີ້ ກໍແມ່ນ ມາເວົ້າເຖິງ ຄວາມເດືອດຮ້ອນ ທີ່ວ່າ ຄົນລາວຖືກຍາດແຍ່ງ ອາຊີບຈົນບໍ່ຮູ້ວ່າ ສິໄປທຳມາຫາກິນອັນໃດ ໃນປະເທດຕົນເອງ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)
