ເງິນກີບອ່ອນຄ່າ ລົງເລື້ອຍໆ ເຮັດໃຫ້ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ແພງຂຶ້ນ

ຈຳປາທອງ
2023.06.05
ເງິນກີບອ່ອນຄ່າ ລົງເລື້ອຍໆ ເຮັດໃຫ້ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ແພງຂຶ້ນ ການຄ້າ-ຂາຍ ແລະຊື້ສິນຄ້າ ທີ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນທັນວາ 2022.
RFA

ຄ່າເງິນກີບອ່ອນລົງເລື້ອຍໆ ເຮັດໃຫ້ລາຄາສິນຄ້າຕ່າງໆແພງຂຶ້ນຢ່າງຕໍ່ເນື່ອງ. ມາເຖິງປັດຈຸບັນ ຊາວລາວຍັງນິຍົມ ແລກປ່ຽນເງິນຕຣາ ຕ່າງປະເທດ ເປັນຕົ້ນເງິນໂດລ້າຣ໌ສະຫະຣັຖ, ເງິນບາທ, ເງິນຢວນ ເອົາເງິນກີບນໍາບຸກຄົນ ແທນທີ່ຈະແລກ ປ່ຽນນໍາທະນາຄານ ທີ່ຢູ່ໃນຄວາມຄຸ້ມຄອງ ຂອງຣັຖ ຍ້ອນມັນໄດ້ຫຼາຍກວ່າ ຄື 1 ບາທ ແລກໄດ້ 550 ກີບ, ເມື່ອປະມານ 1 ເດືອນກ່ອນນີ້ ແລກໄດ້ 510-520 ກີບ.

ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ  5 ມິຖຸ ນານີ້ວ່າ:

ກໍບໍ່ແພງເອົາເງິນບາທມາຈ່າຍຮອດ 550 ພຸ້ນແຫຼະ ຫລືວ່າມາແລ້ວມາແລກກັບຂ້ອຍກໍໄດ້ ຢູ່ນະຄອນຫຼວງ ແລ້ວແຕ່ມື້ນ່າ ແລກເປັນມື້ມື້ນຶ່ງກໍແລ່ນຂຶ້ນແລ່ນລົງ ຈັ່ງຊີ້ນ່າ.

ຖ້າແລກປ່ຽນ ເອົາເງິນກີບນໍາທະນາຄານ ຫາກແລກຕໍ່າກວ່າ 10,000 ບາທ, 1 ບາທຈະແລກໄດ້ໄດ້ປະມານ  520 ກີບ, ຖ້າຫາກຫຼາຍ 10,000 ບາທ ຈະໄດ້ປະມານ  530 ກີບ.

ດັ່ງຜູ້ຮັບແລກປ່ຽນເງິນຕຣາ ຕ່າງປະເທດ ແບບນັດພົບນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ແມ່ນແຫຼະ. ໂອ໋ ແລ້ວກໍແລກເປັນກີບໄດ້ ເອົາຫກີບຫວາ ແລ້ວແຕ່ບາງຮ້ານເດີ ແລ້ວກໍແລ້ວແຕ່ຈໍານວນ ມັນຈະໄດ້ຢູ່ປະມານ 530 ຫລື ວ່າ 520 ປະມານນີ້ ເອີ ນ່າຈະປະມານ 10,000 ບາທ ອັພ ຂຶ້ນ ຄັນຖ້າວ່າລຸ່ມ 10,000 ບາທ ກໍນ່າຈະປະມານ 520 ຖ້າວ່າຍ້ອນຫຼາຍ ມັນກໍຈະໄດ້ເຣດສູງ ຫັ້ນນ່າ.

ນາງເວົ້າຕື່ມວ່າ ເຖິງແມ່ນທາງການສັ່ງຫ້າມ ບໍ່ໃຫ້ເອກກະຊົນເປີດນຮ້ານແລກ ປ່ຽນເງິນຕຣາຢູ່ທຸກເມືອງ, ທຸກແຂວງໃນທົ່ວປະເທດ ແຕ່ກໍຍັງມີຄົນຈໍານວນບໍ່ໜ້ອຍ ຊອກແລກປ່ຽນເງິນຕາມຮ້ານຂາຍເຄື່ອງ, ຮ້ານຮັບໂອນເງິນ ແລະແລກນໍາບຸກຄົນທົ່ວໄປ ທີ່ມີເງິນຕຣາຕ່າງປະເທດ, ແລກນໍາຄົນທີ່ຈະໄປຕ່າງປະເທດ ຫລື ນໍານັກທ່ອງທ່ຽວຢູ່.
ແມ່ຄ້າຂາຍເຄື່ອງຍົກ ແລະເຄື່ອງຍ່ອຍ ຢູ່ນະຄອນຫຼວງວຍງຈັນ ຜູ້ນຶ່ງກໍເວົ້າວ່າ ຍ້ອນເງິນກີບຍັງເຟີ້ ແລະອ່ອນຄ່າລົງເລື້ອຍໆ ຈຶ່ງເຮັດໃຫ້ລາຄາສິນຄ້າອຸປໂພກ-ບໍຣິໂພກແພງຂຶ້ນແບບທົບເທົ່າ ເຖິງແມ່ນວ່າພວກຄ້າຂາຍ ຈະບໍ່ທັນໄດ້ປັບຂຶ້ນລາຄາສິນຄ້າ ຕາມອັດຕຣາເງິນເຟີ້ ພໍເທົ່າໃດ ຍ້ອນຢ້ານບໍ່ມີຄົນຊື້, ແຕ່ສໍາລັບສິນຄ້າ ທີ່ນໍາເຂົ້າມາຈາກຕ່າງປະເທດ ເປັນຕົ້ນຈາກໄທຍ ຈໍາເປັນຕ້ອງໄດ້ປັບຂຶ້ນ ຍ້ອນຕົ້ນທຶນ ແລະຄ່າຂົນສົ່ງເພິ່ມຂຶ້ນ.

ອັນຄ່າເຄື່ອງຫັ້ນຂຶ້ນຫຼາຍ ແບບຂຶ້ນຫຼາຍກວ່າຢູ່ໄທຍ ເປັນປະມານຢູ່ 2 ເທົ່າຄ່າເຄື່ອງຫັ້ນນ່າ ແຕ່ວ່າເງິນກີບນີ້1 ພັນບາທ ມັນໄດ້ແຕ່ 450 ພັນປາຍກີບ ບາງບ່ອນກໍໄດ້ 550 ພັນປາຍກີບ ບາງບ່ອນກໍ 540 ພັນປາຍກີບ ເພີ່ມຢູ່ແພງໆກະດັກກະດໍ້. ໂອ້ ເປັນສິນຄ້ານໍາເຂົ້າຈາກເມືອງໄທຍ ແຮງແພງຫຼາຍ.

ນາງເວົ້າຕື່ມວ່າ ປັດຈຸບັນ ນັກທ່ອງທ່ຽວຈາກຕ່າງປະເທດ ຮວມທັງຈາກໄທຍ ທີ່ມາທ່ຽວລາວ ບໍ່ປ່ຽນເງິນບາທເອົາເງິນກີບພໍເທົ່າໃດແລ້ວ ຍ້ອນຊາວຄ້າຂາຍ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ແລະນະຄອນຫຼວງພຣະບາງ ນິຍົມຮັບເອົາເງິນບາທ ແລະຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ນິຍົມຮັບເອົາເງິນຢວນ ຍ້ອນຄ່າເງິນກີບຫລຸດລົງຢ່າງຕໍ່ເນື່ອງ.
ກ່ຽວກັບບັນຫາທີ່ວ່ານີ້ ກະຊວງອຸດສາຫະກັມ ແລະການຄ້າ ແລະພວກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມແກ້ໄຂ ເພື່ອບໍ່ໃຫ້ລາຄາສິນຄ້າ ພາຍໃນປະເທດຖືກປັບຂຶ້ນເກີນກໍານົດ, ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້, ສິນຄ້າຕ່າງໆຖືກປັບລາຄາຂຶ້ນ ຕາມກົລໄກຕລາດຢູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ:

ມີຂຶ້ນ ຖ້າຖາມວ່າອັດຕຣາເງິນເຟີ້ປລ້ວ ສິນຄ້າສິບໍ່. ສ່ວນລາຄາສີນຄ້າ ກໍຕາມຫລັກການມັນກໍຂຶ້ນຫັ້ນແຫຼະ ເຣດມັນກໍສາມາດເຂົ້າເບິ່ງໄດ້ຢູ່ໃນເພດຈຂອງ BCEL One ໄດ້ເນາະ bclone.com website ທະນາຄານ ຖ້າເຈົ້າຢາກເຫັນວ່າເຣທເງິນ ມັນຂຶ້ນມັນລົງແນວໃດເນາະ.

ເມື່ອວັນທີ 1 ມິຖຸຸນານີ້ ທະນາຄານແຫ່ງປະເທດລາວ ໄດ້ຈັດຕັ້ງໜ່ວຍງານໃໝ່ ຄືກົມຄວບຄຸ້ມເງິນຕຣາຕ່າງປະເທດ ເພື່ອຄົ້ນຄວ້າສ້າງນິຕິກັມ ແລະ ປັບປຸງນິຕິກໍາກ່ຽວກັບການຄວບຄຸມ ເງິນຕຣາຕ່າງປະເທດ, ຄວບຄຸມລາຍຮັບ ຈາກການຄ້າ,ການບໍຣິການ, ການລົງທຶນ, ໜີ້ສິນ ແລະສິນເຊື່ອ, ການຄ້າລະຫວ່າງປະເທດ, ຕິດຕາມ ກວດກາກະແສເງິນເຂົ້າ ແລະເງິນອອກປະເທດ ເພື່ອໃຫ້ສາມາດຄວບຄຸມເງິນຕຣາຕ່າງປະເທດໄດ້ເປັນລະບົບ. 
ໃນຣາຍງານ ກ່ຽວກັບອັດຕຣາແລກປ່ຽນ ເງິນຕຣາ ຂອງທະນາຄານການຄ້າຕ່າງ ປະເທດ (BCEL One) ຊຶ່ງເປັນທະນາຄານໃຫ່ຍ ທີ່ສຸດຂອງຣັຖ ລະບຸວ່າ ໃນມື້ວັນທີ 5 ມິຖຸນານີ້ 1 ບາທແລກໄດ້ 537 ກີບ, 1 ໂດລ້າຣ໌ສະຫະຣັຖ ແລກໄດ້ 18,138 ກີບ, 1 ຢວນແລກໄດ້ 2,583 ກີບ.

ອີງຕາມຣາຍງານລ່າສຸດ ຂອງສູນສະຖິຕິແຫ່ງຊາຕ ເມື່ອວັນທີ 2 ມິຖຸນານີ້ ແລ້ວແມ່ນວ່າ ອັດຕຣາເງິນເຟີ້ລວມພຽງ 5 ເດືອນຕົ້ນປີນີ້ກໍເກີນ 200%, ສເລັ່ຍ 40% ຕໍ່ເດືອນ ຄືເຟີ້ເກີນເປົ້າໝາຍທີ່ໄດ້ກໍານົດໄວ້ ໝົດປີ ບໍ່ໃຫ້ເກີນ 108%.

ສູນສະຖິຕິແຫ່ງຊາຕ ຣາຍງານວ່າ ອັດຕຣາເງິນເຟີ້ໃນເດືອນມົກກະຣາ 40.3%, ເດືອນກຸມພາ 41.3%, ເດືອນມິນາ 41%, ເດືອນເມສາ 39.89%. ເດືອນພຶສພາ ທີ່ຫາກໍຜ່ານມານີ້ 38.86% ຄືຫລຸດລົງ 1.03%. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.