ວຽກສວັດດີການສັງຄົມ ຍັງມີບັນຫາ ຫຼາຍດ້ານ

0:00 / 0:00

ປັດ​ຈຸ​ບັນ ການ​ປະ​ຕິ​ບັດ​ວຽກ​ງ​ານ ໃນ​ຂ​ແນງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມໃນ​ຫລ​າຍ​ແຂວງ ເຈົ້າໜ້າ​ທີ່ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ຍັງ​ມີ​ຄ​ວ​າ​ມ​ຫຍຸ້ງ​ຍາກ ແລະ ​ພົບ​ບັນ​ຫາ​ທ້າ​ທາ​ຍ​ຫລາຍ​ດ້ານ ​ທີ່ຈະ​ຕ້ອງ​ແກ້​ໄຂ ເຊັ່ນ ເຣຶ່ອງ​ການ​ຊ່ວຍ​ເຫລືອ ​ດ້ານ​ພັຍ​ພິ​ບັດ​ຕ່າງ​ໆ ກໍ່​ຍັງ​ມີ​ຄວາ​ມຊັກ​ຊ້າ​ ຫລາຍ​ຢ່າງ, ການ​ຊ່ວຍ​ພັ​ທ​ນາ​ສີ​ມື​ແຮງງ​ານ ແລະ ຝຶຶກ​ອົບ​ຮົມ​ວິ​ຊ​າ​ຊີບ​ໃຫ້​ຄົນຫ​ວ່າງງ​ານ ໃຫ້​ໄດ້​ມີ​ວຽກເຮັດງ​ານ​ທຳ​ນັ້ນ ກໍ​ຍັງ​ບໍ່​ເຂົ້າ​ເຖິງ​ປະ​ຊາ​ຊົນ ເຮັດ​ໃຫ້​ຫລາຍ​ຄົນ​ທີ່​ຫວ່າງ​ງານ ຍິ່ງ​ກາຍ​ເປັນ​ຄົນ ທີ່​ບໍ່​ມີ​ຣາຍ​ຮັ​ບ​ໃດໆ ຮວມ​ໄປ​ເຖິງ ບໍ່​ສາ​ມາ​ດ ເຂົ້​າ​ປະ​ກັນ​ສັງ​ຄົມ​ໄດ້ ແລະ ​ບັນ​ຫາ​ອື່ນໆ​ ເຊິ່ງ​ສາ​ເຫ​ດ​ຫລັກ ກໍ່​ຍ້ອນ​ວ່າ ງົບ​ປະ​ມານ​ຈາກ​ຮັ​ຖ​ບານ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ທີ່​ວ່ານັ້ນ ມີບໍ່​ພຽງ​ພໍ ຈຶ່ງ​ຍັງ​ເປັນ​ເຣຶ່ອງ​ທີ່​ຍາກ ທີ່​ຈະ​ແກ້​ໄຂ​ໃຫ້​ດີ​ຂຶ້ນ​ໄດ້.

ເຈົ້າ​ໜ້າ​ທີ່​ແຮງ​ງານ ແລະ ສ​ວັດ​ດີ​ການ ຂັ້ນ​ເມືອງ ໃນ​ແຂວ​ງ​ໄຊ​ຍະ​ບຸ​ຣີ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ​ຕຳ​ແໜ່ງ ກ່າວ​ໃນ​ວັນ​ທີ່ 22 ກຸມ​ພ​າ​ທີ່​ຜ່ານ​ມານີ້​ວ່າ:

" ການ ຕິ ຕາມ ສະ ພາ ຕ່າງໆ ເນາະ ພັຍ ພິ ບັດ ທີ່ ເກີດ ຂຶ້ນ ຈາກ ທັມ ມະ ຊາດ ໄຟ ໄໝ້ ນ້ຳ ຖ້ວມ ນ້ຳ ປ່າ ໄຫ ຫລ າກ ຈະ ເປັນ ແຜ່ນ ດິນ ໄຫວ ເນາະ ພາ ຍຸ ພັດ ນີ້ ງົບ ປະ ມານນິີ້ ບໍ່ ພໍ ພຽງ ພໍ ດອກ . ສ່ວນ ຫລ າຍ ເຮົາ ກໍ່ ໄດ້ ເນີ ທາ ແຂວງ ທາ ກະ ຊວງ ເຮາ ຫັ້ນ ແຫລະ , ວກ ປະ ກັນ ສັງ ຄົມ ນີ້ ປະ ຊາ ຊົນ ສ່ວນ ຫລາຍ ກໍ່ ບໍ່ ເຂົ້ ເຖິງ ເທື່ອ ເຂົ້າ ປະ ກັນ ສັງ ຄົ ມນີ້ ມີ ແຕ່ ພວກ ທີ່ ເຮັດ ວຽກ ໃນ ບໍ ຣິ ສັດ ຢູ່ ໃນ ອົງ ການ ຂ້າ ຣາ ການ ພະ ນັກ ງານ ເນາະ ."

ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່ແຮງ​ງານ ແລະ ​ສວັດ​ດີ​ການຂັ້ນ​ເມືອງ ໃນ​ນະ​ຄອນ​ຫລວງວຽງ​ຈັນ ຜູ້​ຂໍ​ສງວນ​ຊື່ ແລະ ​ຕ່ຳ​ແໜ່ງ ທ່ານ​ນຶ່ງ ກໍ່​ກ່າວ​ກ່ຽວ​ກັບ​ເຣຶ່ອງ​ດັ່ງ​ກ່າວ​ວ່າ ວຽກ​ງານ​ດ້ານ​ແຮງງ​ານ ແລະ ສວັດ​ດີ​ການ​ສັງ​ຄົມ ນີ້ ຍັງ​ມີຄວາມ​ທ້າ​ທາຍ​ຫລາຍ​ຢ່າງ ທີ່​ຈະ​ຕ້ອງ​ແກ້​ໄຂ ເຊັ່ນ ການ​ພັ​ທ​ນາ​ສິ​ມື​ແຮງງ​ານ ໃຫ້​ຄົ​ນ​ຫວ່າງງ​ານນັ້ນ ໃນ​ປີ​ນີ້ ທາງ​ການກໍ່​ມີ​ແຜນ ໃຫ້​ຄົນ​ຫວ່າງ​ງານ ໄດ້​ມີ​ການ​ຝຶຶກ​ວິ​ຊາ​ຊີບ ໃຫ້​ໄດ້​ຕາມ​ໂຕ​ເລກ​ຄາດ​ໝາຍ ກໍ່​ຖື​ວ່າ ເປັ​ນ​ເຣື່ອງ​ທີ່​ຫຍຸ້ງ​ຍາກ​ລະ​ດັບ​ນຶ່ງ ຂອງ​ເຈົ້າ​ໜ້າ​ທີ່ ໃນ​ແຕ່​ລະ​ແຂວງ ແຕ່​ທຸກ​ຢ່າງ ກໍ່​ຕ້ອງ​ຂຶ້ນ​ຢູ່​ກັບ​ງົບ​ປະ​ມານ​ ຈາກ​ຣັ​ຖ​ບານ​ນຳ​ດ້ວຍ. ຖ້າ​ຫາກ​ມີ​ງົບ​ປະ​ມານ​ພຽງ​ພໍ ວຽກ​ງ​ານ​ດັ່ງ​ກ່​າວ ກໍ່​ສາ​ມາດ​ດຳ​ເນີນ​ການ​ໄດ້ ຢ່າງ​ແນ່ນອນ.

" ກະ ນີ້ ແຫລະ ທີ່ ວ່າ ເປັນ ສິ່ ທ້າ ທາຍ ມີ ຫລ າຍ ຢ່າງ ກະ ຈະ ໄດ້ ມີ ໂຕ ເລກ ຄາດ າຍ ໃນ ການ ເຝິກ ໃນ ສູນ ເນາ ແຕ່ ແຂວງ ໃດ ທີ່ ບໍ່ ມີ ສູນ ໂຕ ເລກ ກໍ່ ຕ່ຳ ລົງ ເນ . ແຕ່ ຕິດ ພັນ ຈັ່ງ ໃດ ກໍ່ ເຣື່ອງ ງົບ ປະ ມານ ໃນ ກາ ເຝິກນິີ້ ແຫລະ ."

ພ້ອມ​ດຽ​ວກັນ​ນິີ້ ເຈົ້າ​ໜ້າ​ທີ່​ແຮງ​ງານ ແລະ ສ​ວັດ​ດີ​ການ​ສັງ​ຄົມ ຂັ້ນ​ເມືອງ ທີ່ ​ແຂວງ​ຄຳ​ມ່ວນ ກໍ່​ຍັງ​ກ່າວ​ເຖີງບັນ​ຫາ​ດັ່ງ​ກ່າວ​ອີກວ່າ ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ປະ​ຕິ​ບັດ​ວຽກ​ງານ ​ສວັດ​ດີ​ການ​ສັງ​ຄົມ ໃຫ້​ໄດ້​ຕາມ​ເປົ້​າ​ໝາຍຂອງ​ທາງ​ການ ເພາະ​ງົ​ບ​ປະ​ມານ​ທີ່​ທາງ​ການ ຈັດ​ສັນ​ມ​າ​ໃຫ້​ແຂວງ ແມ່ນ​ມີບໍ່​ພຽງ​ພໍ ເປັນ​ຕົ້ນ ເຣຶ່ອງ​ການ​ຊ່ວຍ​ເຫລືອ ດ້ານ​ພັຍ​ພິ​ບັດ ກໍ່​ຫຍຸ້ງ​ຍາກ ໃນ​ການ​ເຂົ້າ​ຊ່ວຍ​ເຫລືອ ຜູ້​​ທີ່ໄດ້​ຮັບຜົ​ລ​ກະ​ທົບ ແລະ ​ດ້ານ​ການ​ລົງ​ໂຄ​ສະ​ນາ​ໃຫ້​ຜູ້ຫ​ວ່າ​ງງານ ໄປ​ລົງ​ທະ​ບຽນ ເພຶ່ອ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ ກໍ່​ຍັງ​ເຂົ້າ​ບໍ່​ເຖິງ​ປະ​ຊາ​ຊົນ ຢ່າງກວ້າງ​ຂວາງ​ທົ່ວ​ແຂ​ວງ.

" ວຽກ ງາ ນເຮົາ ກະ ຍາກ ລະ ເນາະ ເປັ ຕົ້ ານ ໂຄ ສະ ນາ ນີ້ ແຫລະ ເນາະ ກາ ຊອກ ຫາ ວຽກ ເຮັດ ງານ ທຳ ມັນ ບໍ່ ມີ ຫັ້ນ ນ່າ . ເວົ້ ເຣື່ອງ ການ ປະ ຊາ ສັມ ພັນ ລົງ ຫາ ຮາກ ຖານ ທີ່ ວ່າ ໃຫ້ ມັນ ເຖິງ ວ່ ຊັ້ ສາ ມັນ ບໍ່ ເຖິງ ເຂົາ ຫັ້ນ ນ່າ . ງົບ ປະ ານ ຂອງ ເຮົ ທີ່ ຊິ ເຮັ ຫາ ລົງ ບ້ານນີ້ ກໍ່ ບໍ່ ມີ ອີກ ບາດນີ້ . ເວົ້າ ເຣື່ອງ ພົຍ ພິ ບັດ ຫຍຸ້ງ ຍາກ ເຣື່ອ ການ ເຮົາ ຊິ ໄປ ຊ່ວຍ ເຫລືອ ຍາກ ບ່ອນ ໃດ ເວົ້າ ເຣື່ອງ ທາງ ດ້ານ ງົບ ປະ ເນາະ ກະ ບໍ່ ມີ ຫັ້ນ ນ່ ."

ກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວນີ້ ຜູ້​ຫວ່າງ​ງານ ທ່ານ​ນຶ່ງ​ ກໍ່​ກ່າວ​ວ່າ ບັນ​ຫາ​ດັ່ງ​ກ່​າວນີ້ ເຈົ້າ​ໜ້າ​ທີ່ ໃນ​ໜ່ວຍງ​ານແຮງ​ງານ ແລະ​ ສວັດ​ດີກ​ານ​ສັງ​ຄົມ ຄວນ​ປັບ​ປຸງ​ແກ້​ໄຂ ຢ່າ​ງ​ຈິງ​ຈັງ ເຊັ່ນ​ວ່າ ຫາ​ທຸກວິ​ທີ ສ້າງ​ຊ່ອງ​ທາງ ທີ່​ອຳ​ນວຍ​ຄວ​າມ​ສະ​ດວກ ໃຫ້​ຄົ​ນຫ​ວ່າງ​ງານ ມີ​ວຽກເຮັດ​ງານ​ທຳ ທີ່​ໝັ້ນ​ຄົງ ແລະ​ ຈະ​ໄດ້​ເຂົ້າ​ຮ່ວມ ປະ​ກັນ​ສັງ​ຄົມ ເຊິງ​ທຸກ​ຄົນ ຕ້ອງ​ການ​ເຂົ້າ​ຮ່ວມ​ໝົດ.

ແຕ່​ສາ​ເຫດ ທີ່​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ບໍ່​ໄດ້ ກໍ່​ຍ້ອນ​ຫລາຍ​ຄົນ ບໍ່​ໄດ້​ມີ​ເງິ​ນ​ເດືອ​ນ ທີ່​ໝັ້​ນ​ຄົງ ເນື່ອງ​ຈາກວ່າ ການ​ເຂົ້າ​ປະ​ກັນ​ສັງ​ຄົ​ມ ຕ້ອງ​ໄດ້ຈ່າຍ​ທຸກ​ເດືອ​ນ ມັ​ນ​ຈຶ່ງ​ເປັນ​ເຣຶ່ອງ​ຍາກ ສຳ​ລັບ​ຄົນຫ​ວ່າງງ​ານ ທີ່ບໍ່​ມີ​ເງິນ​ເດືອນ ເພາະ​ໃນ​ແຕ່​ລະ​ມື້ນີ້ ກໍ່​ຍັງ​ຫາ​ເຊົ້າ​ກິນ​ຄ່ຳ ແລະ ບາງ​ຄົນ ກໍ່​ຫາ​ເຄື່ອງ​ປ່າ​-ຂອງ​ດົງ ໄປ​ຂາຍ ພໍ​ກຸ້ມ​ກິນ​ໃນ​ຊີ​ວິດໄປ​ແຕ່​ລະ​ມື້​ເທົ່າ​ນັ້ນ. ດັ່ງ​ຊາວ​ລາວ​ທ່ານ​ນຶ່ງ ກ່າວ​ວ່າ.

" ບໍ່ ມີ ຜູ້ ມາລົງ ໂຄ ສະ ນາ ຫວ່າງ ງານ ມັນ ກໍ່ ບໍ່ ໄດ້ ເຮັດ ຫັ້ນ ແລ້ວ ຖ້າ ແຕ່ເຮັດນາ . ຕາມ ຊົນ ນະ ບົດ ບ້ານນອກ ພວກ ເຮົາ ເນາະ ເຣື່ອງ ປະ ກັນ ສັງ ຄົມ ຍັງ ບໍ່ ເຂົ້າ ຊາວ ບ້າ ເຮົາ ມັນ ກະ ບໍ່ ມີ ເງິນ ເດືອນ ຈັ່ ຊີ້ . ມັນ ກໍ່ ຕ້ອງ ໄດ້ ຈ່າຍ າຍ ເດືອນ ແມ່ນບໍ່ . ບາງ ຄົນ ກະ ຢ້ານ ຫາບໍ່ ທັນ ຕ້ອງ ມີ ວຽກ ເຮັດ ງານ ທຳ . ຖ້າ ຂາດ ໄປ ເດືອນ ນຶ່ງ ມັນ ກະ ຕັດ ໄປ ກະ ເງິນ ທີ່ ເສັຍ ໄປ ມັນ ກະ ສູນ ປ່າວ ຈັ່ງ ຊີ້ ."

ຊາວ​ລ​າວນ​າງ​ນຶ່ງ ກໍ່​ກ່າວ​ວ່າ ຫາກ​ໃຫ້​ເວົ້າ​ເຖິງ​ວຽກ​ງານ ດ້ານ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ​ ຂອງ​ລາວ ອັນ​ດັບ​ທຳ​ອິດ ຍາ​ນາງ​ຢາກ​ໃຫ້ ພາກ​ຣັ​ຖ ຕ້ອງ​ສ້າງ​ອາ​ຊີບໃຫ້​ປະ​ຊາ​ຊົ​ນ ສາ​ມາດ​ມີຣາຍ​ໄດ້​ທີ່​ດີຂຶ້ນ ມີ​ເງິ​ນ​ໃຊ້​​ໃນແຕ່​ລະ​ເດືອນ ແລະ ​ເຮັດ​ໃຫ້​ປ​ະ​ຊາ​ຊົນ ເຂົ້າ​ເຖິງ​ປະ​ກັ​ນ​ສັງ​ຄົມ​ໄດ້​ງ່າຍ ແລະ ເວ​ລາ​ເຈັບ​ປ່ວຍ ກໍ່​ສາ​ມາດ​ເຂົ້າ​ເຖິງ​ໂຮງ​ໝໍໄດ້​ທັນ​ທີ.

" ໂຕນີ້ ປະ ກັ ສັງ ຄົມ ມັນ ຕ້ອງ ໄດ້ ຈ່າຍ ແຕ່ ລະ ເດືອນ . ເງິນ ເດືອນ ມັນ ບໍ່ ພໍ ຈ່າຍ ສະ ໄປ ລະ ກະ ບໍ່ ເຂົ້າ ຈັ່ງ ຊີ້ ນາ ກະ ມີ ລາຍ ຈ່າຍ ພາ ຣະ ຫລາຍ ອັນ . ພວກ ທີ່ ວ່າ ເຝິກ ຮຽນ ວິ ຊາ ຊີບ . ມັນ ບໍ່ ຄ່ອຍ ໄດ້ ເຫັນ ໂຄ ສະ ນາ ຫັ້ນ ນ່າ ຕຶອງ ໄປ ມັກ ເອງ ."

ອິງ​ຕາມ​ການ​ຣາຍ​ງານ​ ຂອງຍາ​ນາງ ໃບ​ຄຳ ຂັດ​ທິ​ຍະ ຣັ​ຖ​ມົນ​ຕ​ຣີ​ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ໃນ​ນະ​ຄອນ​ຫລວງວຽງ​ຈັນ ເມື່ອ​ວັນ​ທີ່ 17 ກຸມ​ພາ 2022 ທີ່​ຜ່ານ​ມາ ວ່າ ວຽກ​ງານ ດ້ານ​ແຮງ​ງານ ​ແລະ ​ສວັດ​ດີ​ການສັງ​ຄົມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ບັນ​ຫ​າ​ທ້າ​ທ​າຍ​ຫລາຍ​ຢ່າງ ທີ່​ຈະ​ຕ້ອງ​ແກ້​ໄຂ ໃຫ້​ດີ​ຂຶ້ນ​ຫລາຍ​ດ້ານ ເປັນ​ຕົ້ນ​ແມ່ນ ກາ​ນ​ປັ​ບ​ປຸງ​ພະ​ນັກ​ງານ ໃຫ້​ມີ​ປະ​ສິດ​ທິ​ພາບ ດີ​ຂຶ້ນ ອົບ​ຮົມ​ສ້າງ​ຄວາ​ມ​ເຂົ້າ​ໃຈ ສຶກ​ສາ​ການ​ເມືອງ ນຳ​ພາ​ແນວ​ຄິດ​ໃຫ້​ເປັນ​ໄປ​ຕາມ​ນະ​ໂຍ​ບາຍ ແລະ ຫລີກ​ລ້ຽງ​ການ​ຮັບ​ເອົາ​ພະ​ນັກ​ງານ ທີ່​ເຮັດ​ວຽກ​ຕາມ​ມີ​ຕາມ​ເກີດ ພໍ​ແລ້ວ​ມື້​ແລ້ວ​ວັນ.

ນອກ​ຈາກນີ້ ໃນ​ວຽກ​ງານ ດ້ານ​ການ​ພັ​ທ​ນາ ສີ​ມື​ແຮງງ​ານ ກໍ່​ຈະ​ຕ້ອງ​ສ້າງ​ລະ​ບົບ ທົດ​ສອບ​ສີ​ມື​ແຮງ​ງານ ເພື່ອ​ຕອບ​ສນອງ ຄວາມ​ຕ້ອງ​ການ ຂອງ​ຕ​ລາດ​ແຮງ​ງານ ໃນ​ຕຳ​ແໜ່ງ​ງານ​ຫວ່າງ. ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ຈະ​ຕ້ອງ​ພະ​ຍາ​ຍາມ ຈັດ​ຫາ​ງານ ເພື່ອ​ໃຫ້​ເປັ​ນ​ໄປ​ຕາມ ແລະ​ ບັນ​ລຸໂຕ​ເລ​ຂ​ຄາດ​ໝາຍ ແລະ ຕ້ອງ​ຮິບ​ໂຮມຂໍ້​ມູນ​ສະ​ຖິ​ຕິ ຄວາມ​ຕ້ອງ​ການ ກຳ​ລັງ​ແຮງ​ງານຜູ້ຫ​ວ່າງ​ງານ ແລະ ຄວາມ​ຕ້ອງ​ການ ໃນ​ການ​ຝຶກ​ສີ​ມື​ແຮງ​ງານ ໃຫ້​ໄດ້​ເປັນ​ຢ່າງ​ດີ.

ຂະ​ນະ​ດຽວ​ກັນ ໃນ​ວຽກ​ຄຸ້ມ​ຄອງ​ແຮງ​ງານ ກໍ່​ຕ້ອງ​ສາ​ມາດ​ກຳ​ສະ​ພາບ ຫົວ​ໜ່ວຍ​ແຮງ​ງານ ທີ່​ຖືກ​ຜົ​ລ​ກະ​ທົບ ຫລື​ຖືກ​ຢຸດ​ເຊົາ ກິ​ຈ​ການຊົ່ວ​ຄາວ ເພື່ອ​ສັງ​ລວມ​ຂໍ້​ມູນ ໃຫ້​ແກ່​ທາງ​ການ​ກະ​ຊວງ ຢ່າງ​ກົງ​ໄປ​ກົງ​ມາ.

ໃນ​ດ້ານ​ວຽກ​ງານ ສວັດ​ດີ​ການ​ສັງ​ຄົມ ກໍ່​ຕ້ອງ​ປະ​ຕິ​ບັດ​ໂຕ​ເລ​ກ ອັດ​ຕ​ຣາ​ປົກ​ຫຸ້ມໃນ​ລະ​ບົບ​ປະ​ກັນ​ສັງ​ຄົມ ໃຫ້​ເພື່ມ​ຂຶ້ນ ໂດ​ຍ​ການ ​ເພີ່ມ​ຕື່ມການ​ໂຄ​ສະ​ນາ ແລະ ປະ​ຊາ​ສັມ​ພັນ ອຳ​ນວຍ​ຄວາມ​ສດ​ວກ ທີ່​ທັ​ນ​ສ​ມັຍ ໃນ​ການ​ປະ​ຕິ​ບັດ ຈ່າຍ​ເງິນ​ອຸດ​ໜູນ​ຕ່າງໆ ໃຫ້​ໄດ້​ຕາມ​ແຜນ​ການ ແລະວຽກ​ງານ​ດ້ານ​ພັຍ​ພິ​ບັດ ວ​ຽກ​ງານ​ກາ​ແດງ ກໍ່​ຕ້ອງ​ຊ່ວຍ​ເຫລືອ​ສັງ​ຄົມ ໃຫ້​ທັນ​ກັບ​ເຫດ​ການ ແລະສະ​ພາບ​ການ​ຕ່າງໆ.

ຢ່າງ​ໃດ​ກໍ່​ຕາມ ວຽກ​ງານ​ໃນ​ດ້ານ​ແຮງ​ງານ ແລະ ສວັດ​ດີກ​ານຕ່າງໆ ທີ່​ຮັ​ຖ​ບານ​ຈະ​ແກ້​ໄຂ​ນັ້ນ ເຈົ້າໜ້າ​ທີ່​ແຮງ​ງານ ຂັ້ນ​ເມືອງຫລາຍ​ຄົນ ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່​າ ຖ້າ​ຫາກບໍ່​ມີ​ງົບ​ປະ​ມານເຂົ້າ​ທົ່ວ​ເຖິງ ກໍ່​ເປັນ​ເຣຶ່ອງ​ທີ່​ຍ​າກ​ທີ່​ສຸດ ທີ່​ຈະ​ດຳ​ເນີນ​ການ ​ໃຫ້​ບັນ​ລຸ​ຕາມ​ທີ່​ເປົ້າ​ໝ​າຍທີ່​ວາງ​ໄວ້.