ການຍຶດ ທີ່ດິນ ຂອງ ຊາວບ້ານ ມາໃຫ້ ນັກລົງທຶນ ສຳປະທານ ໃນ ໂຄງການ ໃຫ່ຍໆ ຂອງ ຣັຖບານ ນັ້ນ ຄືການ ຕັດຕີນ ຕັດມື ຊາວນາ ຜູ້ ທຸກຍາກ ຢູ່ແລ້ວ. ພວກຂະເຈົ້າ ແຮງ ທຸກຍາກ ຫລາຍກວ່າເກົ່າ ໂດຍສະເພາະ ຊົນເຜົ່າ ຍ້ອນຖືກ ບິບບັງຄັບ ໃຫ້ ຍ້າຍອອກ ຈາກເນື້ອທີ່ ບໍ່ມີບ່ອນ ທຳມາ ຫາກີນ ລ້ຽງ ຄອບຄົວ ຈົນກາຍເປັນ ຄົນ ຂາດ ທີ່ຢູ່ ອາສັຍ ຫຼື ຄົນ ພະເນຈອນ.
ນັກວິຊາການ ຕ່າງຊາດ ທ່ານນຶ່ງ ເວົ້າວ່າ ການຍຶດ ທີ່ດິນ ຊາວບ້ານ ເພື່ອໃຫ້ ນັກລົງທຶນ ຕ່າງຊາດ ສຳປະທານ ໃນ ໂຄງການໃຫຍ່ໆ ໃນລາວ ໃນຫລາຍ ພື້ນທີ່ ໃນຣະຍະ 4 - 5 ປີ ທີ່ຜ່ານມາ ເຮັດໃຫ້ ຊາວ ກະສິກອນ ທີ່ທຸກຍາກ ຢູ່ແລ້ວ ແຮງທຸກຍາກ ລຳບາກ ຫລາຍ ກວ່າເກົ່າ ໂດຍສະເພາະ ຊົນເຜົ່າ ຍ້ອນ ບໍ່ມີບ່ອນ ທຳມາ ຫາກິນ ລ້ຽງຄອບຄົວ ຂອງ ພວກຂະເຈົ້າ ເພາະວ່າ ບ່ອນທີ່ ຍ້າຍ ໄປຢູ່ໃຫມ່ ນັ້ນ ສ່ວນຫຼາຍ ບໍ່ເຫມາະສົມ ໃນ ການປູກຝັງ ແລະ ລ້ຽງສັດ.
ເຈົ້າຫນ້າທີ່ ຈາກ ຫ້ອງການ ຄົ້ນຄວ້າ ທາງ ດ້ານສັງຄົມ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຊື່ງ ເປັນອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ທີ່ ມີສູນກາງ ຢູ່ ບາງກອກ ປະເທດໄທ ເວົ້າວ່າ: ເມື່ອເວລາ ທີ່ດິນ ຂອງ ຊາວບ້ານ ຖືກຍຶດໄປ ໃຫ້ນາຍທຶນ ສຳປະທານ ໃນ ໂຄງການ ປູກຕົ້ນໄມ້ ເສຖກິດ ຫລື ເຮັດແນວໃດ ແນວນຶ່ງ ນັ້ນ ມັນທຳລາຍ ຮາກເຫງົ້າ ຊິວິດ ການເປັນຢູ່ ຂອງ ຊາວບ້ານ ທ້ອງຖິ່ນ ຜູ້ທີ່ອາສັຍ ທີ່ດິນ ໃນການ ຫາ ລ້ຽງຄອບຄົວ ສືບມື້ ດັ່ງການ ເຮັດນາ ປູກເຂົ້າ ຫາເຄື່ອງປ່າ ຂອງດົງ ມາເປັນ ອາຫານ ຮ່ວມໄປຮອດ ແຫລ່ງ ຢາຮາກໄມ້ ທັມມະຊາດ ຫລື ຢາພື້ນເມືອງ ໃນ ການປົວ ໂຣຄຕ່າງໆ ຂອງ ພວກຂະເຈົ້າ ນຳອີກ ທີ່ເອີ້ນ ກັນວ່າ ຢາຮາກໄມ້ ນັ້ນເອງ.
ນັກຄົ້ນຄວ້າ ດ້ານ ສິ່ງແວດລ້ອມ ຈາກ ມະຫາວິທຍາລັຍ ເບີນ ປະເທດ ເຍັຍຣະມັນ ເວົ້າວ່າ ການ ສຳປະທານ ທີ່ດິນ ຂນາດໃຫຍ່ ໃນລາວ ທີ່ ກຸ່ມ ນັກເຄື່ອນໄຫວ ເວົ້າວ່າ ການຍຶດພື້ນທີ່ ຊາວບ້ານ ນັ້ນ ແມ່ນເກີດ ຂຶ້ນ ຈາກການ ເຈຣະຈາ ກັນ ຣະຫວ່າງ ຣັຖບານ ລາວ ກັບ ນັກລົງທຶນ ເອກກະຊົນ ໂດຍທີ່ ຊາວບ້ານ ບໍ່ຮູ້ ບໍ່ເຫັນນຳ ມີຈຳນວນ ເພີ້ມສູງຂື້ນ ໃນຣະຍະ 10 ປີ ທີ່ຜ່ານມາ ໃນນັ້ນ ໄດ້ກວມ ເອົາດິນ ຊາວບ້ານ ໃນຫລາຍ ຫມູ່ບ້ານ ໃນທົ່ວ ປະເທດ.
ປະຊາຊົນ ຊາວເຜົ່າ ເປັນຜູ້ໄດ້ ຮັບ ຜົລກະທົບ ຫລາຍກວ່າຫມູ່ ໃນລາວ ຊື່ງ ເປັນປະເທດ ທີ່ ປະກອບ ດ້ວຍຊົນເຜົ່າ ເຖີງ 70 % ກຸ່ມ ດັ່ງກ່າວ ສ່ວນໃຫຍ່ ອາສັຍ ຢູ່ໃນພື້ນທີ່ ທີ່ອຸດົມ ສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາດ. ເມື່ອດິນ ຂອງ ພວກຂະເຈົ້າ ຖືກຍຶດ ໄປໃຫ້ ນາຍທຶນ ສຳປະທານ ພວກຂະເຈົ້າ ກໍຖືກ ບັງຄັບ ໃຫ້ໂຍກຍ້າຍ ຫລາຍລາຍ ກໍບໍ່ໄດ້ ຮອດ ຄ່າຊົດເຊີຍ ຫລື ໄດ້ ກໍໄດ້ນ້ອຍ ກວ່າ ຣາຄາ ດິນ ທີ່ ພວກຂະເຈົ້າ ມີ ນອກຈາກ ຈະບໍ່ບອກ ລ່ວງຫນ້າ ແລ້ວ ຍັງບັງຄັບ ໃຫ້ຂະເຈົ້າ ອອກຈາກ ພື້ນທີ່ ຢ່າງ ກະທັນຫັນ ນຳອີກ. ຖ້າຂັດຂືນ ກໍຈະຖືກ ຈັບກຸມ ແລະ ລົງໂທດ. ດັ່ງຊາວບ້ານ ທີ່ ແຂວງ ອັດຕະປື ຂັດຂືນ ການຍຶດ ທີ່ດີນ ເພື່ອປູກ ຢາງພາລາ ຂອງ ບໍຣິສັດ ວຽດນາມ ຫລາຍຄົນ ກໍຖືກຈັບ ແລະ ຖືກລົງໂທດ.
ບໍຣິສັດ ລົງທຶນ ຈາກ ຕ່າງປະເທດ ສ່ວນໃຫຍ່ ຈະໃຫ້ ສັນຍາ ຕໍ່ ຣັຖບານ ລາວວ່າ ຈະສ້າງຄວາມ ມັ້ງຄັ້ງໃຫ້ ແກ່ ປະເທດລາວ ແລະ ສ້າງວຽກ ເຮັດງານທຳ ໃຫ້ແກ່ ຄົນທ້ອງຖິ່ນ ດັ່ງໂຄງການ ຂຸດຄົ້ນ ແຮ່ທາດ ສ້າງ ເຂຶ່ອນ ແລະ ປູກຢາງພາລາ ໃນທີ່ສຸດ ກໍສ້າງ ມົລພິດ ແລະ ຄວາມເຊື່ອມເສັຽ ຕໍ່ ຊິວິດການ ເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ດັ່ງ ໂຄງການ ຂຸດຄົ້ນ ແຮ່ທາດ ຫລາຍໂຄງການ ເມື່ອແຮ່ຫມົດ ກໍປະຖີ້ມດິນ ບໍ່ມີການ ບຳບັດ ເລີຍ ແລະ ໂຄງການ ປູກ ຢາງພາລາ ກໍເຊັ່ນກັນ ເມື່ອຣາຄາ ຢາງພາລາ ຕົກຕ່ຳ ກໍຈະບໍ່ ກີດຢາງ ຫລື ປະຖີ້ມໄປ ສົ່ງ ມົລພິດ ແລະ ສານເຄມີ ລົງສູ່ ແມ່ນ້ຳ ລຳທານ ຂອງ ຊາວບ້ານ.
ການບີບ ບັງຄັບ ຊາວບ້ານ ອອກຈາກພື້ນທີ່ ນອກຈາກ ຈະເຮັດໃຫ້ ຂະເຈົ້າ ທຸກຍາກ ກວ່າເກົ່າແລ້ວ ຍັງເຮັດໃຫ້ ການຕາຍ ຂອງ ພວກຂະເຈົ້າ ສູງຂຶ້ນ ເພາະບໍ່ລື້ງເຄີຍ ກັບ ບ່ອນຢູ່ໃຫມ່ ແລະ ຂາດບ່ອນ ທຳມາຫາກິນ ການສຳຣວດ ຈາກອົງການ ຊ່ອຍເຫລືອ ສະຫະປະຊາຊາດ ພົບວ່າ ຊາວເຜົ່າ ຜູ້ທີ່ອາສັຍ ຢູ່ໃນພື້ນ ທີ່ສູງ ໃນລາວ ເມື່ອຖືກ ບັງຄັບ ໃຫ້ລົງມາ ຢູ່ພື້ນທີ່ຕ່ຳ ການຕາຍ ຂອງ ພວກຂະເຈົ້າ ເພີ້ມຂື້ນ 30% ຍ້ອນບໍ່ລື້ງ ສະພາບອາກາດ ແລະ ການເປັນຢູ່ ໃນພື້ນທີ່ຕ່ຳ:. --ສຽງ--
ປະຊາຊົນ ທ້ອງຖິ່ນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ການຍຶດ ເນື້ອທີ່ ຫລາຍຄົນ ກໍຍ້າຍ ເຂົ້າມາຢູ່ ໃນເມືອງ ແຕ່ບໍ່ມີ ຄວາມຮູ້ ໃນການ ຫາລ້ຽງ ຄອບຄົວ ກໍກາຍເປັນຄົນ ຂາດລາຍໄດ້ ເປັນຄົນ ເລ້ລ້ອນ ຂໍທານ ຫລື ຄົນ ພະເນຈອນ ຕາມ ທ້ອງຖນົນ ລູກຫລານ ຂອງ ພວກຂະເຈົ້າ ກໍໂຕນຫນີ ໄປໄທ ຍ້ອນຖືກ ຕົ້ວະຍົວະ ແລະ ບາງຄົນ ກໍຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ.
ອິງຕາມ ສະຖິຕິ ແລະ ການສຳຣວດ ເນື້ອທີ່ ທີ່ອຸດົມ ສົມບູນ ໃນລາວ ປະມານ 1 ລ້ານ 1 ແສນ ເຮັກຕາ ໃນທົ່ວ ປະເທດ ຖືກ ຣັຖບານລາວ ໃຫ້ນັກລົງທຶນ ຕ່າງປະເທດ ສຳປະທານ ໃນໂຄງການ ໃຫຍ່ໆ ກວ່າ 2 ພັນ 6 ຮ້ອຍ ໂຄງການ ເລີ້ມແຕ່ປີ 2010 ເປັນຕົ້ນມາ. ແຕ່ ນັກວິເຄາະ ເວົ້າວ່າ ອາດຫລາຍ ກວ່ານັ້ນ ສາມເທົ່າ .
ສະຖາບັນ ຄົ້ນຄວ້າ ທາງດ້ານ ອາຫານ ສາກົນ ໄດ້ຈັດ ສປປລາວ ເປັນນຶ່ງ ໃນບັນດາ 7 ປະເທດ ໃນໂລກ ທີ່ໃຫ້ ສຳປະທານ ປູກຝັງ ຂອງ ປະຊາຊົນ ແກ່ ນັກລົງທຶນ ກວ່າ 10% ຂອງດິນ ປູກຝັງ ທັງຫມົດ ໃນ ປະເທດ. ການຕັດສີນໃຈ ໃຫ້ ສຳປະທານ ຂອງ ຣັຖບານ ບໍ່ໂປ່ງໄສ ແລະ ບໍ່ມີການ ໂອ້ລົມ ກັບ ຊາວບ້ານ ລ່ວງຫນ້າ ແລະ ບໍຣິສັດ ຕ່າງຊາດ ກໍໃຊ້ຊ່ອງໂວ່ ຂອງ ກົດຫມາຍ ໃນການ ສຳປະທານ ທີ່ດິນ ໃນລາວ ເຖິງແມ່ນວ່າ ຈະບໍ່ມີ ໂຄງການ ກໍຕາມ ແຕ່ຕ້ອງ ການຕັດໄມ້ ອອກໄປຂາຍ ເພື່ອສ້າງ ຣາຍໄດ້ ໃຫ້ແກ່ ບໍຣິສັດ.
ຕາມກົດຫມາຍ ລາວ ດິນດອນ ຕອນຫຍ້າ ຕ່າງໆໃນລາວ ເປັນຂອງ ຣັຖ ເຮັດໃຫ້ ປະຊາຊົນ ມີ ທາງເລືອກ ຫນ້ອຍ ຖ້າດິນ ຂະເຈົ້າ ຖືກຍຶດ ໄປໃຫ້ ນັກລົງທຶນ ນາຍວາງ ຊາວເຜົ່າມົ້ງ ທີ່ ບ້ານຫ້ວຍທາວ ແຂວງ ຫລວງພຣະບາງ ອາຍຸ 25 ປີ ເວົ້າວ່າ ລາວ ບໍ່ຢາກຍ້າຍ ແຕ່ຈະເຮັດ ຢ່າງໃດໄດ້ ຈຳເປັນຕ້ອງ ໄດ້ຍ້າຍ ຕາມຄຳສັ່ງ. ນັກຄົ້ນຄວ້າ ເວົ້າວ່າ ພື້ນທີ່ ທີ່ຖືກຍຶດ ໃນລາວ 70% ແມ່ນໃຫ້ ນັກລົງທຶນ ຈາກຈີນ ວຽດນາມ ແລະ ໄທ ສຳປະທານ ແລະ ບາງຣາຍ ກໍສຳປະທານ ເພື່ອຕັດໄມ້ ອອກໄປຂາຍ ຊື່ໆ ແລ້ວ ປະດິນ ຖີ້ມໄວ້ ບໍ່ມີການ ພັທນາ.
ກົດຫມາຍລາວ ກຳນົດ ໃຫ້ມີການ ຈ່າຍ ຄ່າຊົດເຊີຍ ແຕ່ ສະພາບຄວາມ ເປັນຈີງນັ້ນ ມີພຽງແຕ່ ເລັກນ້ອຍ ຖ້າໄດ້ ບາງຣາຍ ກໍບໍ່ໄດ້ ຄ່າຊົດເຊີຍ ເລີຍ ໂຄງການ ໃຫຍ່ໆ ຂອງ ຣັຖບານ ຫລາຍ ໂຄງການ ກວມເອົາ ດິນນາ ຂອງ ຊາວບ້ານ ດັ່ງ ໂຄງການ ໄຟຟ້າ ຖ່ານຫີນ ຫົງສາ ລິກໄນ ທີ່ ແຂວງ ໄຊຍະບູຣີ ທີ່ ເລີ້ມລົງມື ສ້າງ ໃນປີ 2010 ທີ່ ຈະສົ່ງໄຟຟ້າ ໄປຂາຍ ໃຫ້ໄທ ໄດ້ກວມ ເອົາດິນນາ ຂອງຊາວບ້ານ ປະມານ 6 ພັນ ເຮັກຕາ ຊາວນາ ຈຳນວນ 2 ພັນ ຄົນ ຕ້ອງໄດ້ ໂຍກຍ້າຍ ບໍ່ມີການ ເຈຣະຈາ ກັບ ຊາວບ້ານ ລ່ວງຫນ້າ ໃຫ້ ຊາວບ້ານ ໂຍກຍ້າຍ ບໍ່ຮູ້ວ່າ ໄດ້ ຄ່າຊົດເຊີຍ ຫລາຍປານໃດ ແລະ ທີ່ດິນ ບ່ອນໃຫມ່ ນັ້ນ ສາມາດ ເຮັດນາ ໄດ້ບໍ່ ຫລາຍ ໂຄງການ ໃນລາວ ຊາວບ້ານ ບໍ່ມີສິດ ປາກເວົ້າ ແລະ ຄັດຄ້ານ ແຕ່ຢ່າງໃດ. ແຕ່ກ່ອນ ຊາວບ້ານ ໃນເຂດ ດັ່ງກ່າວ ເຮັດນາ ລ້ຽງຄອບຄົວ ຂອງ ພວກຂະເຈົ້າ ມາເປັນ ເວລາຫລາຍ ສິບ ປີ ບໍ່ເຄີຍ ອຶດຢາກ ແຕ່ເມື່ອ ໂຄງການ ດັ່ງກ່າວ ເກີດຂຶ້ນ ບໍ່ຮູ້ວ່າ ຂະເຈົ້າ ຈະຢູ່ລອດ ຫລືບໍ່.
ໂຄງການ ສ້າງສນາມບິນ ທີ່ເມືອງ ຕົ້ນເຜີ້ງ ກໍເຫມືອນກັນ ຊາວບ້ານ ກໍຖືກ ບີບບັງຄັບ ໃຫ້ໂຍກຍ້າຍ ເມື່ອຂະເຈົ້າ ຂັດຂືນ ກໍຖືກຈັບກຸມ ແລະ ຊາວບ້ານ ໃນຈຳນວນ ສິບກວ່າ ຄອບຄົວ ກໍຂາດທີ່ດິນ ທຳມາ ຫາກິນ ກຸ່ມຊາວບ້ານ ທີ່ເຄີຍ ຢູ່ດີກິນດີ ໃນອະດີດ ກໍກັບກາຍ ມາເປັນຄົນ ທຸກຍາກ ກວ່າເກົ່າ ຍ້ອນຂາດ ບ່ອນຢູ່ ອາສັຍ ຂາດທີ່ດິນ ໃນການ ເຮັດນາ.
ໂຄງການ ສ້າງເຂື່ອນ ແລະ ຂຸດຄົ້ນ ແຮ່ທາດ ໃນແຂວງ ອັດຕະປື ຂອງ ບໍຣິສັດ ພອນສັກ ກໍເຫມືອນກັນ ຊາວບ້ານ ຖືກໂຍກຍ້າຍ ປະມານ 8 ພັນ ຄົນ ຈາກພື້ນທີ່ ກຸ່ມດັ່ງກ່າວ ຂາດບ່ອນ ທຳມາ ຫາກິນ ແລະ ຫລາຍຄົນ ກໍຫນີໄປ ຢູ່ໃນເມືອງ ຍ້ອນທົນ ບໍ່ໄດ້ ເຮັດໃຫ້ ຂະເຈົ້າ ທຸກຍາກ ເພີ້ມຂຶ້ນ.
ໂຄງການ ປູກ ຢາງພາລາ ແຮງຮ້າຍ ນອກຈາກ ທຳລາຍ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນແລ້ວ ຍັງສົ່ງ ມົລພິດ ລົງສູ່ ແມ່ນ້ຳ ລຳທານ ໃນຂົງເຂດ ນຳອີກ ສັດສາວາສິ່ງ ກໍໄດ້ຮັບ ຜົລກະທົບ ເຫມືອນກັນ
ໂຄງການ ສຳປະທານ ອື່ນໆ ຂອງ ຣັຖບານ ລາວ ໃນທົ່ວ ປະເທດ ຫລາຍໂຄງການ ກໍ່ສ້າງ ຄວາມເສັຍຫາຍ ຕໍ່ການເປັນຢູ່ ຂອງ ຊາວບ້ານ ທ້ອງຖີ່ນ ທັງນັ້ນ ແຕ່ ທາງການລາວ ກໍບໍ່ຫົວຊາ ຍ້ອນຄິດວ່າ ເປັນການ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ ບໍ່ມີທາງ ເລືອກ ແນວອື່ນ.ແລະ ໂຄງການ ພັທນາ ດັ່ງກ່າວ ສ່ວນໃຫຍ່ ສ້າງ ຜົລປໂຍດ ໃຫ້ແກ່ ນາຍທຶນ ແລະ ຜູ້ມີອຳນາດ ໃນລາວ.
