ເປີດລະບົບ ຈອງປີ້ຣົຖໄຟ ລາວ-ຈີນ ອອນລາຍນ໌, ແຕ່ໂຕຈິງ ຍັງໃຊ້ບໍ່ໄດ້

0:00 / 0:00

ເມື່ອວັນທີ 17 ທັນວາ ທີ່ຜ່ານມານີ້ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ເປີດໃຫ້ບຸກຄົນທົ່ວໄປສາມາດ ດາວນ໌ໂຫລດແອັບພລິເຄຊັນ ທີ່ໃຊ້ຊື່ວ່າ LCR Ticket ສໍາລັບຈອງປີ້ຣົຖໄຟລາວ-ຈີນ ຜ່ານລະບົບອອນລາຍນ໌ ເພື່ອໃຫ້ຜູ້ໃຊ້ບໍຣິການ ໄດ້ທໍາຄວາມຄຸ້ນເຄີຍ ກັບຣາຍລະອຽດ ແລະ ວິທີການໃຊ້ງານຂອງແອັບພລິເຄຊັນດັ່ງກ່າວ ແຕ່ຍັງບໍ່ສາມາດໃຊ້ຈອງປີ້ຣົຖໄຟ ແບບເປັນທາງການເທື່ອ ເນື່ອງຈາກຍັງຢູ່ໃນຂັ້ນຕອນທົດສອບ ພາຍໃນຂອງບໍຣິສັດ, ອີງຕາມການຣາຍງານ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໃນວັນທີ 17 ທັນວາ ປີ 2022.

ໃນຂະນະທີ່ຊາວລາວ ຫລາຍຄົນ ກໍໄດ້ດາວນ໌ໂຫລດແອັບພລິເຄຊັນ ຈອງປີ້ຣົຖໄຟ ລາວ-ຈີນ ລົງໃນໂທຣະສັບຂອງໂຕເອງແລ້ວ ພາຍຫລັງຈາກທີ່ຮູ້ຂ່າວດັ່ງກ່າວ ແຕ່ຈໍານວນນຶ່ງກໍເຫັນວ່າ ການລົງທະບຽນເພື່ອໃຊ້ງານແອັບພລິເຄຊັນ ດັ່ງກ່າວ ຍັງມີຄວາມຫຍຸ້ງຍາກຢູ່ ເປັນຕົ້ນວ່າ ຕ້ອງໃສ່ຂໍ້ມູນສ່ວນໂຕຫລາຍຢ່າງເກີນໄປ ແລະ ກໍເກີດຄວາມຜິດພາດ ດ້ານເຕັກນິກ ລວມທັງຕ້ອງໃຊ້ ເບີໂທຣະສັບຂອງລາວເທົ່ານັ້ນ ສໍາລັບ ລົງທະບຽນ.

ດັ່ງ ຊາວລາວ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 20 ທັນວາ ນີ້ວ່າ:

" ແມ່ນແຫລະລົງທະບຽນຍາກ ມັນຕ້ອງຂໍໂທຣະສັບຄົນລາວ ຄືຄົນຕ່າງປະເທດຊິບໍ່ຮູ້ວ່າເຂົາເຈົ້າໃຊ້ແບບໃດຫັ້ນນ່າ ເຮົາໃຊ້ແລ້ວມັນບໍ່ຜ່ານ ເຮົາດາວນ໌ໂຫລດມາໃຊ້ ແລ້ວມັນບໍ່ຜ່ານ ລະບົບຍັງບໍ່ທັນຄອນເຟີມເທື່ອ ມີແຕ່ລົງວ່າຈະໃຊ້ໄດ້ ຄັນເຂົາປະກາດໃຊ້ມື້ໃດແລ້ວຊິໃຊ້. "

ໃນຂະນະດຽວກັນ ຊາວລາວອີກນາງນຶ່ງ ກໍຍືນຍັນວ່າ ການລົງທະບຽນໃຊ້ແອັບພລິເຄຊັນ ດັ່ງກ່າວ ມີຄວາມຫຍຸ້ງຍາກແທ້ ແລະເຖິງແມ່ນວ່າ ໃສ່ຂໍ້ມູນສ່ວນໂຕຖືກຕ້ອງ ແລ້ວກໍຕາມ ແຕ່ໃນລະບົບພັດຂຶ້ນວ່າ ຂໍ້ມູນຜິດພາດ ຈຶ່ງເຮັດໃຫ້ການລົງທະບຽນ ບໍ່ທັນສໍາເຣັດເທື່ອ.

ດັ່ງ ຍານາງ ກ່າວວ່າ:

" ໃສ່ຊື່ບໍ່ໄດ້ເທື່ອ ພວກຂ້ອຍນີ້ລົງທະບຽນບໍ່ໄດ້ ບໍ່ແນ່ໃຈວ່າ ເຂົາເຈົ້າຊິເປີດຕອນໃດ ຖ້າມີແອັບຫັ້ນໃຊ້ໄດ້ ກະຊິຈອງຜ່ານແອັບ ໂອ ໜ້າຈະງ່າຍກວ່າ ບໍ່ໄດ້ເດີນທາງໄປໄກ ເປີດໃຫ້ດາວນ໌ໂຫລດ ແຕ່ຍັງໃຊ້ບໍ່ໄດ້. "

ສ່ວນຜູ້ປະກອບ ການຮັບຈອງປີ້ຣົຖໄຟ ລາວ-ຈີນ ນາງນຶ່ງກ່າວວ່າ ໃນເບື້ອງຕົ້ນທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ເຮັດພຽງແຕ່ ໃຫ້ຜູ້ໂດຍສານ ທົດລອງດາວນ໌ໂຫລດ ແອັບພລິເຄຊັນ ດັ່ງກ່າວຊື່ໆ ແລະຍານາງເອງ ກໍເຫັນວ່າ ກາລົງທະບຽນນໍາ ໃຊ້ແອັບພລິເຄຊັນ ດັ່ງກ່າວ ບໍ່ສໍາເຣັດ ສ່ວນສໍາລັບການນໍາໃຊ້ແບບເປັນທາງການນັ້ນ ກໍໄດ້ຍິນຂ່າວວ່າ ໜ້າຈະເຣີ່ມປະມານ ທ້າຍເດືອນທັນວານີ້ ຫລື ຕົ້ນເດືອນ ມົກຣາ ປີ 2023.

ດັ່ງ ຍານາງ ກ່າວວ່າ:

" ເຂົາເຈົ້າອອກແອັບຊື່ໆ ຄົນຍັງບໍ່ຮູ້ໃຊ້ ບໍ່ຮູ້ວິທີນໍາໃຊ້ເທື່ອ ທ້າຍເດືອນ 12 ນີ້ ຫລືວ່າຕົ້ນເດືອນ 1 ຈະເຣີ່ມເປີດບໍຣິການ ແຕ່ວ່າກະບໍ່ຄອນເຟີຣ໌ມປານໃດ ຍັງບໍ່ໄດ້ໃຊ້ການເທື່ອ ຍັງບໍ່ໄດ້ນໍາໃຊ້ເທື່ອ. "

ສ່ວນຜູ້ປະກອບການ ຮັບຈອງປີ້ຣົຖໄຟ ລາວ-ຈີນ ນາງນຶ່ງ ກ່າວວ່າ ຕາມຂໍ້ມູນໃນເບື້ອງຕົ້ນ ທີ່ຍານາງໄດ້ຍິນມາຈາກຜູ້ຮັບຈອງປີ້ຣົຖໄຟ ລາວ-ຈີນ ຄົນອື່ນໆ ຫລາຍຄົນກໍວ່າ ການຈອງປີ້ຣົຖໄຟ ລາວ-ຈີນ ຜ່ານແອັບພລິເຄຊັນ ດັ່ງກ່າວ ໃນໄລຍະ ທໍາອິດອາດເຣີ່ມນໍາໃຊ້ ແຕ່ສະເພາະການຈອງປີ້ ຈາກຕົ້ນທາງສະຖານນີ ນະຄອນຫລວງວຽງຈັນ ໄປສະຖານນີອື່ນໆເທົ່ານັ້ນ.

ດັ່ງ ຍານາງ ກ່າວວ່າ:

" ມີແຕ່ວ່າຢູ່ນະຄອນຫລວງ ໜ້າຈະມີ ແອັບຫັ້ນ ມັນຈະມີແຕ່ຢູ່ນະຄອນຫລວງ ແຕ່ວ່າ ແຂວງອື່ນຍັງບໍ່ທັນມີ ເຈົ້າ ຍັງບໍ່ທັນ ໃຊ້ທົ່ວປະເທດເທື່ອ. "

ກ່ຽວກັບເຣຶ່ອງນີ້ ພນັກງານທີ່ເຮັດວຽກ ຢູ່ສະຖານນີ້ຣົຖໄຟ ລາວ-ຈີນ ແຫ່ງນຶ່ງ ກ່າວວ່າ ປັດຈຸບັນ ທາງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ກໍາລັງແກ້ໄຂລະບົບ ທີ່ສໍາຄັນ ພາຍໃນແອັບພລີເຄຊັນ ດັ່ງກ່າວ ເພື່ອໃຫ້ ສາມາດໃຊ້ງານໄດ້ ຢ່າງສະດວກ ແລະຈະມີການແຈ້ງຂ່າວ ອີກເທື່ອນຶ່ງວ່າ ຈະເຣີ່ມນໍາໃຊ້ມື້ໃດ.

ດັ່ງ ທ່ານກ່າວວ່າ:

" ແອັບ ທີ່ມັນລິ້ງກັບສູນໃຫຍ່ມັນຫັ້ນ ມີບັນຫາ ລະບົບຍັງຂັດຂ້ອງກັນຢູ່ ມັນບໍ່ຍອມລິ້ງກັນຫັ້ນນ່າ ກະຍັງ ມີບັນຫາໜ້ອຍນຶ່ງ ໂຕນີ້ລະບຸບໍ່ໄດ້ຂນາດ ພນັກງານກະຍັງບໍ່ໄດ້ເລີຍ. "

ເຖິງຢ່າງໃດກໍຕາມ ຊາວລາວຈໍານວນຫລາຍ ກໍໄດ້ສແດງຄວາມຄິດເຫັນຜ່ານ ສື່ສັງຄົມອອນລາຍນ໌ ວ່າ ການລົງທະບຽນ ໃຊ້ແອັບພລິເຄຊັນ ດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ ໃນການໃຊ້ຂໍ້ມູນ ຈຶ່ງເຮັດໃຫ້ການລົງທະບຽນດັ່ງກ່າວ ຍັງບໍ່ທັນສໍາເຣັດ ເຊິ່ງຫລາຍຄົນກໍຫວັງວ່າ ແອັບພລິເຄຊັນ ດັ່ງກ່າວນີ້ ຈະເຣີ່ມນໍາໃຊ້ໃນມໍ່ໆນີ້ ເພື່ອສ້າງຄວາມສະດວກສບາຍ ສໍາລັບການຊື້ປີ້ ຜ່ານລະບົບອອນລາຍນ໌ ແລະ ຊ່ວຍຫລຸດບັນຫາກຸ່ມຄົນ ບໍ່ດີ ທີ່ມັກຈອງປີ້ຣົຖໄຟໄປຂາຍຕໍ່ ໃນລາຄາແພງກ່ວາປົກະຕິ.

ນອກຈາກນັ້ນແລ້ວ ຊາວລາວຫລາຍຄົນ ທີ່ໃຊ້ບໍຣິການຣົຖໄຟ ລາວ-ຈີນ ຢູ່ເລື້ອຍໆ ກໍຍັງຢາກໃຫ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ເພີ່ມ ຄວາມສະດວກໃຫ້ແກ່ການ ໃຊ້ບໍຣິການ ຢູ່ສະຖານນີຣົຖໄຟ ລາວ-ຈີນ ໃຫ້ຫລາຍຂຶ້ນ ເປັນຕົ້ນວ່າ ສະຖານນີ ຣົຖໄຟລາວ-ຈີນ ແຕ່ລະແຫ່ງ ຄວນເປີດໃຫ້ຜູ້ໂດຍສານ ເຂົ້າໄປນັ່ງລໍຖ້າຂຶ້ນຣົຖໄຟ ຕລອດໄລຍະເວລາຕອນເຊົ້າ ຫາ ຕອນແລງ ໂດຍບໍ່ມີການກໍານົດ ເວລາເປີດ ແລະ ປິດ ສະຖານີຣົຖໄຟ ຈໍານວນຫລາຍເທື່ອຕໍ່ມື້ ເພື່ອເຮັດໃຫ້ຜູ້ໂດຍສານ ສາມາດໃຊ້ບໍຣິການ ຫ້ອງນ້ໍາພາຍໃນ ສະຖານີຣົຖໄຟ ໄດ້ຢ່າງສະດວກ.