ມີການປັ່ນຄ່າເງິນ ເຮັດໃຫ້ເງິນກີບ ເຟີ້ຫລາຍຂຶ້ນ

0:00 / 0:00

ໃນ​ອາ​ທິດ​ທີ່​ຜ່ານ​ມາ ເງິນກີບ​ເຟີ້ ​ເມື່ອ​ທຽບ​ໃສ່​ເງິນ​ບາດ ສະ​ກຸນ​ເງິນ​ໄທ​ຍ. ເງິນ​ກີບແລກ​ເງິນ​ບາດ ໃນ​ປີ 2021 ທີ່​ຜ່ານ​ມາ ປະ​ມານ 300 ກີບ ຕໍ່ 1 ບາດ ແຕ່ ໃນ​ວັນ​ທີ 22-23 ມີ​ນາ 2022 ທີ່​ຜ່ານ​ມາ ອັດ​ຕ​ຣາ​ເງິນ​ບາດຂຶ້ນ​ຮອດ 400-420 ກີບ ຕໍ່ 1 ບາດ ຢູ່​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ​ບາງ​ຮ້ານ ແລະ ຢູຕລາດນອກ​ລະ​ບົບ ຫຼື ຕ​ລາດ​ມືດ ອີງ​ຕາມ​ຂໍ້​ມູນ​ຈາກ​ນັກ​ທຸ​ຣະ​ກິຈທ່ານ​ນຶ່ງ ຜູ້​ທີ່​ບໍ່​ອອ​ກ​ຊື່ ແລະ ສຽງ.

ນັກ​ທຸ​ຣະ​ກິຈ ທ່ານນີ້ ​ກ່າວຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມີ​ນາ ​ວ່າ​ ມີ​ການ​ປັ່ນ​ຄ່າ​ເງິນ​ບາດ​ໃຫ້​ແຂງ​ໂຕ ເມື່ອ​ທຽບ​ໃສ່ເງິນ​ກີບ, ​ແຕ່​ວັນ​ທີ 22 -23 ມີ​ນາ ຂຶ້ນ​ສູງ​ສຸດ​ໃນ​ອັດ​ຕ​ຣາ 400-420 ກີບ ຕໍ່ 1 ບາດ ແລະ ວັນ​ທີ 24 ມີ​ນາ ກໍ​ເຣີ່ມ​ລົງ​ມາ, ລົງ​ມາຢູ່​ທີ່ 380-390 ກີບ ຕໍ່ 1 ບາດ. ມື້ນີ້ ວັນ​ທີ 30 ມີ​ນາ ອັດຕ​ຣາ​ເງິນ​ບາດ​ຢູ່​ທີ່ 383 ກີບ ຕໍ່ 1 ບາດ.

ນັກທຸຣະກິຈ ທ່ານນີ້ ຍັງກ່າວຕື່ມວ່າ:​
"ການ​ທີ່​ເງິນເຟີ້​ຂຶ້ນ​ ເມື່ອ​ທຽບ​ໃສ່​ເງິນ​ບາດ​ ຜິດ​ປົກ​ຕິ ຍ້ອນ​ວ່າ ມີ​ກຸ່ມ​ຄົນ​ຈຳ​ນວນ​ນຶ່ງປັ່ນ​ຄ່າ​ເງິນ​ບາດ. ເງິນ​ບາດ​ເປັນ​ທີ່​ຕ້ອງ​ການ​ຂອງ​ຕ​ລາດ ພວກ​ຊາວ​ຄ້າ​ຂາຍສ່ວນ​ຫຼາຍ ມີ​ການ​ໄປ​ຂີ້​ເຄື່ອງ​ຢູ່​ປະ​ເທດ​ ໄທ​ຍເຂົ້າ​ມາ​ຂາຍ."

ໃນ​ເວ​ລາ​ດຽວ​ກັນ, ນັກ​ຂ່າວອາ​ວຸ​ໂສ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ມີ​ນາ ວ່າ ມີ​ຄວາມ​ເປັນ​ໄປໄດ້ ທີ່​​ມີ​ການ​ປັ່ນ​ຄ່າ​ເງິນ​ບາດໃນ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເຖິງວ່າ ຈະ​ບໍ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ຫຼັກ​ຖານ​ກໍ​ຕາມ.

ນອກ​ຈາກນີ້ ຍາງ​ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫຼື ສ​ສ​ຊ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໂພ​ສ​ຂໍ້​ຄວາມ​ຢູ່​ໃນ​ເຟ​ສ​ບຸກ​ສ່ວນ​ໂຕ ໃນ​ວັນ​ທີ 23 ມີ​ນາ 2022 ວ່າ ສະ​ຖາ​ນະ​ການ​ເງິນ​ຜັນ​ຜວນ​ແບບນີ້ ບໍ່​ແມ່ນ​ພາ​ວະ​ປົກ​ກະ​ຕິ ຄາດ​ວ່າ ມີ​ຜູ້​ປັ່ນ​ເງິນ ລະ​ວັງ​ໄວ້​ແດ່​ເດີ ຖ້າບໍ່​ຢຸດ​ການ​ກະ​ທຳ.

ປັດ​ຈຸ​ບັນ ຢູ່​ຮ້ານ​ແລກ​ປ່ຽນ​ເງິນ​ຕ​ຣາ​ບາງ ຮ້ານ ຢູ່​ທີ່ 388 ກີບ ຕໍ່ 1 ບາດ ແລະ ອັດ​ຕ​ຣາ​ແລກ​ປ່ຽນ​ມີ​ການ​ປັບ​ຂຶ້ນ​ປັບ​ລົງ​ຢູ່​ໃນ​ແຕ່​ລະ​ມື້.

ເຈົ້າ​ຂອງ​ຮ້ານ​ແລກ​ປ່ຽນເງິນຕ​ຣາ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ນາງ ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນວັນ​ທີ 30 ມີ​ນາ ວ່າ:

" 388 ປະ​ມານນີ້ ເຈົ້າ ເຣດບໍ່​ປົກ​ຕິ​ປະ​ມານ​ນັ້ນ​ເດີ​ເຈົ້າ ປະ​ມານ 380 ປາຍ ກີບ [ຕໍ່​ 1 ບາດ] ກ່ອນ​ໜ້າ​ນັ້ນ​ມັນ​ກະ​ຂຶ້ນ​ຮອດ [420 ກີບ ຕໍ່ 1 ບາດ] ລະ​ບາດນີ້ ກະ​ມີ​ການ​ປັບ​ຂຶ້ນ​ປັບ​ລົງ."

ການ​ສວຍ​ໂອ​ກາດ​ປັ່ນ​ຄ່າ​ເງິນ​ ມີ​ແນ່ນອນ ຍ້ອນ​ວ່າ ການ​ປ້ອງ​ກັນ​ຜູ້​ສວຍ​ໂອ​ກາດ​ປັ່ນ​ຄ່າ​ເງິນ ບໍ່​ແຂງ​ແຮງ ຈິ່ງ​ເກີດ​ບັ​ນ​ຫານີ້.

ນັກ​ທຸ​ຣະ​ກິຈ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ.

ນັກ​ຂ່າວ: ໄລ​ຍະ​ນີ້ ເງິນ​ກີບ​ມັນ​ຄື​ວ່າ ເຟີ້​ຂຶ້ນ​ຫຼາຍ​ແທ້ ມັນ​ເປັນ​ຈັ່ງ​ໃດ ມັນ​ມີ​ການ​ປັ່ນ​ຄ່​າ​ເງິນ​ຕ​ຣາ​ເບາະ?

ນັກ​ທຸ​ຣະ​ກິຈ:

"ການ​ສວຍ​ໂອ​ກາດ​ຫັ້ນ ອັນ​ນີ້ ມັນ​ຕັດ​ອອກບໍ່​ໄດ້​ດອກ ມີ​ແນ່ນອນ. ນາຍ​ທຶນ​ເມື່ອ​ມີ​ໂອ​ກາດ​ມີ​ກະ​ເອົາ ຕິ​ມັນ​ບໍ່​ໄດ້​ໃດ ຍົກ​ຕົວ​ຢ່າງ ຄື​ຮົ້ວ​ເຮົາ​ອ້ອມ​ສວນ ຖ້າ​ຮົ້ວ​ບໍ່​ດີ ຢູ່​ຕິ​ວ່າ ຄົນ​ເຂົ້າ​ມາ​ລັກ ໝາກ​ເຂົ້າ​ໂພດ​ໝາກ​ແຕງ ເຮົາ​ຜູ້​ປົກ​ປ້ອງນີ້ ບໍ່​ດີ​ເອງ ຫຼື ດີບໍ່​ພໍ​ເອງ ເຂົ້າ​ໃຈ​ເນາະ ນາຍ​ທຶນ​ມັນ​ສວຍ​ໂອ​ກາດ​ຂຶ້ນ​ລາ​ຄາ. ອັນ​ນີ້​ເຣື່ອງ​ປັ່ນ​ເງິນ​ຕ​ຣາ​ຫັ້ນ​ນ່າ ໂທດ​ນາຍ​ທຶນ ຂ້ອຍບໍ່​ພ້ອມ. ທ່ານ​ນາງ ຫຍັງ​ວ່າ ມີ​ຄົນ​ປັ່ນ​ຕ​ລາດ [ປັ່​ນ​ເງິນ] ເຈົ້າ​ຢ່າ​ໄປ​ໂທດ​ນາຍ​ທຶນ ນາຍ​ທຶນ​ມັນ​ຄົນ​ຂີ້​ໂກງ​ຢູ່​ແລ້ວ. ເຮົາ​ມາ​ເວົ້າ​ເຣື່ອງ​ບັນ​ຫາ​ຂອງ​ເງິນ​ເຟີ້ ບັນ​ຫາ​ຂອງ​ເງິ​ນ​ເຟີ້ ມັນ​ກໍ​ມີ​ຫຼາຍ​ເນາະ ອຸ​ປະ​ສົງ​ ອຸ​ປະ​ທານ ຄື D e mand and Supply ໃນ​ເມື່ອ​ຄວາມ​ຕ້ອງ​ການ​ສູງ Supply ໜ້ອຍ ມັນ​ກະ​ແພງ​ຕີ້ ສິນ​ຄ້າ ຄັນ​ສິນ​ຄ້າ​ແພງ ເຮັດ​ຈັ່ງ​ໃດ ເງິນ​ຕ​ຣາ ມັນ​ບໍ່​ສົມ​ດູນກັນ​ລະ​ຫວ່າງ ເຂົ້າ ກັບ ອອກ. ສິນ​ຄ້າ​ຫັ້ນ​ນ່າ ການ​ນຳ​ເຂົ້າ ສົ່ງ​ອອກ ບໍ່​ສົມ​ດູນ​ກັນ ມັນ​ກະ​ແພງ ເປັນ​ຜົ​ລ​ຄື​ສິນ​ຄ້າ​ອຸ​ປະ​ໂພກ ບໍ​ຣິ​ໂພກ ອັນ​ນີ້ ບັນ​ຫາ​ນຶ່ງ​ທີ່​ແກ້ບໍ່​ໄດ້ ແລ້ວບໍ່​ເອົາ​ມາ​ເວົ້າ ໄປ​ເອົ​າ​ທາງ​ອື່ນ​ມາ​ເວົ້າ. ອັນ​ທີ​ສອງ ຄື​ການ​ບໍ​ຣິ​ຫານ​ພາຍ​ໃນ ຂາດ​ປະ​ສິດ​ທິ​ພາບ ຂາດ​ສັກ​ກະ​ຍາ​ພາບ ຂາດ​ຄວາມ​ຮູ້​ແປ​ຜັນ​ຂອງ​ຕົວ​ແປ​ຕ່າງໆ. ອັນ​ທີສາມ ນີ້​ກະ​ພາ​ວະ​ໂຄວິດ ແລະ ກໍ​ພາ​ວະ​ສົງ​ຄາມ​ເຂົ້າ​ມາ ມັນ​ກໍ​ກະ​ທົບ​ໄປ​ເຖິງ​ນ້ຳມັນ ນ້ຳ​ມູກນີ້​ຂຶ້ນ ເຄື່ອງ​ມັນ​ກະ​ຂຶ້ນ​ແມ່ນ​ຕົ່ວ. ໄຂ່​ຢູ່​ຟາມ ມັນ​ຍາງ​ມາ​ ຕ​ລາດ​ຫາ​ຄົນ​ບໍ່​ໄດ້​ໃດ ຂັ້ນ​ຄົນ​ບໍ່​ແກ່​ມາ ແລ້ວ​ຫົວ​ອາ​ຫານ​ຢູ່​ໃນ​ໂຮງ​ງານ ມັນ​ບໍ່​ໄດ້​ຍ່າງ​ໄປ​ຟາມ​ເອງ​ໃດ ຄັນ​ບໍ່​ເອົາ​ຣົ​ຖ​ແກ່​ໄປ. ຣົ​ຖ​ແກ່​ໄປ​ເປັນ​ຈັ່ງ​ໃດ​ລະ ກະ​ນ້ຳ​ມັນ. ເຫັນ​ບໍ່ ມັນ​ພົວ​ພັນ​ກັນ​ໄປ​ໝົດ​ໂຕນີ້ ບໍ່​ເອົາ​ມາ​ເວົ້າ. ບາດ​ເອົາ​ບັນ​ຫາ​ນ້ອຍໆ ມາ​ເວົ້າ ເອົາໂຕ​ຄວບ​ຄຸມ​ຫັ້ນ​ມາ​ເວົ້າ​ວ່າ "ມີ​ການ​ປັ່ນ​ ຕ​ລາດ ລະ​ວັງ ລະ​ວັງ​ຕົວ​ໃຫ້​ດີ" ບໍ່​ຕ້ອງ​ເວົ້າ ບໍ່​ຕ້ອງ​ເຕືອນ ເຕືອນ​ມັນ​ກະ​ຮູ້​ຊັ້ນ​ຕົ່ວ ກະ​ປ່ອຍ​ໃຫ້​ມັນ​ເຮັດ​ໄປ ຈັບ​ບາດ​ດຽວ. "

ກ່ຽວ​ກັບ​ກຸ່ມ​ຄົນທີ່​ປັ່ນ​ຄ່າເງິນ​, ວິທຍຸເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່ ​ທະ​ນາ​ຄານ​ແຫ່ງ​ສ​ປ​ປ ລາວ, ແຕ່ ບໍ່​ມີ​ເຈົ້າ​ໜ້າ​ທີ່​ຄົນ​ໃດຮັບ​ໂທ​ລະ​ສັບ.

ອັດ​ຕຣາ​ແລ​ກ​ປ່ຽນ​ເງິນ​ຕ​ຣາ ຢູ່ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ:

  • ວັນ​ທີ 30 ມີ​ນາ: ອັດ​ຕ​ຣາເງິນ​ບາດ ຢູ່​ທີ່ 378.89 ກີບ ຕໍ່ 1 ບາດ.
  • ວັນ​ທີ 29 ມີ​ນາ: ອັດ​ຕ​ຣາ​ເງິນ​ບາດ 378.77 ກີບ ຕໍ່ 1 ບາດ.
  • ວັນ​ທີ 28 ມີ​ນາ: ອັດ​ຕ​ຣາ​ເງິນ​ບາດ 378.47 ກີບ ຕໍ່ 1 ບາດ.

ອັດ​ຕ​ຣາ​ແລ​ກ​ປ່ຽນຢູ່​ຕ​ລາດນອກ​ລະ​ບົບ ຫຼື ຕ​ລາດ​ມືດ ບາງ​ບ່ອນ:

  • ວັນ​ທີ 30 ມີ​ນາ ອັດ​ຕ​ຣາເງິນ​ບາດ ຢູ່​ທີ່ 383 ກີບ ຕໍ່​ 1 ບາດ.
  • ວັນ​ທີ 29 ມາ​ນີ ອັດ​ຕຣາ​ເງິນ​ບາດ ຢູ່​ທີ່ 388 ກີບ ຕໍ່ 1 ບາດ
  • ວັນ​ທີ 28 ມາ​ນີ ອັດ​ຕ​ຣາ​ເງິນ​ບາດ ຢູ່​ທີ່ 380 ກີບ ຕໍ່ 1 ບາດ.

ອັນ​ນີ້ເປັນ​ການ​ປຽບ​ທຽບ​ ລະ​ຫວ່າງ ອັດ​ຕ​ຣາເງິນ​ກີບ ແລະ ເງິນ​ບາດ ສະ​ເພາະ​ຢູ່​ທະ​ນາ​ຄານ​ການ​ຕ່າງ​ປະ​ເທດ ແລະ ຢູ່​ຕ​ລາດນອກ​ລະ​ບົບ​ ຫຼື ຕ​ລາດ​ມືດ ບາງ​ແຫ່ງ ເທົ່າ​ນັ້​ນ, ແຕ່ ຢູ່​ທະ​ນານ​ການ​ຄ້າ​ອື່ນໆ ແລະ ຢູ່​ຕລາດນອກ​ລະ​ບົບ​ອື່ນໆ ອັດ​ຕ​ຣາ​ເງິນ​ຈະ​ມີ​ການຫຼຸດ​ເລີ່ນ​ກັນ ເຊິ່ງ​ມັນ​ກໍ​ຂຶ້ນ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຄົນ.

ກ່ຽວ​ກັບ​ການແກ້​ໄຂ​ບັນ​ຫາ​ຄ່າ​ເງິນ​ກີບ​ໃຫ້​ມີ​ຄ​ວາມ​ໝັ້ນ​ຄົງ, ກອງປະຊຸມຣັຖບານວັນ​ທີ 21-22 ມີ​ນາ 2022 ທີ່​ຜ່ານ​ມາ ກໍ​ໄດ້​ເນັ້ນ​ໜັກ ​ວ່າ:

[ຣັ​ຖ​ບານ​ຈະ​ສົ່ງ​ເສີມ] "ການຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕ​ຣາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງ ໃນລະດັບທີ່ກໍານົດໄວ້."

ອີງ​ຕາມ​ຂໍ້​ມູນ​ຈາກ​ທະ​ນາຄານ​ແຫ່ງ​ ສ​ປ​ປ ລາວ, ອັດ​ຕ​ຣາ​ເງິນ​ເຟີ້​ຂອງ​ລາວ ໃນ​ເດືອນ​ກຸມ​ພາ​ 2022 ທີ່​ຜ່ານ​ມາ 7.31 ເປີ​ເຊັນ.