ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ແນະນໍາໃຫ້ຍົກຣະດັບການປ້ອງກັນຄວາມສງົບ ຢູ່ເຂດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຂຶ້ນຕື່ມໃນມື້ວັນທີ 28 ມົກກະຣາທີ່ຜ່ານມານີ້. ໃນນັ້ນ ທ່ານໄດ້ແນະນໍາ ໃຫ້ຫລາຍພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມສໍາຄັນໃນວຽກງານ ການປ້ອງກັນຄວາມສງົບ ຢູ່ເຂດດັ່ງກ່າວ ເພື່ອຍົກລະດັບ ການຄຸ້ມຄອງໃຫ້ສູງຂຶ້ນ ໂດຍໃຫ້ມີການຈັດຕັ້ງໜ່ວຍງານສະເພາະ ເພື່ອຄຸ້ມຄອງແລະບໍຣິຫານເຂດນີ້ ພາຍຫລັງທີ່ມີເຫດການບໍ່ດີເກີດຂຶ້ນຢູ່ເລື້ອຍໆ, ອີງຕາມການຣາຍງານຂ່າວ ຂອງເຟສບຸກເພຈຄວາມສງົບ ໃນມື້ວັນທີ 1 ກຸມພານີ້.
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວເມືອງຕົ້ນເຜິ້ງຈໍານວນນຶ່ງ ເວົ້າວ່າ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມຄໍານີ້ ມີເຫດການບໍ່ດີເກີດຂຶ້ນຢູ່ເລື້ອຍໆ ເປັນຕົ້ນເຫດ ການຕີກັນ ຫລືທໍາຮ້າຍຮ່າງກາຍກັນ ໂດຍສະເພາະໃນເວລາກາງຄືນ, ແຕ່ບໍ່ຮູ້ຄັກແນ່ວ່າ ຜູ້ກໍ່ເຫດນັ້ນແມ່ນຄົນກຸ່ມໃດ. ດັ່ງນັ້ນ ຈຶ່ງເຫັນວ່າ ມີຄວາມຈໍາເປັນທີ່ຈະຕ້ອງໄດ້ມີການຍົກລະດັບ ການຮັກສາຄວາມປອດພັຍ ຢູ່ໃນເຂດດັ່ງກ່າວນີ້ໃຫ້ຫລາຍຂຶ້ນ ຄືຕລອດ 24 ຊົ່ວໂມງ ເພື່ອຄວາມປອດພັຍສໍາລັບຜູ້ທີ່ເຂົ້າໄປໃນເຂດນັ້ນ.
ດັ່ງຊາວບ້ານນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຍເສຣີໃນມື້ວັນທີ 2 ກຸມພານີ້ວ່າ:
" ກະເວັກໆນ້ອຍໆ ກະອາຈມີຢູ່ເນາະ ຄືມັນເປັນກາຊີໂນ ທ່ຽວຕອນເວັນນີ້ ເອີ ບໍ່ເປັນຫຍັງ ແຕ່ກ່ອນຫັ້ນກໍານົດ 9 ໂມງກະອອກ ແຕ່ດຽວນີ້ເລື່ອນເວລາໄປກາຍ 12 ໂມງ 1 ໂມງ 2 ໂມງຫຍັງກະໄດ້. "
ແລະຊາວບ້ານຢູ່ເມືອງຕົ້ນເຜິ້ງອີກນາງນຶ່ງ ກໍເວົ້າວ່າ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ບໍ່ມີຄວາມສງົບປອດພັຍ 100% ເທື່ອ ໂດຍສະເພາະໃນຕອນ ກາງຄືນ ຊຶ່ງປະຊາຊົນສ່ວນໃຫຍ່ ທີ່ເຂົ້າໄປທ່ຽວ ຕ້ອງໄດ້ອອກໄປຈາກເຂດນີ້ ເມື່ອຮອດເວລາທີ່ກໍານົດ. ຖ້າຫາກຈະຢູ່ໃນເຂດນັ້ນຕລອດຄືນ ກໍຕ້ອງໄດ້ເຊົ່າຫ້ອງພັກໃນໂຮງແຮມຂອງຈີນ ຊຶ່ງຄ່າເຊົ່າແພງຫລາຍ.
" ກໍານົດ 9 ໂມງ 9 ໂມງແລ້ວໄດ້ອອກມາ ຄັນໄດ້ກະມີແຕ່ວ່າ ເຮົາໄດ້ໄປພັກໂຮງແຮມເຂົາ ມັນແພງ ແພງກະຄືນນຶ່ງລະດັບ 200-300 ຢັວນເນາະຂຶ້ນໄປກະເປັນ 1 ພັນ 2 ພັນບາດພຸ້ນນ່າ. "
ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວບ້ານຢູ່ເມືອງຕົ້ນເຜິ້ງອີກຈໍານວນນຶ່ງ ເວົ້າວ່າ ຫລັງໆມານີ້ ເຫດການບໍ່ດີທີ່ເກີດຂຶ້ນຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຫລຸດໜ້ອຍລົງແລ້ວ, ແຕ່ກໍຢາກໃຫ້ມີເຈົ້າໜ້າທີ່ປ້ອງກັນຄວາມສງົບຂອງລາວ ເຂົ້າໄປປະຈໍາການຢູ່ໃນເຂດດັ່ງກ່າວຫລາຍຂຶ້ນ ເພື່ອກວດກາຄວາມສງົບຕລອດ 24 ຊົ່ວໂມງ.
" ເອີ ກະຖືວ່າໜ້ອຍລົງແລ້ວ ມີການຄຸ້ມຄອງ ເຂົາມີການແຕ່ງ ຕັ້ງກັນຢູ່ ເອີ ກະດີຢູ່ ຖ້າມີຄົນລາວປະຈໍາການຫລາຍກໍດີ ເຫດການມັນກໍຈະໜ້ອຍລົງ. "
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຕົ້ນເຜິ້ງທ່ານນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຍເສຣີໃນມື້ວັນທີ 2 ມົກກະຣານີ້ວ່າ ສະພາບການຢູ່ເຂດເສຖກິ ຈພິເສດສາມຫລ່ຽມຄໍາ ຂ້ອນຂ້າງມີຄວາມສົງບ ແລະປອດພັຍຫລາຍແລ້ວ ເນື່ອງຈາກມີເຈົ້າໜ້າທີ່ຫລາຍພາກສ່ວນ ທັງເຈົ້າໜ້າທີ່ລາວແລະເຈົ້າໜ້າທີ່ຈີນ ປະຕິບັດງານ ຮ່ວມກັນ ໃນການຮັກສາຄວາມສງົບ ແລະຈັດຕັ້ງເວນຍາມ ກວດກາຫລາຍຂຶ້ນກວ່າແຕ່ກ່ອນ.
" ສງົບດີ ເຈົ້າໜ້າທີ່ຫລາຍທັງທະຫານທັງຕໍາຣວດ ມັນກະມີເຈົ້າໜ້າທີ່ລາວແລ້ວກໍ ຣປພ ຈີນ ເຈົ້າໜ້າທີ່ຈີນຖືວ່າ ເຂົາຮັກສາຄວາມສງົບໄດ້ດີ ບໍ່ມີເຫດການຫຍັງເກີດຂຶ້ນ ກະຖືວ່າຊ່ວຍກັນເວນຍາມ ບໍ່ວ່າຈະເປັນຍາມບຸນຍາມງານຫລືວ່າ ແລ້ວບຸນແລ້ວງານ. "
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ຕາມປົກກະຕິແລ້ວ ກໍມີເຈົ້າໜ້າທີ່ຮັກສາຄວາມສງົບຂອງຈີນ ປະຕິບັດໜ້າທີ່ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ. ແລະເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວ ກໍໄດ້ເຂົ້າໄປກວດກາຄວາມສງົບ ຮຽບຮ້ອຍເປັນບາງຄັ້ງຄາວ, ແຕ່ຫລັງຈາກຣັຖມົນຕຣີກະ ຊວງປ້ອງກັນຄວາມສງົບ ໄດ້ແນະນໍາໃຫ້ ຍົກຣະດັບການປ້ອງກັນຄວາມສງົບ ຢູ່ເຂດນີ້ຂຶ້ນຕື່ມແລ້ວ ຕໍ່ໄປເຈົ້າໜ້າທີ່ຕໍາຣວດລາວ ກໍອາຈໄດ້ເຂົ້າໄປກວດກາ ແລະຮັກສາຄວາມສງົບຢູ່ໃນເຂດນັ້ນໄດ້ຫລາຍຂຶ້ນ.
ອີງຕາມການຣາຍງານຂ່າວ ເຟສບຸກຄ໌ເພຈ ຄວາມສງົບ ວັນທີ 1 ກຸມພານີ້, ໃນໂອກາດພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ລົງໄປເຄື່ອນໄຫວຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາໃນເທື່ອນີ້ ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ຣາຍງານຕໍ່ທ່ານວ່າ ໃນປີ 2022 ທີ່ຜ່ານມາ ໄດ້ມີປາກົດການຫຍໍ້ທໍ້ເກີດຂຶ້ນ ຢູ່ພາຍໃນເຂດເສຖກິຈພິເສດສາມຫລ່ຽມຄໍາທັງໝົດ 153 ເຣື່ອງ. ໃນນັ້ນ ໄດ້ແກ້ໄຂແລ້ວ 107 ເຣື່ອງ, ສົ່ງໃຫ້ ປກສ ແຂວງບໍ່ແກ້ວ ດໍາເນີນຄະດີ 27 ເຣື່ອງ ແລະຄະດີທີ່ພວມດໍາເນີນການ ແກ້ໄຂຢູ່ນີ້ມີ 19 ເຣື່ອງ ແລະຕໍ່ໄປກໍຈະມີແຜນປັບປຸງ ການເຮັດວຽກຂອງກອງກໍາລັງ ປກຊ, ປກສ ແລະໜ່ວຍງານ ຮັກສາຄວາມປອດພັຍໃນການເວນຍາມ ແລະຜັດປ່ຽນກັນປະຈໍາການຕລອດ 24 ຊົ່ວໂມງ ແລະທັງຈະຕິດຕັ້ງ ກ້ອງວົງຈອນປິດຢູ່ຕາມບ່ອນທີ່ສໍາຄັນຕ່າງໆ.
