ຣັຖບານລາວອະນຸມັດ ເຂື່ອນ ຕາດສະໂຂ່ຍ

ຈໍາປາທອງ
2019.08.01
F-tadsakhoy ຕາດສະໂຂ່ຍ ເມືອງເຊໂປນ ແຂວງສວັນນະເຂດ
ຮູບພາບຈາກ : ນັກຂ່າວພົລເມືອງ

ຣັຖບານລາວ ອະນຸມັດໃຫ້ ບໍຣິສັດພລັງງານໄຟຟ້າ Grimm Power ຂອງໄທ ສ້າງ ເຂື່ອນໄຟຟ້າ ຕາດສະໂຂ່ຍ ຂນາດ 30 ເມກາວັດ ຢູ່ເມືອງເຊໂປນ ແຂວງ ສວັນນະເຂດ ຊຶ່ງຂນະນີ້ ຍັງສຳຣວດຢູ່, ດັ່ງເຈົ້າໜ້າທີ່ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ສວັນນະເຂດ ກ່າວຕໍ່ RFA ໃນມື້ວັນທີ 30 ກໍຣະກະດາ ນີ້ວ່າ:

"ຕາດສະໂຂ່ຍນີ້ຂອງໄທ ຢູ່ທາງເໜືອຂຶ້ນໄປທາງລ່ອງເຊ ເຊັນສັນຍາອະນຸມັດແລ້ວ ແຕ່ຖືວ່າຍັງບໍ່ທັນໄດ້ລົງມື ເຂົາອອກຂ່າວວ່າອະນຸມັດ ແລ້ວ ຕ່າງແຕ່ວ່າ ບໍ່ທັນເຫັນລົງມື ບໍ່ທັນໄດ້ກໍ່ສ້າງ ບໍ່ທັນໄດ້ຫຍັງຊໍ້າ ມີແຜນສິເຮັດເຮັດແບບຝາຍນໍ້າລົ້ນ ແຕ່ວ່າຍັງ ສຳຣວດຢູ່."

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຕາດສະໂຂ່ຍ ຍັງຢູ່ໃນຣະຫວ່າງ ການເກັບກຳຂໍ້ມູນ ຊຶ່ງເປັນໄປຢ່າງຫລ້າຊ້າ ຍ້ອນໄລຍະນີ້ ຝົນຕົກຫຼາຍ. ເຈົ້າໜ້າທີ່ໄປເຮັດວຽກໄດ້ຍາກ. ໂຄງການເຂື່ອນ ຕາດສະໂຂ່ຍ ໄດ້ເລີ້ມມາຕັ້ງແຕ່ປີ 2013 ໂດຍບໍຣິສັດ ດາວສວັນຈຳກັດຂອງລາວ. ແຕ່ໂຄງການໄດ້ຢຸດສະງັກໄປ ຍ້ອນຂາດງົບປະມານ. ຫຼັງຈາກນັ້ນ ບໍຣິສັດພລັງງານໄຟຟ້າ Grimm Power ຂອງໄທ ໄດ້ເຂົ້າມາສືບຕໍ່ ໂຄງການ ຮ່ວມຫຸ້ນກັບ ບໍຣິສັດດາວສວັນ ໃນປີ 2018 ແລະ ໄດ້ລົງນາມ ກັບ ຣັຖບານລາວ ໃນເດືອນພຶສພາ ທີ່ຜ່ານມາ.

ໂຄງການກໍ່ສ້າງເຂື່ອນແຫ່ງນີ້ ຢູ່ໃກ້ກັບ 5 ບ້ານ ເປັນຕົ້ນບ້ານຕາດ ແລະບ້ານລ່ອງເຊ ແຕ່ຍັງບໍ່ທັນຮູ້ວ່າ ຈະມີຜົລກະທົບຕໍ່ປະຊາຊົນ ໜ້ອຍຫຼາຍພຽງໃດ, ດັ່ງເຈົ້າໜ້າທີ່ເມືອງເຊໂປນກ່າວວ່າ:

"ມັນກໍບໍ່ຫຼາຍບ້ານປານໃດດອກ ມີຢູ່ລ່ອງເຊ ຈະຣະດັບ 5-6 ບ້ານ ນີ້ແຫຼະ ບັນຫາມັນກໍ່ຖ້າວ່າໄປຕັນໝົດ ມັນຈະຖ້ວມໝົດບໍ່ແບບໃດ ກໍ່ຍັງບໍ່ຮູ້ຖືວ່າຍັງສຳຣວດ ບໍ່ຮູ້ລາຍຣະອຽດ."

ໂຄງການກໍ່ສ້າງເຂື່ອນໄຟຟ້າ ຕາດສະໂຂ່ຍ ຂນາດ 30 ເມກາວັດນີ້ ເປັນໂຄງການເຂື່ອນແຫ່ງທຳອິດ ຢູ່ແຂວງສວັນນະເຂດ ຂອງບໍຣິສັດ Grimm Power ຂອງໄທ. ບໍຣິສັດ ນີ້ສ່ວຍໃຫຍ່ ຈະສ້າງເຂື່ອນໄຟຟ້າ ຂນາດນ້ອຍ ແລະຂນາດກາງ ໃນລາວ ເປັນຕົ້ນ ເຂື່ອນເຊນໍ້ານ້ອຍ 2 ແລະເຂື່ອນເຊກະຕາມ ຢູ່ແຂວງຈຳປາສັກ ແລະ ເຂື່ອນນໍ້າແຈ ຢູ່ແຂວງໄຊສົມບູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.