ຣັຖບານ ຫ້າມຮ້ານແລກປ່ຽນເງິນ ຂາຍເງິນຕຣາ ຕ່າງປະເທດ

ຈຳປາທອງ
2022.10.21
ຣັຖບານ ຫ້າມຮ້ານແລກປ່ຽນເງິນ ຂາຍເງິນຕຣາ ຕ່າງປະເທດ ທະນາຄານ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວັນທີ 12 ຕຸລາ 2022.
ນັກຂ່າວ ພົລເມືອງ

ທະນາຄານແຫ່ງ ສປປ ລາວ ຫລື ທະນາຄານກາງ ໄດ້ອອກຂໍ້ຕົກລົງ ໃນມື້ວັນທີ 11 ຕຸລານີ້ ວ່າດ້ວຍການກໍານົດ ອັດຕຣາແລກປ່ຽນ ຂອງທະນາຄານແຫ່ງ ສປປ ລາວ, ທະນາຄານທຸຣະກິຈ ແລະຮ້ານແລກປ່ຽນເງິນຕຣາ ຕົວແທນ ໃຫ້ສອດຄ່ອງ ກັບກົລໄກຕລາດ ພາຍໃຕ້ການຄວບຄຸມ ຂອງຣັຖ, ໃນນັ້ນ ບໍ່ອະນຸ ຍາດໃຫ້ຮ້ານແລກປ່ຽນ ເງິນຕຣາຕົວແທນ ຂາຍເງິນຕຣາ ຕ່າງປະເທດ, ແຕ່ໃນພາກປະຕິບັດຕົວຈິງ ມາຮອດປັດຈຸບັນ ບັນດາຮ້ານແລກປ່ຽນ ເງິນຕຣາຕົວແທນນັ້ນ ກໍຍັງຂາຍເງິນຕຣາ ຕ່າງປະເທດ ຢູ່ຄືເກົ່າ, ອີງຕາມຄໍາເວົ້າ ຂອງພະນັກງານ ຮ້ານແລກປ່ຽນ ເງິນຕຣາ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ຕຸລານີ້.

ກີບ-ບາທ, 502 ຂາຍຄືນ ປະມານ 498. ໄດ້ໆ ບໍ່ເປັນຫຍັງ ແລກໄດ້ປົກກະຕິຢູ່ໄດ໋. ຈິງໆ ກໍຍັງປົກກະຕິຢູ່ໄດ໋, ແຕ່ວ່າມາຕການອອກມານີ້ ແຕ່ວ່າທາງຮ້ານ ກໍຍັງເຮັດປົກກະຕິຢູ່ ຄືເກົ່າ ກໍຕ້ອງເບິ່ງກັນໄປແຫລະ ເພາະວ່າຄັນບໍ່ໃຫ້ແລກເລີຍ ມັນກໍບໍ່ໄດ້ຫັ້ນເນາະ ຮ້ານແລກໆ ມັນກໍຍັງບໍ່ທັນໄດ້ປະຕິບັດ ມາຕການ ກໍຄຶດວ່ານ່າຈະໄດ້ສ່ວນນຶ່ງ ແຕ່ມັນມີ ມີຂໍ້ເສັຽຫາຍ ຂໍ້ຫັ້ນແຫລະ.

ເຈົ້າຂອງຮ້ານແລກປ່ຽນ ເງິນຕຣາຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ອີກນາງນຶ່ງ ກໍເວົ້າວ່າ ເຖິງແມ່ນທາງທະນາຄານກາງ ຈະໄດ້ອອກຂໍ້ຕົກລົງ ຄືທີ່ວ່ານັ້ນ ມາຕັ້ງແຕ່ອາທິດແລ້ວ, ແຕ່ຮ້ານແລກປ່ຽນ ເງິນຕຣາ ຕົວແທນຈໍານວນນຶ່ງ ກໍຍັງບໍ່ທັນຮູ້ ກ່ຽວກັບຂໍ້ຕົກລົງນັ້ນເທື່ອ. ນາງເວົ້າວ່າ ຖ້າຫາກບໍ່ອະນຸຍາດໃຫ້ພວກເຂົາເຈົ້າ ຂາຍເງິນຕຣາຕ່າງປະເທດ, ຜູ້ທີ່ຕ້ອງການໃຊ້ ເງິນຕຣາຕ່າງປະເທດ ແທ້ນັ້ນ ຈະຕ້ອງເຮັດແນວໃດ.

ອ່າ. ເຮົາກໍຍັງບໍ່ທັນຮູ້ເທື່ອ ຕ້ອງຖ້າເບິ່ງຕົວຈິງວ່າ ຊິວ່າກັນແນວໃດ. ຄັນຖ້າສົມມຸດວ່າ ບໍ່ຂາຍເນາະ ແລ້ວທາງໃດ ຊິຂາຍໃຫ້ ບາດນີ້ຜູ້ມີແນວໃຊ້ ແລ້ວຊິເອົາແນວໃດ ມາຂາຍ ມາຊື້ກໍບໍ່ຮູ້ເທື່ອ ຕ້ອງຖ້າທາງອັນນັ້ນ ເພິ່ນຮ້ອງໄປປະຊຸມກ່ອນ ອັນນີ້ຍັງບໍ່ທັນມີອັນນັ້ນເທື່ອ.

ໃນກໍຣະນີ ຜູ້ທີ່ຕ້ອງການໃຊ້ເງິນຕຣາ ຕ່າງປະເທດ ພວກເຂົາເຈົ້າ ສາມາດໄປແລກປ່ຽນເງິນໂດລ້າຣ໌ສະຫະຣັຖ, ເງິນບາທ, ເງິນຢັວນ ແລະສະກຸນເງິນອື່ນໆ ນໍາທະນາຄານທຸຣະກິຈໄດ້, ແຕ່ກໍບໍ່ສາມາດຢືນຢັນໄດ້ວ່າ ທະນາຄານທຸຣະກິຈ ຈະມີເງິນຕຣາ ຕ່າງປະເທດ ພຽງພໍຕາມຈໍານວນ ທີ່ພວກເຂົາເຈົ້າຕ້ອງການ ຫລືບໍ່.

ດັ່ງເຈົ້າໜ້າທີ່ ກົມນະໂຍບາຍເງິນຕຣາ ຢູ່ທະນາຄານກາງ ຜູ້ບໍ່ປະສົງອອກຊື່ ແລະສຽງ ນາງນຶ່ງເວົ້າວ່າ:

ບໍ່ໃຫ້ມີການຂາຍເງິນຕຣາ ຕ່າງປະເທດ ແບບຖ້າເຮົາເປັນລູກຄ້າ ເຮົາສາມາດເອົາເງິນຕຣາ ຕ່າງປະເທດໄປແລກ ເປັນເງິນກີບໄດ້. ແຕ່ຖ້າເຮົາມີເງິນກີບ ເຮົາຈະໄປແລກເອົາເງິນ ຕຣານີ້ບໍ່ໄດ້, ຖ້າເປັນຕົວແທນຂອງທະນາຄານ ມັນຈະເປັນສາຂາ ຂອງທະນາຄານ, ເປັນຕົວແທນ ຈາກທະນາຄານ. ແຕ່ຖ້າເປັນຮ້ານແລກປ່ຽນ ເງິນຕຣາ ຈະເປັນຂອງລູກຄ້າທົ່ວໄປ ທີ່ຂະເຈົ້າມີໃບອະນຸຍາດ ເປີດຮ້ານແລກປ່ຽນເງິນຕຣາ.

ສໍາລັບເປົ້າໝາຍ ໃນການສັ່ງຫ້າມ ບໍ່ໃຫ້ຮ້ານແລກປ່ຽນ ເງິນຕຣາຕົວແທນ ຂາຍເງິນຕຣາ ຕ່າງປະເທດນັ້ນ ນັກຊ່ຽວຊານ ດ້ານການເງິນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ແມ່ນທະນາຄານກາງ ຕ້ອງການໃຫ້ບັນດາ ຮ້ານແລກປ່ຽນເງິນຕຣາ ຕົວແທນນັ້ນ ນໍາສະກຸນເງິນຕ່າງໆ ມາຂາຍຕໍ່ ໃຫ້ທະນາຄານທຸຣະກິຈ ເພື່ອຊ່ອຍໃຫ້ ເງິນຕຣາຕ່າງປະເທດ ໃນລະບົບ ຂອງປະເທດລາວ ມີຈໍານວນຫລາຍຂຶ້ນ ຊຶ່ງຄາດວ່າ ຈະຊ່ອຍຫລຸດຜ່ອນ ອັດຕຣາເງິນກີບເຟີ້ ພາຍໃນປະເທດໄດ້.

ດັ່ງທີ່ທ່ານກ່າວວ່າ:

ຖ້າເພິ່ນຫລຸດຜ່ອນໂຕນີ້ເນາະ ເພິ່ນສ້າງກົດໝາຍ ມາເພື່ອຄຸ້ມຄອງໂຕນີ້ ກໍຄື ຮ້ານແລກປ່ຽນ ສາມາດເກັບຊື້ໄດ້ ຈາກສັງຄົມແນວນັ້ນ ບໍ່ສາມາດຂາຍ ການເກັບຊື້ດັ່ງກ່າວ ເກັບຊື້ເພື່ອໄປຂາຍ ໃຫ້ທະນາຄານທຸຣະກິຈ. ຖ້າວ່າສາມາດປະຕິບັດໄດ້ເນາະ ທຸກເງິນຕຣາ ກໍຈະສາມາດຊື້ຂາຍ ຜ່ານແຕ່ລະບົບ ທະນາຄານເທົ່ານັ້ນ. ຖ້າວ່າເມື່ອໃດຊື້-ຂາຍ ຜ່ານລະບົບທະນາຄານ ໃນອັດຕຣາ ທີ່ທະນາຄານກໍານົດ ກໍຄືເຮົາສາມາດຄຸ້ມຄອງ ອັນໂຕການແລກປ່ຽນ ຂອງອັດຕຣາແລກປ່ຽນໄດ້.

ທີ່ຜ່ານມາ ກົມນະໂຍບາຍເງິນຕຣາ ໄດ້ກໍານົດອັດຕຣາ ແລກປ່ຽນປະຈໍາວັນ ລະຫວ່າງເງິນກີບ ແລະເງິນໂດລ້າຣ໌ສະຫະຣັຖ ອັນມີທັງການແຈ້ງ ຜ່ານເວັບໄຊຕ໌ ຂອງທະນາຄານກາງ ໃນຕອນເຊົ້າເວລາ 8:10 ໂມງ ຂອງທຸກມື້ ເພື່ອໃຫ້ທະນາຄານ ທຸຣະກິຈ ແລະຮ້ານແລກປ່ຽນ ເງິນຕຣາຕົວແທນ ນໍາໃຊ້ເປັນບ່ອນອີງ, ແຕ່ເຖິງຢ່າງໃດກໍຕາມ ຮ້ານແລກປ່ຽນເງິນຕຣາ ຕົວແທນ ກໍມັກກໍານົດ ອັດຕຣາແລກປ່ຽນເກີນອັດຕຣາ ແລກປ່ຽນ ທີ່ທະນາຄານກາງກໍານົດ.

ດັ່ງເຈົ້າຂອງຮ້ານ ແລກປ່ຽນເງິນຕຣາ ຢູ່ນະຄອນຫລວງພຣະບາງ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ:

ບໍ່ອະນຸຍາດໃຫ້ ຕົວແທນຂາຍເງິນຕຣາ ຕ່າງປະເທດ. ບໍ່ໄດ້ ຍັງບໍ່ທັນມີເຫັນເທື່ອໄດ໋ ກໍຍັງມີປົກກະຕິໄດ໋. ແມ່ນ ຍັງຊື້ຂາຍກັນໄດ້ປົກກະຕິ, ມັນກໍຢູ່ແບບນີ້ມາດົນເຕີບແລ້ວ ມັນຂຶ້ນໆລົງໆແລ້ວແຕ່ ຊ່ວງເດີ.

ກ່ຽວກັບເຣື່ອງທີ່ວ່ານີ້ ຮ້ານແລກປ່ຽນເງິນຕຣາຕົວແທນ ສາມາດກໍານົດ ອັດຕຣາຊື້ເງິນໂດລ້າຣ໌ສະຫະຣັຖ ແລະເງິນຕຣາ ຕ່າງປະເທດ ສະກຸນຕ່າງໆໄດ້ ດ້ວຍໂຕເອງ ໂດຍມີຫລັກການ ຄືການຊື້ເງິນ ໂດລ້າຣ໌ສະຫະຣັຖ ຈະຕ້ອງຢູ່ໃນຂອບເຂດ ບໍ່ເກີນ ລົບ ຫລື ບວກ 3% ເມື່ອທຽບໃສ່ ອັດຕຣາແລກປ່ຽນ ທີ່ກົມນະໂຍບາຍ ເງິນຕຣາ ກໍານົດໃນແຕ່ລະມື້. ສ່ວນການຊື້ເງິນ ສະກຸນເງິນອື່ນໆ ເປັນຕົ້ນເງິນບາທ, ເງິນ ຢັວນ ແລະເງິນຢູໂຣ ນັ້ນ ຈະຕ້ອງບໍ່ເກີນ ກໍານົດອັດຕຣາ ແລກປ່ຽນ ຂອງທະນາຄານທຸຣະກິຈ ແລະສອດຄ່ອງ ກັບລະບຽບການ ຂອງທະນາຄານກາງ.  

ນັບແຕ່ເດືອນເມສາມາ ມີຮ້ານແລກປ່ຽນ ເງິນຕຣາຕົວແທນ ແລະຜູ້ຮັບຊື້-ຂາຍ ເງິນຕຣານອກລະບົບ ຜ່ານທາງອອນລາຍນ໌ ຮັບແລກປ່ຽນເງິນຕຣາ ເກີນອັດຕຣາ ທີ່ທະນາຄານກາງ ກໍານົດ ຊຶ່ງເປັນສ່ວນນຶ່ງ ທີ່ເຮັດໃຫ້ ເງິນກີບອ່ອນຄ່າລົງ, ສົ່ງຜົນກະທົບ ໂດຍຕຣົງຕໍ່ປະຊາຊົນ, ແຕ່ເຖິງຢ່າງໃດກໍຕາມ ກໍປາກົດວ່າ ພາກສ່ວນ ທາງການທີ່ກ່ຽວຂ້ອງ ຍັງບໍ່ທັນມີແນວທາງແກ້ໄຂ ບັນຫາດັ່ງກ່າວ ຢ່າງເປັນຮູບປະທັມເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.