ໃນນາມຣັຖບານລາວ ກະຊວງແຜນການ ແລະການລົງທຶນ ຣັຖວິສາຫະກິຈລາວ ສາກົລໂລຈິສຕິກ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຫລື MOU ກັບບໍຣິສັດເອກກະຊົນ ທີ່ກ່ຽວຂ້ອງ 2 ບໍຣິສັດ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 12 ມົກກະຣານີ້ ເພື່ອສຶກສາຄວາມເປັນໄປໄດ້ ການກໍ່ສ້າງທ່າບົກ ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ສະຖານີ ຄ່ຽນຖ່າຍສິນຄ້າ ຢູ່ເມືອງບົວລະພາ ແຂວງຄຳມ່ວນ.
ບົດບັນທຶກຄວາມເຂົ້າໃຈ ສະບັບທີ 1 ເພື່ອສຶກສາຄວາມເປັນໄປໄດ້ ຂອງໂຄງການສ້າງທ່າບົກ ຢູ່ເຂດບ້ານວຽງໃໝ່ ແລະບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ເປັນບົດບັນທຶກລະຫວ່າງ ຣັຖບານລາວ ກັບບໍຣິສັດລາວສາກົລ ໄອຊີດີ ຈໍາກັດ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມົກກະຣານີ້ວ່າ ເບື້ອງຕົ້ນ ໂຄງການທີ່ວ່ານີ້ ຍັງຢູ່ໃນໄລຍະຂຶ້ນແຜນ ແລະສຶກສາເກັບກໍາຂໍ້ມູນ.
“ທ່າບົກ ເປັນຂັ້ນສູນກາງອະນຸມັດຫັ້ນນ່າ ໂຄງການນີ້ຫັ້ນນ່າຂັ້ນຣັຖບານອະນຸມັດ ແຕ່ວ່າຂັ້ນແຂວງເຮົາກໍບໍ່ໄດ້ມີຂໍ້ມູນເທື່ອເນາະ ກໍາລັງສຶກສາຄວາມເປັນໄປໄດ້ໂຄງການຊື່ໆ. ກະຊວງແຜນການ ແລະການລົງທຶນ ເປັນຜູ້ປະກອບເອກກະສານ ອະນຸມັດເອກສານເລີຍ ທາງແຂວງມີແຕາພື້ນທີ່ຊື່ໆເນາະ.”
ເວົ້າເຖິງໂຄງການທີ່ວ່ານີ້ ນາຍໜ້າຂາຍທີ່ດິນ ໃນເມືອງຫ້ວຍຊາຍ ແລະເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜູ້ນຶ່ງເວົ້າວ່າ ເພິ່ນມີການວາງແຜນມາດົນແລ້ວ ແຕ່ບໍ່ຮູ້ແນ່ນອນວ່າ ຈະໄດ້ຈັດຕັ້ງປະຕິບັດເມື່ອໃດ ແຕ່ກໍຄາດວ່າ ຄວາມເປັນໄປໄດ້ ໃນການກໍ່ສ້າງທ່າບົກ ຢູ່ເມືອງຫ້ວຍຊາຍນີ້ ມີຢູ່ສູງເຖິງ 80% ຍ້ອນເສຖກິຈພາຍໃນແຂວງນີ້ ເຕີບໂຕຂຶ້ນທຸກມື້ ໂດຍສະເພາະໃນເຂດເສຖກິຈພິເສດ ສາມ ຫລ່ຽມຄໍາ. ບ່ອນທີ່ມີການສຶກສາຄວາມເປັນໄປໄດ້ນັ້ນ ແມ່ນຢູ່ເຂດບ້ານວຽງໃໝ່ ແລະບ້ານດອນ ຊຶ່ງຢູ່ບໍຣິເວນຂົວມິຕພາບລາວ-ໄທຍ ແຫ່ງທີ 4 ທີ່ປັດຈຸ ບັນ ເລີ່ມມີບໍຣິສັດ ໂລຈິສຕິກ 2-3 ບໍຣິສັດ ເຂົ້າໄປຊື້ທີ່ດິນ ເພື່ອຈັດຕັ້ງສໍານັກງານແລ້ວ.
ດັ່ງທີ່ທ່ານກ່າວວ່າ:
“ໂຄງການແທ້ ເຂົາມີແຜນຈະພັທນາແຕ່ໂຄງການຍັງບໍ່ເຣີ່ມເດີ ແຕ່ວ່າເພິ່ນມີແຜນ ແຕ່ຍັງບໍ່ໄດ້ພັທນາເທື່ອຫັ້ນນ່າ ມັນອາຈໃຊ້ເວລາດົນຕີ້. ຂ້ອຍຄິດວ່າ 80% ທີ່ໂຄງການອາຈເກີດຂຶ້ນ ບໍ່ສະນັ້ນພວກບໍຣິສັດພວກໂລຈິສຕິກບໍ່ມາຊື້ດິນແຖວນັ້ນ ບໍ່ມາເຮັດເປັນຂົນສົ່ງຫລາຍປານນັ້ນດອກ. ຖ້າເຂົາບໍ່ຮູ້ແຜນພັທນາຂອງຂະເຈົ້າຫັ້ນນ່າ ຖ້າບ້ານວຽງໃໝ່ຢູ່ໃກ້ຂົວມິຕພາບເລີຍ ບ້ານດອນນີ້ ຈະຢູ່ກາຍຂົວໄປ ບ້ານດອນກໍຢູ່ຕິດຄືກັນ.”
ຊາວບ້ານວຽງໃໝ່ ເມືອງຫ້ວຍຊາຍ ທີ່ຮູ້ກ່ຽວກັບໂຄງການດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ໄດ້ມີພິທີເຊັນສັນຍາ ກ່ຽວກັບການສ້າງໂຄງການທີ່ວ່ານັ້ນແລ້ວ, ເຮັດເປັນບ່ອນປ່ຽນຖ່າຍສິນຄ້າ ຊຶ່ງຕົນເອງກໍເຫັນດີນໍາ ຍ້ອນມັນຈະຊ່ອຍໃຫ້ຄົນມີລາຍໄດ້ ມີວຽກເຮັດງານທໍາ.
“ເຂົາເຊັນສັນຍາກັນແລ້ວເດ້ ເຊັນສັນຍາກ່ຽວກັບເຂົາ ຈະທ່ານາແລ້ງ ນາແຫ້ງ ຕໍ່ຈາກວຽງມາເນ່ ມາຕັ້ງຕົງນີ້ ເປັນແຫລ່ງທີ່ 2. ບໍ່ເຂົ້າໃຈ ເຂົາກໍເຊັນສັນຍາກັນແລ້ວບໍ່ແລ້ວເດ້ ມັນຈະຢູ່ມໍ່ໆຂົວນີ້ແຫລະ. ຢູ່ສົ້ນຂົວປະມານກິໂລນຶ່ງນີ້ແຫລະ ເຂົາຈະເຮັດໂລຈິສຕິກຫັ້ນແຫລະ ບ່ອນປ່ຽນຖ່າຍຫັ້ນແຫລະ. ກໍເຫັນດີ ການພັທນາບ້ານເມືອງ ກໍຢາກໃຫ້ພັທນາຫັ້ນແຫລະເນາະ. ຫາລາຍໄດ້ເຂົ້າບ້ານເຂົ້າປະ ເທດໄດ້ອີກນິດນຶ່ງ ແລ້ວກໍຫາໃຫ້ປະຊາຊົນມີວຽກເຮັດງານທໍາເນາະ.”
ສໍາລັບບົດບັນທຶກຄວາມເຂົ້າໃຈກັນ ສະບັບທີ 2 ແມ່ນເພື່ອສຶກສາຄວາມເປັນໄປໄດ້ດ້ານເສຖກິຈ ແລະເຕັກນິກ ເພື່ອຍົກລະດັບ ຣັຖວິສາຫະກິຈລາວສາກົນ ໂລຈິສຕິກ ໜ່ວຍບໍຣິການນາເພົ້າ ຂຶ້ນເປັນສະຖານີຄ່ຽນຖ່າຍສິນຄ້າ (Inland Container Depot ຫລື ICD) ຢູ່ເມືອງບົວລະພາ ແຂວງຄຳມ່ວນ. ໂຄງການນີ້ ລົງນາມກັນ ຣະຫວ່າງຣັຖບານລາວ ແລະບໍຣິສັດຂົນສົ່ງຈໍາກັດ, ຂະນະນີ້ ຢູ່ໃນຂັ້ນຕອນຂອງການສຶກສາ ຄົ້ນຄວ້າ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງນາງນຶ່ງ ເວົ້າວ່າ:
"ຍັງຢູ່ໃນຂັ້ນຕອນການຄົ້ນຄວ້າຢູ່ ເພາະວ່າທາງບໍຣິສັດບໍ່ມີຂອບເຂດທີ່ແນ່ນອນ. ແລ້ວກໍເອກສານຍັງບໍ່ຄົບ ເຂົາຍັງຄົ້ນຄວ້າບໍ່ໄດ້ ເຂົາສເນີເພິ່ນວ່າ ຂຍາຍພື້ນທີ່ກັບຫັນປ່ຽນເປັນ ICD ຫັ້ນແຫລະ ຄືວ່ານ່າ ຈະມີຣົຖຍົກສິນຄ້າບໍ່ ທັນສໄມກວ່າເດີມຫັ້ນແຫລະ. "
ຢູ່ປະເທດລາວ ໂຄງການທ່າບົກ ທີ່ໄດ້ສ້າງສໍາເຣັດໄປແລ້ວ ມີພຽງແຕ່ຢູ່ທີ່ນະຄອນ ຫລວງວຽງຈັນເທົ່ານັ້ນ ຄືໂຄງການທ່າບົກ-ທ່ານາແລ້ງ ຊຶ່ງເປັນໂຄງການ ທີ່ຍັງສືບຕໍ່ຂຍາຍພື້ນທີ່ ໄປກວມດິນຂອງປະຊາຊົນຫລາຍບ້ານ ທັງດິນຂອງຜູ້ທີ່ມີສິດນໍາໃຊ້ທີ່ດິນ ແລະດິນຂອງຜູ້ທີ່ມີໃບຕາດິນ ຂອບທອງ ໃນເມືອງໄຊເສດຖາ ເປັນຕົ້ນ ຢູ່ເຂດບ້ານນາຄວາຍໃຕ້. ໃນຂະນະທີ່ການໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍ ກັບຊາວບ້ານ ຍັງບໍ່ທັນຕົກແຕກກັນໄດ້ເທື່ອ ຊຶ່ງວິທຍຸເອເຊັຽເສຣີ ໄດ້ຣາຍງານໄປແລ້ວ ເມື່ອເດືອນທັນວາ 2023 ທີ່ຜ່ານມາ.
