ຣັຖບານ ຕຣຽມປະກາດໃຫ້ ຫຼຸດຜ່ອນ ການນຳເຂົ້າ ສິນຄ້າ ຫຼາຍຊນິດ
2023.09.19
ຣັຖບານຕຣຽມ ຫຼຸດຜ່ອນສິນຄ້ານໍາເຂົ້າ ຈາກຕ່າງປະເທດ ເປັນຈໍາພວກຜັກ, ສັດ, ຜລິຕພັນສັດ ເພື່ອຕ້ອງການໃຫ້ເສຖກິຈ ການເງິນໃນລາວດີຂຶ້ນ ແລະ ຕ້ອງການສົ່ງເສີມຜລິຕພັນ ພາຍໃນໃຫ້ຫຼາຍຂຶ້ນ ໂດຍຄົນລາວສາມາດ ຊື້-ຂາຍ ພາຍໃນໄດ້ດ້ວຍຕົນເອງ, ດ້ວຍເງິນກີບ ບໍ່ຈຳເປັນຕ້ອງໃຊ້ເງິນຕຣາຕ່າງປະເທດ ຍ້ອນວ່າ ປະເທດລາວ ສາມາດປູກຜັກ ແລະ ລ້ຽງສັດ ໄດ້ເອງ ເຊິ່ງບໍ່ຈຳເປັນຕ້ອງເພີ່ງພາຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 19 ກັນຍາ ນີ້ວ່າ:
“ແມ່ນໆ ເພາະເຮົາມີບັນຫາເຣື່ອງເງິນເຟີ້ເດ້. ເພິ່ນຢາກຫຼຸດຜ່ອນການນຳເຂົ້າ ຢາກໃຫ້ຜລິດພາຍໃນຫຼາຍຂຶ້ນເດ້ ເພາະວ່າຜັກປູກໄດ້ເດ້ ຢູ່ເມືອງລາວຊີ້ນໝູ ເຮົາກາຜລິດພາຍໃນໄດ້ຫຼາຍ ສະນັ້ນແມ່ນເພິ່ນຢາກໃຫ້ຜລິດພາຍໃນ ໃຊ້ເງິນກີບນີ້ ບໍ່ຈຳເປັນບໍ່ໃຊ້ເງິນຕຣາຕ່າງປະເທດ ຫຼາຍຫັ້ນນ່າ ສະພາບມັນມີວິກິດຫຼາຍເດ້ ຂາດເງິນຕຣາ ກາເຮັດໃຫ້ເງິນເຮົາເຟີ້ ຫັ້ນເດ້.”
ທ່ານ ເພັດ ພົມພິພັກ ຣັຖມົນຕຣີ ກະຊວງກະສິກັມ ແລະ ປ່າໄມ້ ຣາຍງານຕໍ່ກອງປະຊຸມ ຜູ້ປະກອບການທຸຣະກິຈ ໃນຂແນງກະສິກັມ ແລະ ປ່າໄມ້ ຄັ້ງທີ 1 ປີ 2023 ວ່າສຳລັບການຫຼຸດຜ່ອນ ການນຳເຂົ້າຜັກຈາກຕ່າງປະເທດ ມີ 11 ຣາຍການຄື ບຣອກໂຄລີ, ກະລໍ່າປີ, ຫົວຜັກທຽມ, ຫົວຜັກບົ່ວ, ຜັກເຊເລີຣີ, ໝາກເພັດໃຫຍ່, ໝາກເລັ່ນ, ຫົວຜັກກາດຂາວ, ຫົວກະລົດ, ມັນຝຣັ່ງ ແລະ ຫົວບີທູດ. ສ່ວນສັດ ແລະ ຜລິຕພັນສັດ ຈະເປັນປະເພດຊີ້ນງົວ ເກຣດພຣີມຽມ, ຊີ້ນແກະ, ຊີ້ນນົກກະຈອກເທດ, ຕ່ອມນໍ້າມັນໝູ, ໜັງໝູ ແລະ ຊີ້ນກ້ອນ. ນອກຈາກນີ້ ຍັງມີອາຫານທະເລ ຈຳກັດການນຳເຂົ້າ ໃຫ້ໜ້ອຍລົງ ໂດຍໃຫ້ມີມາຕການຄຸ້ມຄອງ ຢ່າງຮັດກຸມ ໂດຍພິຈາຣະນາອະນຸຍາດ ກຳນົດເປັນໂຄຕ້າ ສະເພາະ ຕາມແຕ່ໄລຍະ ແລະ ຄວາມຈຳເປັນໂຕຈິງເທົ່ານັ້ນ ເຊິ່ງມາຕການດັ່ງກ່າວ ທາງຣັຖບານ ຈະແຈ້ງການໃນໝໍ່ໆນີ້.
ດັ່ງເຈົ້າໜ້າ ທີ່ກະຊວງກະສິກັມ ແລະ ປ່າໄມ້ກ່າວຕື່ມວ່າ:
“ອາຫານທະເລນີ້ ພວກເຮົາຕ້ອງໄດ້ນຳເຂົ້າ ເພາະພວກເຮົາບໍ່ມີທະເລເດ້ ເພິ່ນອາດຈະໃຫ້ຫຼຸດຜ່ອນລົງໜ້ອຍນຶ່ງ ຕ່າງແຕ່ວ່າຈະໃຫ້ຮັດກຸມເຂົ້າ ແຕ່ເກົ່າບໍ່ແມ່ນເຟີ້ ແຕ່ກ່ອນນຳເຂົ້າມາບາງເທື່ອ ບໍ່ມີຄຸນນະພາບກໍເໜົ່າຖີ້ມ ຈະແຈ້ງການໃນໝໍ່ໆນີ້ແຫຼະ ເພາະວ່າເພິ່ນມີມາຕການແລ້ວເດ້.”
ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ໃນແຂວງໄຊຍະບູຣີ ກ່າວເຖິງເຣື່ອງດັ່ງກ່າວວ່າ ຖ້າເປັນນະໂຍບາຍຂອງຣັຖບານ ພາກສ່ວນໃດກໍບໍ່ສາມາດປະຕິເສດໄດ້ ແຕ່ຈະໃຫ້ປະຕິບັດທັນທີ ແລະ ໄດ້ຜົລຢ່າງມີປະສິດຕິພາບ ຍັງເປັນເຣື່ອງຍາກ ເພາະການຜລິດພາຍໃນ ຍັງໜ້ອຍ, ຕລາດຮອງຮັບບໍ່ທົ່ວເຖິງ, ຄວາມຮູ້ຊາວບ້ານ ບໍ່ມີທີ່ຈະຜລິດໃຫ້ມີຄຸນນະພາບ ການສົ່ງເສີມປະຊາຊົນ ຂາດງົບປະມານ.
“ຊິໃຫ້ມັນໄດ້ປຸບປັບ ຕາມນະໂຍບາຍເພິ່ນອອກມາຫັ້ນ ມັນກໍຢາກຍາກຢູ່ດຽວນີ້ນ່າ ມາເບິ່ງຄວາມຕ້ອງການຂອງຊີ້ນໝູ ແລະ ກາເວົ້າເຣື່ອງພືດຜັກຕ່າງໆ ເນາະກໍແບບວ່າບໍ່ໄດ້ມາຕຖານ ແລ້ວການຜລິດພາຍໃນ ໜ້ອຍເວົ້າເຣື່ອງການຄຸ້ມຄອງ ການຜລິດແບບຄົບວົງຈອນຫັ້ນນ່າ ມັນຕ້ອງມີແນວນັ້ນມີຄວາມຮູ້ເຣື່ອງງົບເບາະ ແລ້ວກໍມີການຕລາດຮອງຮັບ.”
ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຈຳປາສັກ ກ່າວວ່າສຳລັບນະໂຍບາຍ ດັ່ງກ່າວ ຣັຖບານລາວເຮັດເພື່ອຈະສົ່ງເສີມໃຫ້ ຄົນຜລິດສະບຽງອາຫານ ທີ່ລາວສາມາດຜລິດໄດ້ ໃຫ້ເປັນສິນຄ້າຫຼາຍຂຶ້ນ ແລະ ຍັງເຮັດໃຫ້ຊາວບ້ານ ມີວຽກເຮັດງານທຳ, ມີລາຍໄດ້ເພີ່ມ ແລະ ສາມາດກຸ້ມຕົນເອງໄດ້; ເຮັດໃຫ້ປະເທດລາວ ມີເສຖກິຈດີຂຶ້ນ ແຕ່ໃນຄວາມເປັນຈິງ ຍັງເປັນເຣື່ອງຍາກຢູ່ ທີ່ຈະປະຕິບັດໄດ້ ເພາະຊາວບ້ານຍັງຜລິດໄດ້ໜ້ອຍ, ທຸກຢ່າງຕ້ອງໄດ້ໃຊ້ເວລາ.
“ກໍແນ່ນອນຄວາມໝາຍຫັ້ນ ເພິ່ນຢາກໃຫ້ຢຸດການນຳເຂົ້າ ໃຫ້ສົ່ງເສີມໃຫ້ລາວມີວຽກເຮັດງານທຳ ບາງຄົນລາວນັ້ນໝາກພິກໂຕເອງ ຍັງບໍ່ປູກອັນໃດ ມັນເຮັດໄດ້ຢາກ ໃຫ້ຄົນລາວຮູ້ຈັກເຮັດ ຄັນນຳເຂົ້າທຸກຢ່າງບັນຫາເສຖກິຈ ຄືຮູ້ຫັ້ນແຫຼະ ແຕ່ມັນກໍຊິຍາກເນາະຈະເຮັດໄດ້ເທື່ອນຶ່ງ ຍາມດຽວເນາະ ຢູ່ລາວຫັ້ນກໍຜລິດຢູ່ ແຕ່ມັນຍັງບໍ່ພຽງພໍຕື ຕ້ອງໄດ້ໃຊເວລາຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ຊາວຄ້າຂາຍ ໃນນະຄອນຫຼວງວຽງຈັນ ກ່າວວ່າ ບໍ່ມີຄວາມເຊື່ອໝັ້ນ ຕໍ່ຣັຖບານລາວແລ້ວມີມາຕການໄປ ກໍເທົ່ານັ້ນ ເພາະປັດຈຸບັນເງິນກີບຍັງອ່ອນຄ່າຢູ່ ເຊິ່ງເຣື່ອງຫ້າມນໍາຜັກເຂົ້າ ແລະ ຜລິຕພັນຊີ້ນສັດນີ້ ກໍເຊັ່ນກັນບໍ່ສາມາດປະຕິບັດໄດ້ແນ່ນອນ ເພາະຄົນລາວຕິດນິດໄສນຳເຂົ້າສິນຄ້າ ມາແຕ່ໃດແລ້ວຈະແກ້ໄຂໃຫ້ທັນທີ ເປັນໄປໄດ້ຍາກ ຄວນໄປແກ້ໄຂ ທີ່ລະບົບ.
“ບໍ່ໄດ້ດອກຖ້າເຮັດໄດ້ ເຮັດແຕ່ດົນແລ້ວ ບໍ່ພຽງພໍດອກ ພວກຜັກນີ້ ຈະໄດ້ບໍ່ກໍຍັງເຫັນຂາຍຢູ່ເດ ປະຊຸມກັນມາເວົ້າກໍເວົ້າ ແຕ່ອິຫຍັງກໍເໝືອນເດີມ ນີ້ເງິນຍັງແພງ ຍັງລໍ້າໜ້າ ຢູ່ 6 ປາຍຢູ່ ມັນເປັນມາແຕ່ກົກແຕ່ເຫງົ້າແລ້ວ ບໍໄດ້ດອກ ອັນໃດກໍຊື້ເພິນໝົດ ແລ້ວຈະມາເຮັດທັນທີມັນຈະໄປໄດ້.”
ຄົນລ້ຽງໝູ ກ່າວວ່າ ເປັນໄປໄດ້ຍາກ ທີ່ຈະຫ້າມບໍ່ໃຫ້ນຳເຂົ້າສິນຄ້າ ປະເພດຜັກ, ສັດ ແລະ ຜລິຕພັນຊີ້ນສັດ ເພາະລາວ ກໍຍັງຜລິດໄດ້ໜ້ອຍ ບາງໄລຍະຜລິດບໍ່ທັນຕລາດ ເພາະສິນຄ້າ ບໍ່ໄດ້ຄຸນນະພາບຄົນລາວ ລ້ຽງພໍໃຫ້ມີກີນ ຖ້າຣັຖບານລາວຫ້າມນຳເຂົ້າສິນຄ້າ ຕ່າງປະເທດເລີຍ ອະນາຄົດປະເທດລາວຂາດແຄນອາຫານແນ່ນອນ ເສຖກິຈລາວ ແຮງຈະວິກິດຂຶ້ນອີກ.
“ຖ້າວ່າເຮົາບໍ່ນຳເຂົ້າສິນຄ້າ ມັນຂາດຕລາດ ມັນກໍຊິແພງ ອິຫຍັງກໍແພງໆຂຶ້ນ ກໍແຮງເງິນກໍບໍ່ມີຄ່າອີກດຽວນີ້ເສຖກິຈ ມັນກໍບໍ່ຢາກດີປານໃດ ເພາະພັນເອງກໍບໍ່ໄດ້ຊ່ວງໜ້າຝົນ ມັນເພາະຍາກເຂົາລ້ຽງໆສື່ໆ ແຕ່ວ່າມັນບໍ່ພຽງພໍ ຕໍ່ການຕລາດ ເຮົານີ້ນ່າມັນຈະໄດ້ຄຸນນະພາບ ປານໃດ.”
ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໃຫ້ສໍາພາດຕໍ່ສຳນັກຂ່າວສານ ປະເທດລາວ ໃນວັນທີ 03 ພຶສພາ 2023 ທີ່ຜ່ານມາວ່າ ມາຕການດັ່ງກ່າວ ຄວນຈະມີແຜນການ ມີມາຕການດຸ່ນດ່ຽງ ການລຜິດ ແລະ ການບໍຣິໂພກ ມີການຈັດຕັ້ງການຜລິດ ເປັນກຸ່ມສະຫະກອນ, ເປັນຟາມ ແບບຫົວໜ່ວຍ SME ມີນະໂຍບາຍສົ່ງເສີມ ການຜລິດການປຸງແຕ່ງ ຍົກມູນຄ່າ ແລະ ຄຸນນະພາບ ຂອງຜລິຕພັນ ການເຂົ້າເຖິງສິນເຊື່ອ ແລະ ຕລາດ ການຂົນສົ່ງ ຈາຣະຈອນພ້ອມທັງມາຕການ ຊ່ອຍໜູນເພື່ອຫຼຸດຜ່ອນຜົລກະທົບ ຈາກໄພພິບັດ ແລະ ອື່ນໆ ທີ່ຈະພັທນາຊົນນະບົດ ຢ່າງໜັກແໜ້ນ.
ເຊິ່ງແຜນການຊຸກຍູ້ ສົ່ງເສີມການຜລິດສະບຽງອາຫານ ທີ່ມີທ່າແຮງເພື່ອຫຼຸດຜ່ອນ ການນໍາເຂົ້າຈາກຕ່າງປະເທດ ເຊິ່ງຈະຊຸກຍູ້ ເນື້ອທີ່ການຜລິດ ພືດໃຫ້ບັນລຸ 304,690 ເຮັກຕ້າຣ໌, ຜົລຜລິດໃຫ້ໄດ້ 177,700 ຕັນ. ໃນນີ້ມີສາລີຫວານ, ພືດພັກຕ່າງໆ, ເຜືອກ, ມັນ, ໝາກໄມ້.
ສ່ວນເປົ້າໝາຍ ການບໍຣິໂພກພາຍໃນ ແລະ ເປັນສິນຄ້າ ສົ່ງອອກຈໍານວນນຶ່ງ ໂດຍຈະຜລິດ ເປັນສິນຄ້າດ້ານການປູກຝັງ ໃຫ້ໄດ້ທັງໝົດ 537,040 ເຮັກຕ້າຣ໌ ຜົລຜລິດຈະໃຫ້ໄດ້ 6,718,930 ຕັນ ໃນນີ້ມີ ສາລີແຂງ, ກາເຟ, ມັນຕົ້ນ, ອ້ອຍ, ຊາ, ໝາກເດືອຍ ແລະ ພືດອື່ນໆ ຕາມທ່າແຮງຂອງແຕ່ລະແຂວງ ແລະ ຕລາດ.