ຄໍາສັ່ງຫ້າມເຣື້ອງໄມ້ຖືກ ທ້າທາຍ

ມະນີຈັນ
2016.05.19
ການຂົນໄມ້ຢູ່ ແຂວງ ໄຊສົມບູນ
Citizen Journalist

ນັກວິຊາການລາວ ກໍຍັງບໍ່ໝັ້ນໃຈວ່າ ຄຳສັ່ງ ຂອງ ນາຍົກ ຣັຖມົນຕຣີ ຄົນໃໝ່ ທີ່ ສັ່ງຫ້າມ ການຕັດໄມ້ ເຄື່ອນຍ້າຍ ໄມ້ ຈະປະຕິບັດ ໄດ້ ຂະໜາດໃດ ໃນເມື່ອ ປະຊາຊົນ ກໍຍັງພົບເຫັນ ການແກ່ໄມ້ ອອກຈາກ ປ່າ ຢ່າງຕໍ່ເນື່ອງ ຢູ່ແຂວງ ໄຊສົມບູນ ແລະ ແຂວງ ຄຳມ່ວນ ຫລັງຈາກ ທີ່ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ ອອກຄຳສັ່ງ ວ່າດ້ວຍການ ເພີ່ມທະວີ ຄວາມເຂັ້ມງວດ ໃນການ ຄຸ້ມຄອງ ແລະ ກວດກາ ການຕັດໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິຈ ໄມ້ ໃນວັນທີ 13 ພືສພາ ທີ່ຜ່ານມາ.

ປະຊາຊົນ ຢູ່ເມືອງ ອານຸວົງ ແຂວງ ໄຊສົມບູນ ຜູ້ທີ່ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ: ໃນວັນທີ 17 ພືຶສພາ ມີການແກ່ໄມ້ ອອກຈາກປ່າ ເມືອງ ທ່າໂທມ ເຂົ້າມາ ແປຮູບ ຢູ່ໂຮງເລື່ອຍ ຂະໜາດໃຫຍ່ ຊຶ່ງ ເປັນໂຮງເລື່ອຍ ຂອງ ນາງ ນົກ ແລະ ນາງ ຈ້ອນ ຢູ່ເມືອງ ອານຸວົງ ແລະ ການແກ່ໄມ້ ນັ້ນ ມີທັງ ກາງເວັນ ແລະ ກາງຄືນ, ຣົດທີ່ແກ່ໄມ້ ນັ້ນ ກໍເປັນຣົດ ວຽດນາມ ແລະ ມີຣົດກະບະ ທີ່ເປັນປ້າຍ ຂອງຣັຖ ຂີ່ນຳໜ້າ ຣົດແກ່ໄມ້. ອີງຕາມ ການບອກເລົ່າ ຂອງຊາວບ້ານ.

ນອກຈາກນີ້ ຊາວເມືອງຫີນບູນ ແຂວງຄຳມ່ວນ ກໍໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ມີຣົດແກ່ໄມ້ ອອກຈາກ ເຂດບ້ານຜາວັງ ເມືອງຫີນບູນ ແຂວງຄຳມ່ວນ ຢູ່ ແລະ ຍັງບໍ່ຮວມທັງ ໄມ້ ທີ່ຕັດໄວ້ ຢູ່ໃນປ່າ ອີກຈຳນວນນຶ່ງ. ກ່ຽວກັບ ເລື້ອງນີ້ ນັກວິຊາການ ກົດໝາຍ ຂອງລາວ ໃຫ້ທັສນະວ່າ ຍັງບໍ່ໝັ້ນໃຈ ວ່າຄຳສັ່ງ ດັ່ງກ່າວ ຈະ ປະຕິບັດ ໄດ້ ດັ່ງທ່ານ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ກ່ຽວກັບບັນຫານີ້ ຂ້າພະເຈົ້າ ເຫັນຄຳສັ່ງໂຕນີ້ ກະຮູ້ສຶກດີໃຈ ຖາມວ່າ ໝັ້ນໃຈບໍ່ ກໍຍັງ ບໍ່ໝັ້ນໃຈ ມີຫຼາຍຄຳສັ່ງ ອອກມາ ວ່າຊິເຮັດນັ້ນ ເຮັດນີ້ ສຸດທ້າຍ ກະເປັນແຕ່ ຄຳສັ່ງ ແຕ່ການ ປະຕິບັດຫັ້ນ ກໍບໍ່ເຫັນວ່າ ຊິມີຫຍັງ ຈິງຈັງ".

ທ່ານ ກ່າວຕື່ມອີກວ່າ ຍັງບໍ່ທັນເຊື່ອ ວ່າຄຳສັ່ງນັ້ນ ຈະປະຕິບັດໄດ້ ເພາະວ່າ ການຕັດໄມ້ ມັນກໍກ່ຽວພັນ ກັບ ການສໍ້ຣາສ ບັງຫລວງ ໃນ ຂນະທີ່ ການສໍ້ຣາສ ບັງຫລວງ ຢູ່ ສປປລາວ ກໍຍັງ ປາບປາມ ບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.