ຈີນໄດ້ສຳປະທານບໍ່ຫີນ

0:00 / 0:00

ແຫລ່ງຂ່າວ ທີ່ ໃກ້ຊິດ ກັບ ຄອບຄົວ ການນຳ ຂອງລາວ ທ່ານນຶ່ງ ທີ່ ຂໍສງວນຊື່ ແລະ ສຽງ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ ໃນ ເດືອນ ມົກກະຣາ ທີ່ ຜ່ານມາ ສະມາຊິກ ກົມ ການເມືອງ ຂອງລາວ ທ່ານນຶ່ງ ໄດ້ເຊັນ ອະນຸມັດ ໃຫ້ ບໍຣິສັດ ຈີນ ເຂົ້ມາ ສຳປະທານ ຂຸດຄົ້ນ ບໍ່ຫີນ ອາລາບາສເຕີ (Alabaster) ຢູ່ ແຂວງ ອັດຕະປື ພາກໃຕ້ ຂອງ ປະເທດ ລາວ.

ການພົບ ຫີນ ດັ່ງກ່າວ ແມ່ນ ມີຂຶ້ນ ໃນ ທ້າຍປີ 2014 ແລະ ປະຊາຊົນ ກໍພາກັນ ຫລັ່ງໄຫລ ໄປ ຂຸດ ມາຂາຍ ໃຫ້ ພວກ ພໍ່ຄ້າ ຣາຍຍ່ອຍ. ຕໍ່ມາ ທາງການ ລາວ ຈຶ່ງ ສັ່ງຫ້າມ ບໍ່ໃຫ້ ປະຊາຊົນ ໄປ ຂຸດຄົ້ນ ແລະ ປະກາດ ໃຫ້ ບໍຣິສັດ ເອກຊົນ ເຂົ້າມາ ປະມູນ ເພື່ອ ຂຸດຄົ້ນ.

ເຂດທີ່ ມີການ ຄົ້ນພົບ ຫີນ ດັ່ງກ່າວ ແມ່ນ ຢູ່ເຂດ ພູ ກາງຫົງ ທີ່ ຂຶ້ນກັບ ເມືອງ ພູວົງ ຫ່າງຈາກ ເທສບານ ເມືອງ ປະມານ 40 ກິໂລແມັດ. ຕໍ່ມາ ກະຊວງ ປ້ອງກັນ ປະເທດ ກໍໄດ້ ສົ່ງ ເຈົ້າໜ້າທີ່ ທະຫານ ໄປຈັດ ເວນຍາມ ເພື່ອ ປ້ອງກັນ ບໍ່ໃຫ້ ປະຊາຊົນ ໄປ ຂຸດຄົ້ນ.

ລັກສນະ ຂອງຫີນ ເປັນ ສີຂາວ ໄສ ສີແດງ ອ່ອນ ສີມ້ວງ ອ່ອນ ມີ ລາຄາ ແຕ່ 50,000 ກີບ ຫາ 3,000,0000 ກີບ ຕໍ່ 1 ກິໂລກຣາມ ຂຶ້ນກັບ ຊນິດ ຂອງ ຫີນ. ກ່ຽວກັບ ເຣື້ອງ ດັ່ງກ່າວ ກໍມີ ຜູ້ ສະແດງ ຄວາມ ເປັນຫ່ວງ ວ່າ ການ ອະນຸຍາດ ໃຫ້ ສຳປະທານ ບໍ່ມີຄວາມ ໂປ່ງໄສ ແລະ ບໍ່ໄດ້ຜ່ານ ຂັ້ນຕອນ ການ ປະມູນ ອາຈເຮັດໃຫ້ ຣາຍຮັບ ຈາກ ການ ສຳປະທານ ບໍ່ເຂົ້າ ງົບປະມານ ຮວມ ຂອງຊາດ.