ການທ່ອງທ່ຽວດີຂຶ້ນ ແຕ່ຕ້ອງປັບປຸງ ໂຄງຮ່າງພື້ນຖານ

0:00 / 0:00

ມາຮອດປັດຈຸບັນ ປະເທດລາວ ເປີດຕ້ອນຮັບນັກທ່ອງທ່ຽວ ເກືອບຄົບ 1 ປີແລ້ວ ເຮັດໃຫ້ທຸຣະກິຈ ໃນພາກການທ່ອງທ່ຽວ ແລະບໍຣິການ ເປັນຕົ້ນ ໂຮງແຮມ, ເຮືອນພັກ, ບໍຣິສັດນໍາທ່ຽວ ແລະຮ້ານອາຫານ ກັບມາຄຶກຄື້ນອີກຄັ້ງ ໃນໄລຍະທີ່ຜ່ານມາ ການສົ່ງເສີມການທ່ຽວໃນຫຼາຍເມືອງ ດີຢູ່ແລ້ວ ແຕ່ຍັງມີບາງຂອດ ທີ່ຜູ້ປະກອບການ ຢາກໃຫ້ທາງການລາວ ເລັ່ງປັບປຸງ ເພື່ອສົ່ງເສີມການທ່ອງທ່ຽວ ໃຫ້ດີຂຶ້ນກວ່າເກົ່າ.

ດັ່ງຄົນຂັບຣົຖນໍາທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:

“ມີແຕ່ຖນົນຫົນທາງຫັ້ນແຫຼະ ເຣື່ອງປັບປຸງນ່າ ຊ່ວງນີ້ເຂົາເຈົ້າກໍາລັງເຮັດ ກໍາລັງສ້າງເດີ້ ຊ່ວງນີ້ເປັນຊ່ວງທີ່ເຮົາກໍາລັງ ຈະປູຢາງຫັ້ນນ່າ ມັນກໍຊ້າ ມັນດົນ ຂີ້ຝຸ່ນຫຼາຍ ເຂົາກໍາລັງແປງທາງໃໝ່ ເຮົາພາແຂກໄປເນາະ ມັນມີຂີ້ຝຸ່ນໄງ່ເຕັມເລີຍ.”

ໃນຂະນະທີ່ ຜູ້ປະກອບການນໍາທ່ຽວ ແລະເຮືອນພັກ ຢູ່ບ້ານຄອນດອນເດດ ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງກ່າວວ່າ ການບໍຣິການ ຂອງຜູ້ໃຫ້ບໍຣິການທ່ອງທ່ຽວ ເປັນຕົ້ນ ເຮືອນພັກ ຮ້ານອາຫານ ຍັງບໍ່ແມ່ນການບໍຣິການ ແບບສາກົລ ຍ້ອນການທ່ອງທ່ຽວ ຍັງພົວພັນ ກັບວິຖີຊີວິດ ຊາວບ້ານຫຼາຍ.

ດັ່ງທ່ານກ່າວວ່າ:

“ແມ່ນ ເຮັດນີ້ກໍເປັນສ່ວນນຶ່ງ ເຣື່ອງການບໍຣິການ ເພາະວ່າມັນຍັງບໍ່ເປັນ ສະຖານທີ່ທ່ອງທ່ຽວທີ່ແນ່ນອນ ມັນຍັງເປັນຊົນນະບົດຢູ່ ຍັງຕິດພັນກັບຊີວິດຊາວບ້ານຢູ່ ການບໍຣິການ ມັນຈະເປັນແບບຊາວບ້ານຢູ່ສ່ວນໃຫຍ່ ຕ່າງປະເທດເພິ່ນກໍຈະເຂົ້າໃຈ ເພາະວ່າເພິ່ນມາບ້ານນີ້ ເພິ່ນມັກມາຕິດພັນກັບຊາວບ້ານ ມາຮູ້ວິຖີຊີວິດຊາວບ້ານ.”

ສ່ວນເຈົ້າໜ້າທີ່ ຂແນງທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ຢູ່ບ່ອນທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ ຢ່າງບ້ານຄອນດອນເດດ ທາງການກໍໄດ້ມີການ ປັບປຸງທ່າເຮືອ ແລະເສັ້ນທາງອ້ອມຂ້າງ ໃນບ້ານຄອນດອນເດດ ໃຫ້ເປັນຖນົນຄອນກີດທັງໝົດ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວແລ້ວ.

ດັ່ງທ່ານກ່າວວ່າ:

“ດຽວນີ້ເພິ່ນມີໂຄງການ ເພິ່ນລົງມາຊ່ອຍເຫຼືອ ທາງດ້ານພື້ນຖານໂຄງຮ່າງ ສິ່ງອໍານວຍຄວາມສະດວກ ເສັ້ນທາງການທ່ອງທ່ຽວເນາະ ເປັນຕົ້ນວ່າ ປັບປຸງທ່າເຮືອທີ່ວ່າ ຂ້າມໄປຄອນດອນເດດເນາະ ແລ້ວກໍມີເສັ້ນທາງອ້ອມຣົຖເລີຍ ທາງຄອນດອນເດດ ມັນຄືຊິບໍ ຄ່າຊົດເຊີຽ ໃຫ້ເຂົາເຈົ້າອີ່ຫຍັງນີ້ນ່າ ມັນຊິຊ້າຢູ່ບໍ່.”

ໃນຂະນະທີ່ ຜູ້ປະກອບການເຮືອນພັກ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ກ່າວວ່າ ໃນສະພາບປັດຈຸບັນ ກໍມີນັກທ່ອງທ່ຽວຫຼາຍຢູ່ແລ້ວ ແຕ່ຫາກປັບປຸງບາງຂອດ ກໍຈະດີຂຶ້ນກວ່າເກົ່າຫຼາຍ ເປັນຕົ້ນ ເຣື່ອງທີ່ພັກອາໄສ ທີ່ບໍ່ໄດ້ມາຕຖານ ບໍ່ສະອາດ ແລະເສັ້ນທາງໃນເມືອງ ທີ່ຍັງເປ່ເພ.

ດັ່ງທ່ານກ່າວວ່າ:

"ມີແຕ່ເຮົາຕ້ອງໄດ້ ປັບປຸງກ່ຽວກັບທີ່ພັກອາໄສ ໃຫ້ມັນຫຼາຍຂຶ້ນ ມັນກໍມີ (ທີ່ພັກ) ແຕ່ວ່າ ໂຕທີ່ໄດ້ມາຕຖານ ມັນກໍມີໜ້ອຍ ຄວາມສະອາດ ຂນາດຫ້ອງມັນແຄບ ນັກທ່ອງທ່ຽວຈະບໍ່ມັກ."

ເຈົ້າໜ້າທີ່ ຂແນງທ່ອງທ່ຽວ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ກ່າວວ່າ ໃນໄລຍະທີ່ຜ່ານມາ ຫ້ອງພັກໃນເມືອງງອຍ ເຕັມເກືອບທຸກມື້ ຍ້ອນມີນັກທ່ອງທ່ຽວຫຼາຍ ທາງການກໍໄດ້ມີວາງແຜນປັບປຸງເຣື່ອງການທ່ອງທ່ຽວ ເພື່ອອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ 3 ຂອດ.

ດັ່ງທ່ານກ່າວວ່າ:

"ເຮົາຈະໄດ້ປັບປຸງ ອັນທີ່ນຶ່ງ ແມ່ນເວົ້າເຣື່ອງພະນັກງານນໍາທ່ຽວ ຈະໄດ້ຝຶກອົບຮົມໃຫ້ຂະເຈົ້າ ອັນທີ່ສອງ ກ່ຽວກັບບ້ານພັກ ຮ້ານອາຫານຫັ້ນ ເຮົາກໍຈະໃຫ້ມີກ້ອງວົງຈອນ ສະຖານທີ່ພັກ ໂຮງແຮມໃຫ້ມັນສະດວກສະບາຍຕື່ມ ອັນທີ່ສາມ ປັບປຸງສະຖານທີ່ ການລ່ອງເຮືອ ໃຫ້ມີ Safety ໃຫ້ມັນສະດວກສະບາຍ ປອດພັຍຫັ້ນນ່າ."

ຍ້ອນເມືອງງອຍ ເຣີ່ມເປັນທີ່ຮູ້ຈັກໃນໝູ່ນັກທ່ອງທ່ຽວ ຈຶ່ງເຮັດໃຫ້ໂຄງຮ່າງພື້ນຖານ ການເຂົ້າເຖິງໂຕເມືອງງອຍ ຍັງບໍ່ສະດວກ ເຈົ້າໜ້າທີ່ຂແນງທ່ອງທ່ຽວ ຢູ່ເມືອງງອຍ ຈຶ່ງກ່າວຕື່ມວ່າ ທາງການມີແຜນການປັບປຸງໂຄງຮ່າງພື້ນຖານ ລະຫວ່າງໂຕເມືອງ ໂດຍການປູຢາງ ແລະຄອນກີດ ພ້ອມປັບປຸງເສັ້ນທາງໃຫ້ເຂົ້າເຖິງແຫຼ່ງທ່ອງທ່ຽວ ແລະໂຕເຮືອນພັກ ໃຫ້ສະດວກສະບາຍ ແລະຈະຈັດສັນບ່ອນຖິ້ມຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍນໍາດ້ວຍ.
ທີ່ຜ່ານມາ ປະເທດລາວ ໄດ້ຮັບຄວາມສົນໃຈ ຈາກຕ່າງປະເທດຫຼາຍ ຍ້ອນຖືກຈັດອັນດັບ ໃຫ້ເປັນປະເທດໜ້າທ່ຽວຈາກສື່ຕ່າງຊາຕ ເປັນຕົ້ນ: ໜັງສືພິມເທເລກຣາບ (Telegraph) ຂອງປະເທດອັງກິດ ຈັດປະເທດລາວ ເປັນ 1 ໃນ 20 ປະເທດ ທີ່ໜ້າທ່ຽວທີ່ສຸດ ໃນປີ 2023 ໂດຍເປັນປະເທດດຽວ ຈາກເອເຊັຽຕາເວັນອອກສ່ຽງໃຕ້ ທີ່ຕິດໃນຣາຍຊື່ ນອກຈາກນີ້ ຍັງຕິດໃນປະເທດ ໜ້າທ່ຽວ ຂອງ National Geographic ເຊັ່ນກັນ.