ຄົນງານລາວຢູ່ສວນໝາກ ມັງກອນ ບໍ່ໄດ້ ຄ່າແຮງ

ໄມຊູລີ
2019.06.24
F-Dragon-fruit ສວນປູກໝາກມັງກອນ ຢູ່ທາງພາກໃຕ້ ຂອງລາວ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ 10 ປາຍຄົນ ທີ່ຮັບບຸກເບີກພື້ນທີ່ ປູກຫມາກມັງກອນ ໃຫ້ບໍຣິສັດ ຫລິງເຊີນ ຂອງຈີນ ທີ່ມາສັມປະທານ ຢູ່ບ້ານຊຽງແລທ່າ ເມືອງປາກງຶ່ມ ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຮັບເງິນຄ່າຈ້າງເທື່ອ ທັ້ງໆທີ່ເຮັດວຽກມາຕັ້ງແຕ່ ປີກາຍແລ້ວພວກເຂົາເຈົ້າ ຈຶ່ງຢາກຮຽກຮ້ອງ ໃຫ້ ພາກສ່ວນກ່ຽວຂ້ອງ ເຂົ້າມາຊ່ວຍເຫລືອ ເຣື້ອງນີ້, ອິງຕາມຄໍາເວົ້າ ຂອງປະຊາຊົນ ທ່ານນຶ່ງ ໃນເຂດດັ່ງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 24 ມິຖູນາ ນີ້:

“ສວນມັງກອນຫັ້ນ ມັນເປັນບໍຣິສັດຂອງຈີນ ມັນໂກງແຮງງານຂອງພວກອ້າຍນ້ອງ ແຮງງານຄົນລາວເຮົາ ທີ່ວ່າເອົາຣົຖມາໄຖເດ້ ມັນວ່າ ແຮງງານໄຖບໍ່ໄດ້ ຣະດັບແນວນັ້ນແນວນີ້ ຕົວະໂກງໄປໂກງມາ ເງິນນັ້ນກໍບໍ່ໄດ້ ມັນກໍຄືກິນເງິນກັນ.”

ທ່ານອະທິບາຍວ່າ ບໍຣິສັດດັ່ງກ່າວ ໄດ້ເຂົ້າມາສັມປະທານ ປູກ ໝາກມັງກອນ ຢູ່ບ້ານຊຽງແລທ່າ ຕັ້ງແຕ່ປີ 2018 ໃນເນືອທີ່ 15 ເຮັກຕາ ແລະ ໃນເວລານັ້ນໄດ້ໃຫ້ນາຍໜ້າ ທີ່ເປັນຄົນລາວໄປຊອກຫາຄົນງານ ກັມມະກອນ ເພື່ອມາບຸກເບິກເນື້ອທີ່ ແລະ ປູກໃຫ້ ໂດຍຈະຂໍເຫມົາ ຈ່າຍຄ່າແຮງງານເທື່ອດຽວ, ຫຼັງຈາກບຸກເບີກໄປຮຽບຮ້ອຍແລ້ວ ຕົກເປັນເງິນເກືອບ 30 ລ້ານກີບ ຊຶ່ງໃນນັ້ນມີ ປະຊາຊົນ ບ້ານຊຽງແລທ່າ ແລະ ບ້ານໃກ້ຄຽງ ຈໍານວນ 10 ປາຍຄົນ ມາຮັບຈ້າງອອກແຮງງານ ໃຫ້ບໍຣິສັດ ຈີນ, ແຕ່ຫລັງຈາກ ບຸກເບີກໃຫ້ແລ້ວ, ຕາມສັນຍາ ໃນ ເນື້ອທີ່ 15 ເຮັກຕາ ເມື່ອປາຍປີ 2018 ທາງບໍຣິສັດ ກັບບໍ່ຈ່າຍເງິນໃຫ້ ໂດຍອ້າງວ່າ ຜູ້ອອກແຮງງານ ເຮັດວຽກລ່າຊ້າ ແລະ ເຮັດບໍ່ໄດ້ ຕາມທີ່ ທາງບໍຣິສັດ ຕ້ອງການ ຄື ດິນທີ່ບຸກເບີກບໍ່ງາມ.

ເມື່ອເປັນເຊັ່ນນັ້ນ ປະຊາຊົນທີ່ໄດ້ອອກແຮງງານ ໄປແລ້ວນັ້ນ ຈິ່ງເອົາເຣື້ອງນີ້ໄປຮ້ອງຮຽນ ກັບອໍານາດການປົກຄອງທ້ອງຖິ່ນ ແລະ ຝ່າຍ ອໍານາດທ້ອງຖິ່ນ ໄດ້ເຈຣະຈາໃຫ້ບໍຣິສັດຈີນ ຕ້ອງຈ່າຍເງິນໃຫ້ແຮງງານລາວ ຍ້ອນໄດ້ຈ້າງແລ້ວ, ແຕ່ມາຮອດ ປັຈຈຸບັນເວລາ ຜ່ານມາ 4 ເດືອນ ແລ້ວ ນັບແຕ່ມື້ແຈ້ງການ ແຕ່ຊາວບ້ານ ກໍຍັງບໍ່ທັນໄດ້ຮັບ ເງິນເທື່ອ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ເຂດດັ່ງກ່າວ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ທາງເຈົ້າໜ້າທີ່ ໄດ້ເຈຣະຈາກັບທາງ ໂຮງງານແລ້ວ ແລະ ຕອນນີ້ກໍາລັງຕິດຕາມເຣື້ອງນີ້ຢູ່, ສ່ວນເຈົ້າໜ້າທີ່ ຜແນກຄຸ້ມຄອງແຮງງານ ເມືອງປາກງຶ່ມ ເວົ້າວ່າ ຍັງບໍ່ທັນຮູ້ເຣື້ອງ ນີ້ເທື່ອ ເພາະຜູ້ອອກແຮງງານ ບໍ່ໄດ້ປະສານ ມາໃຫ້ຮູ້ ແຕ່ກໍຈະຕິດຕາມໃຫ້:

“ເຣື້ອງໂຕນີ້ ຄືເວົ້າແຫລະ ກໍບໍທັນໄດ້ມີຣາຍງານ ເຮົາບໍ່ຮູ້ ບໍ່ທັນຮູ້ ແລະ ຈະພົວພັນກັບເພີ່ນ ເພີ້ມຕື່ມໃຫ້.”

ເຖິງຢ່າງໃດກໍຕາມ ປັຈຈຸບັນສວນກ້ວຍ ຂອງບໍຣິສັັດຈີນ ແຫ່ງນີ້ ຍັງເຫລືອເນື້ອທີ່ ປູກຫມາກມັງກອນ ພງຽແຕ່ 5 ເຮັກຕາ ສ່ວນອີກ 10 ເຮັກຕາ ນັ້ນໄດ້ມີການຫັນປ່ຽນ ໄປປູກກ້ວຍ ແລ້ວ ຕັ້ງແຕ່ຕົ້ນປີ 2019 ນີ້ ແລະການປູກກ້ວຍນັ້ນ ກໍຍັງສ້າງຄວາມກັງວົນ ເຣື້ອງສານເຄມີ ໃຫ້ແກ່ປະຊາຊົນ ບ້ານຊຽງແລທ່າ ແລະ ເຂດບ້ານໃກ້ຄຽງ ອື່ນໆອີກ ຢ່າງຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.