ຄົນງານລາວກັບຈາກໄທ

0:00 / 0:00

ໃນໄລຍະເຊື້ອໄວຣັສ ໂຄວິດ-19 ຣະບາດຢູ່ນີ້ ມີຄົນງານລາວກັບຈາກ ປະເທດໄທແລ້ວ ຫລາຍສິບພັນຄົນ ຊຶ່ງເບື້ອງຕົ້ນ ສໍາລັບ ແຂວງ ສວັນນະເຂດ ແລະ ແຂວງຈໍາປາສັກ ມີປະມານ 37 ພັນປາຍຄົນ ຂນະທີ່ ໂຕຈິງອາຈມີຫລາຍກວ່ານັ້ນ. ສໍາລັບແຂວງສວັນນະເຂດ ແຕ່ ມື້ວັນທີ 23 ມິນາ ຫາ ວັນທີ 4 ເມສານີ້ ທາງການລາວ ແລະໄທ ໄດ້ຜ່ອນຜັນໃຫ້ຄົນລາວ ກັບຄືນປະເທດ ຜ່ານດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ຈໍານວນ 27 ພັນປາຍຄົນ ແລະໄດ້ຜ່ອນຜັນໃຫ້ເລື້ອຍມາ ແລະໄລຍະຫລັງໆມາ ຈໍານວນຄົນງານລາວມາເພິ່ມຂຶ້ນ ຫລາຍ ແລະ ມາບໍ່ຢຸດ. ໃນວັນທີ 4 ເມສາ ມີຄົນງານລາວ ກັບບ້ານ 1 ພັນປາຍຄົນ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ແຮງງານ ແລະ ສວັດດິການສັງຄົມ ແຂວງສວັນນະເຂດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ເມສາ ນີ້:

“ພາຍຫລັງທີ່ເພິ່ນປິດແຕ່ລະດ່ານ ໝົດ ຍັງແຕ່ດ່ານນີ້ທີ່ເປີດ ເລີຍລັ່ງມາ 27 ພັນປາຍ ສ່ວນໃຫຍ່ຂ້າມມາ ກະຄົນສວັນນະເຂດ ຕ່າງແຂວງ ກະຈໍານວນນຶ່ງ ສະເພາະວັນເສົາມື້ສຸດທ້າຍ ປະມານ 103 ຄົນ.”

ທ່ານກ່າວຕື່ມວ່າ ຫລັງຈາກນີ້ເປັນຕົ້ນໄປ ທາງການລາວ ແລະໄທ ປິດດ່ານສາກົນຢ່າງສົມບູນ ໂດຍບໍ່ມີການຜ່ອນຜັນຄືທີ່ຜ່ານມາ ແລະຈະບໍ່ ໃຫ້ຄົນເຂົ້າ-ອອກ, ຈະໃຫ້ແຕ່ຣົດບັນທຸກສິນຄ້າເທົ່ານັ້ນຜ່ານ ຈົນໄປ ເຖິງມື້ວັນທີ 19 ເມສານີ້.

ໃນຂນະດຽວກັນ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຈໍາປາສັກ ກໍເວົ້າວ່າ ແຂວງຈໍາປາສັກ ມີຄົນລາວກັບມາຈາກປະເທດໄທ ປະມານ 10 ພັນປາຍຄົນ:

“ວັນທີ 21 ຫຍັງພຸ້ນນ່າ ມາໝື່ນກວ່າປະມານນີ້ແຫລະ ທີ່ຈິງມັນຮວມທັງສາຣະວັນນໍາ ໂດຍເລກນວມ ເພິ່ນຍ້າຍມາແຕ່ໄທພຸ້ນແຫລະ ມາແຕ່ ໃນເມືອງພຸ້ນລະ ຕົກງານນໍາແນ່ ບໍ່ມີບ່ອນເຮັດແລ້ວ ເຂົາຈັ່ງມາ.”

ສ່ວນເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດິການສັງຄົມ ຜູ້ຂໍສະຫງວນຊື່ ແລະສຽງທ່ານນຶ່ງ ໄດ້ກ່າວວ່າ:

“ຕາມທີ່ໄດ້ຕິດຕາມຊ່ວງນຶ່ງ ຊ່ວງອາທິດກ່ອນ ແຮງງານລາວມາແຕ່ໄທ ຄືວ່າປະມານ 5-6 ພັນຄົນ ແຕ່ຕອນນີ້ຍັງບໍ່ທັນໄດ້ຮັບຂໍ້ມູນ.”

ເພື່ອຄວາມກະຈ່າງແຈ້ງຕື່ມ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງເຈົ້າໜ້າທີ່ ດ່ານກວດຄົນເຂົ້າເມືອງແຂວງອຸບົນ ຂອງໄທ, ໄດ້ຮັບຄໍາຕອບວ່າ ທີ່ຜ່ານມາ ມີຄົນລາວເດີນທາງກັບບ້ານ ຜ່ານດ່ານຊ່ອງເມັກ ຫລາຍ ພັນຄົນ ແລະກໍໄດ້ຜ່ອນຜັນໃຫ້ເລື້ອຍມາ, ຮວມທັງໝົດຄາດວ່າປະມານ 10 ພັນປາຍຄົນ ແຕ່ໃນປັດຈຸບັນ ບໍ່ມີການຜ່ອນຜັນແລ້ວ.

ແລະເຈົ້າໜ້າທີ່ຕໍາຣວດກວດຄົນເຂົ້າເມືອງ ແຂວງມຸກດາຫານ ຂອງໄທ ທີ່ປະຈໍາຢູ່ດ່ານຂົວ ມິດຕະພາບລາວ-ໄທແຫ່ງທີ 2 ກ່າວວ່າຕັ້ງແຕ່ ມື້ວັນທີ 23 ມິນາມາ ຄົນລາວກັບເມືອບ້ານ ປະມານ 10 ປາຍພັນຄົນ ແລະແຕ່ວັນທີ 5 ເມສາ ເປັນຕົ້ນໄປ ດ່ານຈະບໍ່ມີການຜ່ອນຜັນ ໃຫ້ ດັ່ງທີ່ທ່ານກ່າວວ່າ:

“ປະມານວັນລະພັນ ຍອດປະມານ ໄດ້ປະມານໝື່ນ ປະມານໄດ້ ສັ່ງປິດມາຕັ້ງແຕ່ 23 ແລ້ວລະ ແຕ່ພໍຜູ້ໃດມາລໍ ກໍຜ່ອນປົນ ວັນຕໍ່ວັນ ຕັ້ງແຕ່ວັນທີ 5 ຈະບໍ່ຜ່ອນປົນແລ້ວນະ ຈະປິດຂາດ.”

ສໍາລັບເຈົ້າໜ້າທີ່ໄທປະຈໍາດ່ານ ຂົວມິດຕະພາບໄທ-ລາວ ແຫ່ງທີ 3 ເວົ້າວ່າຄົນລາວສ່ວນໃຫຍ່ບໍ່ຄ່ອຍກັບເມືອບ້ານ ຜ່ານດ່ານນີ້ລວມແລ້ວ ມີທັງໝົດ ປະມານ 3 ພັນປາຍຄົນ:

“ປິດໝົດທຸກດ່ານແລ້ວ ພາກອິສານປິດໝົດແລ້ວ ບໍ່ມີດ່ານໃດເປີດແລ້ວ ຂອງນະຄອນພະນົມ 3000 ສະເພາະອອກ.”

ສ່ວນຄົນລາວທີ່ຢູ່ໄທ ບໍ່ສາມາດກັບລາວໄດ້ແລ້ວໃນໄລຍະນີ້ ຈົນກວ່າຈະເຖິງມື້ວັນທີ 19 ເມສາ, ຕ້ອງໄດ້ລໍຖ້າເບິ່ງສະຖານະການ ຈະມີ ການປ່ຽນແປງຫລືບໍ່. ກ່ຽວກັບເຣື່ອງການກັບຄືນ ເມືອເຮືອນ ຂອງກຸ່ມຄົນ ງານລາວທີ່ໄປເຮັດວຽກຢູ່ໄທຍນັ້ນ, ຍານາງ ແອ່ນນ້າ ໂອລເຊັ້ນ Anna Olsen, ເຈົ້າໜ້າທີ່ຂອງອົງການແຮງງານສາກົລ ແລະ ທັງເປັນຜູ້ຊ່ຽວຊານ ດ້ານຄົນງານຍ້າຍຖິ່ນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 07 ເມສາ ນີ້ວ່າ ສະຖານະການ ໃນປະເທດໄທຍ ທີ່ພາກທຸຣະກິຈ ຫຼາຍຢ່າງພວມປິດໂຕລົງນີ້ ຈະເຮັດໃຫ້ ຄົນງານລາວ ເດີນທາງກັບເມືອເຮືອນ ທີ່ປະເທດລາວຫຼາຍຂຶ້ນ ເນື່ອງຈາກຫຼາຍ ຄົນຫວ່າງງານ ແລະ ບໍ່ມີເງິນ ຈະຢູ່ອາສັຍໃນໄທຍຕໍ່ໄດ້.

“It is reasonable that more and more Lao migrant workers will return home because businesses are closing, jobs are being lost, and it is very hard for migrant workers, who do not have a lot of saving, will be able to maintain their lives here in Thailand. So, I think we can reasonably expect that people will try to return home.”

ຍານາງວ່າ “ເປັນສິ່ງທີ່ສົມເຫຕສົມຜົລ ທີ່ຈະມີຄົນງານລາວກັບເມືອເຮືອນຫຼາຍຂຶ້ນເລື້ອຍໆ ຍ້ອນວ່າທຸຣະກິຈຫ້າງຮ້ານຕ່າງ ພວມທະຍອຍ ປິດໂຕລົງ, ຫຼາຍຄົນກໍຫວ່າງງານແລະ ເປັນສິ່ງທີ່ບໍ່ງ່າຍເລີຍທີ່ຄົນງານ ຍ້າຍຖິ່ນເຫຼົ່ານີ້, ເຊິ່ງເປັນກຸ່ມຄົນທີ່ບໍ່ຄ່ອຍມີເງິນ ຈະສາມາດສືບ ຕໍ່ດຳຣົງຊີວິຕໃນປະເທດໄທຍໄດ້. ຂພຈ ຄຶດວ່າ ເປັນສິ່ງທີ່ສົມເຫຕສົມຜົລ ທີ່ພວກເຮົາຈະຄາດກະວ່າ ຄົນງານລາວຍ້າຍຖິ່ນ ຈະພຍາຍາມ ກັບ ຕ່າວເມືອເຮືອນ.”

ຍານາງກ່າວຕື່ມວ່າ ເຖິງຢ່າງໃດກໍດີ, ໃນຂັ້ນຕົ້ນ ທີ່ພວມສັບສົນວຸ້ນວາຍນີ້ ອົງການແຮງງານສາກົລ ກໍພວມປະສານງານກັບຣັຖບານລາວ ເພື່ອຫາທາງຊ່ອຍເຫຼືອ ຄົນງານເຫຼົ່ານີ້ ໂດຍພື້ນຖານ.

“I think the first it must be immediately to make sure, that everybody have their primary needs taking care of. The people who are returning, do they have somewhere to live safely, do they have somewhere to quarantine safely, do they have enough food, are they able to access medical care if it is necessary or are they able to prevent the spread of COVID-19.”
ຍານາງວ່າ “ຂພຈ ຄຶດວ່າໃນຂັ້ນທຳອິດ ແລະເລັ່ງດ່ວນນີ້ ພວກເຮົາຕ້ອງຮັບປະກັນວ່າ ຄົນງານລາວທຸກຄົນ ຄວນໄດ້ຮັບການເບິ່ງແຍງ ໂດຍພື້ນຖານ. ຄົນງານລາວທີ່ກັບມານັ້ນ ພວກເຮົາຈະຕ້ອງຄຳນຶງວ່າ ພວກເຂົາມີບ່ອນຢູ່ທີ່ປອດພັຍລະບໍ? ພວກເຂົາມີບ່ອນກັກໂຕທີ່ ປອດພັຍລະບໍ? ພວກເຂົາມີອາຫານການກິນພຽງພໍລະບໍ? ພວກເຂົາສາມາດເຂົ້າເຖິງການບໍຣິການດ້ານການແພດເມື່ອຈຳເປັນ ຫຼືພວກເຂົາ ສາມາດປ້ອງກັນໂຕເອງຈາກການແຜ່ຣະບາດຂອງເຊື້ອໄວຣັສໂຄວິດ-19 ລະບໍ?”

ປັດຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງວ່າ ມີຄົນງານລາວຈຳນວນຈັກຄົນແລ້ວ ທີ່ເດີນທາງກັບເມືອເຮືອນ ທີ່ປະເທດລາວ, ແຕ່ໃນເບື້ອງຕົ້ນ ເຈົ້າໜ້າທີ່ອົງການແຮງງານສາກົລ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽ ເສຣີ ໂດຍອ້າງອີງຈາກຂໍ້ມູນຂອງກະຊວງແຮງງານ ແລະ ສວັດດີ ການສັງຄົມ ຂອງລາວວ່າ ມີຄົນງານລາວ ທີ່ມາເຮັດວຽກຢູ່ປະເທດໄທຍ ແລະ ໄດ້ເດີນທາງກັບເມືອເຮືອນແລ້ວ ປະມານ 60 ພັນປາຍຄົນ ນັບຕັ້ງແຕ່ວັນທີ 11 ຫາວັນທີ 31 ມີນາ ທີ່ຜ່ານມາ.

ໃນອະນາຄົດອັນມໍ່ໆນີ້, ມີຄວາມເປັນໄດ້ສູງວ່າ ອາຈມີຈຳນວນຄົນງານລາວເຖິງ 100,000 ປາຍຄົນ ຈະເດີນທາງກັບເມືອເຮືອນ ທີ່ ປະເທດລາວ, ຖ້າຫາກສະຖາະນະການ ດ້ານເສຖກິຈຢູ່ປະເທດໄທຍ ຍັງບໍ່ກັບເຂົ້າສູ່ສະພາວະປົກກະຕິ ແລະ ການຣະບາດຂອງ ເຊື້ອໄວຣັສໂຄວິດ-19 ຍັງບໍ່ສາມາດຄວບຄຸມໄດ້, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ອົງການແຮງງານສາກົລ.