ຄນະຈັດຕັ້ງ ແຂວງອັດຕະປື ໃຫ້ພະນັກງານ 18 ຄົນ ອອກຈາກການ ແບບຖາວອນ ໃນຄວາມຜິດສໍ້ຣາສບັງຫລວງ ທັງສໍ້ໂກງ ເອົາງົບປະມານ ແລະ ຍັກຍອກຊັພສິນ ຂອງຣັຖ, ຊຶ່ງເປັນຄວາມຜິດຮ້າຍແຮງ ທີ່ຈະຖືກລົງໂທດ ເດັດຂາດ ດັ່ງເຈົ້າໜ້າທີ່ ຄນະຈັດຕັ້ງ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ມິນາ ນີ້ວ່າ:
"ສ່ວນໃຫຍ່ ກະແມ່ນສໍ້ໂກງນີ້ແຫຼະ ຍັກຍອກຊັພສິນ ຂອງຣັຖເຮົານີ້ແຫລະ ແມ່ນສັງລວມມາ ແຕ່ລະເມືອງ ແຕ່ລະເມືອງ ເມືອງນຶ່ງ 45 ຄົນ ຈັ່ງຊີ້ນະ ບໍ່ແມ່ນວ່າ ຢູ່ກັບແຂວງໝົດ ໂຕທີ່ໄດ້ປະກາດ ເປັນທາງການ ໄປແລ້ວນີ້ ຖືວ່າ ໄດ້ປະຕິບັດວິນັຍ ແລ້ວນໍ."
ທ່ານກ່າວວ່າ ພະນັກງານ ທັງ 18 ຄົນນັ້ນ ຖືກໃຫ້ອອກຈາກການ. ພວກກ່ຽວ ກາຍເປັນ ປະ ຊາຊົນທັມມະດາ, ບໍ່ໄດ້ຖືກສັ່ງຟ້ອງຂຶ້ນສານ ຫລື ດໍາເນີນຄະດີ ຕາມກົດໝາຍ ແຕ່ຢ່າງໃດ ຍ້ອນວ່າ ຊັພສິນ ທີ່ພວກເຂົາ ໄດ້ຍັກຍອກໄປນັ້ນ ເກັບຄືນໄດ້ ເປັນສ່ວນໃຫຍ່ແລ້ວ. ສ່ວນ ຣາຍລະອຽດ ວ່າ ພວກກ່ຽວ ເປັນພະນັກງານ ຂແນງການໃດແດ່ ແລະ ສໍ້ໂກງ ເອົາງົບປະມານ ແລະ ຍັກຍອກຊັພສິນ ຂອງຣັຖໄປເທົ່າໃດ ແລະ ເກັບຄືນໄດ້ເທົ່າໃດນັ້ນ ບໍ່ສາມາດ ເປີດເຜີຍໃຫ້ຮູ້ໄດ້.
ທ່ານກ່າວຕື່ມວ່າ ໃນປີ 2019 ນີ້ ທາງການແຂວງອັດຕະປື ຈະສືບຕໍ່ກວດກາ ການເຮັດວຽກ ຂອງພະນັກງານ ທຸກພາກສ່ວນ ເພື່ອສະກັດກັ້ນ ບັນຫາການສໍ້ຣາສບັງຫລວງ ໂດຍມອບໃຫ້ ຄນະກວດກາ ພັກ-ຣັຖ ເປັນຜູ້ຕິດຕາມກວດກາ ຫາກກວດພົບ ພະນັກງານ ບໍ່ໂປ່ງໃສ ຈະຖືກກັກໂຕ ໄວ້ສອບສວນ ຕາມຂັ້ນຕອນ. ນອກຈາກ ພະນັກງານ 18 ຄົນ ດັ່ງກ່າວນັ້ນແລ້ວ ທາງການແຂວງອັດຕະປື ຍັງປະຕິບັດວິນັຍ ພະນັກງານອີກ 9 ຄົນ ໂດຍໂຈະ ບໍ່ໃຫ້ຮ່ວມ ຊີວິດການເມືອງ ຂອງພັກ.
ແຂວງອັດຕະປື ເປັນແຂວງນຶ່ງ ຂອງລາວ ທີ່ມີຂ່າວ ກ່ຽວກັບ ການກວດກາ ພົບພະນັກງານ ສໍ້ຣາສບັງຫຼວງຢູ່ເລື້ອຍໆ. ຄະດີໃຫຍ່ກວ່າໝູ່ ແມ່ນຄະດີ ກ່ຽວກັບໄມ້ ຊຶ່ງເຈົ້າໜ້າທີ່ ກວດຍຶດໄດ້ ຣົດບັນທຸກໄມ້ 27 ຄັນ ຢູ່ບໍຣິເວນດ່ານພູເກືອ ທີ່ຕິດກັບ ຊາຍແດນວຽດນາມ ເມື່ອປີ 2017 ຊຶ່ງມີເຈົ້າໜ້າທີ່ຣັຖ ຈໍານວນນຶ່ງ ມີສ່ວນກ່ຽວຂ້ອງ ກັບໄມ້ທີ່ຍຶດໄດ້ນັ້ນ.
