ສະຫະພັນນັກຣົບເກົ່າ ເວົ້າວ່າ ຜູ້ຂໍທານ ບໍ່ເວົ້າຄວາມຈິງ

0:00 / 0:00

ສະຫະພັນນັກຣົບເກົ່າ ແຂວງອັດຕະປື ຊີ້ແຈງວ່າ ລຸງບຸນຈັນ ຈູມມະລີ ນັກຣົບເກົ່າຂອງແຂວງອັດຕະປື ທີ່ໄປຂໍທານຢູ່ແຂວງຈຳປາສັກ ແລະ ບອກວ່າ ຕົນບໍ່ໄດ້ຮັບການເບິ່ງແຍງໃດໆ ຈາກສະຫະພັນເລີຍ.

ຈາກການສອບສວນແລ້ວ ຜູ້ກ່ຽວເວົ້າບໍ່ຖືກຕາມຄວາມເປັນຈິງ ແລະຜູ້ກ່ຽວຍອມຮັບວ່າ ເຂົາບໍ່ໄດ້ເສັຍອົງຄະ ຍ້ອນການສູ້ຣົບໃນສມັຍສົງຄາມ ແລະໄດ້ຖືກປົດອອກຈາກ ສະຫະພັນນັກຣົບເກົ່າຫຼາຍປີແລ້ວ, ແຕ່ຜູ້ກ່ຽວຍັງລັກຖືບັດ ສະມາຊິກຢູ່, ດັ່ງເຈົ້າໜ້າທີ່ ສະຫະພັນນັກຣົບເກົ່າ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມົກຣານີ້ວ່າ:

“ລາວຂຽນປວັດຫັ້ນແມ່ນບໍ່ຖືກຕ້ອງ ເພິ່ນວ່າເພິ່ນເຂົ້າການປະຕິວັດແຕ່ປີ 1953 ແຕ່ວ່າໂຕຈິງ ທາງບ້ານທາງເມືອງ ເຂົາຢັ້ງຢືນເພິ່ນປະຕິວັດ ແຕ່ປີ 1962 ນີ້, ບາດນີ້ເສັຍອົງຄະອີກ ເພິ່ນວ່າເພິ່ນສູ້ຮົບ ບາດທາງນີ້ ທາງບ້ານທີ່ເປັນຫລັກຖານໃຫ້ຫັ້ນ ມັນບໍ່ແມ່ນ ຍ້ອນການສູ້ຮົບ ຜູ້ກ່ຽວເປັນພຍາດເສັຍຕາ.”

ທ່ານເວົ້າອີກວ່າ ດຽວນີ້ຜູ້ກ່ຽວມີອາຍຸ 88 ປີແລ້ວ ບໍ່ແມ່ນ 72 ປີ ຕາມທີ່ອອກໃນຂ່າວ ແລະຫຼຽນກ້າຫານ ທີ່ຜູ້ກ່ຽວຖືຕິດຕົວນັ້ນກໍເອົາມາຈາກ ໝູ່, ຢ່າງໃດກໍ່ຕາມ ດຽວນີ້ທາງເຈົ້າໜ້າທີ່ ພຍາຍາມຕິດຕໍ່ ໄປຫາຈົວນ້ອຍຢູ່ວັດຫຼວງໃນແຂວງຈຳປາສັກ ທີ່ເຄີຍ ສັມພາດ ລຸງບຸນຈັນ ແລ້ວ ອັດວິດີໂອເຜີຍແຜ່ ລົງທາງເຟສບຸກ ເພື່ອໃຫ້ຈົວຜູ້ນັ້ນ ແກ້ຂ່າວທີ່ຖືກຕ້ອງ ໃຫ້ສັງຄົມເຂົ້າໃຈ. ເພາະເນື້ອໃນ ຂອງວິດີໂອດັ່ງກ່າວ ຣະບຸວ່າ ລຸງບຸນຈັນເປັນຄົນອານາຖາ ຖືກທາງການປ່ອຍປະລະເລີຍ ຊື່ງຂັດແຍ້ງກັບ ຄວາມເປັນຈິງ.

ເຈົ້າໜ້າທີ່ກ່າວອີກວ່າ ປັດຈຸບັນ ລຸງບຸນຈັນ ໄດ້ອາສັຍຢູ່ກັບຄອບຄົວ ທີ່ເມືອງສນາມໄຊ ໂດຍເຈົ້າໜ້າທີ່ໄດ້ບອກ ຍາດພີ່ນ້ອງໃຫ້ເບິ່ງແຍງ ລາວ ບໍ່ໃຫ້ໄປຂໍທານອີກ ແລະພາກສ່ວນກ່ຽວຂ້ອງ ກຳລັງພິຈາລະນາ ໃຫ້ການຊ່ວຍເຫຼືອຢູ່.

ປັດຈຸບັນ ຢູ່ສະຫະພັນນັກຣົບເກົ່າແຂວງອັດຕະປື ມີສະມາຊິກທັງໝົດ 2 ພັນປາຍຄົນ ຊື່ງປີນີ້ທາງຜແນກແຮງງານ ແລະສວັດດີການສັງຄົມ ແຂວງອັດຕະປື ໄດ້ມອບເງິນຊ່ວຍເຫຼືອ ແກ່ນັກຣົບເກົ່າຈຳນວນ 10 ຄົນເມື່ອວັນທີ 24 ມົກຣາ ນີ້ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫຼວງພຣະບາງ ກໍໄດ້ຈັດພິທີ ມອບເງິນນະໂຍບາຍ ໃຫ້ແກ່ນັກຣົບເກົ່າ ໃນສມັຍສົງຄາມ ເກືອບ 3 ຕື້ ກວ່າກີບ.