ຍັງບໍ່ເຫັນ ກໍາໄລຈາກ ທາງຣົຖໄຟ ແຕ່ ເຫັນພຽງໜີ້ສິນ

0:00 / 0:00

ໂຄງການທາງຣົຖໄຟ ລາວ-ຈີນ ມູນຄ່າທັງ​ໝົດປະ​ມານ 6 ຕື້ ໂດ​ລ້າຣ໌ສະ​ຫະ​ຣັ​ຖ ໃນ​ຂ​ະ​ນະ​ທີ່ ຈີນ ຖື​ຮຸ້ນ​ 70% ສ່ວນຣັຖບານລາວ ຖືຮຸ້ນ 30%. ອີງຕາມຂໍ້ມູນ ຈາກທາງການລາວ, ອັດຕ​ຣາ​ສ່ວນ 30% ຂອງຝ່າຍລາວ ​ຄິດ​ເປັນ​ມູນ​ຄ່າ​ ປະ​ມານ 1.8 ຕື້​ ໂດ​ລ້າຣ໌ ສ່ວນຫຼາຍເປັນເງິນກູ້ຢືມ ຈາກຈີນ ແລະ ໃນນັ້ນ ຣັຖບານລາວ ໄດ້ເອົາງົບປະມານ ປະຈໍາປີ 250 ລ້ານ​ໂດ​ລ້າຣ໌ ຕື່ມໃສ່.

ກ່ຽວກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" ເສັຽສອງອັນ . ອັນທີ 1 ແມ່ນ ທາງສງວນສອງເບື້ອງ ຕລອດໄລຍະແລວ. ອັນນີ້ ກະບໍ່ຮູ້ວ່າ ເຫດຜົລຫຍັງ ຈຶ່ງວ່າ ເອົາມາຫຼາຍປານນັ້ນ. ອັນທີ 2 ມາ ໝາຍຄວາມວ່າ ຈຸດປະສົງເບື້ອງຕົ້ນ ອາດຈະດີ ວ່າ ຢາກເຮັດທາງຣົຖໄຟ ຂົນສິນຄ້າ ໄປຂາຍຢູ່ຈີນ ແຕ່ຖາມວ່າ ແມ່ນອິຫຍັງລະໄປຂາຍຢູ່ຈີນ ປີ 1 ຫຼື ວ່າ 4-5 ເດືອນ ຜ່ານມາ ລາວໄດ້ຂາຍຫຍັງແດ່ໄປຈີນ."

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ:

" ເຫັນແຕ່ ຈີນຊື້ສິນຄ້າກະສິກັມ ຈາກໄທຍ ເຫັນແຕ່ໝາກຖົ່ວລຽນ ຂົນຂຶ້​ນຢູ່ຣົຖດ່ານໜອງຄາຍ . ດ່ານທ່ານາແລ້ງ ຂຶ້ນເມືອຈີນ ຄືສຸດທ້າຍ ເຮົາກໍເປັນທາງຜ່ານຄືເກົ່າ. ຖາມວ່າ ໄດ້ຫຍັງ ຍັງບໍ່ເຫັນວ່າ ໄດ້ຫຍັງນອກຈາກໜີ້ ບໍ່ຮູ້ວ່າ ໜີ້ໃຊ້ໄດ້ ຫຼຸດລົງ ຈັກເປີເຊັນລະ."

ປະຊາຊົນລາວ ທ່ານນຶ່ງ ກໍໃຫ້ຄໍາເຫັນວ່າ ໃນທາງນຶ່ງ ປະຊາຊົນຍິນດີ ທີ່ປະເທດລາວມີໂຄງການ ທາງຣົຖໄຟ, ແຕ່ ອີກທາງນຶ່ງ ມັນເປັນສິ່ງທີ່ຖົກຖຽງກັນ ໃນກຸ່ມປະຊາຊົນ ວ່າ ໜີ້ສິນຈາກທາງຣົຖໄຟ ຣັຖບານ ຈະເອົາເງິນຢູ່ໃສ ມາໃຊ້ໜີ້.

ປະຊາຊົນທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ແຕ່ບັນຫາທີ່ວ່າ ມັນຄາໃຈ ແລະ ກໍໜັກໃຈປະຊາຊົນ ທຸກຄົນ ບໍ່ແມ່ນມີແຕ່ຂ້າພະເຈົ້າດອກ. ໝົດທຸກຄົນເຂົາຈະຕັ້ງຄໍາຖາມວ່າ ບັນຫາໜີ້ສິນຕ່າງໆ ເຮົາຈະໃຊ້ເຂົາໃນຮູບການໃດ ແບບໃດ, ເອົາເງິນແຕ່ໃສມາໃຊ້. ອັນນີ້​ກະຄືຄໍາຖາມໜັກໆ ຈາກສຽງປາກປະຊາຊົນລາວ. ບໍ່ວ່າ ຢູ່ສະພາກາເຟ ຫຼືວ່າ ຢູ່ ບ່ອນໃດກະຢ່າ ເຂົາຈະຕັ້ງຄໍາຖາມ ແບບນີ້ຂຶ້ນມາ.”

ໃນ​ສາຍ​ຕາ​ຂອງ​ນັກ​ວິ​ຊາ​ການ ​ຕ່າງ​ປະ​ເທດ​ແລ້ວ, ມັນ​ເປັນ​ໄປ​ໄດ້​ຍາກ ທີ່ໂຄງ​ການ​ທາງ​ຣົ​ຖ​ໄຟ ​ຈະ​ສ້າງ​ຜົ​ລ​ກຳ​ໄລ​ມາ ໃຊ້​ໜີ້​ແທນຄືນ​ໄດ້.

ດຣ.​ Keith Barney ນັກປະຖະກາຖາ ອາວຸໂສ ຈາກມະຫາວິທຍາໄລ ແຫ່ງຊາຕ ອອສເຕຣເລັຽ ຜູ້ທີ່ຕິດຕາມ ເຣື່ອງສະພາບການໃນລາວ ມາຫຼາຍປີ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ບໍ່ ​ມີ​ຄວາມ​ໂປ່ງ​ໃສ ຢູ່​ໃນ​ບໍ​ຣິ​ສັດຮ່ວມ​ທຶນ​ຣົ​ຖ​ໄຟ​ ລາວ-ຈີ​ນ ມາ​ເຖິງ​ປັດ​ຈຸ​ບັນ ສະ​ນັ້ນ ​ຈຶ່ງ​ເວົ້າ​ໄດ້​ຍາກ ວ່າ ບໍ​ຣິ​ສັດ ດັ່ງ​ກ່າວ​ຈະ​ເອົາ​ຜົ​ລ​ກໍ​າ​ໄລ ​ມາ​ຈາກ​ໃສ."

ໜີ້​ສິນ​ 1.5 ຕື້ ໂດ​ລ້າ​ຣ໌ ທີ່​ຣັ​ຖ​ບານ​ລາວ ກູ້​ຢືມ​ມາ​ສ້າງ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ດັ່ງ​ກ່າວນັ້ນ ຣັ​ຖ​ບານບໍ່​ສາ​ມາດ ທີ່​ຈະ​ໃຊ້​ແທນ​ໄດ້ ຍ້ອນ​ວ່າ ໂຄງ​ການຣົ​ຖ​ໄຟ ​ລາວ-ຈີນ ບໍ່​ສາ​ມາດ​ທີ່​ສ້າງ​ຜົ​ລ​ກຳ​ໄລ​ ໂດຍ​ກົງ ເພື່ອ​ມາ​ໃຊ້​ໜີ້​ໄດ້.

ເຈົ້າ​ໜ້າ​ທີ່ ທາງ​ການ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເຣີ ວ່າ:

" ບໍ່ ​ໄດ້​ລະ ຕາມ​ກຳ​ນົດ​ທີ່​ເວົ້າ​ນີ້ ບໍ່​ໄດ້​ລະ. ເອີ​ ປີນີ້​ເດີ ຊິ​ໃຊ້​ວ່າ ຕື້​ໂດ​ລ້າຣ໌ ນີ້ ຊິ​ໃຊ້​ໂອ​ຍາກໆ ໄດ້​ເຄິ່ງ​ນຶ່ງ​ກໍ​ຍັງ​ບຸນ​ລະ."

​ທາງກ​ານ​ລາວ ໄດ້ເອົາ​ບໍ່​ແຮ່ ຄ້ຳ​ປະ​ກັນ ໃນ​ການ​ຢືມ​ເງິນມາ​ເຮັດ​ໂຄງ​ການ ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ.

ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີ​ດ​ຮອງນາ​ຍົກ​ຣັ​ຖ​ມົນຕ​ຣີ ຂອງ​ລາວ ເຄີຍ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ ​ສະ​ພາ​ແຫ່ງ​ຊາຕ ກ່ອນ​ທີ່​ຈະ​ເຣີ່ມ​ໂຄງ​ການ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ​ວ່າ:

“ຫຼັງຈາກຄິດໄລ່ແລ້ວ, ພວກເຮົາເຫັນວ່າ ພວກເຮົາຈະສາມາດຈ່າຍໜີ້ໄດ້ ຍ້ອນວ່າ ພວກເຮົາມີບໍ່ແຮ່ Potash 5 ແຫ່ງ ແລະ ຖ້າພວກເຮົາຂຸດຄົ້ນບໍ່ແຮ່ນັ້ນ ແລະ ເອົາລາຍຮັບ ຈາກມັນ ພວກເຮົາຈະບໍ່ມີບັນຫາ ໃນການໃຊ້ໜີ້ຄືນ ພາຍໃນ 5 ປີ ແທນທີ່ຈະໃຊ້ເວລາ 30 ປີ.​”

​ຣັ​ຖ​ບານ​ລາວ ​ປະ​ຕິ​ເສດ​ເຣື່ອງ​ທີ່​ລາວ​ຕົກ​ເປັນ​ໜີ້​ຈີນ ໃນ​ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ.

ທ່ານ ພັນ​ຄຳ ວິ​ພາ​ວັນ ອະດີນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກ່າວ ໃນ​ເດືອນ​ທັນ​ວາ 2021 ຕອນ​ນຶ່ງ ​ວ່າ:

" ຂັ້ນ ​ມີ​ຜູ້ມາ​ໂຈມ​ຕີ ເວົ້າ​ລະວ່າ ລາວ​ເຮົາ​ເປັນ​ໜີ້​ສິນ​ ຂອງ​ຈີນຫຼາຍ ຍ້ອນ​ທາງ​ຣົ​ຖ​ໄຟ. ມັນ​ບໍ່​ແມ່ນ ຜູ້​ທີ່​ຕິດ​ໜີ້​ລະ​ແມ່ນ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ກະ​ໝາຍ​ຄວາມ​ວ່າ ແມ່ນ​ບໍ​ຣິ​ສັດ ເປັນ​ຜູ່​ຕິດ​ໜີ້. ບໍ​ຣິ​ສັດ ຈະ​ເປັນ​ຜູ່​ຫາ​ເງິນ ​ມາ​ເພື່ອ​ໃຊ້​ໜີ້ ໂດຍ​ການ​ອູ້ມ​ຊູ ຍູ້​ໜູນ​ ຂອງ​ຣັ​ຖ​ບານ​ ລາວ-ຈີນ."

ໂຄງການທາງຣົຖໄຟ ລາວ-ຈີນ ໄດ້້ເປີດດໍາເນີນການ ມາໄດ້ເກືອບ 2 ປີ ແລ້ວ ແລະ ມີປະຊາຊົນໃຊ້ບໍຣິການກັນ, ແຕ່ ທັງນັກວິຊາການຫຼາຍຄົນ ແລະ ປະຊາຊົນ ຍັງມີຄວາມກັງວົນ ເຣື່ອງໜີ້ສິນ.​