ພະນັກງານພາສີ ຢູ່ສະບາຍ ກິນດີ ມີໃຊ້ຈ່າຍ
2021.06.11
ເຈົ້າຂອງທຸຣະກິດ ທ່ານນຶ່ງໃຫ້ສຳພາດວ່າ ພະນັກງານພາສີ ສ່ວນຫຼາຍຈະໄດ້ເງິນນຳພວກຊາວຄ້າຂາຍ ທີ່ນຳສິນຄ້າເຂົ້າມາປະເທດ ແລະ ຊາວຄ້າຂາຍຕ້ອງຈ່າຍໃຫ້ ພະນັກງານ ພາສີ ເພື່ອຫຼີກລ້ຽງການເສັຽພາສີແພງ.
ນັກຂ່າວ: ພະນັກງານພາສີ ຢູ່ບ້ານເຮົານີ້ ກັບພະນັກງານຄຣູນີ້ ໃຜຣວຍກວ່າກັນ?
ເຈົ້າຂອງທຸຣະກິດ: ໂອ້ຍ; ເດັກນ້ອຍປະຖົມອະນຸບາລ ເຂົາກະຮູ້ວ່າພາສີຣວຍ ຂອງຄົນຢູ່ກັບເງິນ ຈັ່ງໃດມັນຊິບໍ່ຣວຍອ້າຍແມ່ນຕົ່ວ ຫວະ ຄົນຢູ່ກັບເງິນກະຫາວິທີ ນຳໃຊ້ກົດໝາຍໂກງ ເອົາເງິນ. ເຂົາກະຮ່ວມກັບຊິບປິ້ງ ຊິບປີ້ງ ກະພວກແລ່ນເອົາສິນຄ້າ ອອກ-ເຂົ້າ ຫັ້ນແຫຼວ ເຂົາເອີ້ນຊິບປິ້ງ.
ນັກຂ່າວ: ເຂົາຮ່ວມກັນຈັ່ງໃດລະ?
ເຈົ້າຂອງທຸຣະກິດ: ເຂົາຮ່ວມກັນກະ ອ້າວ ມື້ນີ້ເນາະ ຣົດສິນຄ້າຂອງແມ່ຄ້າຄົນນີ້ນິ ພໍ່ຄ້າຄົນນີ້ຊິເອົາເຂົ້າມາ 20 ຄັນ ມັນກະແຈ້ງເຂົ້າ ບັນຊີ 15 ຄັນ. ອີກ 5 ຄັນ ມັນກະແລ່ນອອກນອກ ບັນຊີ ສົມມຸຕວ່າມູລຄ່າສິນຄ້າ ໃນຣົດຄັນນີ້ 110,000 ໂດລາ ມັນກະເອົາໂລດ ວ່າເຈົ້າໄດ້ກຳໄຣ $2,000 ເຈົ້າຕ້ອງປັນໃຫ້ຂ້ອຍ $1,000. ແມ່ຄ້າເອົາໄປ $1,000 ຫຼືວ່າ ເຂົາກະແບ່ງ ເຄິ່ງໆແຫຼະ ແມ່ຄ້າເອົາໄປ 1,000. 1,000 ຫັ້ນ ແມ່ນຊິບປິ້ງ ຈະໄດ້ 200 ຫຼື 800 ແລ້ວ ຊິບປິ້ງເອົາມາໃຫ້ພາສີ. ພາສີ ມັນກະມາແບ່ງໃຫ້ນາຍມັນ. ມັນເປັນ ຣະບົບຈັ່ງຊີ້ ເຂົາຫຼິ້ນກັນ ຄັນມຶງກິນຜູ້ດຽວ ໂອ້ຍເຂົ້າໄລ່ໜີ ມັນເປັນຈັ່ງຊີ້ ບັກໃດກິນຜູ້ດຽວ ບັກນັ້ນໄລ່ໜີ ແລະ ບໍ່ໄດ້ມາອີກຢູ່ຈຸດນັ້ນ.
ນັກຂ່າວ: ໝາຍຄວາມວ່າ ບໍ່ໄດ້ໄປຢູ່ດ່ານ ໄປຢູ່ບ່ອນທີ່ບໍ່ມີຣາຍໄດ້ອີກ?
ເຈົ້າຂອງທຸຣະກິດ: ເອີ, ບໍ່ໄດ້ໄປຢູ່ດ່ານ ຄົນຢູ່ດ່ານເຈົ້າວ່າຄົນທັມດາຊັ້ນເບາະ.
ນັກຂ່າວ: ເປັນຄົນຈັ່ງໃດລະ?
ເຈົ້າຂອງທຸຣະກິດ: ກະມີແຕ່ລູກເຈົ້າຫຼານນາຍ ມີເສັ້ນມີສາຍ ເກາະໆ ແກະໆ ຊິໄປຢູ່ດ່ານ. ເກາະໆ ແກະໆ ກະໄປຫາເກັບນຳຮ້ານ ນໍາໂຮງ. ອັນນັ້ນຂາຍຫຍັງນໍ້ ໄປເລາະເກັບອາກອນ ອັນນັ້ນ ພວກເກາະໆແກະໆ ອາກອນກະອີກແບບ ອາກອນແມ່ນພວກທີ່ຫາລົງ ເກັບນໍາແຕ່ລະຮ້ານເຂົາເອີ້ນອາກອນ ຄັນພາສີແມ່ນຢູ່ດ່ານ ແມ່ນພວກຢູ່ດ່ານ ເຂົ້າດ່ານ-ອອກດ່ານ ເຂົາເອີ້ນພາສີ. ພວກໄປເກັບນຳ ຫ້າງຮ່ານ ໄປເກັບນຳບໍຣິສັດ ເກັບນ້ຳຕລາດເຈົ້າຂອງຕຣາດ ຕະລີ ເກັບນຳເຈົ້າຂອງຫໍພັກ ໂຮງແຮມ ເກັບນຳເຈົ້າຂອງຫ້ອງເຊົ່າ ຫ້ອງແຊ່ວນີ້ເຂົາເອີ້ນ ອາກອນ, ອາກອນນີ້ ພໍເຕີບຢູ່ ພໍໄດ້ຢູ່ໄດ້ກິນ.
ນັກຂ່າວ: ເຮືອນເຂົາເຈົ້າໃຫຍ່ບໍ່ ຜູ້ທີ່ເປັນເຈົ້າໜ້າທີ່ພາສີ?
ເຈົ້າຂອງທຸຣະກິດ: ມັນບໍ່ແມ່ນເຮືອນໃຫຍ່ລ້າ ມັນວາງກ້າງໃຫຍ່ພ້ອມ.
ນັກຂ່າວ: ເຮືອນນີ້ໃຫຍ່ຂນາດໃດ?
ເຈົ້າຂອງທຸຣະກິດ: ບອກໄດ້ໂລດ ຕໍ່າສຸດກະ 2 ແສນຫຼຽນ. ຣາຄາເຮືອນອັນເຂົາຕົບແຕ່ງຫັ້ນຕໍ່າສຸດກະ 2 ແສນຫຼຽນ ຄັນລວມດິນ ນຳກະຫ້ວຍ ເປັນ 3 ແສນ 4 ແສນ 5 ແສນ ພຸ້ນ. ຄັນໄລ່ເບິ່ງເງິນເດືອນມັນ ມັນເກີດອີກ 10 ຊາດ ເຮັດແຕ່ການຫັ້ນ 10 ຊາດ ມັນບໍ່ເອົາເງິນໃຊ້ຫຍັງຈັກກີບ ມັນເອົາເງິນມາສ້າງເຮືອນຫຼັງນັ້ນຈັ່ງໄດ້. ຂັ້ນເຮົາເວົ້າວ່າບໍ່ໂກງໃຜຊິເຊື່ອລະ ປະຊາຊົນເຂົາບໍ່ເຊື່ອ ຈັກຄົນ. ພວກບໍ່ຮູ້ ເຂົາກະບໍ່ເຊື່ອຄືກັນ ຂອງເຂົາກໍຮູ້ຄືກັນເງິນເດືອນ ປະຊາຊົນບໍ່ມີໃຜເຊື່ອດອກ.
ນັກວິຊາການລາວທ່ານນຶ່ງ ກໍໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າຢູ່ຂແນງໂຍທາທິການ ແລະຂແນງການເງິນ ຫຼືພາສີ ສ່ວນຫຼາຍຈະເປັນ ລູກຫຼານ ຫຼືເຊື້ອສາຍຜູ້ທີ່ມີຖານະ ແລະຕຳແໜ່ງ.
ນັກວິຊາການ: ຄັນວ່າຢູ່ ໂຍທາທິການ ຍທຂ ຢູ່ພາສີເຈົ້າກະຕ້ອງໄປເບິ່ງອີກເນາະ ລູກຫຼານໃຜໄປຢູ່ອີກເນາະ ບໍ່ແມ່ນວ່າຖານະມີ ແຕ່ຕອນໄປຢູ່ ກ່ອນໄປຢູ່ຫັ້ນກະມີຖານະແລ້ວ ເຈົ້າບໍ່ມີຖານະເຈົ້າຊິເຂົ້າໄດ້ຫວະ ຄັນວ່າ ເມື່ອກ່ອນເນາະ ແຕ່ຕອນນີ້ ກະບໍ່ຮູ້ເນາະ ເຂົາເຈົ້າມີຣະບຽບແນວໃດແດ່. ເມື່ອກ່ອນລະຄັນຊິເຂົ້າພາສີອາກອນ ເວົ້າລວມຊາ ຄັນວ່າຊິເຂົ້າ ກະຊວງນ້ຳເບີ 1 ຫັ້ນນະ ເຈົ້າກະ ຕ້ອງໄປເບິ່ງ ເຈົ້າຂອງຢູ່ຫັ້ນແມ່ນບໍ່ລະ. ບາດນີ້ ໄປເບິ່ງກະຊວງຖແລງຂ່າວ ດຸ ແມ່ນໃຜໄປເຮັດວຽກຢູ່ຫັ້ນ ໂຄສະນາອົບຮົມແນວນີ້ ກະຕ້ອງໄປເບິ່ງ ເປັນເຄືອຍາດໄປ ສາຍມັນໄປນະ ຄັນຊິເບິ່ງເນາະ.
ໂອ; ອູ້ຟູ້ເລີຍເນາະ ຕ້ອນເປີດດ່ານນີ້ ບໍ່ຢາກກິນເຂົາກະເອົາມາໃຫ້ເນາະ. ສົມມຸດວ່າ ຢູ່ດ່ານເນາະ ບໍ່ຢາກເຂົາກະເອົາມາຕ້ອນຈັ່ງຊີ້ ຍັງບໍ່ນັບໂຕທີ່ຣັຖ ເພິ່ນຕິດຕາມບໍ່ໄດ້ ເງິນບໍ່ເຂົ້າໃນ ຣະບົບແນວນີ້ຫັ້ນ. ແຕ່ວ່າຜ່ານມາ ມັນກະເຮັດໄດ້ດີອັນນຶ່ງ ໃນປີສອງປີຜ່ານມາ ເຮົາກະເຮັດບັນລຸເປົ້າໝາຍເບາະ ໃນແຕ່ລະດ່ານສາກົນ ແຕ່ມາເບິ່ງລວມແລ້ວ ເຂົາກະແມ່ນແຕ່ ລູກຫຼານຜູ້ໃຫຍ່ ໝົດຫັ້ນລະເນາະ ທີ່ວ່າໄດ້ເຂົ້າໃນຫ້ອງການນີ້ຫັ້ນນ່າ. ບໍ່ເຫັນຈັກເທື່ອກ່ຽວກັບຂັ້ນນຳ ເພິ່ນສົ່ງລູກເພິ່ນໄປຢູ່ ກະຊວງຖແລງຂ່າວ ຫລື ກະຊວງແຮງງານ ບໍ່ມີໃດ ໂຄສະນາອົບຮົມບໍ່ແນວນີ້ ໃຜຊິຢາກໃຫ້ໄປຢູ່.
ນັກຂ່າວ: ເປັນຫຍັງບໍ່ຢາກໃຫ້ໄປຢູ່?
ນັກວິຊາການ: ເຮົາຕ້ອງເບິ່ງວ່າ ຈຸດປະສົງຂອງຄົນທີ່ໄປເຮັດວຽກນີ້ນ່າ ແມ່ນເພື່ອໄປເຮັດອິຫຍັງ ເພື່ອໄປເກັບກຳຣາຍຮັບເພື່ອຊາດ ໃຫ້ມັນໄດ້ຕາມເປົ້າໝາຍ ຫຼືວ່າ ເພື່ອເຮັດອິຫຍັງ ຕ້ອງເບິ່ງຈຸດປະສົງໄປກ່ອນແມ້.
ນັກຂ່າວ: ພະນັກງານພາສີ ພະນັກງານອາກອນ ຫາຜູ້ຊິທຸກນີ້ ມີບໍ່?
ນັກວິຊາການ: ອັນທຸກຍາກເຂົາວ່າ ບໍ່ທຸກຈັກເທື່ອ ເພາະວ່າ ຖານະດີ ໄປກ່ອນໜ້ານັ້ນລະນ່າ ກະເບິ່ງຖານະພໍ່ແມ່ຫັ້ນກ່ອນລະເນາະ ເຄີຍເຂົ້າພາສີໄດ້ ໂຕເອງ ຫຼາຍໂຕເອງ ພີ່ນ້ອງກະດຶງກັນເຂົ້າພາສີຕົ່ວເນາະ.
ເຮົາກະບໍ່ເຄີຍເຫັນຈັກເທື່ອເນາະ ພະນັກງານກົມພາສີ ຖືກຊັບຊ້ອນໄປຢູ່ກະຊວງແຮງງານ. ມີແຕ່ພະນັກງານພາສີ ຫົວໜ້າກົມພາສີ ເອົາມາ ເປັນເຈົ້າຄອງ ອັນນີ້ ເຮົາເຫັນເນາະ ຜ່ານມາການຄິດໄລ່ ມັນຊິບໍ່ໄດ້ຢູ່ໃນຣະບົບເດ້ ແມ່ນເບາະລະ ມັນຈ່າຍເງິນສົດເດ້ ຜ່ານມາ ບໍ່ໄດ້ເຂົ້າຣະບົບເດ້.
ຫຼັງໆມາ ເພິ່ນປັບປຸງ ໃຫ້ເສັຽພາສີເປັນຣະບົບເດ້ ເຂົາເອີ້ນວ່າ ດິຈິຕອນ ຂຶ້ນແດ່ເນາະ ຣັຖບານກະມີຣາຍຮັບຂຶ້ນຈະແຈ້ງລະເດ້. ມາເບິ່ງຣາຍງານ 3-4 ປີ ຫຼັງ ກະມີຣາຍງານວ່າ ຣາຍຮັບເພີ່ມຂຶ້ນ 30-40 ເປີເຊັນເດ້ ຫຼັງຈາກທີ່ມີການປະຕິຮູບຣະບົບ ການເກັບພາສີ ທາງນີ້ ກະເປັນຟົດເປັນຮ້ອງເດ້ ບໍ່ໄດ້ຈັບເງິນ.
ບໍ່ແມ່ນເຮົາບໍ່ຮູ້ ໃຫ້ໄປຖາມເດັກນ້ອຍມັທຍົມ ເຂົາກະຮູ້ໝົດເຣື່ອງແນວນີ້ນະ ໄປຖາມຜູ້ຖີບ 3 ລໍ້ ຢູ່ເຂົາກະຮູ້ວ່າ ແມ່ນໃຜຣວຍ ຢູ່ຂແນງ ການໃດຣວຍ ເຮົາຮູ້ຢູ່ແລ້ວເນາະ. ເຮົາບໍ່ໄດ້ມີ ມາຕການປ້ອງກັນ ກະຄື ສະມາຊິກສະພາແຫ່ງຊາດ ເພິ່ນສອບຖາມ ຫັ້ນແຫຼະ ຜ່ານກອງປະຊຸມຜ່ານມາວ່າ ການເກັບຣາຍຮັບບໍ່ໄດ້ນີ້ ຍ້ອນພະນັກງານເຮົາເບາະ ໂຍະຍານ ກະວ່າທັງສອງຝ່າຍຫັ້ນ ລະເນາະ ຜູ້ນຶ່ງກະປ່ອນເງິນໃຫ້ ຜູ້ນຶ່ງກະຮັບເອົາເດ້ຊັ້ນນະ.
ທາງນີ້ ກະຢາກຊື້ຈ້າງໃຫ້ມັນງ່າຍຍົກຕົວຢ່າງວ່າ ຄັນສົມມຸດວ່າ ຂ້ອຍໄປເສັຽພາສີໃຫ້ນຳຣະບົບ ອັນນະຢູ່ຫ້ອງການຣັຖ ເຈົ້າ 100 ລ້ານ ແຕ່ວ່າ ເຈົ້າເສັຽໃຫ້ຂ້ອຍນີ້ ຂ້ອຍເກັບນໍາເຈົ້າ ຂ້ອຍຮັບປະກັນໃຫ້ ເຈົ້າຊິເສັຽໃຫ້ຂ້ອຍແຕ່ 60-70 ລ້ານ ແນວນີ້ ແນວນີ້. ມັນກະຕ້ອງສອງຝ່າຍ ຄືອຸປສົງ ອຸປທານແນວນີ້ ຄືເພິ່ນເວົ້າຫັ້ນແຫຼະ ມີໜ້ອຍແຫຼະທີ່ວ່າບໍ່ຣວຍ.
ບໍ່ວ່າແຕ່ພາສີອາກອນ ຍັງເວົ້າເຣື່ອງເກັບພາສີທີ່ດິນແມ່ນຫຍັງ ຕັ້ງແຕ່ຜ່ານດ້ານຂົວໄປພຸ້ນແຫຼະເຮົາຮູ້ເນາະ ສົມມຸດວ່າ ກົມຊັບສິນ ແນວນີ້ ເກັບຣາຍຮັບ ເຈົ້າໄປເບິ່ງດີໆ ວ່າກະຊວງ ໃດຣາຍຮັບຫຼາຍກວ່າໝູ່.
ປະຊາຊົນອີກທ່ານນຶ່ງ ກໍໃຫທັສນະວ່າ ພະນັກງານອາກອນ ກໍມີຣາຍໄດ້ດີເຊັ່ນດຽວກັນ ຖ້າທຽບໃສ່ພະນັກງານພາສີ ແລະພະນັກງານ ຄຣູ.
ປະຊາຊົນ: ຊາຄິດນີ້ລະແມ່ນ ອາກອນພຸ້ນແຫຼະໄດ້ ເພາະວ່າ ອາກອນນີ້ ຊິເປັນແນວໃດມັນກະໄດ້ ເນາະເພາະພວກເຮົາຜູ້ເສັຽພາສີ ໂດຍຕຣົງ ມັນກະໄດ້ລະເດ້ ອາກອນ ພວກຮັບເງິນສົດ ໂດຍສະເພາະເດ້ ພວກນີ້. ຄັນວ່າພະນັກງານຄຣູທັມດາ ກັບພະນັກງານພາສີ ມັນກະພະນັກງານພາສີ ພຸ້ນແຫຼະ ຣາຍໄດ້ດີກ່ອນ.
ເອເຊັຽເສຣີ ພຍາຍາມຕິດຕໍ່ຫາເຈົ້າໜ້າທີ່ພາສີ ປະຈໍາດ່ານ ເພື່ອຖາມຄຳເຫັນກ່ຽວກັບເຣື່ອງນີ້, ແຕ່ ເຈົ້າໜ້າທີ່ພາສີ ບໍ່ໃຫ້ຄຳເຫັນ ໃນເຣື່ອງນີ້.
ເຖິງຢ່າງໃດກໍຕາມ, ທີ່ຜ່ານມາກະຊວງການເງິນ ກໍມີແຜນຈະຈັດເກັບຣາຍຮັບໃຫ້ໄດ້ຫຼາຍກວ່າເກົ່າ ຍ້ອນວ່າທີ່ຜ່ານຣາຍຮັບຈາກ ການເກັບພາສີ ແລະ ອາກອນຮົ່ວໄຫຼ.
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຼີກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາດໃນເດືອນມີນາ ທີ່ຜ່ານມາ ຕອນນຶ່ງວ່າ: ການຮົ່ວໄຫຼຂອງຣາຍຮັບ ງົບປມານ ໃນໄລຍະຜ່ານມາ ເກີດມາຈາກກົດໝາຍ ແລະ ນິຕິກັມລຸ່ມກົດໝາຍ ທີ່ກ່ຽວຂ້ອງຈຳນວນນຶ່ງ ມີຊ່ອງຫວ່າງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ [ລວມທັງເຈົ້າໜ້າທີ່ພາສີ] ສວຍໃຊ້ຊ່ອງຫວ່າງດັ່ງກ່າວໄດ້.
ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວຕື່ມອີກວ່າ: ຈະມີການຮີບດ່ວນປັບປຸງມາດຕຣາຂອງກົດໝາຍ ແລະ ນິຕິກັມ ລຸ່ມກົດໝາຍ ທີ່ກ່ຽວຂ້ອງທີ່ເປັນຊ່ອງຫວ່າງ ໃຫ້ເຈົ້າໜ້າທີ່ຄຸ້ມຄອງ ເກັບຣາຍຮັບສວຍໃຊ້ ເພື່ອບໍ່ໃຫ້ມີການສວຍໃຊ້ໄດ້ອີກຕໍ່ໄປ ແລະຈະຫາວິທີ ເຮັດໃຫ້ຜູ້ປະກອບການມີຄວາມໂປ່ງໃສ ໃນການສມັກໃຈປະຕິບັດພັນທະ ຂອງຕົນເອງໂດຍຜ່ານຣະບົບ ທີ່ຣັຖຄຸ້ມຄອງທີ່ໂປ່ງໃສ.
ທີ່ຜ່ານມາຫຼາຍກະຊວງ ໄດ້ອອກຂໍ້ກຳນົດຫ້າມບໍ່ໃຫ້ ພະນັກງານຂອງຕົນ ເຂົ້າໄປພົວພັນກັບການສໍ້ຣາສບັງຫຼວງ. ໃນວັນທີ 3 ມິຖຸນາ 2021, ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ອອກຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ຣັຖກອນ ຂແນງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໂດຍອອກ 16 ຂໍ້ຫ້າມ.
ຂໍ້ທີ3 ຂອງຂໍ້ຕົກລົງໄດ້ລະບຸວ່າ ຫ້າມ: ສ້າງເອກສານ ຫຼື ສົມຮູ້ຮ່ວມຄິດສ້າງເອກສານ ລາຍຮັບ-ລາຍຈ່າຍ, ເອກສານການເງິນ, ຈັດຊື້-ຈັດຈ້າງ, ກໍ່ສ້າງ, ສ້ອມແປງ, ການຄຸ້ມຄອງ, ນຳໃຊ້ງົບປະມານແຫ່ງຣັດ, ການຄຸ້ມຄອງນຳໃຊ້ຊັບສິນຂອງຣັດ ທີ່ບໍ່ຖືກຕ້ອງ ຫຼື ບໍ່ມີມູນຄວາມຈິງ, ລະເມີດກົດໝາຍ ແລະ ລະບຽບການເງິນ ລວມທັງການປິດບັງການກະທຳຜິດ ຂອງບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ.