ຊາວກະສິກອນບໍ່ມີຕລາດ ຮັບຊື້ ຜົນຜລິດ

0:00 / 0:00

ຊາວກະສິກອນໃນຫລາຍແຂວງ ຢູ່ສປປລາວ ຍັງປະເຊີນກັບການຂາດຕລາດ ໃນການສົ່ງອອກ ຕ້ອງການຢາກໃຫ້ ນັກລົງທຶນ ລາຍໃຫຍ່ ເຂົ້າມາຊື້ ຍ້ອນວ່າ ເມື່ອຜລິດມາແລ້ວ ບໍ່ມີຕລາດຮອງຮັບ ມີແຕ່ນັກລົງທຶນລາຍຍ່ອຍ ເຂົ້າມາຊື້ແຕ່ບໍ່ຫຼາຍ ເຮັດໃຫ້ຜົລຜລິດຕົກຄ້າງ ແລະ ເຫນົ່າຖີ້ມ ໃນແຕ່ລະປີ. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ແຂວງຫລວງພຣະບາງ ທ່ານນຶ່ງ ເວົ້າວ່າ:

"ປະຊາຊົນບ້ານເຮົາແຖວເຮົາ ເຂົາເຮັດການຜລິດເນາະ ປູກຫມາກນັດ ນີ້ເປັນອາຊີບສ່ວນຫລາຍນີ້ ເຂົາບໍ່ປູກເຂົ້າເລີຍ ມີແຕ່ເອົາຫມາກນັດ ນີ້ເປັນອາຊີບ ປູກຫມາກນັດນີ້ ຂາຍບໍ່ກຸ້ມກິນເນາະ ບໍ່ມີບໍຣິສັດໃສມາລົງທຶນ ມີແຕ່ປະຊາຊົນເຮົາ ເກັບແລ້ວເອົາໄປຂາຍ ຢູ່ຫົນທາງ ແບບ ທັມມະຊາດ ນີ້ຫນ່າ, ມີແມ່ຄ້າຫນ້ອຍບາງເທື່ອກໍຢູ່ ຫລວງພຣະບາງ ບາງເທື່ອກໍເຂດຊຽງຂວາງບໍ ອຸດົມໄຊ ຄືເຂົາມາເກັບຊື້ ເອົາຣົດໃດ໊ ມາເກັບຊື້ແລ້ວເອົາໄປຂາຍຕໍ່".

ທ່ານກ່າວຕື່ມວ່າ ເຂດບ້ານຂອງທ່ານ ມີປະຊາຊົນປູກຫມາກນັດ ເປັນອາຊີບປະມານ ຮ້ອຍປາຍຄອບຄົວ ຈາກທັງຫມົດ 214 ຄອບຄົວ. ທຸກປີ ຊາວບ້ານ ຕ້ອງປະເຊີນກັບບັນຫາ ຫນາກນັດຕົກຄ້າງ ເນົ່າຖີ້ມຍ້ອນບໍ່ມີຕລາດຮອງຮັບ. ຜ່ານມາທາງການກໍໄດ້ ລົງໄປແນະນຳໃຫ້ ແປຮູບຫມາກນັດ ທີ່ຕົກຄ້າງ ເພື່ອເກັບໄວ້ຂາຍ ໃນຣະຍະຍາວ ແຕ່ບໍ່ໄດ້ຜົລ ຍ້ອນບໍ່ມີຄົນນີຍົມຊື້ ຊາວບ້ານ ຕ້ອງການ ຢາກໃຫ້ບໍຣິສັດ ຊື້ຫມາກນັດຂນາດໃຫຍ່ ເຂົ້າມາຊື້ເປັນ ຈຳນວນຫລວງຫລາຍ.

ໃນຂນະດຽວກັນທີ່ເມືອງນອງ ແຂວງສວັນນະເຂດຊາວໄຮ່ຊາວສວນ ຢູ່ໃນແຂວງດັ່ງກ່າວ ກໍປະເຊີນກັບການຂາດ ຕລາດຮອງຮັບຜົລຜລິດ ຂອງພວກ ຂະເຈົ້າຄືກັນ ໃນຣະຍະປີຫລັງໆ ມານີ້ ຊາວສວນກໍໄດ້ພາກັນ ຫັນມາແປຮູບຜົລຜລິດ ຂອງພວກຂະເຈົ້າຫຼາຍຂື້ນ ຫຼືປ່ຽນພືດ ຊນິດອື່ນເປັນຕົ້ນ ປ່ຽນຈາກປູກກ້ວຍ ໄປປູກຢາງ ປູກຫມາກຕາວ ຫຼືປູກພືດຕາມໃຈ ພໍ່ຄ້າແມ່ຄ້າ ຊາວວຽດນາມ ຜູ້ທີ່ເຂົ້າມາຊື້ ຜົລຜລິດ ຂອງພວກຂະເຈົ້າມັກ. ດັ່ງເຈົ້າຫນ້າທີ່ ທ້ອງຖິ່ນ ແຂວງສວັນນະເຂດ ເວົ້າວ່າ:

"ກ້ວຍຢາງບົງ ປະຊາຊົນຍັງຂາດແຫລ່ງ ຮັບຊື້ຫລືວ່າຍັງຂາດຕລາດ ທີຮັບຮອງການຊື້ຫັ້ນນ່າ ຂະເຈົ້າຈະເຫັນສິນຄ້າ ປະເພດໃດທີ່ ວຽດນາມຊື້ ຫລືວ່າພໍ່ຄ້າແມ່ຄ້າ ຂະເຈົ້າຊື້ແລ້ວ ຂະເຈົ້າຈະເຮີ່ກັນ ປູກສິນຄ້າ ປະເພດນັ້ນ ທຳການຜລິດສິນຄ້າປະເພດນັ້ນ ແມ່ຄ້າພໍ່ຄ້າ ຊາວວຽດນາມ ມັນໄປຕາມອາຣົມ ຂະເຈົ້າລັກສນະ ນັ້ນຍັງຂາດທີ່ຮັບຮອງ ຂະເຈົ້ານ່າ".

ກ່ຽວກັບບັນຫາດັ່ງກ່າວ ສະມາຊິກສະພາ ທ່ານນຶ່ງກໍໄດ້ກ່າວຕໍ່ ກອງປະຊຸມສະພາແຫ່ງຊາດ ວ່າງຫລັງໆມານີ້ວ່າ ຣັຖບານຕ້ອງໄດ້ແກ້ໄຂ ບັນຫາ ການກະສິກັມ ເພື່ອຫລຸດຜ່ອນ ຄວາມທຸກຍາກ ໃນລາວ ໂດຍຊອກຫາຕລາດການຄ້າ ເພື່ອຮອງຮັບຜົລຜລິດ ຂອງປະຊາຊົນ ເພາະວ່າ ຊາວກະສິກອນ ຜລິດສິນຄ້າຫລາຍ ແຕ່ບໍ່ມີຕລາດ ສົ່ງອອກ.

ສາເຫດທີ່ການຜລິດສິນຄ້າ ຂອງປະຊາຊົນ ແລ້ວບໍ່ມີຕລາດຮອງຮັບນັ້ນ ນອກຈາກຂາດນາຍທືນແລ້ວ ກໍແມ່ນຖນົນຫົນທາງ ບໍ່ດີໃນການ ຂົນສົ່ງ ເຮັດໃຫ້ສິນຄ້າ ຂອງພວກຂະເຈົ້າ ບໍ່ສາມາດ ໄປເຖິງຕລາດ ໃນເມືອງໄດ້ ຮ່ວມທັງຊາວສວນ ສ່ວນໃຫຍ່ ປູກຕາມທີ່ໃຈຊອບ ບໍ່ແມ່ນປູກຕາມ ຄວາມຕ້ອງການ ຂອງຕລາດ ຍ້ອນຂາດການ ຝຶກອົບຮົມ ຈາກທາງການ.