ຄົນງານຕັດຫຍິບວ່າໄດ້ ເງິນໜ້ອຍ

ຈໍາປາທອງ
2019.05.01
f-garment ໂຮງງານຕັດຫຍິບ ໃນ ນະຄອນຫຼວງວຽງຈັນ
AFP

ຄົນງານລາວ ທີ່ເຮັດວຽກຢູ່ໂຮງງານຕັດຫຍິບ ຂອງຈີນ ໃນນະຄອນຫລວງວຽງຈັນ ໄດ້ຮັບເງິນຄ່າແຮງງານ ບໍ່ພໍກິນ ໄດ້ຮັບເປັນຊິ້ນ ຫລື ຕາມຈໍານວນຜລິຕພັນ ທີ່ຜລິດໄດ້ ເຊັ່ນໄດ້ຄ່າຫຍິບເຄື່ອງໂຕລະ 100 ກີບ, ບໍ່ແມ່ນໄດ້ຮັບຕາມເງິນເດືອນພື້ນຖານ ຫລື ເງິນເດືອນຂັ້ນຕໍ່າ ທີ່ທາງການ ກໍານົດ 1 ລ້ານ 1 ແສນກີບ. ຕາມຄໍາເວົ້າຂອງຄົນງານຕັດຫຍິບລາວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ພຶສພາ ນີ້:

"ເຮົາກິນເງິນຜລິດ ແບບວ່າເຮົາເຮັດໄດ້ຫລາຍຄືໄດ້ຫລາຍ ເຮົາບໍ່ໄດ້ກິນເປັນເງິນເດືອນ ມື້ນຶ່ງ 3-4 ຮ້ອຍໂຕ ທີ່ເຂົາຫຍິບເຄື່ອງໄດ້ນີ້ ລະໂຕເງິນເດືອນພື້ນທ່ານ ບໍ່ເຫັນມີ ຢູ່ນະຄອນຫລວງວຽງຈັນ ຂອງຄົນຈີນ."

ນາງກ່າວວ່າ ຫລັງຈາກຕັດຄ່າຕ່າງໆໄປແລ້ວ ຄົນງານຍັງເຫລືອເງິນໜ້ອຍ, ບໍ່ກຸ້ມຄ່າກິນ ໃນຂນະທີ່ຄ່າຄອງຊີບ ຖີບຕົວສູງຂຶ້ນນໍາທຸກມື້ ຍ້ອນວ່າ ພວກເຂົ້າເຈົ້າບໍ່ໄດ້ຮັບເງິນເດືອນ ເຖິງ 2 ລ້ານປາຍກີບ ຕາມທີ່ທາງໂຮງງານຕັດຫຍິບຈີນ ໄດ້ເວົ້າຕອນທີ່ມາເຮັດວຽກທໍາອິດ ດັ່ງທີ່ນາງ ກ່າວວ່າ:

"ຄືເວົ້າເນີ ໂຕທີ່ວ່າບໍ່ເຫັນເງິນເດືອນເດ້ ທີ່ຂະເຈົ້າຕັ້ງມາ ສອງລ້ານກີບ ເດືອນນຶ່ງເຮົາຕ້ອງໄດ້ 2 ລ້ານ ມາເອົາເງິນຄູນໃສ່ອີ່ອະຫຍັງ ມັນກໍ ສິຕົກຢູ່ປະມານ 3 ລ້ານ, 15 ມື້ ບັດທີນີ້ ສົມມຸດວ່າເຈົ້າໄດ້ 5 ແສນກີບ ເອົາເງິນເດືອນ ໂຕເງິນເດືອນ 2 ລ້ານ ນີ້ເອົາມາໃສ່ລ້ານນຶ່ງ ເປັນລ້ານຫ້າ ແຕ່ວ່າໂຕນີ້ບໍ່ມີ."

ນາງກ່າວຕື່ມອີກວ່າ ໃນຈໍານວນຄົນງານລາວ 1 ພັນປາຍຄົນ ຈໍານວນນຶ່ງໄດ້ເຮັດວຽກຢູ່ໂຮງງານຕັດຫຍິບຈີນ ມາເຖິງ 20 ປີ ແຕ່ກໍຍັງໄດ້ ເງິນຄ່າຫຍິບຜ້າ ຢູ່ເທົ່າເກົ່າ ຄືໂຕລະ 100 ປາຍກີຍ.

ແຕ່ເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດິການສັງຄົມ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ເມສາ ທີ່ຫາກໍຜ່ານມານີ້ວ່າ ຫາກ ບໍຣິສັດໃດ ມີຄົນງານ ທີ່ມີສີມື, ມີປະສົພການ ຕ້ອງໄດ້ມີການພິຈາຣະນາ ຄ່າແຮງງານເພີ່ມ ແລະຖ້າບໍຣິສັດນັ້ນເຮັດບໍ່ຖືກຕ້ອງ ເຈົ້າໜ້າທີ່ ປະຈໍາເມືອງ ຕ້ອງໄດ້ຕັກເຕືອນ ແລະປັບໃໝ ດັ່ງທີ່ທ່ານກ່າວວ່າ:

"ໂຕ 1 ລ້ານ 1 ແສນ ໂຕນີ້ເປັນເງິນເດືອນຂັ້ນຕໍ່ານະ ຂັ້ນຕໍ່ານີ້ມັນໃຊ້ສະເພາະ ຜູ້ທີ່ມີສີມື ບໍ່ມີວຸດທິການສຶກສາ ເປັນແຮງງານດິບ ຄັນຖ້າ ຜູ້ທີ່ວ່າມີວຸດທິການສຶກສາ ຫລື ມີປະສົບການໃນການເຮັດວຽກ ເງິນເດືອນມັນຕ້ອງສູງກວ່າໂຕນີ້ ໂຕນີ້ເຮົາບໍ່ໄດ້ກໍານົດວ່າ ປະມານເທົ່າໃດ ແຕ່ຄັນວ່າ ລາວເຄີຍເຮັດວຽກມາແລ້ວ ມີໃບຫຍັງຍື່ນການຜ່ານງານ ຕ້ອງພິຈາຣະນາໃຫ້ເງິນເດືອນ ມັນຕ້ອງລື່ນກວ່າ 1 ລ້ານ 1 ແສນ."

ໃນຂນະທີ່ເງິນເດືອນຂັ້ນຕໍ່າ 1 ລ້ານ 1 ແສນກີບ ຂອງກັມມະກອນ ແລະຄົນງານລາວ ຊຶ່ງທາງການກໍານົດໄວ້ນັ້ນ ແມ່ນບໍ່ພຽງພໍສໍາລັບ ໃຊ້ຈ່າຍ ເປັນຄ່າຄອງຊີບປະຈໍາວັນ ທີ່ຖີບຕົວສູງຂຶ້ນນັບມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.