ກະຊວງແຮງງານແລະສວັດດີການສັງຄົມ ສປປລາວ ຈະປະຊຸມຫາລືເພີ້ມຄ່າແຮງງານ ຂັ້ນຕ່ຳ ໃນລາວ ຕາມຄຳສເນີ ຂອງສະຫະພັນ ກັມມະບານລາວ ໃຫ້ເພີ້ມຄ່າຈ້າງແຮງງານ ຂັ້ນຕ່ຳຈາກ 9 ແສນກີບຕໍ່ເດືອນ ມາເປັນ 1 ລ້ານ 2 ແສນກີບຕໍ່ເດືອນ, ດັ່ງເຈົ້າໜ້າທີ່ ຄຸ້ມຄອງແຮງງານ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງກ່າວ ໃນມື້ວັນທີ 9 ມົກຣານີ້ວ່າ:
"ເຈົ້າແຕ່ອັນນັ້ນເຮົາຍັງບໍ່ທັນຕົກລົງກັນເທື່ອວ່າ ຈະປັບຂຶ້ນທໍ່ໃດເທື່ອເຈົ້າ ເຮົາຍັງປະຊຸມກັນຢູ່ ຍັງບໍ່ທັນລະບຸກັນວ່າ ຈະຂຶ້ນທໍ່ໃດຫັ້ນນ່າ ຍັງສິເຮັດແຈ້ງການໄປຢູ່ ແຕ່ທາງເຮົາຍັງປະຊຸມກັນອີກ ເພາະວ່າເຮົາສິປະຊຸມ ກັນທ້າຍເດືອນນຶ່ງນີ້."
ທ່ານກ່າວຕື່ມວ່າ ການຂຶ້ນຄ່າຈ້າງແຮງງານຂັ້ນຕ່ຳ ໃຫ້ເປັນ 1 ລ້ານ 2 ແສນກີບຕໍ່ເດືອນ ຕາມຄຳສເນີ ຂອງ ສະຫະພັນ ກັມມະບານລາວ ນັ້ນຍັງບໍ່ແນ່ວ່າ ຈະຂຶ້ນໄດ້ຫລືບໍ່ ຕ້ອງໄດ້ລໍຖ້າຄວາມເຫັນພ້ອມ ຈາກຣັຖບານກ່ອນ. ສະຫະພັນ ກັມມະບານລາວ ໄດ້ສເນີໃຫ້ຂຶ້ນຄ່າຈ້າງ ແຮງງານຂັ້ນຕ່ຳ ໃນລາວ ມາແຕ່ປີ 2017 ຍ້ອນເຫັນວ່າ ຜູ້ອອກແຮງງານໃນລາວ ໃນເວລານັ້ນ ໄດ້ຮັບເງິນເດືອນພຽງແຕ່ 9 ແສນກີບ ຕໍ່ເດືອນ ຫາກທຽບໃສ່ຄ່າຄອງຊີບທີ່ແພງ ໃນລາວ ຈະບໍ່ພຽງພໍສຳລັບລ້ຽງຄອບຄົວ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຄຸ້ມຄອງແຮງງານ ທ່ານນີ້ເວົ້າວ່າ ກອງປະຊຸມພິຈາຣະນາ ຂຶ້ນຄ່າຈ້າງແຮງງານ ຂັ້ນຕ່ຳເທື່ອນີ້ ຖ້າທຸກຝ່າຍ ເຫັນພ້ອມ ຮ່ວມທັງຣັຖບານ ກໍຈະປະກາດໃຊ້ ຢ່າງເປັນທາງການ ໃນທ້າຍເດືອນກຸມພາປີນີ້ ແລະຈະແຈ້ງໃຫ້ ບໍຣິສັດເອກຊົນ ແລະຜູ້ ປະກອບການ ໃນທົ່ວປະເທດຮູ້.
ອິງຕາມສະຖິຕິຈາກກະຊວງແຮງງານ ໃນປັດຈຸບັນ ຜູ້ອອກແຮງງານ ທີ່ຂຶ້ນທະບຽນໃນລາວ ໃນທົ່ວປະເທດ ມີຢູ່ປະມານ 214 ພັນປາຍຄົນ ໃນນັ້ນ ເປັນແມ່ຍິງ 97 ພັນ ປາຍຄົນ.