ເຈົ້າໜ້າທີ່ ແຂວງຄຳມ່ວນ ລົງກວດກາ ຮ້ານຄ້າ ແຫ່ງນຶ່ງ ໃນ ເມືອງເຊບັ້ງໄຟ ກວດພົບ ນໍ້າມັນ ກາຊວນ ເຖື່ອນ 4 ຟຸ້ຍ ມີບໍລິມາດ 800 ລິດ. ນໍ້າມັນດັ່ງກ່າວ ເຈົ້າຂອງຮ້ານຄ້າ ຊື້ຈາກຣົດຂົນສົ່ງ ທີ່ກາຍໄປມາ ແລະ ຈ່າຍໃນຣາຄາຖືກ ກວ່ານໍ້າມັນ ທີ່ຂາຍ ໃນປໍ້າໃຫຍ່ທົ່ວໄປ ຊຶ່ງເຮັດໃຫ້ຜູ້ປະກອບການ ປໍ້ານໍ້າມັນ ແລະປະຊາຊົນຜູ້ໃຊ້ນໍ້າມັນ ໄດ້ຮັບຜົລກະທົບ, ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 2 ມິນາ ນີ້ວ່າ:
“ມັນກະສົ່ງຜົນຫຼາຍເດ່ ນຶ່ງລະ ສົ່ງຜົນຕໍ່ຜູ້ປະກອບການ ຖືກຕ້ອງຕາມກົດໝາຍ, ອັນທີສອງ ສົ່ງຜົນໃຫ້ຜູ້ຊົມໃຊ້ ເປັນຕົ້ນລົດທີ່ຍີ່ຫໍ້ດີໆ ກໍເພ ກໍອິຫັຍງໄປອັນນັ້ນແຫຼະ ມັນຂອງບໍ່ໄດ້ຮັບຮອງມາຕຖານ ຂອງນໍ້າມັນ ເຮັດໃຫ້ລົດຂະເຈົ້າເພ ຂະເຈົ້າກໍ່ມາຣາຍງານ ຫຼາຍເທື່ອແລ້ວ, ອັນສາມ ມັນກະຂາຍຫລຸດໃນລາຄາ ທີ່ທາງການອະນຸຍາດ ມັນລັກຊື້ລັກຂາຍ ມັນບໍ່ໄດ້ເສັຍພາສີ.”
ທ່ານກ່າວຕື່ມວ່າ ນໍ້າມັນທີ່ກວດພົບໃນວັນທີ 26 ກຸມພາ ນັ້ນເປັນນໍ້າ ທີ່ບໍ່ມີການຮັບຮອງ ຄຸນນະພາບບໍ່ໄດ້ມາຕຖານ ຜິດຕໍ່ຣະບຽບກົດໝາຍ ໃນການຄຸ້ມຄອງ ຂອງນໍ້າມັນເຊື້ອໄຟ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ສະເພາະກິດ ຂອງເມືອງ ຈຶ່ງເຮັດບົດບັນທຶກ ແລະ ຍຶດ ນໍ້າມັນດັ່ງກ່າວໄວ້ ເພື່ອເປັນຫຼັກຖານ ອ້າງອີງໃນຂັ້ນໄປ. ທີ່ຜ່ານມາ ເຈົ້າໜ້າທີ່ ສາມາດກວດພົບນໍ້າມັນເຖື່ອນ ໃນແຂວງຄຳມ່ວນ ສະເລັ່ຽປີລະ ປະມານ 20 ກໍຣະນີ.
