ເດັກນ້ອຍ 5 ປີ ຍັງບໍ່ໄດ້ ຮໍ່າຮຽນ

ສຸພັດຕາ
2018.12.21
f-kids ເດັກນ້ອຍລາວ ໃນເຂດຊົນນະບົດ
RFA/OK

ຕາມນະໂຍບາຍຂອງຣັຖບານ ທີ່ຈະພຍາຍາມ ໃຫ້ເດັກນ້ອຍອາຍຸຣະຫວ່າງ 3-5 ປີ ໃນທົ່ວປະເທດຕ້ອງໄດ້ເຂົ້າໂຮງຮຽນ ແຕ່ການຈັດຕັັ້ງ ປະຕິບັດຕົວຈິງນັ້ນ ຍັງມີຂໍ້ຫຍຸ້ງຍາກ ຫຼາຍຢ່າງ ເປັນຕົ້ນ ບ້ານເຮືອນ ຂອງປະຊາຊົນ ໃນເຂດຫ່າງໄກ ສອກຫຼີກ ຢູ່ກະແຈກກະຈາຍ ຍາກຕໍ່ການຈັດຕັ້ງ ເປັນໂຮງຮຽນ, ອາຄານຮຽນຖາວອນບໍ່ມີ ແລະຈຳນວນຄຣູອະນຸບານ ບໍ່ພຽງພໍ. ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງຫົວພັນ ກ່າວວ່າ:

“ຂໍ້ຫຍຸ້ງຍາກ ນຶ່ງເຮົາບໍ່ມີນາຍຄູ ເຂົ້າໄປເຖິງບ້ານ ຮຽນຈົບມາ ແຕ່ວ່າບໍ່ມີໂຄຕາ ເຂົ້າໄປເປັນນາຍຄູມັນໜ້ອຍ ໂຮງຮຽນນີ້ ລັດເຮົາກໍ່ບໍ່ສາມາດ ສະໜອງໃຫ້ໄດ້ ປະຊາຊົນ ກໍ່ຕັ້ງເຮືອນມຸງຫຍ້າ ແອ້ມຝາໄມ້ເຮັ້ຍນີ້ແຫຼ້ວ ອັນຖາວອນ ຄືຖາວອນນີ້ຍັງບໍ່ທັນມີ ເພາະວ່າ ຢູ່ແຂວງຫົວພັນ ປະມານ 500 ກວ່າຫລັງ ໂຮງຮຽນຊໍາຊານີ້ ກໍ່ຍ້ອນເສຖກິດຝຶດເຄືອງ ລັດ ກໍ່ບໍ່ສາມາດ ຕອບສະໜອງ ໃຫ້ໄດ້ບາດດຽວ ມີແຕ່ວ່າ ປະລະເລັກລະໜ້ອຍ.”

ທ່ານກ່າວຕື່ມວ່າ ຈາກການຮວບຮວມຂໍ້ມູນ ຂອງຜແນກສຶກສາທິການແຂວງ ເບື້ອງຕົ້ນຄາດວ່າ ເດັກນ້ອຍອະນຸບານພາຍໃນແຂວງ ໄດ້ເຂົ້າໂຮງຮຽນປະມານ 78% ຂອງເດັກນ້ອຍທັງໝົດ ປະມານ 20 ພັນຄົນ ຍ້ອນວ່າ ມີເດັກນ້ອຍຈຳນວນຫຼວງຫຼາຍ ເຮັດໃຫ້ສະຖານທີ່ ຮອງຮັບ ແລະ ອາຄານຮຽນ ບໍ່ພຽງພໍ ພ້ອມນັ້ນ ງົບປະມານ ທີ່ໄດ້ຮັບ ຈາກພາກຣັຖ 15 ຕື້ ປາຍກີບຕໍ່ປີ ກໍຍັງບໍ່ສາມາດ ນຳມາແກ້ໄຂ ບັນຫາດັ່ງກ່າວ ໄດ້ດີເທົ່າທີ່ຄວນ.

ຕໍ່ກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຜແນກສຶກສາ ແຂວງເຊກອງ ອີກທ່ານນຶ່ງ ເວົ້າວ່າ ງົບປະມານໃນການພັທນາ ຍັງບໍ່ພຽງພໍທີ່ຈະແກ້ໄຂ ບັນຫາ ເປັນຕົ້ນ ການເຕົ້າໂຮມ ບ້ານນ້ອຍ ເຂົ້າເປັນບ້ານໃຫຍ່ ກໍເພື່ອຕ້ອງການສ້າງໂຮງຮຽນ, ແຕ່ຊາວບ້ານບໍ່ໄດ້ໃຫ້ ຄວາມສຳຄັນ ຕໍ່ການສົ່ງລູກ ເຂົ້າໂຮງຮຽນ ໂດຍສະເພາະ ໃນເຂດພູດອຍ ດັ່ງທ່ານກ່າວວ່າ:

“ຂໍ້ຫຍຸ້ງຍາກມັນກໍ່ມີຫຼາຍຢ່າງເນາະ ອັນທີ່ນຶ່ງ ກໍ່ສະພາບພື້ນທີ່ ຂອງເຂົາເຈົ້າກໍ່ຕັ້ງບ້ານເຮືອນ ເຂດມັນກະແຈກກະຈາຍ ອັນທີ່ 2 ກໍ່ຄວາມ ເຂົ້າໃຈ ຂອງຜູ້ປົກຄອງ ທີ່ວ່າຈະເອົາເດັກນ້ອຍໄປຝາກ ອັນທີ່ 2 ໂຕຫຼັກໆກໍ່ແມ່ນອາຄານຮຽນຂອງຂະເຈົ້າ ເຮົາກໍ່ບໍ່ສາມາດ ຕອບສະໜອງ ໃຫ້ໄດ້ເນາະ.”

ທ່ານກ່າວຕື່ມວ່າ ຄາດວ່າ ແຂວງເຊກອງ ຈະມີເດັກນ້ອຍ ກ່ອນວັຍຮຽນ 10 ພັນປາຍຄົນ ທີ່ຍັງບໍ່ສາມາດ ເຂົ້າເຖິງການສຶກສາໄດ້ ເຊິ່ງສ່ວນໃຫຍ່ ຈະແມ່ນເດັກນ້ອຍ ທີ່ຢູ່ເຂດຫ່າງໄກ ບາງບ້ານ ມີປະຊາກອນພຽງ 20-30 ຄອບຄົວເທົ່ານັ້ນ ທາງການ ກໍບໍ່ສາມາດ ຈັດຕັ້ງໂຮງຮຽນໃຫ້ໄດ້ ເຮັດໃຫ້ການເຂົ້າໂຮງຮຽນ ຂອງເດັກນ້ອຍກຸ່ມນີ້ ບໍ່ເປັນໄປຕາມ ເກນອາຍຸຂອງເຂົາ ເຊິ່ງພາກສ່ວນກ່ຽວຂ້ອງ ກໍຫາແນວທາງ ແກ້ໄຂເຣື່ອງດັ່ງກ່າວນີ້ຢູ່ ໂດຍຈະສຸມໃສ່ແກ້ໄຂ ເດັກນ້ອຍອາຍຸ 5 ຂຶ້ນໄປກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.